ອາຫານທີ່ເໝາະສົມໃນລະດູໜາວ

22/12/2016 10:12
Email Print 5541
ຂປລ ໃນລະດູໜາວຄົນສ່ວນຫລາຍຈະເປັນຫວັດ ແລະ ເປັນໄອຫລາຍທີ່ສຸດ

*ໃນລະດູໜາວ ຄົນສ່ວນຫລາຍ ຈະເປັນຫວັດ ແລະ ເປັນໄອຫລາຍທີ່ສຸດ ດັ່ງນັ້ນເຮົາ ຄວນເລືອກກິນ ອາຫານທີ່ຊ່ວຍບັນເທົາ ແລະ ປ້ອງກັນພະຍາດ ດັ່ງກ່າວ ໂດຍການເລືອກ ກິນອາຫານທີ່ຮ້ອນ ແລະ ປຸງແຕ່ງ ສຳເລັດໃໝ່ໆ ຄວນມີລົດ ຊາດສົ້ມ, ຂົມ ແລະ ລົດເຜັດໜ້ອຍໜຶ່ງ: ເຊັ່ນແກງສົ້ມ ດອກແຄ, ແກງຂີ້ເຫລັກ, ຜັກກະເດົາ ເຊິ່ງລ້ວນແຕ່ເປັນຜັກ ທີ່ເກີດຕາມ ທຳມະຊາດ ເພາະທຳມະຊາດ ຈະປັບປ່ຽນໄປ ຕາມລະດູການ ຜັກພື້ນບ້ານ ເຫລົ່ານີ້ ກໍເກີດຂຶ້ນຫລາຍ ໃນລະດູໜາວ. 

ໃນລະດູໜາວ ຈະມີຜັກພື້ນບ້ານ ເຊັ່ນ: ກະເດົາ ທີ່ມີລົດຂົມ ເມື່ອກິນແລ້ວ ຈະຊ່ວຍແກ້ໄຂ້ ເຮັດໃຫ້ກິນ ອາຫານແຊບ, ຂີ້ເຫລັກຊ່ວຍລະບາຍ, ດອກແຄຊ່ວຍແກ້ໄຂ້ ດັ່ງນັ້ນເຮົາ ຄວນເລືອກກິນ ຜັກພື້ນບ້ານ ທີ່ມີຕາມລະດູການ. ສ່ວນການເລືອກ ເຄື່ອງດື່ມ ໃນລະດູໜາວນີ້ ຄວນຈະເປັນເຄື່ອງດື່ມ ຮ້ອນໆເຊັ່ນ: ນ້ຳຂີງ, ຊາສະໝຸນໄພ ເພື່ອຊ່ວຍໃຫ້ຊຸ່ມຄໍ, ຫລຸດອາການໄອ, ແກ້ຫວັດ ຊ່ວຍປ້ອງກັນ ການເປັນຫວັດໃນ ຊ່ວງນີ້ໄດ້ ອີກດ້ວຍ.

KPL

ຂ່າວອື່ນໆ

ads
ads

Top