ຂປລ
ທະນາຄານໂລກ ປະກາດ ບົດລາຍ ສະບັບ ຫລ້າສຸດ ໂດຍຄາດວ່າ ປີນີ້, ເສດຖະກິດໂລກ ຈະຂະຫຍາຍຕົວ 5,6% ເນື່ອງຈາກ ເສດຖະກິດ ຂອງ ບາງປະເທດ ໄດ້ຟື້ນຟູຄືນຢ່າງວ່ອງໄວ ແລະ ອາດຈະເພີ່ມສູງຂຶ້ນຕື່ມອີກ.

ຂປລ.ຕາມຂ່າວ ຊີອາໄອຂອງ ຈີນ, ເມື່ອບໍ່ດົນມານີ້, ທະນາຄານໂລກ ປະກາດ ບົດລາຍ ສະບັບ ຫລ້າສຸດ ໂດຍຄາດວ່າ ປີນີ້, ເສດຖະກິດໂລກ ຈະຂະຫຍາຍຕົວ 5,6% ເນື່ອງຈາກ ເສດຖະກິດ ຂອງ ບາງປະເທດ ໄດ້ຟື້ນຟູຄືນຢ່າງວ່ອງໄວ ແລະ ອາດຈະເພີ່ມສູງຂຶ້ນຕື່ມອີກ. ໃນຂະນະທີ່ ຄວາມຕ້ອງການ ແລະ ລາຄາສິນ ຄ້າຂະໜາດໃຫຍ່ ເພີ່ມຂື້ນ, ຕະຫລາດ ເກີດໃໝ່ ແລະ ເສດຖະກິດ ປະເທດ ພວມພັດທະນາ ຈະເຕີບໂຕຂື້ນ 6% ໂດຍສະເພາະ ເສດຖະກິດຈີນ ຈະເພີ່ມຂຶ້ນ 8,5% ຊື່ງເປັນ ຕົວເລກ ເພີ່ມຂຶ້ນສູງກວ່າ ທ່ີກຳນົດໄວ້. ຍ້ອນການ ສົ່ງອອກ ແລະ ການບໍລິໂພກຂອງຈີນ. ຄາດວ່າ ເສດຖະກິດ ປະເທດ ພັດທະນາແລ້ວ ຈະເພີ່ມຂື້ນ 5,4%, ສ.ອາເມລິກາ 6,8% ແລະ ສະຫະພາບ ເອີຣົບ 4,2% ແລະ ອື່ນໆ./.
KPL