ທ່ຽວຊົມສີສັນເມືອງປາກເຊ

23/08/2016 09:41
Email Print 2305
ຂປລ ເມືອງປາກເຊ ເປັນເມືອງທີ່ໃຫຍ່ທີ່ສຸດທັງເປັນເມືອງເອກຂອງແຂວງຈໍາປາສັກ ທີ່ມີສະເໜ່ໜ້າຢູ່ໜ້າຊົມ ເຊິ່ງຕັ້ງຢູ່ລຽບຕາມແມ່ນໍ້າຂອງ ແລະ ສາຍນໍ້າເຊໂດນ ທີ່ໄຫລມາຈາກແຂວງສາລະວັນ






*ເມືອງປາກເຊ ເປັນເມືອງທີ່ໃຫຍ່ ທີ່ສຸດທັງເປັນເມືອງເອກ ຂອງແຂວງຈໍາປາສັກ ທີ່ມີສະເໜ່ໜ້າຢູ່ໜ້າຊົມ ເຊິ່ງຕັ້ງຢູ່ລຽບຕາມແມ່ນໍ້າຂອງ ແລະ ສາຍນໍ້າເຊໂດນ ທີ່ໄຫລມາ ຈາກແຂວງສາລະວັນ ເຊິ່ງບ່ອນສາຍນໍ້າ ທັງສອງສາຍໄຫລມາບັນຈົບຄົບກັນເອີ້ນ ວ່າ:ສົບເຊ. ເມືອງປາກເຊ ໃນປັດຈຸບັນ ແມ່ນໄດ້ມີການພັດທະນາທາງດ້ານ ເສດຖະກິດ ຈຶ່ງເຮັດໃຫ້ມີຄວາມຈະເລີນ ເຕີບໂຕຢ່າງວ່ອງ ໄວ, ເປັນສູນກາງທາງດ້ານການຄ້າຂາຍ ