ຂປລ
ປະເທດລາວເປັນປະເທດໜຶ່ງທີ່ປະກອບດ້ວຍຫລາຍຊົນເຜົ່າ ຊຶ່ງດຳລົງຊີວິດຢູ່ຢ່າງສະຫລັບສັບຫວ່າງກັນ ແຕ່ເໜືອຮອດໃຕ້.

-
ປະເທດລາວເປັນປະເທດໜຶ່ງທີ່ປະກອບດ້ວຍຫລາຍຊົນເຜົ່າ ຊຶ່ງດຳລົງຊີວິດຢູ່ຢ່າງສະຫລັບສັບຫວ່າງກັນ ແຕ່ເໜືອຮອດໃຕ້. ຊົນເຜົ່າໃດກໍຕາມ ລ້ວນແຕ່ມີຈຸດພິເສດລວມ ຂອງວົງຄະນະຍາດ ແຫ່ງຊາດລາວ, ມີວັດທະນະທຳລວມ ວັດທະນະທຳລາວແມ່ນ ການປະສົມກົມກຽວ ສິ່ງຍອດຍິ່ງທາງດ້ານ ວັດທະນະທຳຂອງທຸກໆຊົນເຜົ່າ. ພາສາທາງການແມ່ນພາສາລາວ, ເຖິ່ງຢ່າງໃດກໍດີແຕ່ລະຊົນເຜົ່າ ກໍຍັງຄົງຮັກສາປາກເວົ້າ ແລະ ຮີດຄອງປະເພນີ ສະເພາະຂອງຊົນເຜົ່າຕົນ. ໃນບົດນີ້ຜູ້ຂຽນ ຢາກໃຫ້ບັນດາທ່ານ ມາຮູ້ຈັກກັບສີສັນ ວັດທະນະທຳ ແລະ ປະຫວັດຄວາມເປັນມາຂອງຊົນເຜົ່າລາວ.
ຊົນເຜົ່າລາວເປັນຊົນເຜົ່າໜຶ່ງທີ່ເກົ່າແກ່ບູຮານ ແລະ ຕັ້ງຖິ່ນຖານຢູ່ດິນດອນຕອນນີ້ ໄດ້ຫລາຍຮ້ອຍປີແລ້ວ. ຊົນເຜົ່າລາວມີຖິ່ນຖານເດີມ ແລະ ເຄື່ອນຍ້າຍມາຈາກໃສ? ເວລາໃດ? ບັນຫານີ້ນັກຄົ້ນຄ້ວາທັງ ຫລາຍໃນອະດີດ ແລະ ປັດຈຸບັນຢູ່ລາວເຮົາ ແລະ ຕ່າງປະເທດ ໄດ້ມີຂໍ້ສົມມຸດສັນນິຖານ ທີ່ແຕກຕ່າງກັນ. ແຕ່ສ່ວນຫລາຍແມ່ນມີທ່າອ່ຽງວ່າ ຖິ່ນຖານເດີມຊົນເຜົ່າລາວຢູ່ບໍລິເວນແມ່ນໍ້າຂອງຕອນເໜືອ, ທີ່ຮາບລຸ່ມແມ່ ນໍ້າຍັງຊີກຽງພາກໃຕ້ຂອງຈີນ. ໄດ້ເຄື່ອນຍ້າຍ ແລະ ອົບພະຍົບລົງມາທາງໃຕ້ຂອງຈີນ ແລ້ວເຂົ້າສູ່ແຫລມອິນດູຈີນ ພາຍຫລັງການແຜ່ອຳນາດ ຂອງພວກມົງໂກນ ພ້ອມກັບການເຊື່ອມເສຍບົດບາດ ຂອງບັນດາຊົນເຜົ່າ ໃນໝວດພາສາມອນ - ຂະແມ ທີ່ອາໄສຢູ່ຖິ່ນຖານນີ້ກ່ອນ.

ປັດຈຸບັນຊົນເຜົ່າລາວອາໃສ ແລະ ດຳລົງຊີວິດຢູ່ທົ່ວທຸກແຂວງຂອງລາວເຮົາ, ນອກຈາກມີຢູ່ລາວແລ້ວຊົນເຜົ່ານີ້ ຍັງມີຢູ່ປະເທດໄທ, ຫວຽດນາມ ແລະ ກຳປູເຈຍ ຊົນເຜົ່າລາວເປັນຊົນເຜົ່າ ທີ່ມີພົນລະເມືອງ ຫລາຍກວ່າຊົນເຜົ່າອື່ນໆ. ຕາມການສຳຫລວດພົນລະເມືອງ ທົ່ວປະເທດຄັ້ງທີ II ປີ 1995 ມີຈຳນວນ 2.403.819 ຄົນ, ຍິງ 1.215.748 ຄົນ. ເທົ່າກັບ 52,5% ຂອງຈຳນວນພົນລະເມືອງທົ່ວປະເທດ.
ຊົນເຜົ່ານີ້ເອີ້ນຊື່ຕົນເອງວ່າ “ລາວ” ຊົນເຜົ່າອື່ນເອີ້ນກໍແມ່ນ “ລາວ” ແລະ ຊື່ທີ່ເຂົາເຈົ້າມັກທີ່ສຸດກໍແມ່ນ “ຊົນເຜົ່າລາວ”. ສ່ວນຄຳວ່າ “ລາວ” ມີຄວາມໝາຍແນວໃດ, ມີກົກເຄົ້າເຫງົ້າກໍມາຈາກໃສ ແລະ ເປັນຫຍັງຈິ່ງເອີ້ນວ່າ “ລາວ” ນັກສຶກສາ ແລະ ນັກປະຫວັດສາດ ໄດ້ສັນນິຖານ ໄປຫລາຍຢ່າງແຕກຕ່າງກັນ ເຊັ່ນ ຄຳວ່າ “ລາວ” ມາຈາກເຫລະ, ລົວະ, ລາວະ, ລ້ຽວ, ດາວ ແລະ ອື່ນໆເປັນຕົ້ນ. ສະນັ້ນຈິ່ງບໍ່ສາມາດ ຮູ້ຄວາມໝາຍ ຢ່າງຄັກແທ້ແນ່ນອນ. ຊົນເຜົ່າລາວ ປະກອບດ້ວຍຫລາຍແຊງ ຫລື ຂະແໜງເຊັ່ນ: ພວນ, ກະເລິງ, ບໍ, ໂຢຍ, ແລະ ຢໍເປັນຕົ້ນ. ພາສາຂອງຊົນເຜົ່າລາວ ຈັດຢູ່ໃນໝວດພາສາລາວ-ໄຕ. ຊົນເຜົ່າລາວ ມີຕົວ ໜັງສືຂຽນ ແລະ ໄດ້ເປັນຕົວໜັງສື ທີ່ໃຊ້ໃນທາງລັດຖະການ. ພາສາປາກເວົ້າ ກໍເປັນພາສາກາງ ຂອງທຸກຊົນເຜົ່າ ໃນວົງຄະນະຍາດແຫ່ງຊາດລາວ.

