ວິທີໃຊ້ຢາຢອດຕາໃຫ້ປອດໄພ

22/09/2021 12:50
Email Print 56774
ຂປລ *ຢາຢອດຕາ ເປັນຢາອັນຕະລາຍອີກຊະນິດໜຶ່ງ ທີ່ຕ້ອງລະມັດລະວັງໃນການໃຊ້, ຖ້າໃຊ້ບໍ່ຖືກວິທີ ຫລື ໃຊ້ຢາບໍ່ມີຄຸນນະພາບ ອາດເຮັດໃຫ້ຕາບອບໄດ້.

*ຢາຢອດຕາ ເປັນຢາອັນຕະລາຍ ອີກຊະນິດໜຶ່ງທີ່ຕ້ອງ ລະມັດລະວັງໃນການໃຊ້, ຖ້າໃຊ້ບໍ່ຖືກວິທີ ຫລື ໃຊ້ຢາບໍ່ມີຄຸນນະພາບອາດ ເຮັດໃຫ້ຕາບອບໄດ້. ສະນັ້ນ, ຄໍລຳເພື່ອສຸຂະພາບມື້ນີ້ ຈຶ່ງ ນຳເອົາວິທີການໃຊ້ຢາຢອດຕາທີ່ຖືກຕ້ອງມານຳສະເໜີ.

ບໍ່ຄວນໃຊ້ຢາຮ່ວມກັບຜູ້ອື່ນ ເພື່ອປ້ອງກັນພະຍາດ ຕິດຕໍ່ໃນກໍລະນີຄົນ ທີ່ທ່ານໃຊ້ຢາຢອດຕາຮ່ວມນຳ ເປັນພະຍາດຮ້າຍແຮງທ່ານ ອາດມີໂອກາດສ່ຽງສູງ ຕໍ່ການຕິດເຊື້ອພະຍາດໄດ້. ຖ້າ ໃນກໍລະນີທີ່ທ່ານໃສ່ແກ້ວຕາທຽມ ຫລື ຄອນ ແທັກ ເລນ ຄວນເອົາອອກກ່ອນຈຶ່ງ ຢອດຢາຕາເພາະສ່ວນປະສົມບາງ ຊະນິດຂອງ ຢາອາດ ເຮັດປະຕິກິ ລິຍາຕໍ່ຄອນແທັກເລນ ເຊິ່ງຈະ ເຮັດໃຫ້ຜູ້ໃຊ້ເກີດອາການເຄືອງຕາ. ຫລັງຈາກຢອດຢາແລ້ວ ຄວນພັກ ສາຍຕາຈັກໜ້ອຍ ເພາະຢາຢອດຕາ ບາງຊະ ນິດອາດເຮັດໃຫ້ຮູ້ສຶດຕາມົວ, ຈຶ່ງບໍ່ຄວນເຮັດກິດຈະກຳ ໃຊ້ສາຍຕາ ໜັກໆ ເຊັ່ນ: ຂັບລົດ, ອ່ານໜັງສື ຫລື ເບິ່ງໂທລະພາບ ເມື່ອແນ່ໃຈວ່າສາຍຕາ ປັບສູ່ສະພາບປົກກະຕິແລ້ວ ຈຶ່ງເຮັດກິດຈະກຳອື່ນໆ. ພາຍຫລັງຢອດຢາຕາ ທ່ານຈະມີອາການເຄືອງຕາ ຖືວ່າ ເປັນເລື່ອງປົກກະຕິ ທີ່ເກີດຂຶ້ນໃນເວລາອັນສັ້ນ. ດັ່ງນັ້ນ, ບໍ່ຄວນຕົກໃຈແຕ່ຫາກຜ່ານ ໄປຫລາຍວັນແລ້ວຍັງ ຮູ້ສຶກຄັນ ແລະ ມີອາການບໍ່ດີ ໃຫ້ໄປພົບແພດ ພ້ອມເອົາຫລອດຢາໄປນຳ. ກ່ອນທີ່ ຈະໃຊ້ຢາຢອດຕາ ຄວນກວດ ສະພາບຢາກ່ອນ; ໂດຍປົກກະຕິຢາຢອດຕາ ມີໄວ້ສຳລັບໃຊ້ໃນເວລາບໍ່ເກີນ 4 ອາທິດພາຍລັງ ຈາກການເປີດໃຊ້ງານ. ສິ່ງສຳຄັນຫ້າມ ໃຊ້ຢາໝົດ ອາຍຸເດັດຂາດ ເພາະເຊື້ອພະຍາດ ໃນຢາຢອດຕາອາດເຮັດໃຫ້ ເກີດອາການຮ້າຍແຮງ, ຄວນເບິ່ງວັນໝົດອາຍຸ ແລະ ກວດສະພາບຢາ ໃຫ້ດີກ່ອນໃຊ້. ໃນກໍລະນີທີ່ທ່ານ ຕ້ອງຢອດຢາຕາ ຫລາຍຊະນິດຄູ່ກັນ ຄວນຖ້າປະມານ 5 ນາທີກ່ອນ ຈຶ່ງ ຢອດຕາອີກຊະນິດໜຶ່ງ ເພື່ອໃຫ້ໝັ້ນໃຈວ່າຢາ ທີ່ຢອດຕາມຫລັງຈ ະບໍ່ໄປລ້າງຢາ ທີ່ຢອດກ່ອນ.








