ສປປ ລາວ ກຽມສົ່ງອອກພືດຕະກຸນໝາກກ້ຽງ ໄປ ສປ ຈີນ

06/11/2021 16:05
Email Print 1609
ຂປລ ຂປລ. ໃນວັນທີ 5 ພະຈິກ 2021 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີລົງນາມອານຸສັນຍາ ກ່ຽວກັບຂໍ້ກຳນົດເງື່ອນໄຂ ດ້ານສຸຂະນາໄມພືດ ສຳລັບການສົ່ງອອກ ພືດຕະກຸນໝາກກ້ຽງ (ໝາກກ້ຽງເປືອກໜາ, ໝາກພຸກ ແລະ ໝາກນາວເຫລືອງ) ຂອງ ສປປ ລາວ ໄປ ສປ ຈີນ

ຂປລ. ໃນວັນທີ 5 ພະຈິກ 2021 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີລົງນາມອານຸສັນຍາ ກ່ຽວກັບຂໍ້ກຳນົດເງື່ອນໄຂ ດ້ານສຸຂະນາໄມພືດ ສຳລັບການສົ່ງອອກ ພືດຕະກຸນໝາກກ້ຽງ (ໝາກກ້ຽງເປືອກໜາ, ໝາກພຸກ ແລະ ໝາກນາວເຫລືອງ) ຂອງ ສປປ ລາວ ໄປ ສປ ຈີນ ລະຫວ່າງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ນີ​ ຢົວເຟິ່ງ ລັດຖະມົນຕີ​ ອົງການບໍລິຫານພາສີແຫ່ງ ສປ ຈີນ(GACC).

ທ່ານ ສຸລະພອນ ອິນທະວົງ ຮອງຫົວຫນ້າກົມປູກຝັງ ໄດ້ໃຫ້ຮູ້ວ່າ: ສະພາບການ ຜະລິດພືດຕະກຸນໝາກກ້ຽງ ເຊັ່ນ: ໃນປີ 2021 ເນື້ອທີ່ປູກພືດຕະກຸນໝາກກ້ຽງ ທົ່ວປະເທດມີທັງໝົດ 3.620 ເຮັກຕາ, ຜົນຜະລິດ 57.500 ໂຕນ. ໃນນີ້, ເນື້ອທີ່ຜະລິດ ເປັນສິນຄ້າເພື່ອສົ່ງອອກມີ 2.500 ເຮັກຕາ ເທົ່າກັບ 70%, ຜົນຜະລິດ ປະມານ 50.000 ກວ່າໂຕນ ກວມເອົາ 9 ແຂວງຄື: ຫລວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ, ຫລວງພະບາງ, ນະຄອນ ຫລວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ຈຳປາສັກ ແລະ ແຂວງອັດຕະປື ໂດຍມີ 9 ບໍລິສັດ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຊຸກຍູ້ ແລະ ລົງທຶນ ໃນຮູບແບບ 2 ບວກ 3 ແລະ ເຊົ່າດິນນຳປະຊາຊົນ, ຄາດຄະເນຜົນຜະລິດ ເບື້ອງຕົ້ນທີ່ຈະສົ່ງອອກ ໄປ ສປ ຈີນ ມີປະມານ 50.000 ໂຕນ ຄິດເປັນມູນຄ່າປະມານ 50 ລ້ານໂດລາສະຫະລັດ ໃນຕົ້ນປີ 2022 ເປັນຕົ້ນໄປ.

ສຳລັບການເຈລະຈາເຕັກນິກ ເປີດຕະຫລາດພືດຕະກຸນໝາກກ້ຽງ, ເຊິ່ງກົມປູກຝັງ ໃນນາມເປັນອົງການປ້ອງກັນພືດແຫ່ງຊາດ (NPPO) ຂອງ ສປປ ລາວ ໄດ້ດຳເນີນການເຈລະຈາເຕັກນິກ ເປີດຕະຫລາດ ກັບກົມກັກກັນພືດ ແລະ ສັດ, ອົງການບໍລິຫານພາສີ ສປ ຈີນ ເພື່ອສົ່ງອອກໝາກພຸກ, ໝາກກ້ຽງ ແລະ ໝາກນາວ ໄປ ສປ ຈີນ ໂດຍໃຊ້ເວລາເກືອບ 3 ປີ ເລີ່ມແຕ່ ປີ 2019 ເປັນຕົ້ນມາ ຈົນເຖິງປັດຈຸບັນ.

ຂໍ້ມູນ-ພາບ: ກະຊວງກະສິກໍາ ແລະ ປ່າໄມ້

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ລາວ-ຫວຽດນາມ ວາງກະຕ່າດອກໄມ້ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມການເມືອງ

      ນາຍົກລັດຖະມົນຕີ ລາວ-ຫວຽດນາມ ວາງກະຕ່າດອກໄມ້ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ

      10/12/2026 10:08:10 AM

      ໃນວັນທີ 9 ຕຸລາ 2026 ນ້ີ, ສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂ້ັນສູງ ໄດ້ເຂ້ົາວາງກະຕ່າ ດອກໄມ້ຢູ່ຕໍ່ໜ້າຮູບປັ້ນຂອງ ຜູ້ນຳທີ່ເຄົາລົບຮັກຂອງທັງສອງປະເທດ ຢູ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ.

    • ລາວ-ຫວຽດນາມເພີ່ມທະວີສົ່ງເສີມການລົງທຶນການເມືອງ

      ລາວ-ຫວຽດນາມເພີ່ມທະວີສົ່ງເສີມການລົງທຶນ

      10/12/2026 10:01:04 AM

      ໃນວັນທີ 8 ຕຸລາ 2026 ນ້ີ, ຄະນະກໍາມະການສ່ົງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ກະ ຊວງການເງິນ ສສ ຫວຽດນາມ, ສະຖານທູດຫວຽດນາມ ປະ ຈໍາ ລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ.

    • ປະທານສະພາແຫ່ງຊາດ ພົບປະກັບນາຍົກລັດຖະມົນຕີ ຫວຽດນາມການເມືອງ

      ປະທານສະພາແຫ່ງຊາດ ພົບປະກັບນາຍົກລັດຖະມົນຕີ ຫວຽດນາມ

      10/12/2026 9:50:17 AM

      ໃນວັນທີ 8 ຕຸລາ 2026 ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊື້ອເຊີນຂອງສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 8-9 ຕຸລາ 2026 ແລະ ເປັນປະທານ ຮ່ວມໃນກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ໃນວັນທີ 8 ຕຸລາ 2026 ຢູ່ ສປປ ລາວ.

    • ຊົມເຊີຍຜົນສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມການເມືອງ

      ຊົມເຊີຍຜົນສຳເລັດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

      10/12/2026 9:41:43 AM

      ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມໃນຄັ້ງນີ້ ນັບເປັນເຫດການສຳຄັນທີ່ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ ເພາະເປັນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດ ພາຍ ຫລັງສະຫາຍ ເລ ມິງ ຮຶງ ດຳລົງຕຳແໜ່ງນາຍົກລັດຖະມົນຕີ.

    • ສານສະແດງຄວາມຊົມເຊີຍການເມືອງ

      ສານສະແດງຄວາມຊົມເຊີຍ

      10/9/2026 10:38:22 PM

      ວັນທີ 5 ຕຸລາ 2026 ຜ່ານມາ, ສະຫາຍ ເລ ຮວາຍ ຈຸງ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງສະຫາຍ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດທີ່ໄດ້ຮັບເລືອກຕັ້ງເຂົ້າໃນກົມການເມືອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ads
ads

Top