ກະຊວງສຶກສາ ມີແຜນຫັນການສຶກສາໄປຮຽນ ແບບອອນລາຍ ກ້າວສູ່ທັນສະໄໝ

13/01/2021 16:34
Email Print 6515
ຂປລ ຂປລ.ກະຊວງສຶກສາທິການ ແລະ ກິລາ ໄດ້ວາງທິດທາງແຜນການໃນຕໍ່ໜ້າ ເພື່ອຫັນການສຶກສາໄປຮຽນແບບອອນລາຍ ເພື່ອຮັບປະກັນ ໃຫ້ການຮຽນ-ການສອນມີຄຸນນະພາບ ແລະ ເປັນໂອກາດທີ່ດີໃຫ້ແກ່ເດັກນ້ອຍ ໄດ້ເຂົ້າເຖິງເຕັກໂນໂລຊີດີຈີຕອນ ແລະ ນຳໃຊ້ການຮຽນແບບລະບົບອອນລາຍ ກ້າວສູ່ທັນສະໄໝ.

ຂປລ.ກະຊວງສຶກສາທິການ ແລະ ກິລາ ໄດ້ວາງທິດທາງແຜນການໃນຕໍ່ໜ້າ ເພື່ອຫັນການສຶກສາໄປຮຽນແບບອອນລາຍ ເພື່ອຮັບປະກັນ ໃຫ້ການຮຽນ-ການສອນມີຄຸນນະພາບ ແລະ ເປັນໂອກາດທີ່ດີໃຫ້ແກ່ເດັກນ້ອຍ ໄດ້ເຂົ້າເຖິງເຕັກໂນໂລຊີດີຈີຕອນ ແລະ ນຳໃຊ້ການຮຽນແບບລະບົບອອນລາຍ ກ້າວສູ່ທັນສະໄໝ.

ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດກັບນັກສື່ມວນຊົນ ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມລັດຖະຖະບານ ຊຸດທີ VIII ເປີດກວ້າງ ທ້າຍສະໄໝ ໃນທ້າຍອາທິດທີ່ຜ່ານມານີ້ ວ່າ: ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຂະແໜງການສຶກສາ ກໍໄດ້ມີຜົນກະທົບຫລາຍ ໂດຍສະເພາະຕໍ່ການຮຽນ-ການສອນ ເຊິ່ງໃນຊ່ວງມີພະຍາດລະ ບາດໜັກນັ້ນ ກໍໄດ້ມີການປິດໂຮງຮຽນເປັນເວລາ 2-3 ອາທິດ, ຂະນະດຽວກັນ ກໍໄດ້ມີການດຳເນີນການຮຽນ-ການສອນຜ່ານທາງລະບົບອອນລາຍ. ເຖິງວ່າພວກເຮົາຍັງບໍ່ທັນມີພື້ນຖານໂຄງລ່າງ ແລະ ກະ ກຽມໃນດ້ານນີ້ ແຕ່ພວກເຮົາກໍໄດ້ພະຍາຍາມໃຊ້ ວັອດແອັບ ໃນບ່ອນທີ່ໃຊ້ລະບົບດັ່ງກ່າວ ແລະ ມີສັນ ຍານອິນເຕີເນັດໄດ້ ໂດຍໃຫ້ຄູສາມາດສົ່ງວຽກບ້ານໃຫ້ນັກຮຽນເຮັດ ແລະ ນັກຮຽນກໍສາມາດສົ່ງວຽກບ້ານໃຫ້ຄູໄດ້. ສຳລັບນັກຮຽນທີ່ຢູ່ໃນຂັ້ນປະຖົມລົງມາ ແມ່ນໄດ້ສົ່ງວຽກບ້ານຜ່ານ ວັອດແອບພໍ່ແມ່ຂອງນັກຮຽນ. ສ່ວນບ່ອນທີ່ນັກຮຽນບໍ່ມີສັນຍານອິນເຕີເນັດ ຫລື ສັນຍານໄວຟາຍ ແມ່ນຄູໄດ້ເອົາວຽກບ້ານໄປສົ່ງໄວ້ໃນໂຮງຮຽນ ແລ້ວໃຫ້ນັກຮຽນໄປຮັບເອົາ ແລະ ນັດເວລາໄປສົ່ງໄວ້ຢູ່ໂຮງຮຽນເພື່ອໃຫ້ຄູເອົາໄປກວດແກ້ ໂດຍສະເພາະແມ່ນເຂດຫ່າງໄກສອກຫລີກ, ບ່ອນທີ່ມີໂທລະໂຄ່ງກໍໄດ້ໃຊ້ໂທລະໂຄ່ງ ແລະ ໃຊ້ທຸກວິທີທາງ ທີ່ພວກເຮົາມີ ເພື່ອໃຫ້ຄູກັບນັກຮຽນໄດ້ຕິດຕາມ ແລະ ຕິດຕໍ່ສື່ສານຫາກັນ. ຖືໄດ້ວ່າເປັນການຮຽນ-ການສອນແບບໃໝ່ ອາດຈະບໍ່ຄົບຖ້ວນເທົ່າໃດ ແຕ່ກໍສາມາດດຳເນີນການຮຽນ-ການສອນໄດ້ຈຳນວນໜຶ່ງ.

ພາຍຫລັງທີ່ມີການປະກາດມາດຕະການຜ່ອນຜັນ ພວກເຮົາກໍໄດ້ມີການຜັດປ່ຽນມື້ຮຽນ ເນື່ອງຈາກວ່າການຮຽນຜ່ານລະບົບອອນລາຍ ມັນກໍຍັງບໍ່ດີເທົ່າສອນແບບໜ້າຕໍ່ໜ້າ, ເຊິ່ງບາງຫ້ອງກໍຮຽນພາກເຊົ້າ ແລະ ບາງຫ້ອງກໍຮຽນພາກແລງ ແຕ່ກໍເພື່ອບໍ່ໃຫ້ມັນແອອັດ ແລະ ຮັກສາໄລຍະຫ່າງກັນ. ໃນໄລຍະນີ້ ເພື່ອເຮັດແນວໃດໃຫ້ການດຳເນີນການຮຽນ-ການສອນ ສາມາດດຳເນີນໄປແບບອອນລາຍ ເຕັມຮູບແບບ ຫລື ຫລາຍຂຶ້ນນັ້ນ ທາງກະຊວງຂອງພວກເຮົາກໍໄດ້ຫັນວິກິດໃຫ້ເປັນໂອກາດ ເປັນຕົ້ນ ໄດ້ເປີດ ໂທລະ ພາບຊ່ອງ ສຶກສາທິການ ແລະ ກິລາ ຜ່ານຈານດາວທຽມ ໂດຍໃຫ້ຄູສອນຜ່ານທາງໂທລະພາບ  ແລະ ຜ່ານອອນລາຍ ເພື່ອໃຫ້ນັກຮຽນສາມັນປະຖົມ ແລະ ມັດທະຍົມ ໄດ້ຮຽນເປັນປົກກະຕິ.

ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນນີ້, ພວກເຮົາກຳລັງອັບໂຫລດປຶ້ມແບບຮຽນເຂົ້າໃນເວັບໄຊ ຫລື ຕາມຊ່ອງທາງສື່ຕ່າງໆ(platform) ເພື່ອໃຫ້ມັນໄປທົ່ວໄປເຖິງນັກຮຽນ ເພາະເປັນການປະຢັດໃນການຊື້ປຶ້ມຕຳລາຮຽນ. ພ້ອມກັນນີ້ ຄູໄດ້ສອນໂດຍມີການບັນທຶກພາບ ແລ້ວເອົາອອກຜ່ານຊ່ອງໂທລະພາບ ຫລັງຈາກນັ້ນກໍເອົາເຂົ້າໃນ platform ແລະ ເວັບໄຊຂອງກະຊວງສຶກສາທິການ ແລະ ກິລາ ເພື່ອໃຫ້ນັກຮຽນສາມາເບິ່ງຢ້ອນຫລັງໄດ້. ສະນັ້ນ ບ່ອນໃດທີ່ມີສັນຍານໄວຟາຍ ແລະ ອິນເຕີເນັດ ແມ່ນສາມາດເຂົ້າເຖິງໄດ້ ບ່ອນໃດທີ່ບໍມີໄວຟາຍ ເຂົາເຈົ້າຈະຮຽນຜ່ານທາງໂທລະພາບ. ເຖິງວ່າວິທີດັ່ງກ່າວຈະບໍ່ໄດ້ຮັບຜົນຕອບຮັບແບບເຕັມເມັດເຕັມໜ່ວຍກໍຕາມ, ແຕ່ພວກເຮົາໄດ້ພະຍາຍາມໃຫ້ເຂົາ ເຈົ້າລຶ້ງເຄີຍກັບການຮຽນ-ການສອນແບບນີ້ໃຫ້ໄດ້ ໂດຍໃຫ້ບັນດາຄູ, ນັກຮຽນ ຢູ່ເຂດຫ່າງໄກສອກຫລີກສາມາດເຂົ້າເບິ່ງໂທລະພາບ ຜ່ານການສິດສອນຂອງຄູຢູ່ສູນກາງ ເຊິ່ງມັນເປັນການເພີ່ມຄວາມຮູ້ອັນໃໝ່ໃຫ້ຄູນຳ ແລະ ນັກຮຽກກໍມີໂອກາດໄດ້ຮຽນແບບໃໝ່ນຳຄູ ຜ່ານທາງໂທລະພາບນຳອີກ.

ເຖິງຢ່າງໃດກໍຕາມ ພວກເຮົາຍັງພົບກັບຄວາມຫຍຸ້ງຍາກ ແລະ ທ້າທາຍຫລາຍ ເນື່ອງຈາກວ່າ ໄວຟາຍບໍ່ທັນທົ່ວເຖິງ, ເຄື່ອງອຸປະກອນບໍ່ພຽງພໍ, ນັກຮຽນກໍຍັງບໍ່ມີໂທລະສັບທີ່ທັນສະໄໝຄົບໝົດທຸກຄົນ ແລະ ສັນຍານໂທລະພາບບາງບ່ອນ ກໍຍັງບໍ່ທັນໄດ້ໄປເຖິງສຳລັບໃຊ້ຊ່ອງດາວທຽມ. ສະນັ້ນ ຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງ, ອຳນາດການປົກຄອງ ແລະ ທົ່ວສັງຄົມ ເພື່ອຊ່ວຍເຮັດໃຫ້ໂຮງຮຽນ ໄດ້ມີເຄື່ອງ ແລະ ອຸປະກອນຕ່າງໆ ໂດຍສະເພາະ ມີໂທລະພາບ, ໄວຟາຍ ແລະ ຄອມພິວເຕີຢູ່ໃນໂຮງຮຽນ. ໄລຍະຜ່ານມາກະຊວງພວກເຮົາກໍໄດ້ຕອບສະໜອງໃຫ້ຈຳນວນໜຶ່ງແລ້ວປະມານ 15-20% ແຕ່ກໍຍັງບໍ່ພຽງພໍ. ປັດຈຸ ບັນນີ້, ໄດ້ມີການປະສານສົມທົບກັບກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ເອົາໂທ ລະພາບສຶກສານີ້ ເຂົ້າເປັນໂທລະພາບແຫ່ງຊາດ ເພື່ອບໍ່ໃຫ້ເຂົາເຈົ້າຕ້ອງໄປຊື້ຈານດາວທຽມ ຫລື ບ໋ອກໃໝ່, ເຂົ້າເບິ່ງຊ່ອງໂທລະພາບແຫ່ງຊາດແລ້ວ ໃຫ້ສາມາດເຂົ້າຊ່ອງຮຽນໄດ້ເລີຍ ແລະ ພວກເຮົາຢາກເຮັດເປັນຊ່ອງໜຶ່ງຂອງສຶກສາກິລາ ທີ່ຈະເວົ້າແຕ່ເລື່ອງການຮຽນ-ການສອນໂດຍສະເພາະ ຄືກັບຊ່ອງ ປກສ ຫລື ຊ່ອງຂອງນະຄອນຫລວງວຽງຈັນ. ເພາະວິທີນີ້ອາດຈະເຮັດໃຫ້ນັກຮຽນ ແລະ ຄູ ໄດ້ເຂົ້າເຖິງການຮຽນ-ການສອນໃນຊ່ວງທີ່ມີພະຍາດລະບາດ ກໍຄືພະຍາດໂຄວິດ-19 ເຊິ່ງເປັນໂອກາດທີ່ດີໃຫ້ແກ່ເດັກນ້ອຍເຮົາ ໄດ້ຮຽນເຕັກໂນໂລຊີດີຈີຕອນ, ນຳໃຊ້ການຮຽນອອນລາຍກ້າວສູ່ທັນສະໄໝ.

ຂ່າວ: ມະນີທອນ, ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ກຽມສັງລວມຂໍ້ມູນເພື່ອສົ່ງເສີມການສຶກສາຮຽນຮ່ວມຂອງນັກຮຽນພິການສຶກສາ-ກິລາ

      ກຽມສັງລວມຂໍ້ມູນເພື່ອສົ່ງເສີມການສຶກສາຮຽນຮ່ວມຂອງນັກຮຽນພິການ

      11/25/2026 10:01:32 AM

      ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ກຽມສັງລວມຂໍ້ມູນເພື່ອສົ່ງເສີມການສຶກສາຮຽນຮ່ວມຂອງນັກຮຽນພິການ ໂດຍການລົງຕິດຕາມເພື່ອສັງເກດການສອນກິດຈະກຳໃນຫ້ອງຮຽນ ແລະ ສຳພາດນັກຮຽນພິການກ່ຽວກັບປະສົບການຂອງເຂົາເຈົ້າຢູ່ໂຮງຮຽນ ໂດຍໄດ້ຈັດຕັ້ງປະຕິບັດໃນສົກຮຽນ 2026-2027 ໃນໂຮງຮຽນປະຖົມຈຳນວນໜຶ່ງທີ່ເມືອງຄູນ ແຂວງຊຽງຂວາງ.

    • ຍົກລະດັບມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດສຶກສາ-ກິລາ

      ຍົກລະດັບມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ

      11/16/2026 10:04:52 AM

      ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ (ມວສຊ), ພ້ອມທັງເປີດສົກຮຽນໃໝ່ 2026- 2027 ຈັດຂຶ້ນໃນວັນທີ 13 ພະຈິກ 2026 ຢູ່ວິທະຍາເຂດດົງໂພສີ ມວສຊ, .

    • ແລກປ່ຽນບົດຮຽນວຽກບໍລິຫານໂຮງຮຽນກິນນອນສຶກສາ-ກິລາ

      ແລກປ່ຽນບົດຮຽນວຽກບໍລິຫານໂຮງຮຽນກິນນອນ

      11/16/2026 9:53:51 AM

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ສະຖາບັນກິລາ-ກາຍຍະກຳ ພົບປະແລກປ່ຽນບົດຮຽນ ວຽກງານການບໍລິຫານໂຮງຮຽນກິນນອນ

    • ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງສຶກສາ-ກິລາ

      ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      11/12/2026 9:55:11 AM

      ພິທີ ມອບ-ຮັບ ໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ ຈັດຂຶ້ນ ໃນວັນທີ 11 ພະຈິກ 2026 ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ລາວ, ມີຮອງປະ ທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ, ລັດ ຂອງ ສອງປະເທດ ລາວ-ຍີ່ປຸ່ນ ເຂົ້າຮ່ວມ.

    • ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາສຶກສາ-ກິລາ

      ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາ

      11/11/2026 9:52:12 AM

      ເມ່ືອບ່ໍດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່່ານັບຂອງທ່ານນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ads
ads

Top