ກຸດຈີນ ບຸນປະເພນີປີໃໝ່ທີ່ສຳຄັນຂອງຄົນຈີນ

24/01/2022 16:04
Email Print 26788
ຂປລ ບຸນກຸດຈີນເຊິ່ງມີຊື່ພາສາຈີນເອີ້ນວ່າ: “ຊຸ່ນເຈ” ຫລື “ໂກ້ໜຽນ” ເປັນບຸນປະເພນີ ຫລື ເປັນເທສະການອັນເປັນມູນ ເຊື້ອທີ່ສໍາຄັນຂອງຊາວ ຈີນ ເຊິ່ງເປັນບຸນໃຫຍ່ໂຕມະໂຫລານ ທີ່ສຸດ ແລະ ມີພິທີກໍາຫລາຍທີ່ສຸດ.




*ບຸນກຸດຈີນເຊິ່ງມີຊື່ພາສາຈີນເອີ້ນວ່າ: “ຊຸ່ນເຈຫລືໂກ້ໜຽນເປັນບຸນປະເພນີ ຫລື ເປັນເທສະການ ອັນເປັນມູນເຊື້ອທີ່ສໍາຄັນຂອງຊາວຈີນ ເຊິ່ງເປັນບຸນໃຫຍ່ໂຕມະໂຫລານທີ່ສຸດ ແລະ ມີພິທີກໍາຫລາຍທີ່ສຸດ. ເມື່ອບຸນກຸດຈີນມາຮອດມາເຖິງ ປະຊາຊົນຈີນທີ່ມີ ຈໍານວນມະຫາສານ ຈະຮ່ວມກັນຊື່ນຊົມຍິນດີ ຕ້ອນຮັບບຸນປີໃໝ່ຂອງຕົນ ຢ່າງຄຶກຄື້ນມ່ວນຊື່ນ. ເວົ້າສະເພາະບຸນກຸດຈີນ ຫລື ບຸນປີໃໝ່ຂອງພີ່ນ້ອງຊາວຈີນ ປີນີ້ແມ່ນກົງກັບວັນທີ 31 ມັງກອນ ເປັນມື້ສົ່ງທ້າຍປີເກົ່າປີສະຫລູ ແລະ ວັນທີ 01 ກຸມພາ 2022 ເປັນມື້ຂຶ້ນປີ ໃໝ່ປີຂານ.

ຕົ້ນກໍາເນີດຂອງບຸນ: ອີງຕາມ ຂໍ້ມູນຈາກປຶ້ມສະບາຍດີປະເທດຈີນ ເຊິ່ງເປັນໂຄງການຜະລິດຫລາກຫລາຍສື່ ດ້ານວັດທະນະທໍາຂະໜາດໃຫຍ່ທີ່ພິມເຜີຍແຜ່ ໃນປີ 2014 ໂດຍວິທະຍຸສາກົນແຫ່ງປະເທດ ຈີນ CRI ໃຫ້ຮູ້ວ່າ: ຕາມການເລົ່າຂານສືບທອດກັນມາ ໃນສະ ໄໝດຶກດໍາບັນ ມີສັດໂຫດຮ້າຍຊະນິດໜຶ່ງມີ ຊື່ພາສາຈີນເອີ້ນວ່າ:“ໜຽນມັນມັກອອກມາທໍາລາຍເຄື່ອງປູກຂອງຝັງ ພ້ອມທັງທໍາຮ້າຍຄົນ ແລະ ສັດ ລ້ຽງຂອງເຂົາເຈົ້າ ໃນມື້ສຸດທ້າຍຂອງທຸກໆປີ. ມີມື້ໜຶ່ງສັດຮ້າຍໜຽນອອກມາອາລະວາດ ແຕ່ມັນໄດ້ປົບໜີໄປຍ້ອນ ວ່າ ຢູ່ໜ້າປະຕູເຮືອນຂອງຄອບຄົວໜຶ່ງ ໄດ້ຕາກເສື້ອສີແດງໄວ້ ແລະ ເດັກນ້ອຍ ພວມຈູດໝາກກກະໂພກສຽງດັງສະໜັ່ນ ຈຶ່ງເຮັດໃຫ້ຮູ້ໄດ້ວ່າ ສັດຮ້າຍໜຽນຢ້ານສີແດງ, ຢ້ານແສງໄຟ ແລະ ສຽງດັງ. ສະນັ້ນ, ຄົນຈີນ ຈຶ່ງໄດ້ຕິດເຈ້ຍຄຳຂວັນ ຄູ່ສີແດງຢູ່ດ້ານເທິງ ແລະ ສອງຟາກຂ້າງບານປະຕູ ພ້ອມທັງຫ້ອຍໂຄມສີແດງ ແລະ ຈູດໝາກກະໂພກ ໃນໂອກາດບຸນປີໃໝ່ ຈີນ ເພາະເຂົາເຈົ້າມີຄວາມເຊື່ອວ່າ ເມື່ອສັດຮ້າຍໜຽນອອກມາ ແລ້ວແນມເຫັນທຸກເຮືອນລ້ວນ ແຕ່ມີໂຄມແສງໄຟສີແດງ, ໄດ້ຍິນສຽງຈູດໝາກກະໂພກ ທີ່ດັງ ກ້ອງສະໜັ່ນ ມັນຈະຕົກ ໃຈແລ້ວພ່າຍໜີໄປ ຈົນບໍ່ກ້າອອກມາອີກ. ເມື່ອປະຊາຊົນພົ້ ໄພຈາກສັດຮ້າຍ ຈຶ່ງເອີ້ນມື້ນັ້ນຂອງທຸກປີວ່າກົ້ວໜຽນເຊິ່ງມີຄວາມໝາຍວ່າ ພົ້ນໄພຈາກການທໍາຮ້າຍຂອງສັດຮ້າຍໜຽນນັ້ນເອງ.






