ສ.ອາເມລິກາ ຈະຊ່ວຍເຫລືອ ວັກຊິນປ້ອງກັນໂຄວິດ ໃຫ້ປະເທດຕ່າງ 500 ລ້ານໂດສ

10/06/2021 14:34
Email Print 561
ຂປລ ທ່ານໂຈ ໄບເດນ ປະທານາທິບໍດີ ສ.ອາເມລິກາ ມີແຜນການ ຈະຊື້ວັກຊິນ ປ້ອງກັນ ພະຍາດ ໂຄວິດ-19 ຈຳນວນ 500 ລ້ານໂດສ ຂອງ ໄຟເຊີ-ໄບໂອເທກ(Pfizer-BioNTech) ເພື່ອແຈກຢາຍ ໃຫ້ປະເທດຕ່າງໆ.

ຂປລ.ຕາມ​ຂ່າວສານ ຫວຽດນາມ, ວັນ​ທີ 10 ມິຖຸນາ, ​ທ່ານ​ໂຈ​ ໄບ​ເດນ ປະທານາທິບໍ​ດີ​ ສ.ອາ​ເມ​ລິ​ກາ ມີ​ແຜນການ ​ຈະ​ຊື້​ວັກ​ຊິນ ປ້ອງ​ກັນ ​ພະຍາດ​ ໂຄ​ວິດ-19 ຈຳນວນ 500 ລ້ານ​ໂດ​ສ ຂອງ​ ໄຟ​ເຊີ-​ໄບ​ໂອ​ເທກ(Pfizer-BioNTech) ​ເພື່ອ​ແຈກ​ຢາຍ​ ໃຫ້​ປະ​ເທດ​ຕ່າງໆ. ຄາດ​ວ່າ ທ່ານ ​ໂຈ​ໄບ​ເດນ ຈະ​ປະກາດ  ​ແຜນການ ດັ່ງກ່າວ ຢ່າງ​ເປັນ​ທາງ​ການ ​ໃນ​ກອງ​ປະຊຸມ ກຸ່ມ​ບັນ​ດາ ​ປະ​ເທດ ອຸດສາຫະກຳ ພັດທະນາ ​ຊັ້ນ​ນຳ​ຂອງ​ໂລກ (G 7) ຊື່​ງຈະ​ຈັດ​ຂຶ້ນ ຢູ່ປະ​ເທດ ​ອັງກິດ ​ໃນ​ໄວໆ​ນີ້. ປັດຈຸບັນ ສ.ອາ​ເມ​ລິ​ກາ ​ໄດ້​ສັກ​ວັກ​ຊິນ ປ້ອງ​ກັນ​ໂຄ​ວິດ-19 ​ໃຫ້​​ປະຊາຊົນ ​ ຫລາຍ​ກວ່າ ​ເຄຶ່ງໜຶ່ງ ​ຂອງ​ ປະ​ເທດ  ​​​ແລະ ເປັນ​ສັນຍານ ​ບົ່ງ​ບອກ​ວ່າ ອັດຕາ​ ຜູ້​ຕິດ​ເຊື້ອ​ໃໝ່ ​ໄດ້ຫລຸດ​ລົງ​ ໃນ​ໄລຍະ ຜ່ານ​ມາ./.

 

KPL

ຂ່າວອື່ນໆ

ads
ads

Top