ປະໂຫຍດຂອງໝາກເລັ່ນ

10/01/2022 16:45
Email Print 69909
ຂປລ ໝາກເລັ່ນ ຈັດຢູ່ໃນໝວດຜັກ ທີ່ອຸດົມໄປດ້ວຍສານອາຫານຫລາຍຢ່າງ, ໝາກເລັ່ນໃຫຍ່ມີນວນຫລາຍ ມີລົດຊາດສົ້ມ ອົມຫວານເລັກນ້ອຍ ສາມາດກິນໄດ້ແບບສົດໆທັງເປືອກ, ແກ່ນ, ນວນ .

ໝາກເລັ່ນ ຈັດຢູ່ໃນໝວດຜັກ ທີ່ອຸດົມໄປດ້ວຍສານອາຫານຫລາຍຢ່າງ, ໝາກເລັ່ນໃຫຍ່ມີນວນຫລາຍ ມີລົດຊາດສົ້ມ ອົມຫວານເລັກນ້ອຍ ສາມາດກິນໄດ້ແບບສົດໆທັງເປືອກ, ແກ່ນ, ນວນ ຫລື ປຸງແຕ່ງໃສ່ຍຳສະຫລັດ ແລະ ອາຫານເຍື່ອງອື່ນໆ ໄດ້, ສ່ວນໝາກເລັ່ນນ້ອຍ ຈະມີເປືອກບາງ ລົດຊາດສົ້ມ ຄົນລາວນິຍົມເອົາເປັນເຄື່ອງປະກອບໃສ່ປະເພດຕຳເຊັ່ນ: ຕຳໝາກຫຸ່ງ, ຕຳໝາກຖົ່ວ ແລະ ອື່ນໆ.

ເວົ້າສະເພະຄຸນປະໂຫຍດຂອງໝາກເລັ່ນແມ່ນ ດີຕໍ່ສຸຂະພາບຜິວພັນ ເພາະໝາກເລັ່ນອຸດົມໄປດ້ວຍວິຕາມິນເຊ ທີ່ສາມາດຊ່ວຍບໍາລຸງຜິວໃຫ້ເສາະໃສ ແລະ ເປັນສ່ວນສໍາຄັນໃນການສ້າງຄໍລາເຈນ ເຊິ່ງຈະເປັນໂຕຊ່ວຍ ເສີມສ້າງຄວາມແຂງແຮງ ຂອງສຸຂະພາບຜິວ, ປ້ອງກັນການເກີດຮອຍແຫ່ວຕ່າງໆ. ນອກຈາກນີ້ຍັງມີ ສານໄລໂຄປິນ ເປັນສານຕ້ານອະນຸມູນອິດສະລະ ທີ່ອາດສາມາດຊ່ວຍປ້ອງກັນຜິວ ຈາກລັງສີຢູວີໃນແສງແດດ; ຊ່ວຍຫລຸດຄວາມສ່ຽງ ການເກີດພະຍາດຫົວໃຈ; ໝາກ ເລັ່ນມີໂພແທດຊ້ຽມ ທີ່ຊ່ວຍຫລຸດປະລິມານ ຂອງໄຂມັນທີ່ບໍ່ດີ ຊ່ວຍຄວບຄຸມການເຕັ້ນຂອງຫົວໃຈ ໃຫ້ເປັນປົກກະຕິ ແລະ ຊ່ວຍຫລຸດຄວາມດັນເລືອດສູງ ເຊິ່ງເປັນປັດໄຈສ່ຽງສໍາຄັນ ໃນການເກີດພະຍາດຫົວໃຈ ແລະ ຫລອດເລືອດ ອັດຕັນ ອີກ ດ້ວຍ. ພ້ອມນີ້, ຍັງມີສານໄລໂຄປິນ ທີ່ຊ່ວຍປ້ອງກັນ ການເກີດພະຍາດມະເຮັງຕ່ອມອັນທະ,  ສາມາດຊ່ວຍຕ້ານການເພີ່ມຈໍານວນ ຂອງເຊວມະເຮັງ ແລະ ຊ່ວຍໃຫ້ເຊວມະເຮັງອັນທະຕາຍໄວຂຶ້ນ.

ຄຽງຄູ່ກັບ ຂໍ້ດີ ກໍມີຂໍ້ຄວນລະວັງເຊັ່ນກັນ, ໂດຍສະເພາະຜູ້ທີ່ມັກກິນໝາກເລັ່ນສົດໆ ຕ້ອງລ້າງໃຫ້ສະອາດ, ຮັບປະກັນວ່າເປັນໝາກເລັ່ນປອດສານພິດ ຈຶ່ງມີຄວາມປອດໄພ; ສຳລັບ ຄົນເຈັບທີ່ເປັນພະຍາດໝາກໄຂ່ຫລັງ ຄວນລະວັງເພາະໝາກເລັ່ນ ມີທາດໂພແທດຊ້ຽມສູງ, ກິນຫລາຍໂພດ ຈະສົ່ງຜົນໃຫ້ຫົວໃຈເຕັ້ນຜິດປົກກະຕິ; ສຳລັບແມ່ມານ ແລະ ແມ່ລູກອ່ອນທີ່ໃຫ້ນົມລູກ ຍັງບໍ່ມີຜົນການວິໄຈແນ່ນອນວ່າ ເປັນອັນຕະລາຍ ຫລື ບໍ່ ແຕ່ແນວໃດກໍຕາມ ຄວນກິນໃຫ້ພໍດີ ກັບຄວາມຕ້ອງການ ຂອງຮ່າງກາຍ.

ແປ ແລະ ຮຽບຮຽງ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top