 ອີງຕາມຂໍ້ມູນຈາກປື້ມສະບາຍ ດີປະເທດຈີນໃຫ້ຮູ້ຕື່ມວ່າ: ແຕ່ລະປີເມື່ອບຸນກຸດຈີນໃກ້ຈະໝູນວຽນມາເຖິງ, ປະຊາຊົນຈີນຈະເຮັດອະ ນາໄມເຮືອນຊານບ້ານຊ່ອງຂອງຕົນ, ກະກຽມອາຫານການກິນຕ່າງໆ ທີ່ແຊບຊ້ອຍ ແລະ ກະກຽມເສື້ອຜ້າອາພອນໃໝ່. ບຸນກຸດ ຈີນ ແມ່ນເລີ່ມຈາກວັນທີ່ພາສາຈີນ ເອີ້ນວ່າຊູຊິຫລື ວັນສົ່ງທ້າຍປີເກົ່າ ເຊິ່ງກົງກັບຕອນຄໍ່າມື້ສຸດທ້າຍຂອງປີ ຕາມປະຕິທິນຈັນທະຄະຕິຈີນ. ໃນມື້ນັ້ນ, ຄົນໃນຄອບຄົວທັງໝົດ ຈະມາເຕົ້າໂຮມກັນຕິດເຈ້ຍຄຳຄົມຄູ່ ທີ່ໃຊ້ຄໍາສັບສໍານວນກະທັດຮັດ ໃສ່ບານປະຕູ ເພື່ອສະ ແດງຄວາມອວຍພອນ ອັນປະເສີດໃຫ້ພາລະກິດ ມີຄວາມຈະເລີນຫລາຍກວ່າເກົ່າ, ປະເທດຊາດມີຄວາມສະຫງົບປອດໄພ ແລະ ປະຊາຊົນຢູ່ເຢັນເປັນສຸກ, ພ້ອມທັງຈູດໝາກກະໂພກ ເພື່ອຂັບໄລ່ສັດທີ່ຊົ່ວຮ້າຍໃຫ້ອອກໄປ ແລະ ສະແດງເຖິງຄວາມປາຖະໜາ ອັນດີງາມທີ່ ຈະໄດ້ຮັບຄວາມສຸກໂຊກດີ ຂອງປະຊາຊົນຈີນ ຈາກນັ້ນກໍກິນເຂົ້າສາມັກຄີຮ່ວມກັນ. ຫລັງຈາກກິນເຂົ້າແລ້ວ, ຈະສືບຕໍ່ໂອ້ລົມກັນ ແລະ ພາກັນຫໍ່ຂະໜົມກ້ຽວ. ຕາມທໍາມະດາແລ້ວ, ຂະໜົມກ້ຽວຕ້ອງຫໍ່ ແລະ ຕົ້ມໃຫ້ສຸກກ່ອນເວລາ 0 ໂມງ ຂອງມື້ສຸດທ້າຍຂອງປີໃໝ່ ຕາມ ປະຕິທິນຈັນທະຄະຕິຈີນ ແລະ ກິນໃນເວລາຕອນທ່ຽງຄືນ. ເນື່ອງຈາກຕອນທ່ຽງຄືນ ນັບແຕ່ເວລາ 23 ໂມງຫາ 1 ໂມງ ແມ່ນເປັນໄລຍະເວລາທີ່ປ່ຽນ ຈາກປີເກົ່າຂ້າມໄປຫາປີໃໝ່. ຄົນທັງຫລາຍກິນຂະໜົມກ້ຽວໃນໄລຍະນີ້ ກໍເພື່ອອະທິຖານໃຫ້ປີໃໝ່ ທີ່ໝູນວຽນ ມາ ເຖິງ ຈົ່ງມີແຕ່ຄວາມເປັນສິຣິມຸງຄຸນ, ສະມາຊິກໃນຄອບຄົວ ຈະໄດ້ຢູ່ພ້ອມໜ້າພ້ອມຕາກັນ ແລະ ທຸກຄົນມີຄວາມຮັ່ງມີຜາສຸກ. ພ້ອມກັນນັ້ນ, ໃນປັດຈຸບັນນີ້ຫລາຍຄອບຄົວ ຍັງເຕົ້າໂຮມກັນເບິ່ງງານລາຕີສະໂມສອນ ເພື່ອສະເຫລີມສະຫລອງບຸນກຸດຈີນ ແລະ ຈະບໍ່ເຂົ້ານອນໄວ ເພື່ອຄອຍຖ້າປີໃໝ່ໝູນວຽນມາເຖິງເຊິ່ງພາສາຈີນເອີ້ນວ່າ: “ໂຊ້ວຊຸ້ຍແປວ່າເຝົ້າລໍຄອຍຄໍ່າຄືນສົ່ງທ້າຍປີເກົ່າ. ສ່ວນມື້ທີສອງເປັນ ວັນຂຶ້ນປີໃໝ່ຕາມປະຕິທິນຈັນທະຄະຕິຈີນ, ປະຊາຊົນຈີນຈະອອກໄປ ອວຍພອນປີໃໝ່ ຢູ່ເຮືອນຂອງຍາດຕິພີ່ນ້ອງ ແລະ ເພື່ອນມິດສະ ຫາຍ ໂດຍຈະກ່າວຄໍາອວຍພອນ ເປັນພາສາຈີນວ່າ:“ໂກ້ໜຽນຫາວແປວ່າ ສະບາຍດີປີໃໝ່ ແລະກົ່ງຊີຟາສາຍແປວ່າຂໍໃຫ້ລໍ້າລວຍຮັ່ງມີສີສຸກ. ຜູ້ອາວຸໂສຈະມອບອັງເປົ່າ ຫລື ພາສາຈີນເອີ້ນວ່າ:“ຢາຊຸ້ຍສຽນແປວ່າເງິນປາບສິ່ງຊົ່ວຮ້າຍໃຫ້ແກ່ເດັກນ້ອຍ ຜູ້ເປັນ ລູກຫລານ ເພື່ອໃຫ້ທຸກຄົນມີຄວາມສຸກໂຊກດີ, ມີສຸຂະພາບແຂງແຮງ ແລະ ມີຄວາມເບີກບານມ່ວນຊື່ນຕະຫລອດປີໃໝ່.