ຊົນເຜົ່າລາວເປັນຊົນເຜົ່າທີ່ມີຮີດຄອງປະເພນີ, ວັດທະນະທຳທີ່ຫລາກຫລາຍ ແລະ ອຸດົມສົມບູນ. ຊົນເຜົ່ານີ້ນັບຖື ພຸດທະສາສະໜາ ໂດຍມີວັດວາອາຮາມເປັນສູນກາງ ເປັນທີ່ເພິ່ງອັນສຳຄັນ, ເປັນບ່ອນເຕົ້າ ໂຮມ ຄວາມສາມັກຄີຂອງຊຸມຊົນ, ບ່ອນເຕົ້າໂຮມ ດ້ານຮີດຄອງປະເພນີ ແລະ ຫລັກທຳຄຳສອນ ທາງສາສະໜາ. ພ້ອມກັນນີ້ ກໍຍັງມີຄວາມເຊື່ອຖືຜີເຊັ່ນ: ຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ, ຜີເມືອງ, ຜີແມ່ນໍ້າ, ຜີປ່າຊ້າ ແລະ ອື່ນໆ. ໂຄງສ້າງທາງສັງຄົມ, ລະບົບຄອບຄົວ ເລືອດເນື້ອເຊື້ອສາຍຕະກຸນ ເປັນລັກສະນະຄອບຄົວດ່ຽວ ແລະ ສືບຕະກຸນທາງພໍ່, ມີປະເພນີແບບຜົວດຽວ, ເມຍດຽວ, ເປັນຄອບຄົວທີ່ຖືວ່າ ພໍ່ເປັນຜູ້ນຳ ຫລື ມີອຳນາດໃນ ຄອບຄົວ, ມີການເຄົາລົບນັບຖື ຜູ້ອາວຸໂສຕາມລຳດັບ. ສຳລັບຊີວິດ ຫລັງການແຕ່ງດອງຂອງຄູ່ຜົວ, ເມຍນັ້ນວ່າຈະຢູ່ກັບພໍ່ແມ່ ຂອງແມ່ຍິງ ຫລື ພໍ່ແມ່ ຂອງຜູ້ຊາຍຂຶ້ນຢູ່ກັບ ການຕົກລົງຂອງທັງສອງຝ່າຍ. ແຕ່ໂດຍທົ່ວ ໄປຄູ່ຜົວເມຍ ຈະມັກຢູ່ນຳເຮືອນພໍ່ແມ່ ຂອງແມ່ຍິງຄືຢູ່ກັບພໍ່ເຖົ້າ, ແມ່ເຖົ້າຫລາຍກວ່າ ຫລື ບໍ່ກໍມັກຈະອອກເຮືອນ ໄປຢູ່ຕາມລຳພັງອິດສະຫຼະ.
ລັກສະນະເຮືອນຂອງຊົນເຜົ່າລາວ, ຕາມປະເພນີແລ້ວຊົນເຜົ່າລາວ ມັກປຸກເຮືອນແບບເຮືອນຮ້ານ, ກ່ອນຈະປຸກຫລືຕັ້ງເຮືອນ ແຕ່ລະຄັ້ງຈະຕ້ອງເຮັດພິທີ ເພື່ອຂໍອະນຸຍາດ ນຳເຈົ້າຖິ່ນເຈົ້າຖານເສຍກ່ອນ ແລ້ວ ຈິ່ງຂຸດບ່ອນຝັງເສົາ. ໂດຍຈະເລີ່ມຈາກເສົາຂວັນ, ຊຶ່ງສ່ວນຫລາຍແລ້ວ ມັກຈະເອົາເຄື່ອງສິນ, ຂັນທີ່ສານດ້ວຍໄມ້ປ່ອງ, ຕົ້ນກ້ວຍ, ຕົ້ນອ້ອຍມັດໃສ່ ພ້ອມທັງຕິດຄາຖາ ຫລື ຍັນໃສ່ແລ້ວຈຶ່ງເອົາເສົາອື່ນໆ ລົງຕາມໆກັນ. ຊົນເຜົ່າລາວ ມັກຈະປຸກເຮືອນແຕ່ 3 ຫ້ອງຂຶ້ນໄປ, ການຈັດແບ່ງຫ້ອງພາຍໃນເຮືອນ ແມ່ນອີງຕາມຈຳນວນສະມາຊິກ ຂອງຄອບຄົວ, ເຊິ່ງອາດຈະແບ່ງເຮືອນ ອອກເປັນສອງສ່ວນ ຄື: ສ່ວນໜຶ່ງແມ່ນໄວ້ສຳລັບນອນ, ຮັບ ແຂກ ແລະ ອີກສ່ວນໜຶ່ງ ເປັນສະຖານທີ່ແຕ່ງຢູ່ຄົວກິນ. ລັກສະນະຂອງເຮືອນ ຈະປິ່ນໜ້າໃສ່ທິດເໜືອ ແລະ ປິ່ນຫລັງໃສ່ທິດໃຕ້. ຂັ້ນໃດຂຶ້ນເຮືອນເຂົາເຈົ້າ ມັກຈະເຮັດຢູ່ທາງໜ້າ ເອີ້ນວ່າຂັ້ນໃດເຊຍ ແລະ ທາງດ້ານຫລັງ ເອີ້ນວ່າຂັ້ນໃດຊານ. ຂັ້ນໃດຈະປະກອບດ້ວຍ ຈັກຂັ້ນກໍຕາມ, ແຕ່ຈະຕ້ອງເປັນຂັ້ນຄີກ ເຊັ່ນ: 3,5,7,9 ເຫລັ່ານີ້ເປັນຕົ້ນ. ກ້ອງຕະລ່າງເຮືອນ ຈະເປັນສະຖານທີ່ ເກັບມ້ຽນເຄື່ອງອຸປະກອນ ການຜະລິດຕ່າງໆ ແລະ ໃນ ເມື່ອກ່ອນ ບໍ່ທັນມີໂຮງສີເຂົ້າ ເຂົາເຈົ້າມັກຈະເຮັດ ຄົກມອງຕຳເຂົ້າ ຢູ່ໃກ້ກັບຂັ້ນໃດເບື້ອງທາງໜ້າ. ຍ້ອນວ່າຊົນເຜົ່າລາວ ມີເອກະລັກທາງດ້ານ ຮີດຄອງປະເພນີ, ຄວາມເຊື່ອຖື, ມີຄ່ານິຍົມສະເພາະ ເພື່ອເປັນສິ່ງກຳນົດ ແບບຄວາມປະພຶດ ຊຶ່ງສ່ວນໃຫຍ່ຈະຮຽບຮ້ອຍ ກິລິຍາທ່າທາງ ແລະ ຄວາມສຳມາຄາລະວະ ອ່ອນນ້ອມຕໍ່ຜູ້ອາວຸໂສ. ສະນັ້ນແຂກຄົນພາຍນອກ ຈະຂຶ້ນເຮືອນຕ້ອງໄດ້ປົດເກີບ, ປົດໝອກ ເພື່ອສະແດງຄວາມ ເຄົາລົບນັບ ຖື ຜູ້ເປັນເຈົ້າຂອງເຮືອນ, ພ້ອມກັນນີ້ຈະຂຶ້ນເຮືອນ ທາງໜ້າແລ້ວລົງທາງຫລັງ ກໍບໍ່ຖືກຕ້ອງຕາມປະເພນີ ແລະ ການທີ່ແຂກຄົນພາຍນອກ ຫລື ຄົນໃນເຮືອນ ຈະເຂົ້າຫ້ອງນອນຂອງກັນ ແລະ ກັນນັ້ນ ຖືວ່າບໍ່ສຸພາບ ແລະ ຂາດມາລະຍາດ ໂດຍສະເພາະແມ່ນຫ້ອງນອນຂອງພໍ່, ແມ່ຜູ້ເປັນເຈົ້າຂອງເຮືອນ.