KPL

ຂ່າວອື່ນໆ

    • ເຜີຍແຜ່ບົດລາຍງານ ເສັ້ນທາງການຖືພາໃນໄວໜຸ່ມໃນ ສປປ ລາວສຸຂະພາບ

      ເຜີຍແຜ່ບົດລາຍງານ ເສັ້ນທາງການຖືພາໃນໄວໜຸ່ມໃນ ສປປ ລາວ

      4/8/2024 10:42:13 AM

      ຂປລ. ໃນວັນທີ 4 ເມສາ 2024 ຜ່ານມາ, ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ(UNFPA) ແລະ ອົງການ ອຸຍນີເຊບ ເຜີຍແຜ່ບົດລາຍງານຢ່າງເປັນທາງການໃນຫົວຂໍ້ “ບົດລາຍງານຄວາມເຂົ້າໃຈຂອງເສັ້ນທາງການຖືພາໃນໄວໜຸ່ມ ໃນອາຊີຕາເວັນອອກສ່ຽງໃຕ້: ກໍລະນີສຶກສາໃນ ສປປ ລາວ”.

    • ວິທີເຮັດຝຸ່ນບົ່ມຊີວະພາບເພື່ອປະຢັດລາຍຈ່າຍສຸຂະພາບ

      ວິທີເຮັດຝຸ່ນບົ່ມຊີວະພາບເພື່ອປະຢັດລາຍຈ່າຍ

      9/4/2023 11:04:29 AM

      *ປະຊາ​ຊົນ​ລາວ​ບັນດາ​ເຜົ່າ ຖື​ເອົາການ​ຜະລິດ​ ກະ​ສິກໍາ​ເປັນ​ສິນຄ້າ ​ໃນ​ການ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບ​ຄົວ ​ເຊິ່ງ​ແຕ່ລະ​ປີ​ການ​ຜະລິດ​ກະສິກໍາ ຕິດຕໍ່ກັນ​ເປັນ​ເວລາ​ຫລາຍ​ປີ ກໍ​ຈະ​ເຮັດ​ໃຫ້​ດິນ​ເຊື່ອ​ມຄຸນ​ນະພາ​ບ​ໄດ້ ສະ​ນັ້ນ, ຄໍ​ລໍາ ສຶກສາ​ຫາ​ຄວາມ​ຮູ້ ຈະ​ນໍາ​ເອົາ​ວິ​ທີການ​ເຮັດ​ຝຸ່ນ​ບົ່ມ​ຊີວະ​ພາບ ​ເເພື່ອແບປະຢັດເງິນ ທັງສາ ມາດປັບປຸງ​ດິນ

    • ຮອດລະດູຝົນ ຕ້ອງລະວັງພະຍາດໄຂ້ເລືອດອອກສຸຂະພາບ

      ຮອດລະດູຝົນ ຕ້ອງລະວັງພະຍາດໄຂ້ເລືອດອອກ

      6/2/2022 1:05:52 PM

      *ເມື່ອກ້າວເຂົ້າສູ່ລະດູຝົນພະຍາດຕ່າງໆ ມັກຈະເກີດຂຶ້ນຫລາຍ ໂດຍສະເພາະ ພະຍາດໄຂ້ເລືອດອອກ ຫລື ໄຂ້ຍຸງລາຍ ຊຶ່ງຈະພົບຫລາຍ ໃນລະດູນີ້ ແລະ ມີຜູ້ຕິດເຊື້ອເພີ່ມຂຶ້ນທຸກໆປີ.

    • ປະໂຫຍດຂອງໝາກເລັ່ນສຸຂະພາບ

      ປະໂຫຍດຂອງໝາກເລັ່ນ

      1/10/2022 4:45:46 PM

      ໝາກເລັ່ນ ຈັດຢູ່ໃນໝວດຜັກ ທີ່ອຸດົມໄປດ້ວຍສານອາຫານຫລາຍຢ່າງ, ໝາກເລັ່ນໃຫຍ່ມີນວນຫລາຍ ມີລົດຊາດສົ້ມ ອົມຫວານເລັກນ້ອຍ ສາມາດກິນໄດ້ແບບສົດໆທັງເປືອກ, ແກ່ນ, ນວນ .

    •  ຄຸນປະໂຫຍດ ແລະ ໂທດຂອງນົມງົວສຸຂະພາບ

      ຄຸນປະໂຫຍດ ແລະ ໂທດຂອງນົມງົວ

      1/7/2022 2:01:09 PM

      ນົມງົວ ຜະ​ລິດ​ຈາກ​ຕ່າງປະ​ເທດ​ນຳ​ເຂົ້າ ທີ່​ພວກ​ເຮົາດື່ມທຸກມື້ນີ້ ອຸດົມໄປດ້ວຍຄຸນປະໂຫຍດຫລາຍຢ່າງ

ads
ads

Top