 ນອກຈາກກິນອາຫານຕ່າງໆທີ່ອຸດົມສົມບູນໃນມື້ບຸນກຸດຈີນຢ່າງແຊບຊ້ອຍໂດຍສະເພາະປາ ເຊິ່ງພາສາຈີນເອີ້ນວ່າອີເປັນອາຫານເຍື່ອງໜຶ່ງທີ່ຂາດບໍ່ໄດ້ ໃນຄາບເຂົ້າຍາມບຸນກຸດຈີນ ເພາະຄົນຈີນເຊື່ອ ວ່າຖ້າທຸກປີມີປາກໍໝາຍຄວາມວ່າ ທຸກປີມີເຫລືອຢູ່ເຫລືອ ກິນ ໝາຍເຖິງຄວາມອີ່ມໜໍາສໍາລານ ແລະ ທຸກປີມີເງິນມີຄໍາໃຊ້ບໍ່ຂາດມື. ນອກນັ້ນ, ປະຊາຊົນທົ່ວປະເທດຈີນ ຍັງມີງານບຸນ ແລະ ຮີດຄອງປະເພນີອັນດີງາມ ທີ່ຫລາກຫລາຍ ເພື່ອສະເຫລີມສະຫລອງບຸນກຸດຈີນ ຕື່ມອີກເຊັ່ນ: ການຕິດເຈ້ຍຄະຕິສອນໃຈ ຄູ່ໃສ່ບານປະຕູ, ການຈັດງານບຸນວັດ, ການສະແດງງິ້ວຫຸ່ນກະບອກ, ຕີກອງທ້າຍຜີງ ຫລື ເອີ້ນວ່າກອງສັນຕິສຸກ, ສະແດງຟ້ອນສິງໂຕ, ການແລ່ນເຮືອແຫ້ງ ເຮັດດ້ວຍໄມ້ໄຜ່ ເຊິ່ງເປັນການຟ້ອນ ພື້ນເມືອງປະເພດໜຶ່ງຂອງຈີນ ທີ່ໄດ້ຮັບການສືບທອດ ແລະ ເຜີຍແຜ່ຢ່າງກວ້າງຂວາງ ແລະ ອື່ນໆ. ແຕ່ສິ່ງທີ່ຂາດບໍ່ໄດ້ໃນບຸນກຸດຈີນ ແມ່ນການອວຍພອນປີໃໝ່ ເຊິ່ງແມ່ນຮີດຄອງປະເພນີຂອງຊາວຈີນ ພ້ອມທັງແມ່ນວິທີການໜຶ່ງທີ່ປະຊາຊົນຈີນ ຝາກຄໍາອວຍພອນປີໃໝ່ ອັນດີງາມເຊິ່ງກັນ ແລະ ກັນ ໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່. ໂດຍທົ່ວໄປ ແລ້ວ, ຂະນົບທໍານຽມ ການອວຍພອນປີໃໝ່ ໃນໂອກາດບຸນກຸດຈີນ ຜູ້ເປັນລູກຫລານ ຈະກົ້ມຫົວ ແລະ ຄຸເຂົ່າລົງ ເພື່ອສະແດງຄວາມເຄົາລົບນັບຖືຜູ້ອາວຸໂສ, ສ່ວນໝູ່ເພື່ອນຍາດຕິພີ່ນ້ອງ ທີ່ເປັນຮຸ່ນອາຍຸດຽວກັນ ຈະສະແດງຄວາມນັບຖື ແລະ ອວຍພອນກັນດ້ວຍການ ນົບ ແບບວັດທະນະທໍາຈີນ.

