ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​​ເລື້ອຍໆ

14/02/2022 14:36
Email Print 27333
ຂປລ ຄຳ​ວ່າ: ​​​“ເຮັດ​ຫລາຍ​ກວ່າ​ເວົ້າ” ​ເປັນຄຳ​ທີ່​ໄດ້​ຍິນ​ມາ​ແຕ່​​ເຫິງ​ນານ ​ແຕ່ໜ້ອຍ​ຄົນ​ທີ່​ຈະ​ເຮັດ​ໄດ້ ບໍ່​ແມ່ນ​ຍ້ອນ​ມັນ​ຍາກ​ ຫລື ລໍາບາກ​ດອກ ​ແຕ່​ຄົນ​ເຮົາ​ມັກ​ລຶ້ງ​ທີ່​ຈະ​ເວົ້າ​ຫລາຍໆ ​ໂດຍ​ບໍ່​ຮູ້​ວ່າ: ການ​ເວົ້າ​ໃຫ້​ໜ້ອຍໆ ຄິດ​ໃຫ້​ຫລາຍໆ ລົງ​ມື​ເຮັດ​ເລື້ອຍໆ ​ເປັນ​ຫົນທາງ​ທີ່​ດີ​ທີ່​ສຸດ​ທີ່ຈະ​ພາ​​ໄປ​ສູ່​ຄວາມ​ສໍາ​ເລັດ.




ຄຳ​ວ່າ: ​​​“ເຮັດ​ຫລາຍ​ກວ່າ​ເວົ້າ” ​ເປັນຄຳ​ທີ່​ໄດ້​ຍິນ​ມາ​ແຕ່​​ເຫິງ​ນານ ​ແຕ່ໜ້ອຍ​ຄົນ​ທີ່​ຈະ​ເຮັດ​ໄດ້ ບໍ່​ແມ່ນ​ຍ້ອນ​ມັນ​ຍາກ​ ຫລື ລໍາບາກ​ດອກ ​ແຕ່​ຄົນ​ເຮົາ​ມັກ​ລຶ້ງ​ທີ່​ຈະ​ເວົ້າ​ຫລາຍໆ ​ໂດຍ​ບໍ່​ຮູ້​ວ່າ: ການ​ເວົ້າ​ໃຫ້​ໜ້ອຍໆ ຄິດ​ໃຫ້​ຫລາຍໆ ລົງ​ມື​ເຮັດ​ເລື້ອຍໆ ​ເປັນ​ຫົນທາງ​ທີ່​ດີ​ທີ່​ສຸດ​ທີ່ຈະ​ພາ​​ໄປ​ສູ່​ຄວາມ​ສໍາ​ເລັດ.

      ເວົ້າ​ໃຫ້​ໜ້ອຍ: ຄົນ​ບາງ​ຄົນ​ເວົ້າ​ຫລາຍ ​ແຕ່​ເຮັດ​ບໍ່​ໄດ້​ຈັກ​ແນວ ຫລື ມົວ​ເມົາ​ນຳ​ແຕ່​ເວົ້າ ຈົນ​ລື​ມທີ່​ຈະ​ຟັງ, ​ເມື່ອ​ເວົ້າ​ຫລາຍ ສະມາທິ​ຈະ​ຫລຸດ​ລົງ ​ແລະ ​ຖ້າ​ບໍ່​ມີ​ສະມາທິ ​ໂອກາດ​ໃນ​ການ​ທີ່​ຈະ​ຂາດ​ສະຕິ​ປັນຍາ ກໍ​ຈະ​ມີ​ຫລາຍ​ຂຶ້ນ ດັ່ງ​ນັ້ນ ຄົນ​ເຮົາ​ບໍ່​ຄວນ​ເວົ້າ​ຫລາຍ, ຖ້າ​ຈະ​ເວົ້າ ກໍ​ໃຫ້​ເວົ້າ​ແຕ່​ແນວ​ດີໆ ທີ່​ຈະ​ນຳ​ຜົນ​ປະ​ໂຫຍ​ດມາ​ໃຫ້​ຕົນ​ເອງ​ດີກ​ວ່າ. ຢ່າ​ລືມ​ວ່າ ການ​ຟັງ ສ້າງ​ຄວາມ​ສຳ​ເລັດ​ໄດ້​ດີກ​ວ່າການ​ເວົ້າ ​ແລະ ຄົນ​ທີ່​ປະສົບ​ຜົນສຳ​ເລັດ​ສ່ວນ​ໃຫຍ່ ກໍ​ຈະ​ຟັງ​ຫລາຍ​ກວ່າ​ເວົ້າ ​ເພາະ​ການ​ຟັງ​ເຮັດ​ໃຫ້​ເກີດ​ຄວາມ​ຄິດ ​ແລ​ະ ປັນຍາ ສາມາດ​ນຳ​ເອົາ​ເລື່ອງ​ທີ່​ຟັງ​ໄປ​ຕໍ່​ຍອດ​ໄດ້​ຫລາກ​ຫລາຍ.

