ສ.ອາເມລິກາ ສົ່ງອອກ ແກັດທຳມະຊາດ ບັນລຸ 148,4 ຕື້ແມັດກ້ອນ

09/06/2021 16:38
Email Print 334
ຂປລ ສຳນັກບໍລິຫານ ສື່ສານ ພະລັງງານ(EIA) ຂອງ ສ.ອາເມລິກາ ເປີດເຜີຍ ວ່າ ການສົ່ງອອກ ແກັດທຳມະຊາດ ຂອງ ປະເທດນີ້ ບັນລຸ 148,4 ຕື້ແມັດກ້ອນ(Tcf) ເພີ່ມຂື້ນ 13%

ຂປລ.ຕາມແຫລ່ງຂ່າວ ຊິນຮວາ ຂອງຈີນ, ວັນທີ 8 ມິຖຸນາ, ສຳນັກບໍລິຫານ ສື່ສານ ພະລັງງານ(EIA) ຂອງ ສ.ອາເມລິກາ ເປີດເຜີຍ ວ່າ ການສົ່ງອອກ ແກັດທຳມະຊາດ ຂອງ ປະເທດນີ້ ບັນລຸ 148,4 ຕື້ແມັດກ້ອນ(Tcf) ເພີ່ມຂື້ນ 13% ເປັນຕົວເລກ ສູງສຸດ ເປັນປະຸຫວັດການ ໃນປີ 2020 ເມື່ອທຽບໃສ່ປີ 2019.  ປີກາຍນີ້,  ສ.ອາເມລິກາ ສົ່ງອອກແກັດ ທຳມະຊາດ ກວມເອົາ  55% ໂດຍຜ່ານທໍ່ສົ່ງແກັດ ໄປຍັງ ເມັກຊິກ ແລະ ການາດາ, ສ່ວນທີ່ເຫລືອ ແມ່ນສົ່ງອອກ ໃນຮູບແບບ ແກັດທຳມະຊາດແຫລວ(LNG) ເຮັດໃຫ້ ການສົ່ງ ອອກ ແກັດທຳມະຊາດເຫລວ ຂອງ ສ.ອາເມລິກາ ເພີ່ມຂື້ນສູ່ ລະດັບສູງສຸດ ເປັນປະຫວັດການ ໃນປີ 2020. ສ່ວນການນຳເຂົ້າ ແກັດທຳມະຊາດ ຂອງ ສ.ອາເມລິກາ ລວມມີ 72,8 ຕື້ແມັດກ້ອນ ເປັນຕົວເລກຫລຸດລົງຕ່ຳສຸດ ນັບແຕ່ ປີ 1993 ໂດຍສ.ອາເມລິກາ ນຳເຂົ້າແກັດທຳມະຊາດ ເກືອບທັງໝົດ ຈາກ ການາດາ ແລະ ອື່ນໆ./.

KPL

ຂ່າວອື່ນໆ

ads
ads

Top