ສຳລັບເຄື່ອງນຸ່ງຫົ່ມ ແລະການແຕ່ງກາຍຕາມປະເພນີຂອງຊົນເຜົ່າລາວ ແລ້ວແມ່ນມີເອກະລັກສະເພາະ. ເພດຍິງ ແລະ ເພດຊາຍ ນຸ່ງເຄື່ອງບໍ່ຄືກັນ. ເພດຊາຍຕັດຜົມສັ້ນ, ນຸ່ງເສື້ອຄໍມົນແຂນບັ້ງ, ມັດແໜ່ງຢູ່ ໜ້າເອິກ, ໂສ້ງຫົວຮູດ ຫລືຜ້າສະໂຫລ້ງ. ເພດຍິງຈົ່ງຜົມຍາວ ແລ້ວເກົ້າຜົມຄຽນດ້ວຍສ້ອຍເງີນ, ຄຳ ຫລືໝາກປັດ, ເອົາປິ່ນເກົ້າປັກຄັດໃຫ້ແໜ້ນ. ເຄື່ອງປະດັບໃສ່ຕູ້ມຫູ, ສ້ອຍຄໍ, ນຸ່ງເສື້ອຄໍມົນແຂນບັ້ງ, ພາດຜ້າບ່ຽງ ແລະ ນຸ່ງສີ້ນ. ທັງໝົດນັ້ນແມ່ນການນຸ່ງຫົ່ມ, ເຄື່ອງນຸ່ງຈາກຜ້າແພ ທີ່ເຂົາຜະລິດເອົາເອງ ເປັນຕົ້ນແມ່ນ ຜ້າດຳນິນ, ຜ້າໄໝມ້ອນ ແລະອື່ນໆ. ຊົນເຜົ່າລາວ ມີຮີດສິບສອງ ຄອງສິບສີ່ ຮີດຍີ່ຄອງຈຽງ, ຮີດຜົວຄອງເມຍ. ເຂົາເຈົ້າມີຄວາມເຊື່ອ ໃນພຸດທະສາສະໜາທີ່ວ່າ ຖ້າທຳດີຈະໄດ້ດີ, ຖ້າທຳຊົ່ວຈະໄດ້ຊົ່ວ ແລະ ການເຮັດບຸນສິນກິນທານໃນຊາດນີ້ ເພື່ອທີ່ຈະໄດ້ເປັນການສະສົມ, ເກີດດອກອອກຜົນ ແລະ ສະໜອງຕອບໃນຊາດໜ້າ (ຖ້າ ຊາດນີ້ ຍັງບໍ່ໄດ້ຜົນຕອບແທນ). ສະນັ້ນໃນປີໜຶ່ງ ຂອງເຂົາເຈົ້າຈະມີບຸນ ຕາມຮີດຄອງປະເພນີທຸກໆເດືອນ. ແຕ່ບຸນປະເພນີທີ່ສຳຄັນ ໄດ້ແກ່ບຸນປີໃໝ່, ບຸນຊ່ວງເຮືອ, ບຸນບັ້ງໄຟ, ບຸນກະຖິນ, ບຸນກອງບວດ ແລະອື່ນໆ.

