ເປີດບຳລຸງພາສາຈີນ ເພື່ອເປັນພື້ນຖານໃຫ້ແກ່ການຝຶກອົບຮົບ ພາກທິດສະດີ ພາກປະຕິບັດ ໃນວຽກງານເຕັກນິກລົດໄຟ

22/09/2020 13:18
Email Print 952
ຂປລ ຂປລ. ໃນວັນທີ 21 ກັນຍາ 2020 ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ຈັດພິທີເປີດການຮຽນບຳລຸງພາສາຈີນ ສຳລັບສຳມະນາກອນຊຸດທີ 2 ແລະ 3 ເພື່ອເປັນພື້ນຖານໃຫ້ແກ່ ການສືບຕໍ່ຝຶກອົບຮົມພາກທິດສະດີ ແລະ ພາກປະຕິບັດໃນວຽກງານ ເຕັກນິກລົດໄຟໃນຕໍ່ໜ້າ

ຂປລ. ໃນວັນທີ 21 ກັນຍາ 2020 ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ຈັດພິທີເປີດການຮຽນບຳລຸງພາສາຈີນ ສຳລັບສຳມະນາກອນຊຸດທີ 2 ແລະ 3 ເພື່ອເປັນພື້ນຖານໃຫ້ແກ່ ການສືບຕໍ່ຝຶກອົບຮົມພາກທິດສະດີ ແລະ ພາກປະຕິບັດໃນວຽກງານ ເຕັກນິກລົດໄຟໃນຕໍ່ໜ້າ, ​ໂດຍ​ມີ​ສຳ​ມະ​ນາກ​ອນ 360 ກວ່າ​ຄົນ ທີ່​ຜ່ານ​ການ​ຂັດ​ເລືອກຈາກ 1.500 ຄົນເຂົ້າຮ່ວມ.

ສຳລັບຕຳແໜ່ງງານ ຂອງການຝຶກອົບຮົມໃນຊຸດທີ 2​ ແລະ 3 ນີ້ ປະກອບ ມີ: ວຽກງານບຳລຸງຮັກສາ, ການຂົນສົ່ງສິນຄ້າ, ຜູ້ປະຈຳການສະຖານີ, ການຈັດສັນຂະບວນລົດ, ການຂົນສົ່ງຜູ້ໂດຍສານ ແລະ ຜູ້ບໍລິການເທິງລົດໄຟ.

ທ່ານ ຊ່ຽວ ຊຽນເຫວິນ ອໍານວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ສະ​ແດງ​ຄວາມຊົມ​ເຊີຍ ຕໍ່​ຜູ້​ທີ່​ຜ່ານ​ການ​ຄັດ​ເລືອກ ​ເຂົ້າ​ມາ​ຝຶກ​ອົບຮົມ​ພາສາ​ຈີນ ໃນ​ຄັ້ງ​ນີ້, ພ້ອມ​ທັງ ເນັ້ນຢໍ້າໃຫ້ ສຳມະນາກອນທຸກຄົນ ​ໃຫ້​ຕັ້ງ​ໃຈສຶກສາຄົ້ນຄວ້າ, ສຶກສາ​ຮ່ຳຮຽນ, ເພາະວ່າບັນດາສຳມະນາກອນ ທີ່​ເຂົ້າ​ຮ່ວມ​ຝຶກ​ອົບຮົມ ແມ່ນຈະກ້າວໄປສູ່ການເປັນຄົນຂັບລົດ, ເປັນຊ່ຽວຊານລົດໄຟຊຸດທຳອິດ. ປັດຈຸບັນ ການບຳລຸງພາສາຈີນ ສຳລັບສຳມະນາກອນຊຸດທີ່ 1 ຈຳນວນ 173 ຄົນ ໄດ້ສິ້ນສຸດລົງໃນຕົ້ນ ​ເດືອນກັນຍາ ທີ່ຜ່ານມາ ​ແລະ ໄດ້ສືບຕໍ່ຝຶກອົບຮົມພາກທິດສະດີ ວິຊາສະເພາະລົດໄຟ ຢູ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໃນລະຫວ່າງ ວັນທີ 14 ກັນຍາ 2020 ຫາ 14 ມັງກອນ 2021 ​ໂດ​ຍໄດ້ເຊື້ອເຊີນ​ເອົາອາຈານຊ່ຽວຊານມາຈາກ ສປ ຈີນ, ຫລັງຈາກສຳເລັດພາກທິດສະດີແລ້ວ ສຳມະນາກອນຈະໄດ້ສືບຕໍ່ ຝຶກອົບຮົມພາກປະຕິບັດຕົວຈິງ ຢູ່ທີ່ກົມລົດໄຟ ຄຸນມິງ ສປ ຈີນ ຈົນຮອດທ້າຍເດືອນກັນຍາ 2021. ພາຍຫລັງທີ່ກັບມາ ສປປ ລາວ ແລ້ວ ສຳມະນາກອນທັງໝົດ ຈະໄດ້ລົງຝຶກອົບຮົມພາກປະຕິບັດຢູ່ພາກສະ ໜາມຂອງໂຄງການລົດໄຟ ລາວ-ຈີນ ລະຫວ່າງ ວັນທີ 1 ຕຸລາ ຫາ 30 ພະຈິກ ປີ 2021.

KPL

ຂ່າວອື່ນໆ

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

    • ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍວັດທະນະທຳ-ສັງຄົມ

      ຫາລືຮ່ວມຈັດສົ່ງແຮງງານລະດູການ ພ້ອມສະເໜີປັບປຸງນະໂຍບາຍ ເພີ່ມເກນອາຍຸ ແລະ ໂກຕ້າຄູ່ຜົວ-ເມຍ

      10/15/2026 11:28:16 AM

      ໃນວັນທີ 12 ຕຸລາ 2026 ຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຈັງ ອິກບົ່ງ (Jang Ik-bong) ຮອງປະທານສະພາເມືອງຊອງຈູ (Seongju County Council Vice Chairman) ແລະ ຂະແໜງການທີ່ກ່ຽວຂ້ອງຈາກເມືອງຊອງຈູ ສ ເກົາຫຼີ ເພື່ອປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດງານໃນການຈັດສົ່ງແຮງງານລະດູການ, ພ້ອມທັງສະເໜີທິດທາງການສືບຕໍ່ຮ່ວມມື ລະຫວ່າງ ກົມການຈັດຫາງານ, ກະຊວງ ຮສສ ແລະ ເມືອງຊອງຈູ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບຍິ່ງຂຶ້ນ.

    • ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອວັດທະນະທຳ-ສັງຄົມ

      ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອ

      10/13/2026 8:26:19 AM

      ພິທີເຊັນສັນຍາຮ່ວມມືສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດ້ານໄອຊີທີ ແລະ ເອໄອ (ICT & AI) ລະຫວ່າງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 8 ຕຸລາ 2026 ໂດຍການລົງນາມລະຫວ່າງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍມີຄະນະອຳນວຍການ, ຄະນະຜູ້ບໍລິຫານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top