ອິນເດຍ ພົບຜູ້ເສຍຊີວິດລາຍວັນຈາກໂຄວິດ-19ສູງທີ່ສຸດໃນໂລກ

10/06/2021 15:50
Email Print 395
ຂປລ ອິນ​ເດຍ ​ພົບ​ຜູ້​ເສຍ​ຊີວິດ ຈາກ​ການ​ຕິດ​ເຊື້ອ ​ໂຄວິດ-19 ​ເພີ່ມ​ຂຶ້ນ 6.148ຄົນ ທຳລາຍ​ ສະຖິຕິ ຜູ້​ເສຍ​ຊີວິດ​ ລາຍ​ວັນ​ ສູງ​ທີ່​ສຸດ ຂອງ ສ.ອາ​ເມ​ລິ​ກາ 5.444ຄົນ

ຂປລ.ຕາ​ມຂ່າວ​ຈາກ ​​ເບ​ງກາ​ລູຣູ,ວັນ​ທີ10 ມິຖຸນາ, ອິນ​ເດຍ ​ພົບ​ຜູ້​ເສຍ​ຊີວິດ ຈາກ​ການ​ຕິດ​ເຊື້ອ ​ໂຄວິດ-19 ​ເພີ່ມ​ຂຶ້ນ 6.148ຄົນ ທຳລາຍ​ ສະຖິຕິ ຜູ້​ເສຍ​ຊີວິດ​ ລາຍ​ວັນ​ ສູງ​ທີ່​ສຸດ​ໃນ​ໂລກ ​ໂດຍ ສ.ອາ​ເມ​ລິ​ກາ ມີ​ຜູ້​ເສຍ​ຊີວິດ​ພຽງ 5.444ຄົນ ​ເມື່ອ​ວັນ​ທີ12​ກຸມພາ​ ຜ່ານ​ມາ ​ແລະ​ ພົບ​ຜູ້​ຕິດ​ເຊື້ອ ​ລາຍ​ໃໝ່ 94.052ຄົນ​ ​ເຮັດ​ໃຫ້​ຍອດ ​ຜູ້​ຕິດ​ເຊື້ອ ​ສະ​ສົມ ປະມານ 29,2 ລ້ານ​ຄົນ ​ແລະ ​ເສຍ​ຊີວິດ​ກວ່າ 359.000ຄົນ.ຂະນະ​ທີ່ ​ທົ່ວ​ໂລກ ມີ​ຍອດ ​ຜູ້​ຕິດ​ເຊື້ອ ​ສະ​ສົມ 175ລ້ານ​ຄົນ​ ​ແລະ ມີ​ຜູ້​ເສຍ​ຊີວິດ 3,7 ລ້ານ​ກວ່າ​ຄົນ ​ໃນ​ນີ້ ສ.ອາ​ເມ​ລິ​ກາ ​ຕິດ​ເຊື້ອ ​ຫລາຍ​ທີ່​ສຸດ​ ໃນ​ໂລກ ປະມານ33,2​ລ້ານ​ຄົນ ຕາມ​ມາ​ດ້ວຍ ອິນ​ເດຍ,ບຣາຊິນ,ຝຣັ່ງ ​ແລະ ຕວັກ​ກີ​ ຕາມ​ລຳ​ກັບ./.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top