ຄຸນປະໂຫຍດ ແລະ ໂທດຂອງນົມງົວ

07/01/2022 14:01
Email Print 61346
ຂປລ ນົມງົວ ຜະ​ລິດ​ຈາກ​ຕ່າງປະ​ເທດ​ນຳ​ເຂົ້າ ທີ່​ພວກ​ເຮົາດື່ມທຸກມື້ນີ້ ອຸດົມໄປດ້ວຍຄຸນປະໂຫຍດຫລາຍຢ່າງ

       ນົມງົວ ຜະ​ລິດ​ຈາກ​ຕ່າງປະ​ເທດ​ນຳ​ເຂົ້າ ທີ່​ພວກ​ເຮົາດື່ມທຸກມື້ນີ້ ອຸດົມໄປດ້ວຍຄຸນປະໂຫຍດຫລາຍຢ່າງ ຫລັກໆແມ່ນທາດ​ການ​ຊີ ຫລື ແຄວຊຽມ ທີ່ຊ່ວຍ​ເສີມກະດູກ​ແລະ ​ແຂ້ວ​ໃຫ້​ແຂງ​ແຮງ, ຄຽງຄູ່​ກັບ​ຂໍ້​ດີ​ຫລາຍ​ຢ່າງ ນົມງົວ​ກໍ​ມີຂໍ້ເສຍຄືກັນ ຈຶ່ງ​ຂໍລວມທັງປະໂຫຍດ ແລະ ຂໍ້ເສຍຂອງນົມງົວ ມາຝາກທ່ານ​ຜູ້​ອ່ານ​ດັ່ງ​ນີ້:

1.  ຊ່ວຍເສີມສ້າງກະດູກ ແລະ ແຂ້ວໃຫ້ແຂງແຮງ; 2 ຊ່ວຍຫລຸດຄວາມຢາກອາຫານ; 3 ຊ່ວຍປ້ອງກັນພະຍາດຫົວໃຈ ແລະ ຫລອດເລືອດອັດ​ຕັນ; 4 ນົມງົວ​ລົດ​ຈືດ ຊ່ວຍປ້ອງກັນພະຍາດເບົາຫວານ; 5 ຫລຸດການອັກເສບຂອງ​ບາດ​ຕ່າງໆ; 6 ຊ່ວຍໃນການຈະເລີນເຕີບໂຕ ດ້ານ​ຮ່າງກາຍ ​ໂດຍ​ສະ​ເພາະ​ເດັກນ້ອຍ-ຊາວ​ໜຸ່ມ; 7 ອຸດົມໄປດ້ວຍວິຕາວິນຫລາກຫລາຍເຊັ່ນ: ວິຕາມິນ D, B2,B12, ຟົດສະຟໍລັສ, ການ​ຊີ, ຊີລີນຽມ ແລະ ໂພແທສຊຽມ.

     ສຳລັບ ຜົນເສຍຂອງນົມງົວ​ແມ່ນ: 1 ເຮັດໃຫ້ເປັນສິວ ເພາະມັນຈະໄປກະຕຸ້ນຕ່ອມໄຂມັນ ໃຫ້ເຮັດວຽກຫລາຍຂຶ້ນ ສົ່ງຜົນໃຫ້ເກີດອາການໜ້າມັນ ແລະ ເປັນຕຸ່ມສິວ; 2 ​ເຈັບທ້ອງ ​ຊຶ່ງ​ສະພາບ​ຮ່າງກາຍ​ຂອງ​ບາງ​ຄົ ນ​ເມື່ອ​ດື່ມ​ນົມງົວ​ແລ້ວ ມີລົມ ໃນລໍາໄສ້ຫລາຍ, ຍື່ງທ້ອງ, ປວດຮາກ ແລະ ບາງຄົນອາດຈະເຖິງຂັ້ນເຈັບທ້ອງນໍາ; 3 ພະຍາດບໍ່​ຖືກ​ກັບນົມງົວ ຫລື ທີ່​ເອີ້ນ​ກັນ​ວ່າ ​ແພ້​ນົມງົວ ຊຶ່ງ​ເກີດ​ຂຶ້ນ​ໄດ້​ກັບ​ແອນ້ອຍ ແລະ ຜູ້ໃຫຍ່.

     ອາການດື່ມ​ນົມງົວ​ບໍ່​ຖືກ ຫລື ແພ້ນົມງົວ ຂອງ​ແອນ້ອຍ ອາດ​ຈະຮຸນແຮງໄປເຖິງ ເຈັບທ້ອງ, ຮາກ, ມີຕຸ່ມ​ຟົດລົມພິດ, ຕຸ່ມ​ແດງຄັນຄາຍຕາມຜິວໜັງ, ຫາຍໃຈລໍາບາກ, ໜ້າ​ໃຄ່ ແລະ ບາງ​ກໍລະນີ ມີອາການເຈັບທ້ອງ, ຖອກທ້ອງ ​ແລະ ມີເລືອດອອກ​ເວລາ​ຖ່າຍໜັກ. ສ່ວນຜູ້ໃຫຍ່ອາດຈະມີອາການຫາຍໃຈ​ແຮງ ຫລື ປວດຮາກ, ເປັນຕຸ່ມຄັນຄາຍ ພົບຫລາຍໃນບໍລິເວນອ້ອມປາກ.

    ສໍາລັບຜູ້ທີ່ແພ້ນົມງົວກໍສາມາດກິນນົມປະເພດອື່ນທົດແທນໄດ້ ເຊັ່ນ ນົມຖົ່ວ​ເຫລືອງ, ນົມແອວມ້ອນ ຫລື ນໍ້ານົມເຂົ້າ ເພາະຄຸນຄ່າທາງສານອາຫານມີປະໂຫຍດ ແລະ ມີວິຕາມິນແທນນົມງົວໄດ້ຄືກັນ.

 
​ແປ ​ແລະ ຮຽບຮຽງ: ມາລີ​ດາ

KPL

ຂ່າວອື່ນໆ

ads
ads

Top