ອິນເດຍ ສັ່ງຊື້ວັກຊິນປ້ອງກັນໂຄວິດ-19 ເພີ່ມ 440 ລ້ານໂດສ

10/06/2021 14:32
Email Print 387
ຂປລ ລັດຖະບານ ອິນເດຍ ເປີດເຜີຍວ່າ ໄດ້ສັ່ງຊື້ ວັກຊິນປ້ອງກັນໂຄວິດ-19 ເພີ່ມຕື່ມ ຈຳນວນ 440 ລ້ານໂດສ ໂດຍແບ່ງເປັນວັກຊິນ ໂຄວິຊີດ(Covishield) ຈາກສະຖາບັນ ແຊຣຸ່ນ ອິນເດຍ(sii) ລວມມີ 250 ລ້ານໂດສ

ຂປລ.​ຕາມ​​ແຫ​ລ່ງຂ່າວ ​ຊິນ​ຮວາ​ຂອງ ຈີນ​, ວັນ​ທີ 8 ມິຖຸນາ, ລັດຖະບານ ອິນ​ເດຍ ​ເປີດ​ເຜີຍ​ວ່າ ​ໄດ້ສັ່ງ​ຊື້ ວັກ​ຊິນ​ປ້ອງ​ກັນ​ໂຄ​ວິດ-19​ ເພີ່ມຕື່ມ​  ຈຳນວນ 440 ລ້ານ​ໂດ​ສ​ ໂດຍ​ແບ່ງ​ເປັນ​ວັກ​ຊິນ ​ໂຄ​ວິ​ຊີ​ດ(Covishield) ຈາກ​ສະ​ຖາ​ບັນ ​ແຊຣຸ່ນ ອິນ​ເດຍ(sii) ລວມມີ 250 ລ້ານ​ໂດ​ສ ​ແລະ ວັກ​ຊິນ ​ໂຄ​ວາ​ຊິນ(Covaxin) ຈາກ​ບໍລິສັດ ບາຣັດ​ໄບ​ໂອ​ເທກ(Bharat Biotech) 190 ລ້ານ​ໂດ​ສ. ​ໂດຍ​ວັກ​ຊີ​ນດັ່ງກ່າວ ຈະ​ເລີ່​ມສັກ​ ໃຫ້​ປະຊາ ຊົນ​ ໃນ​​ເດືອນ ສິງຫາ ຫາ​ ​ເດ​ືອນທັນວນີ້ ​ແລະ ອື່ນໆ./.

 

KPL

ຂ່າວອື່ນໆ

ads
ads

Top