ຄິດ​ໃຫ້​ຫລາຍ: ບາງ​ຄົນ​ຄິດ​ຈາກ​ຈະ​ເວົ້າຫຍັງ​ກໍ​ເວົ້າ​ອອກ​ມາ​ເລີຍ ບໍ່​ເຄີຍ​ຄິດ​ວ່າ ຄຳ​ເວົ້າ​ທີ່​ເປັ່ງ​ອອກ​ໄປ​ນັ້ນ ຈະ​ສົ່ງ​ຜົນ​ກະທົບ​ຫຍັງ​ແດ່, ​ແຕ່​ນອກຈາກ “ຄິດ​ກ່ອນ​ເວົ້າ” ​ແລ້ວ ຕ້ອງ​ຄິດ​ໃຫ້​ຫລາຍ​ຂຶ້ນ​ກວ່າ​ເກົ່າ. ຄິດ​ໃຫ້​ຫລາຍ ​ໃນ​ທີ່​ນີ້​ໝາຍ​​ເຖິງ​ການ​ຄິດ​​ແນວ​ໃດ ຈຶ່ງ​ເປັນ​ເຫດ ​ເປັນ​ຜົນ ລະອຽດ​ຮອບ​ຄອບ ຄຳນຶງ​ຜົນ​ທີ່​ຈະ​ຕາມ​ມາ, ບໍ່​ແມ່ນ ການ​ໃຊ້​ເວລາ​ຄິດ​ດົນໆ ​ເພາະ​ບາງ​ເທື່ອ​ການ​ໃຊ້​ເວລາ​ດົນ ກໍ​ບໍ່​ໝາຍ​ຄວາມ​ວ່າ​ຈະ​ດີ ຂໍ​ພຽງ​ມີ​ສະມາທິ​ຢູ່​ກັບ​ຄວາມ​ຄິດ​ໃຫ້​ສູງ​ທີ່​ສຸດ, ຄິດ​ກັ່ນ​ຕອງ​ໃຫ້​ດີ ​ໃຊ້​ສະຕິ ​ແລະ ປັນຍາ​ຢ່າງຮອບ​ຄອບ ຄວາມ​ຄິດ​ດີໆ ກໍ​ຈະ​ອອກ​ມາ​ເອງ.

ລົງມື​ເຮັດ​ຫລາຍໆ​ເລື້ອຍໆ: “​ເວົ້າ” “ຄິດ” ​ແຕ່ “ບໍ່​ເຮັດ” ກໍ​ບໍ່​ມີ​ປະ​ໂຫຍ​ດ ​ເໝືອນ​ດັ່ງ​ຄົນ​ທີ່​ປະສົບ​ຜົນສຳ​ເລັດ ​ເຂົາ​ຈະ​ລົງມື​ເຮັດ​ຫລາຍ​ກວ່າ​ເວົ້າ ​ແລະ ຄົນ​ແບບ​ນີ້​ກໍ​ມີ​ໂອກາດ​ປະສົບ​ຜົນສຳ​ເລັດ​ກວ່າ​ຜູ້​ອື່ນ ​ເພາະ​ບໍ່​ຕ້ອງ​ເສຍ​ເວລາ, ​ເປືອງ​ແຮງ​ທີ່​ຈະ​ເວົ້າ​ຕອບ​ໂຕ້​ກັບ​ໃຜ ຫລື ອັນ​ໃດ, ​ເມື່ອ​ໃຊ້​ຄວາມ​ຄິດ​ທີ່​ຜ່ານ​ການ​ກັ່ນ​ຕອງ​​ເປັນ​ຢ່າງ​ດີ ກໍ​ລົງມື​ເຮັດ​ໄດ້​ທັນ​ທີ.

