ຕັວກກີ ສັກວັກຊິນປ້ອງກັນໂຄວິດ-19 ຫລາຍກວ່າ 18 ລ້ານຄົນ

10/06/2021 14:32
Email Print 299
ຂປລ ກະຊວງ ສາທາ ລະນະສຸກ ຕັວກກີ ລາຍງານວ່າ: ປັດຈຸບັນ, ປະຊາຊົນຕັວກກີ ໄດ້ຮັບການ ສັກວັກຊິນ ປ້ອງກັນ ພະຍາດ ໂຄວິດ-19 ລວມມີ18.114.000 ຄົນ.

ຂປລ.​ຕາມ​ແຫລ່ງ​ຂ່າວ ຊິນ​ຮວາ​ຂອງ ຈີນ, ວັນທີ 9 ມິຖຸນາ, ກະຊວງ ສາທາ ລະນະ​ສຸກ ຕັວກກີ ລາຍ​ງານ​ວ່າ:  ປັດຈຸບັນ, ​ປະຊາຊົນຕັວກກີ ໄດ້​ຮັບ​ການ ສັກວັກ​ຊິນ ປ້ອງ​ກັນ ​ພະຍາດ​ ໂຄ​ວິດ-19​ ລວມມີ18.114.000 ຄົນ. ໂຄງການ ​ສັກ​ວັກ​ຊິນ ປ້ອງກັນໂຄວິດ-19 ​ ​ເລີ່​ມຂື້ນ ​ເມື່ອ​ວັນ​ທີ 14 ​ມັງກອນ ຜ່ານມາ. ຈາກນັ້ນ ​ທາງ​ການ ຕັວກກີ ໄດ້​ອະນຸມັດ ​ໃຫ້ໃຊ້​ ວັກ​ຊິນ​ ຊີ​ໂນ​ແວກ(Sinovac)) ຈາກ​ຈີນ ​ໃນ​ກໍລະນີ ​ສຸກ​ເສີນ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຕວັກ​ກີ​ລາຍ​ງານ​ວ່າ ກວດ​ພົບ​ ຜູ້​ຕິດ​ເຊື້ອ ພະຍາດ​ໂຄ​ວິດ-19​ ເພີ່ມ​ 6.609 ຄົນ ​ເຮັດ​ໃຫ້ ຍອດ​ຈຳນວນ ​ຜູ້​ຕິດ​ເຊື້ອ​ສະ​ສົມ ​5.300.236 ຄົນ, ສ່ວນ​ຍອດ ​ຜູ້​ຕິດ​ເຊື້ອ​ ເສຍ​ຊີວິດ 48.341 ຄົນ​ ຫລັງຈາກ​ ພົບຜູ້​ຕິດ​ເຊື້ອ​ເສຍ​ຊີວິດ​ເພີ່ມ​ 86 ຄົນ ​ແລະ ຄົນ​ເຈັບ​ປິ່ນປົວ​ຫາຍ​ດີ ລວມມີ 5.173.186 ຄົນ ພາຍຫລັງ ​ພົບ​ຄົນ​ເຈັບຫາຍ​ດີ​ເພີ່ມ​ຂື້ນ 5.836 ຄົນ./.

 


KPL

ຂ່າວອື່ນໆ

ads
ads

Top