ສະບາຍດີປິໃໝ່, ຊິນໜຽນ ຄ້ວຍເລີ້


 ໂດຍ: ຟ້າໃສ ຈະເລີນສຸກ

KPL

ຂ່າວອື່ນໆ

    • ​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງວາລະສານ-ຂ່າວພາບ

      ​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງ

      3/9/2022 2:08:07 PM

      ທຸກ​ມື້​ນີ້, ຮ້ານ​ອາຫານ​ປະ​ເພດ​ເສັ້ນ ໂດຍສະເພາະຮ້ານເຝີ ແມ່ນມີ​ຂາຍ​ທົ່ວ​ໄປ ​ບໍ່ວ່າ​ຈະ​ຢູ່​ເຂດ​ໃດ​​ຕ້ອງ​ມີ​ ເພາະ​ເປັນ​ອາຫານທີ່​ຄົນ​ນິຍົ​ມກິນຫລາຍ ແຕ່ບໍ່ໝາຍຄວາມວ່າ ຮ້ານເຝີທຸກຮ້ານ ຈະຂາຍດີຄືກັນໝົດ ສິ່ງທີ່ສາມາດດຶງດູດລູກຄ້າ ໃຫ້ນິຍົມຊົມຊອບ ແມ່ນຂຶ້ນກັບລົດຊາດ ແລະ ມີ ເອກະລັກສະເພາະ.