​ເມື່ອບໍ່ “​ເວົ້າ” ຫລາຍ ກໍ​ເຮັດ​ໃຫ້ “ລົງມື​ເຮັດ” ​ໄດ້​ຫລາຍ ​ແລະ ຖ້າ​ເຮັດ​​ໄດ້​ຫລາຍ ກໍ​​ພາ​ໃຫ້​ເຫັນ​ຜົນ​ ​ສູງ ຈຶ່ງ​ບໍ່​ແມ່ນ​ເລື່ອງ​ແປກ.

ບາງ​ຄົນ​ຄິດ​ວ່າ ການ​ເວົ້າ​ໃຫ້​ໜ້ອຍ ຄິດ​ໃຫ້​ຫລາຍ ລົງມື​ເຮັດ​ເລື້ອຍໆ​ຕໍ່​ເນື່ອງ ​ເປັນ​ເລື່ອງ​ທຳ​ມະ​ດາ ບໍ່​​ແມ່ນ​ເລື່ອງ​ຍາກ​ຈັກ​ໜ້ອຍ ​ແຕ່​ທຳ​ມະ​ຊາດ​ຂອງ​ຄົນ​ເຮົາ ພັດ​ບໍ່​ເປັນ​ແນວ​ນັ້ນ, ຄວນ​ສ່ວນ​ໃຫຍ່ ມັກ​ຈະ​ເວົ້າ​ຫລາຍ ຄິດ​ໜ້ອຍ ​ແລະ ບໍ່​ລົງມື​ເຮັດ​ຈັກ​ເທື່ອ ​ເພາະສະ​ນັ້ນ ຖ້າ​ຢາກ​ປ່ຽນ​ຕົນ​ເອງ​ໃຫ້​ເປັນ​ຄົນ​ທີ່​ດີ​ຂຶ້ນ ປະສົບ​ຜົນສຳ​ເລັດ​ຫລາຍ​ຂຶ້ນ ກໍ​ຕ້ອງ​ເວົ້າ​ໃຫ້​ໜ້ອຍ ​ຮູ້​ກາລະ​ເທສະ​ເວລາ​ໃດ​ຄວນ​​ເວົ້າ, ຄິດ​ໃຫ້​ຫລາຍ ລົງມື​ເຮັດ​ຫລາຍໆ ​ແລະ ​ເປັນ​ປະຈຳ.

ໂດຍ: ສ. ສີ​ພັນ​ຄຳ

KPL

ຂ່າວອື່ນໆ

    • ​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງວາລະສານ-ຂ່າວພາບ

      ​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງ

      3/9/2022 2:08:07 PM

      ທຸກ​ມື້​ນີ້, ຮ້ານ​ອາຫານ​ປະ​ເພດ​ເສັ້ນ ໂດຍສະເພາະຮ້ານເຝີ ແມ່ນມີ​ຂາຍ​ທົ່ວ​ໄປ ​ບໍ່ວ່າ​ຈະ​ຢູ່​ເຂດ​ໃດ​​ຕ້ອງ​ມີ​ ເພາະ​ເປັນ​ອາຫານທີ່​ຄົນ​ນິຍົ​ມກິນຫລາຍ ແຕ່ບໍ່ໝາຍຄວາມວ່າ ຮ້ານເຝີທຸກຮ້ານ ຈະຂາຍດີຄືກັນໝົດ ສິ່ງທີ່ສາມາດດຶງດູດລູກຄ້າ ໃຫ້ນິຍົມຊົມຊອບ ແມ່ນຂຶ້ນກັບລົດຊາດ ແລະ ມີ ເອກະລັກສະເພາະ.