ນອກຈາກນີ້ແລ້ວເຂົາເຈົ້າຍັງມີປະເພນີກ່ຽວກັບການເກີດ ຊຶ່ງເລີ່ມແຕ່ໄລຍະຖືພາມີຂໍ້ຫ້າມ ແລະ ການຄະລຳທີ່ສຳຄັນຄື: ຫ້າມເບີ່ງຜູ້ອື່ນເກີດລູກ, ຫ້າມໄປເຜົາສົບ, ຫ້າມເບີ່ງຄົນພິການ, ຫ້າມຢືນຄາສິ່ງຕ່າງໆ ແລະ ອື່ນໆ. ການເກີດລູກຈະເກີດຢູ່ໃນເຮືອນ ໂດຍເພິ່ງພາອາໃສໝໍຕຳແຍ, ໝໍມົນ ແລະ ຜູ້ທີ່ມີປະສົບການຄອຍ ໃຫ້ຄວາມດູແລຊ່ວຍເຫລືອ. ມີການຢູ່ໄຟ, ມີການຄະລຳອາຫານ ແລະ ມີການສູ່ຂວັນເດັກກັບແມ່ ຫລັງຈາກ ການຢູ່ໄຟ. ສຳລັບປະເພນີກ່ຽວ ກັບການຕາຍ ເຊິ່ງເປັນສິ່ງທີ່ບໍ່ມີໃຜປາຖະໜາ. ແຕ່ກໍເປັນສິ່ງທີ່ທຸກຄົນໜີບໍ່ພົ້ນ. ສະນັ້ນຜູ້ຢູ່ເບື້ອງຫລັງ ກໍຈະຈັດພິທີປົງສົບ ຕາມຂັ້ນຕອນ ຕາມຄວາມເໝາະສົມ ກັບຖານະຄອບຄົວ, ຈາກ ນັ້ນ ກໍສົ່ງສະການດ້ວຍການຈູດ, ເກັບດູກ ແລະ ເຮັດບຸນສິນກິນທານໃຫ້. ເອກະລັກດ້ານວັນນະຄະດີ ແລະ ສິລະປະນັ້ນ ຊົນເຜົ່າລາວ ໃນແຕ່ລະທ້ອງຖິ່ນ ຈະມີກອນຂັບລຳ, ມີຄຳສຸພາສິດ, ຄຳພະຫຍາ, ຄຳໂຕ່ງໂຕຍ ແລະ ອື່ນໆ ທີ່ແຕກຕ່າງກັນ ຕາມສຽງສຳນຽງ. ມີແຄນເປັນເອກະລັກ ທາງດ້ານດົນຕີ ເພື່ອເປົ່າປະສານ ກັບການຂັບລຳ ແລະ ຮ້ອງເພັງ. ຊົນເຜົ່າລາວ ມີຄຳເວົ້າຕໍ່ໆກັນມາວ່າ ຢູ່ເຮືອນຮ້ານ, ກິນເຂົ້າໜຽວຈໍ້າປາແດກ ແລະ ເປົ່າແຄນ ແມ່ນເອກະລັກອັນແທ້ຈິງຂອງເຂົາເຈົ້າ.

ການດຳເນີນວິຖີຊີວິດທາງດ້ານເສດຖະກິດ. ຊົນເຜົ່າລາວ, ເຂົາເຈົ້າມີອາຊີບແບບປະສົມປະສານ ແຕ່ຕົ້ນຕໍແມ່ນການເຮັດນາ, ເຮັດໄຮ່ປູກເຂົ້າ, ເຮັດສວນຄົວປູກພືດຜັກ ແລະ ລ້ຽງສັດ ຕາມລະດູການຜະລິດ ໃນວົງຈອນຊີວິດຮອບປີໜຶ່ງ ໂດຍອີງໃສ່ປະຕິທິນຕາມເດືອນລາວ ຊຶ່ງແຕກຕ່າງຈາກປະຕິທິນສາກົນ. ພ້ອມກັນນີ້ ກໍຍັງເຮັດການຄ້າຂາຍນ້ອຍ ເພື່ອເສີີມລາຍໄດ້ແກ່ຄອບຄົວ ກ່ອນຈະທຳການຜະລິດ, ປູກພືດພັນທັນຍາ ຫານ, ໄປຊອກຢູ່ຫາກິນ ແລະ ອື່ນໆ ໃນຊີວິດປະຈຳວັນເຂົາເຈົ້າ ຈະມີການໄລ່ມື້ໄລ່ຍາມຢ່າງຄັກແນ່ ເຊັ່ນ ວ່າມື້ໃດເປັນມື້ງາມຍາມດີ ແລະ ບໍ່ດີຄື: ມື້ວັນສິນດັບ, ມື້ຮ້ວງ, ມື້ຮວາຍ, ເດືອນດັບ, ເດືອນເພັງເຫລົ່ານີ້ເປັນຕົ້ນ.
ຮຽບຮຽງÂດຍ: ສ.ຄັດສະເບີດ
KPL