    • ຖອດຖອນບົດຮຽນ (ແມ່ນສໍາຄັນ)ວາລະສານ-ຂ່າວພາບ

      ຖອດຖອນບົດຮຽນ (ແມ່ນສໍາຄັນ)

      2/28/2022 3:25:09 PM

      ການຖອດຖອນບົດຮຽນ ຈາກການປະຕິບັດວຽກງານຜ່ານມາ ເພື່ອໃຫ້ເຫັນໄດ້ບັນດາມູນ ເຊື້ອອັນດີທີ່ຕ້ອງສືບຕໍ່ເສີມຂະຫຍາຍ ແລະ ຕັດສິນໃຈແກ້ໄຂໃຫ້ເດັດຂາດ ບັນດາຂອດຄົງຄ້າງ ແມ່ນສິ່ງຈໍາເປັນ ທີ່ຕ້ອງປະຕິບັດຢ່າງກົງໄປກົງມາ-ພາວະວິໄສ.

    • ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?ວາລະສານ-ຂ່າວພາບ

      ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?

      2/28/2022 3:21:24 PM

      *ກ່ອນທີ່ເຮົາຈະຮູ້ປະເມີນ ຫລື ຕີລາຄາຄົນອື່ນວ່າເປັນແນວໃດ, ຈັດຢູ່ກຸ່ມຄົນປະເພດໃດ ນັ້ນ ເຮົາຕ້ອງຮູ້ຈັກຕົນເອງກ່ອນ .

    • ພ້ອມກັນສະຫລອງປີສາມັກຄີມິດຕະພາບ  ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນວາລະສານ-ຂ່າວພາບ

      ພ້ອມກັນສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນ

      2/23/2022 2:48:13 PM

      *ປີ 2022 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນຍິ່ງຂອງສອງຊາດ ລາວ-ຫວຽດນາມ ເພາະເປັນປີແຫ່ງມິດຕະພາບ ແລະ ການຮ່ວມມື ຊຶ່ງການນຳທັງສອງປະເທດ ໄດ້ເຫັນດີເປັນເອກະພາບກັນ ປະສານສົມທົບຈັດຕັ້ງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ດ້ວຍຫລາຍກິດຈະກຳ ເພື່ອສະເຫລີມສະຫລອງ ວັນສຳຄັນຕ່າງໆຂອງ ລາວ ແລະ ຫວຽດນາມ.

    • ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆວາລະສານ-ຂ່າວພາບ

      ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆ

      2/14/2022 2:36:13 PM

      ຄຳ​ວ່າ: ​​​“ເຮັດ​ຫລາຍ​ກວ່າ​ເວົ້າ” ​ເປັນຄຳ​ທີ່​ໄດ້​ຍິນ​ມາ​ແຕ່​​ເຫິງ​ນານ ​ແຕ່ໜ້ອຍ​ຄົນ​ທີ່​ຈະ​ເຮັດ​ໄດ້ ບໍ່​ແມ່ນ​ຍ້ອນ​ມັນ​ຍາກ​ ຫລື ລໍາບາກ​ດອກ ​ແຕ່​ຄົນ​ເຮົາ​ມັກ​ລຶ້ງ​ທີ່​ຈະ​ເວົ້າ​ຫລາຍໆ ​ໂດຍ​ບໍ່​ຮູ້​ວ່າ: ການ​ເວົ້າ​ໃຫ້​ໜ້ອຍໆ ຄິດ​ໃຫ້​ຫລາຍໆ ລົງ​ມື​ເຮັດ​ເລື້ອຍໆ ​ເປັນ​ຫົນທາງ​ທີ່​ດີ​ທີ່​ສຸດ​ທີ່ຈະ​ພາ​​ໄປ​ສູ່​ຄວາມ​ສໍາ​ເລັດ.

ads
ads

Top