ສ.ອາເມລິກາ ຈະຢຸດຕິເງິນຊ່ວຍເຫລືອຄອບຄົວທຸກຍາກ

30/10/2025 07:04
ຂປລ ກະຊວງກະສິກຳຂອງ ສ.ອາເມລິກາ ປະກາດວ່າ: ຄວາມຊ່ວຍເຫລືອ ດ້ານອາຫານສຳລັບຊາວ ສ.ອາເມລິກາ ກວ່າ 40 ລ້ານຄົນ ຈະຢຸດຕິລົງໃນເດືອນພະຈິກນີ້ ເປັນຜົນມາຈາກ ການປິດລະບົບຂອງລັດຖະບານ.

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາວ່າ: ກະຊວງກະສິກຳຂອງ ສ.ອາເມລິກາ ປະກາດວ່າ:​ ຄວາມຊ່ວຍເຫລືອ ດ້ານອາຫານສຳລັບຊາວ ສ.ອາເມລິກາ ກວ່າ 40 ລ້ານຄົນ ຈະຢຸດຕິລົງໃນເດືອນພະຈິກນີ້ ເປັນຜົນມາຈາກ ການປິດລະບົບຂອງລັດຖະບານ.

ໃນຂະນະທີ່, ໂຄງການຊ່ວຍເຫລືອ ດ້ານໂພຊະນາການ ຂອງລັດຖະບານ ສ.ອາເມລິກາ  ໃຫ້ຄວາມຊ່ວຍເຫລືອ 1 ໃນ 8 ຊາວສ.ອາເມລິກາ ທີ່ທຸກຍາກ ແລະ ມີບົດບາດສຳຄັນ ໃນງົບປະມານ ຂອງຮ້ານຄ້າຫລາຍແຫ່ງ ແຕ່ໄລຍະຕົ້ນເດືອນຕຸລາທີ່ຜ່ານມາ , ທ່ານາທິບໍດີ ໂດນນ ທຣຳ ປະຕິເສດທີ່ຈະເບີກເງິນ ໃຫ້ກອງທຶນສຸກເສີນ , ໂດຍລະບຸວ່າ ເງິນຈຳນວນນີ້ ຈຳເປັນ ສຳລັບ ບັນຫາຕ່າງໆ ອາດຈະເກີດຂຶ້ນ ໃນອະນາຄົດເຊັ່ນ: ໄພພິບັດທາງທຳມະຊາດ ແລະ ອື່ນໆ./

 

KPL

ຂ່າວອື່ນໆ

ads
ads

Top