ຂປລ
ສູນຄວບຄຸມ ພະຍາດຕິດເຊື້ອ ໂຄວິດ-19 ຂອງ ຣັດເຊຍ ລາຍງານວ່າ ກວດພົບ ຜູ້ຕິດເຊື້ອ ເພີ່ມຂື້ນ 9.977 ຄົນ ໃນໄລຍະ 24 ຊົ່ວໂມງ ຜ່ານມາ.ນີ້ຖື ເປັນຕົວເລກ ຜູ້ຕິດເຊື້ອ ລາຍວັນ ເພີ່ມຂຶ້ນ ນັບແຕ່ວັນທີ 14 ມີນາ ຜ່ານມາ

ຂປລ.ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ວັນທີ 8 ມິຖຸນາ, ສູນຄວບຄຸມ ພະຍາດຕິດເຊື້ອ ໂຄວິດ-19 ຂອງ ຣັດເຊຍ ລາຍງານວ່າ ກວດພົບ ຜູ້ຕິດເຊື້ອ ເພີ່ມຂື້ນ 9.977 ຄົນ ໃນໄລຍະ 24 ຊົ່ວໂມງ ຜ່ານມາ.ນີ້ຖື ເປັນຕົວເລກ ຜູ້ຕິດເຊື້ອ ລາຍວັນ ເພີ່ມຂຶ້ນ ນັບແຕ່ວັນທີ 14 ມີນາ ຜ່ານມາ ເຮັດໃຫ້ ຍອດຜູ້ຕິດເຊື້ອສະສົມ ໃນຣັດເຊຍ ລວມມີ 5.145.843 ຄົນ. ນອກຈາກນັ້ນ ຣັດເຊຍ ຍັງກວດພົບ ຜູ້ເສຍຊີວິດ ເພີ່ມ 379 ຄົນ, ເຮັດໃຫ້ ຍອດຜູ້ເສຍຊີວິດເພີ່ມຂຶ້ນ ເປັນ 124.496 ຄົນ, ສ່ວນຈຳນວນ ຜູ້ປິ່ນປົວຫາຍດີ ລວມມີ 4.752.085 ຄົນ ພາຍຫລັງ ພົບຄົນເຈັບຫາຍດີ ເພີ່ມຂຶ້ນ 8.883 ຄົນ ໃນນະຄອນຫລວງ ມົດສະກູ, ຊື່ງເປັນ ພາກທື້ນ ທີ່ໄດ້ຮັບ ຜົນກະທົບ ຢ່າງໜັກທີ່ສຸດ ຂອງຣັດເຊຍ ແລະ ອື່ນໆ./.
KPL