ເຜີຍແຜ່ ບົດລາຍງານ ການພັດທະນາໂລກ 2025 ຢູ່ນະຄອນຫລວງປັກກິ່ງ

29/10/2025 16:30
Email Print 122
ຂປລ “ບົດ​ລາຍ​ງານ ​ການ​ພັດ​ທະ​ນາ​ໂລກ 2025” ໄດ້​ເຜີຍ​ແຜ່​ ຢູ່​ນະ​ຄອນ​ຫລວງ ​ປັກ​ກິ່ງ​ ຂອງ​ ສປ ຈີນ. ບົດ​ລາຍ​ງານ​ດັ່ງ​ກ່າວ​ ແມ່ນ​ສູນ​ປັນ​ຍາ ​ການ​ພັດ​ທະ​ນາ​ສາ​ກົນ​ຈີນ ເຜີຍ​ແຜ່ພາຍ​ໃຕ້​ການ​ຊີ້​ນຳ ​ຂອງ​ສູນ​ຄົ້ນ​ຄວ້າ​​ ການພັດ​ທະ​ນາ​ ຂອງ​​ລັດ​ຖະ​ບານ​ຈີນ, ​ບົດ​ລາຍ​ງານ​ດັ່ງ​ກ່າວ ໄດ້​ຮັບ​ການ​ເຜີຍ​ແຜ່ 4 ​ປີ ​ຕິດ​ຕໍ່​ກັນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 28 ຕຸ​ລາ​ນີ້, “ບົດ​ລາຍ​ງານ ​ການ​ພັດ​ທະ​ນາ​ໂລກ 2025” ໄດ້​ເຜີຍ​ແຜ່​ ຢູ່​ນະ​ຄອນ​ຫລວງ ​ປັກ​ກິ່ງ​ ຂອງ​ ສປ ຈີນ. ບົດ​ລາຍ​ງານ​ດັ່ງ​ກ່າວ​ ແມ່ນ​ສູນ​ປັນ​ຍາ ​ການ​ພັດ​ທະ​ນາ​ສາ​ກົນ​ຈີນ ເຜີຍ​ແຜ່ພາຍ​ໃຕ້​ການ​ຊີ້​ນຳ ​ຂອງ​ສູນ​ຄົ້ນ​ຄວ້າ​​ ການພັດ​ທະ​ນາ​ ຂອງ​​ລັດ​ຖະ​ບານ​ຈີນ, ​ບົດ​ລາຍ​ງານ​ດັ່ງ​ກ່າວ ໄດ້​ຮັບ​ການ​ເຜີຍ​ແຜ່ 4 ​ປີ ​ຕິດ​ຕໍ່​ກັນ. ບົດ​ລາຍ​ງານ​ປີ​ນີ້​ ມີ​ຫົວ​ຂໍ້​ຫລັກ​ວ່າ:ຮ່ວມ​ກັນ ​ເພີ່ມ​ຄວາມ​ໝັ້ນ​ທ່ຽງ ແລະ ຄວາມ​ແນ່ນອນ​ ໃຫ້​ແກ່​ ການ​ພັ​ດ​ທະ​ນາ​ທົ່ວ​ໂລກ”, ເພື່ອ​ວິ​ເຄາະ​ ຜົນ​ສະ​ທ້ອນ ​ຢ່າງ​ເລິກ​ເຊິ່ງ​ ຕໍ່​ການ​ພັດ​ທະ​ນາ ​ຂອງ​ໂລກ​ ຍ້ອນ​​ປັດ​ໄຈ ​ບໍ່​ໝັ້ນ​ທ່ຽງ ແລະ ບໍ່​ແນ່ນອນທີ່​ໂລ​ກ ​ປັດ​ຈຸ​ບັນ ​​ພວມຜະ​ເຊີນ​ຢູ່, ບັນ​​ລະ​ຍາຍ​ປັດ​ໄຈ ​​ທີ່​ແນ່ນອນ ແລະ ເງື່ອນ​ໄຂ ​​ທີ່​ດີ​ທີ່​ມີ​ຢູ່​ ໃນ​ປັດ​ຈຸ​ບັນ, ຄົ້ນ​ຄວ້າ​ ແນວ​ຄິດ​ໂດຍ​ລວມ ແລະ ​ຊ່ອງ​ທາງລະ​ອຽດ ​​ເພື່ອ​ຊຸກ​ຍູ້ ການ​ພັດ​ທະ​ນາ​​ໂລກ ຢ່າງ​ໝັ້ນ​ທ່ຽງ ແລະ ຍືນ​ຍົງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top