ອົດສະຕຣາລີ ຊ່ວຍເຫລືອ 11 ປະເທດ ໃນປາຊີຟິກ ຊຸກຍູ້ໂອລິມປິກ 2020

09/06/2021 16:38
Email Print 323
ຂປລ ລັດຖະບານ ອົດສະຕຣາລີ ແລະ ຄະນະກຳມະການ ໂອລິມປິກ ແຫ່ງອົດສະຕຣາລີ ຈະສະໜັບສະໜູນ ນັກກິລາ ຫລາຍກວ່າ 170 ຄົນ ມາຈາກ 11 ປະເທດ ໃນປາຊີຟິກ ເພື່ອກຽມພ້ອມແຂ່ງຂັນ ກິລາ ໂອລິມປິກ-ພາຣາລິມ ປິກ ໃນນະຄອນຫລວງ ໂຕກຽວ ປະເທດຍີ່ປຸ່ນ.

ຂປລ.​ຕາມ​ແຫລ່ງຂ່າວ ອົດ​ສະຕຣາລີ, ​ວັນທີ 8 ມິຖຸນາ, ​ລັດຖະບານ ອົດສະຕຣາລີ ​ແລະ ຄະນະ​ກຳມະການ ​ໂອ​ລິ​ມປິກ ​ແຫ່ງ​ອົດ​ສະຕຣາລີ ຈະ​ສະໜັບສະໜູນ ນັກ​ກິລາ​ ຫລາຍກວ່າ 170 ຄົນ​ ມາຈາກ 11 ປະ​ເທດ ​ໃນ​ປາຊີ​ຟິກ ເພື່ອກຽ​ມພ້ອມ​ແຂ່ງຂັນ ກິລາ​ ໂອ​ລິ​ມປິກ-ພາຣາລິ​ມປິກ ໃນນະຄອນຫລວງ ໂຕ​ກຽວ ປະເທດຍີ່ປຸ່ນ. ທ່ານ ມາຣີສ ​ເພັນ ລັດຖະມົນຕີ ວ່າການ ກະຊວງການຕ່າງປະ​ເທດ ອົດ​ສະຕຣາລີ ກ່າວ​ວ່າ: ປາຊີ​ຟິກອົສ ສະປອດ​ ມີ​ເປົ້າ​ໝາຍ ​ເພື່ອ​ຫລຸດຜ່ອນ ຄວາມທຸກ​ຍາກ ທີ່​ນັກ​ກິລາ ​ໃນ​ເຂດປາຊີ​ຟິກ  ໄດ້ຜະ​ເຊີນ ​ໃນໄລຍະ ການ​ຝຶກ​ຊ້ອມ ​ແລະ ຄັດ​ເລືອກ​ ສຳລັບ​ ການ​ແຂ່ງຂັນ ກິລາ​ໂອ​ລິ​ມປິກ ຈາກການແຜ່ ລະບາດ ຂອງ ພະຍາດ ​ໂຄ​ວິດ-19  ​ໃນ​ເລື່ອງ​ການຝຶກ​ສອນ, ການ​ເດີນທາງ, ທີ່​ພັກ, ທາງ​ການ​ແພດ ​ແລະ ຈະ​ຊ່ວຍ​ໃຫ້​ເຂົ້າ​ຮ່ວມ ​ໃນ​ກິດຈະກຳ  ຄັດ​ເລືອກ ຮອບສຸດ​ທ້າຍ ​ເພື່ອໄປ​ແຂ່ງຂັນ ​ໂອ​ລິ​ມປິກ​ເກ​ມ ​ໃນ​ວັນ​ທີ 23 ກໍລະກົດ​ນີ້./.

KPL

ຂ່າວອື່ນໆ

ads
ads

Top