    • ຖອດຖອນບົດຮຽນ (ແມ່ນສໍາຄັນ)ວາລະສານ-ຂ່າວພາບ

      ຖອດຖອນບົດຮຽນ (ແມ່ນສໍາຄັນ)

      2/28/2022 3:25:09 PM

      ການຖອດຖອນບົດຮຽນ ຈາກການປະຕິບັດວຽກງານຜ່ານມາ ເພື່ອໃຫ້ເຫັນໄດ້ບັນດາມູນ ເຊື້ອອັນດີທີ່ຕ້ອງສືບຕໍ່ເສີມຂະຫຍາຍ ແລະ ຕັດສິນໃຈແກ້ໄຂໃຫ້ເດັດຂາດ ບັນດາຂອດຄົງຄ້າງ ແມ່ນສິ່ງຈໍາເປັນ ທີ່ຕ້ອງປະຕິບັດຢ່າງກົງໄປກົງມາ-ພາວະວິໄສ.

    • ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?ວາລະສານ-ຂ່າວພາບ

      ຕ້ອງຮູ້ເຮົາຢູ່ກຸ່ມຄົນ ປະເພດໃດ?

      2/28/2022 3:21:24 PM

      *ກ່ອນທີ່ເຮົາຈະຮູ້ປະເມີນ ຫລື ຕີລາຄາຄົນອື່ນວ່າເປັນແນວໃດ, ຈັດຢູ່ກຸ່ມຄົນປະເພດໃດ ນັ້ນ ເຮົາຕ້ອງຮູ້ຈັກຕົນເອງກ່ອນ .

    • ພ້ອມກັນສະຫລອງປີສາມັກຄີມິດຕະພາບ  ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນວາລະສານ-ຂ່າວພາບ

      ພ້ອມກັນສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນ

      2/23/2022 2:48:13 PM

      *ປີ 2022 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນຍິ່ງຂອງສອງຊາດ ລາວ-ຫວຽດນາມ ເພາະເປັນປີແຫ່ງມິດຕະພາບ ແລະ ການຮ່ວມມື ຊຶ່ງການນຳທັງສອງປະເທດ ໄດ້ເຫັນດີເປັນເອກະພາບກັນ ປະສານສົມທົບຈັດຕັ້ງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ດ້ວຍຫລາຍກິດຈະກຳ ເພື່ອສະເຫລີມສະຫລອງ ວັນສຳຄັນຕ່າງໆຂອງ ລາວ ແລະ ຫວຽດນາມ.

    •  ມັອດ ສິລະປິນໄຟແຮງຈາກຄ້າຍ ​ເຟີ​ສ​ໂມ​ເດ​ວລິງ​ລາວວາລະສານ-ຂ່າວພາບ

      ມັອດ ສິລະປິນໄຟແຮງຈາກຄ້າຍ ​ເຟີ​ສ​ໂມ​ເດ​ວລິງ​ລາວ

      2/9/2022 3:02:07 PM

      ມື້​ນີ້ ຄໍ​ລໍາ​ບັນ​ເທີ​ງ ຂໍ​ພາສາ​ວໆມາ​ຮູ້ຈັກ ສິລະ​ປິນນ້ອງ​​ໃໝ່​ໄຟ​ແຮງ ທີ່​ມີ​ຄວາມ​ສາມາດ​ຮອບດ້ານ ບວກ​ກັບ​ບຸກຄະ​ລິກ ​ແລະ ໜ້າຕາ​ທີ່​ມີສະ​ເໜ່ ຍິ່ງ​ເຮັດ​ໃຫ້ບ່າວ​ຜູ້​ນີ້​ມີ​ແຟນໆ​ຕິດຕາມ ​ເປັນ​ຈໍານວນ​ຫລວງຫລາຍ ບໍ່​ວ່າຈະ​ເຮັດ​ຜົນງານ​ ໃດອອກ​ມາ​ ກໍ​ໄດ້​ຮັບ​ການ​ຕອບ​ຮັບ​ທີ່​ດີ ສະ​ນັ້ນ​, ມື້​ນີ້ ​ເຮົາ​ຈະ​ມາ​ຮູ້ຈັກ ໜຸ່ມຄົນ​ນີ້ມີນາ​ມວ່າ ແສງອາ ທິດ ເສນາບັນດິດ ຫລື ມັອ​ດ ສິລະປິນນ້ອງ​ໃໝ່ຈາກຄ້າຍ Firstmodelinglao ​

ads
ads

Top