ຂປລ
ທ່ານ ອັນ ວາຣ ອີມບຣາຮີມ ນາຍົກ ລັດຖະມົນຕີ ມາເລເຊຍ ເຂົ້າຮ່ວມເປັນ ປະທານ ໃນພິທີມອບຕຳແໜ່ງ ປະທານໝູນວຽນ ຂອງ ສະມາຄົມ ປະຊາຊາດ ແຫ່ງອາຊີ ຕາເວັນອອກສຽງໃຕ້ (ອາຊຽນ)
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ ເມື່ອວັນທີ 29 ຕຸລາ, ທ່ານ ອັນ ວາຣ ອີມບຣາຮີມ ນາຍົກ ລັດຖະມົນຕີ ມາເລເຊຍ ເຂົ້າຮ່ວມເປັນ ປະທານ ໃນພິທີມອບຕຳແໜ່ງ ປະທານໝູນວຽນ ຂອງ ສະມາຄົມ ປະຊາຊາດ ແຫ່ງອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ໃຫ້ແກ່ ປະທານາທິບໍດີ ເຟີຣດິນານ ມາຣກໍສ ຈູເນຍຣ ຂອງ ຟີລິບປິນ ຊຶ່ງຈະສືບຕໍ່ ເຮັດໜ້າທີ່ ເປັນປະທານ ໃນປີ 2026.
ໂດຍ ທ່ານ ອັນ ວາຣ ອີມບຣາຮີມ ກ່າວສະແດງ ຄວາມຂອບອົກ ຂອບໃຈ ສະມາຊິກ ອາຊຽນ ທຸກປະເທດ ຄູ່ເຈລະຈາ ແລະ ສຳນັກ ເລຂາທິການ ອາຊຽນ ທີ່ໃຫ້ຄວາມຮ່ວມມື ໃນກອງປະຊຸມຄັ້ງນີ້ ໄດ້ປະສົບ ຜົນສຳເລັດໄປດ້ວຍດີ. ມາເລເຊຍ ໄດ້ຮູ້ສຶກ ເປັນກຽດຢ່າງສູງ ທີ່ໄດ້ເຮັດ ໜ້າທີ່ ປະທານອາຊຽນ ປະຈຳປີນີ້ ເປັນຄັ້ງທີ 47. ທ່ານ ໄດ້ເຮັດພິທີມອບຄ້ອນ ສັນຍາລັກ ຂອງ ການເປັນ ປະທານ ອາຊຽນ ໃຫ້ແກ່ ທ່ານ ເຟີຣດິນານ ມາຣກໍສ ຈູເນຍ ເປັນ ຜູ້ນຳຟີລິບປິນ ຊຶ່ງຈະເຮັດໜ້າທີ່ ປະທານໃນປີ 2026 ຕໍ່ໄປ./
KPL