ຈີນ ຫ້າມນັກເດີນທາງຈາກອັງກິດ-ແບນຊິກເຂົ້າປະເທດ

05/11/2020 16:31
Email Print 619
ຂປລ ຈີນ ອອກ​ຄຳ​ສັ່ງ​ລ້າ​ສຸດ​ ຫ້າມ​ນັກ​ເດີນທາງ ​ທີ່​ບໍ່​ແມ່ນ​ຊາວ​ຈີນ ຈາກ​ອັງກິດ ​ແລະ ​ແບນ​ຊິກ ​ເຂົ້າປະ​ເທດ ​ເປັນ​ການ​ຊົ່ວຄາວ ​ເພື່ອ​ປ້ອງ​ກັນ ​ການ​ຕິດ​ເຊື້ອ​ ພະຍາດ​ໂຄ​ວິດ-19 ກັບ​ມາ​ແຜ່​ລະບາດ ​ຮອບ​ໃໝ່

ຂປລ.ຕາມ​ຂ່າວ​ຈາກ​ ປັກ​ກິ່ງ,ວັນ​ທີ5​ພະຈິກ, ຈີນ ອອກ​ຄຳ​ສັ່ງ​ລ້າ​ສຸດ​ ຫ້າມ​ນັກ​ເດີນທາງ ​ທີ່​ບໍ່​ແມ່ນ​ຊາວ​ຈີນ ຈາກ​ອັງກິດ ​ແລະ ​ແບນ​ຊິກ ​ເຂົ້າປະ​ເທດ ​ເປັນ​ການ​ຊົ່ວຄາວ ​ເພື່ອ​ປ້ອງ​ກັນ ​ການ​ຕິດ​ເຊື້ອ​ ພະຍາດ​ໂຄ​ວິດ-19 ກັບ​ມາ​ແຜ່​ລະບາດ ​ຮອບ​ໃໝ່ ​ເນື່ອງ​ຈາກ​ ສະຖານະ​ການ ​ແຜ່​ລະບາດ​ ໃນ​ເອີຣົບ ຍັງ​ເພີ່ມ​ຄວາມ​ຮຸນ​ແຮງ​ ໂດຍ​ສະ​ເພາະ​ ອັງກິດ ມີ​ຜູ້​ເສຍ​ຊີວິດ​ເກືອບ 4.800 ຄົນ, ຕິດ​ເຊື້ອ​ໂຄ​ວິດ-19​ແລ້ວ 1 ລ້ານ​ກວ່າ​ຄົນ ​ແລະ ພວມ​ເຂົ້າສູ່​ ມາດ​ຕະການ​ ປິດ​ປະ​ເທດ​ຮອບ​ໃໝ່ ​ເຊັ່ນ​ດຽວ​ກັນ​ກັບ​ ແບບ​ຊິກ ມີ​ອັດຕາ​ສ່ວນ ​ຜູ້​ຕິດ​ເຊື້ອ ຕໍ່​ປະຊາກອນ​ ສູງ​ທີ່​ສຸດ​ໃນ​ໂລກ ​ແລະ ກ້າວ​ເຂົ້າສູ່ ມາດ​ຕະການ​ ປິດ​ປະ​ເທດ ​ຮອບ​ໃໝ່.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

KPL

ຂ່າວອື່ນໆ

ads
ads

Top