ແຮງງານເດັກທົ່ວໂລກ ເພີ່ມຂຶ້ນເຖິງ160ລ້ານຄົນ

10/06/2021 14:58
Email Print 634
ຂປລ ອົງ​ການ ​ແຮງ​ງານ​ ສາ​ກົນ​ ແລະ ​ອົງ​ການ ກອງ​ທຶນ ​ເດັກ​ນ້ອຍ​ ຂອງ​ສ​ະ​ຫະ​ ປະ​ຊາ​ຊາດ (UNICEF)ໄດ້​ຮ່ວມ​ກັນ ​ເຜີຍ​ແຜ່ ​ບົດ​ລາຍ​ງານ​ ວ່າ​ດ້ວຍ​ ທ່າ​ອ່ຽງ​ ​ແຮງ​ງານ​ເດັກ​ ທົ່ວໂລກ ​ປີ2016-ປີ2020 ​ໄດ້​ເພີ່ມ​ຂຶ້ນ 8,4 ລ້ານ​ຄົນ ເຮັດ​ໃຫ້ຍອດ​ລວມ ​ແຮງ​ງານ​ເດັກ​ ທັງ​ໝົດ​ເປັນ160 ລ້ານ​ຄົນ

ຂປລ.ຕາມ​ຂ່າວ​ ຈາກ​ຊີ​ອາ​ໄອ ​ຂອງຈີນ,ວັນ​ທີ 10 ມິ​ຖຸ​ນາ​ນີ້, ອົງ​ການ ​ແຮງ​ງານ​ ສາ​ກົນ​ ແລະ ​ອົງ​ການ ກອງ​ທຶນ ​ເດັກ​ນ້ອຍ​ ຂອງ​ສ​ະ​ຫະ​ ປະ​ຊາ​ຊາດ (UNICEF)ໄດ້​ຮ່ວມ​ກັນ ​ເຜີຍ​ແຜ່ ​ບົດ​ລາຍ​ງານ​ ວ່າ​ດ້ວຍ​ ທ່າ​ອ່ຽງ​ ​ແຮງ​ງານ​ເດັກ​ ທົ່ວໂລກ ​ປີ2016-ປີ2020 ​ໄດ້​ເພີ່ມ​ຂຶ້ນ 8,4 ລ້ານ​ຄົນ ເຮັດ​ໃຫ້ຍອດ​ລວມ ​ແຮງ​ງານ​ເດັກ​ ທັງ​ໝົດ​ເປັນ160 ລ້ານ​ຄົນ ຫລັງ​ຈາກ ​ໄດ້​ຮັບ​ຜົນ​ກະ​ທົບ ​ຈາກ​ສະ​ພາບ​ການ ແຜ່​ລະ​ບາດ​ ຂອງ​ພະ​ຍາດ​ໂຄວິດ-19​ ແລະ ຍັງ​ມີ​ເດັກ​ ອີກ​ຫລາຍ​ລ້ານ​ຄົນ ​ພວມ​ຜະ​ເຊີນ​ກັບ​ ຄວາມ​ສ່ຽງ. ເນື່ອງ​ໃນ​ໂອ​ກາດ ​ວັນຕ້ານ ການນຳໃຊ້ ແຮງງານເດັກ 12ມິຖຸນາ ​ໃກ້ຈະ​ໝູນ​ວຽນ​ມາ​ເຖິງນີ້ ທັງ2​ອົງການ​ຈັດຕັ້ງສາກົນ ໄດ້ຍົກ​ໃຫ້​ເຫັນ ​ໄລ​ຍະ 20 ປີ​ຜ່ານ​ມາ, ຂະ​ບວນ​ການ ​ຊຸກ​ຍູ້​ ການ​ປອດ​ ແຮງ​ງານ​ເດັກ​ ຂອງ​ໂລກ​ ໄດ້​​ຢຸດ​ສະ​ງັກ​ ເປັນ​ຄັ້​ງ​ທຳ​ອິດ ​ຂະນະ​ທີ່ ​ແຮງ​ງານ​ເດັກ ​ອາ​ຍຸ ​ລະ​ຫວ່າງ 5ປີ ຫາ11 ປີ​ໃນ​ທົ່ວ​ໂລກ​ ໄດ້​ເພີ່ມ​ຂຶ້ນ​ ຢ່າງ​ພົ້ນ​ເດັ່ນ ກວດ​ເອົາ ​ຫລາຍ​ກວ່າ ​ເຄິ່ງໜຶ່ງ​ ແຮງ​ງານ​ເດັກ ​ໃນ​ທົ່ວ​ໂລກ.ດັ່ງນັ້ນ ອົງ​ການ ​ແຮງ​ງານ ​ສາ​ກົນ​ ແລະ​ ອົງ​ການ UNICEF ໄດ້​ຮຽກ​ຮ້ອງ​ໃຫ້​ ທັບ​ມ້າງ​ ວົງ​ຈອນ ​ຊີ​ວິດ ທີ່​ບໍ່​ດີ​ ລະ​ຫວ່າງ​ ຄວາມ​ທຸກ​ຍາກ​ ກັບ​ແຮງ​ງານ​ເດັກ, ​ປ່ຽນ​ແປງ​ ປະ​ກົດ​ການ​ ໃຊ້​ແຮງ​ງານ​ເດັກ ​ທີ່​ມີ​ທ່າ​ອ່ຽງ​ ເພີ່ມ​ຂຶ້ນ​ ຢ່າງ​ແທ້​ຈິງ./.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top