ຊີເລ ສັກວັກຊິນ ປ້ອງກັນ ໂຄວິດ-19 ກວມເອົາ ຫລາຍກວ່າ 56%

10/06/2021 14:32
Email Print 401
ຂປລ ກະຊວງສາທາ ລະນະສຸກ ຊີເລ ເປີດເຜີຍວ່າ: ຊີເລ ໄດ້ສັກວັກຊິນ ປ້ອງກັນ ພະຍາດ ໂຄວິດ-19 ໃຫ້ປະຊາຊົນ ກຸ່ມເປົ້າໝາຍ ຄົບໂດສ ລວມມີ 8,54 ລ້ານຄົນ, ກວມເອົາ 56,2% ແລະ ປະຊາຊົນ ໄດ້ຮັບ ການສັກ ວັກຊິນໂດສ ທຳອິດ 74%.

ຂປລ.​ ຕາມ​ແຫ​ລ່ງຂ່າວ ຊິ​ນຮວາ​ຂອງ​ຈີນ, ວັນ​ທີ 9 ມິຖຸນາ,​ ກະຊວງ​ສາທາ ລະນະ​ສຸກ​ ຊີ​ເລ ​ເປີດ​ເຜີຍ​ວ່າ:​ ຊີ​ເລ ​ໄດ້​ສັກ​ວັກ​ຊິນ ປ້ອງ​ກັນ ​ພະຍາດ ​ໂຄ​ວິດ-19 ​ໃຫ້​ປະຊາຊົນ ກຸ່ມ​ເປົ້າ​ໝາຍ​ ຄົບ​ໂດ​ສ​ ລວມມີ 8,54 ລ້ານ​ຄົນ, ກວມ​ເອົາ 56,2% ​ແລະ ປະຊາຊົນ ​​ໄດ້​ຮັບ​ ການສັກ ​ວັກ​ຊິນ​ໂດ​ສ ທຳ​ອິດ​  74%. ທ່ານ ​ເອັນຣີ​ເກ ປາຣິສ ລັດຖະມົນຕີ​ ວ່າການ ກະຊວງກ່ຽວຂ້ອງ ລະບຸ​ວ່າ: ຊີ​ເລ​ ​ໄດ້​ຮັບ​ການ ສັກ​ວັກ​ຊິນ​ ປ້ອງ​ກັນ ​ໂຄ​ວິດ-19 ​ແລ້ວ ລວມມີ 19.644.506 ​ໂດ​ສ ​​ໂດຍ​ ​​ໂດຍ​ມີ​ ເປົ້າ​ໝາຍ ຈະສັກ​ວັກ​ຊິນ ​ໃຫ້ປະຊາຊົນ 80% ​ເພື່ອ​ສ້າງພູມ​ຕ້ານທານ​ໃຫ້​ແກ່​ພວກ​ເຂົາ​ເຈົ້າ. ​ໃນ​ຊຸມ​ອາທິດ​ ຜ່ານ​ມາ, ​ຜູ້​ຕິດ​ເຊື້ອ ​ໂຄ​ວິດ ​ຢູ່ ​ຊີ​ເລ ​​ເພີ່ມ​ຂຶ້ນ ສົ່ງ​ຜົນ​ໃຫ້ ​ຍອດ​ຜູ້​ຕິດ​ເຊື້ອ​ໂຄ​ວິດ ​ເພີ່ມ​ຂຶ້ນ ​ຢູ່​ໂຮງໝໍ ​ແລະ ​ເຂດຊຸມ​ຊົນ.  ຊີ​​ເລ ​ກວດ​ພົບ ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ 5.568 ຄົນ ​ແລະ ຜູ້​ເສຍ​ຊີວິດ 46 ຄົນ ​ໃນ​ວັນ​ທີ 8 ມິຖຸນາ​ ຜ່ານ​ມາ ​ເຮັດ​ໃຫ້ ຍອດຜູ້​ຕິດ​ເຊື້ອ​ ສະ​ສົມ 1.440.417 ຄົນ ​ແລະ ຜູ້ເສຍ​ຊີວິດ  30.104 ຄົນ./.

KPL

ຂ່າວອື່ນໆ

ads
ads

Top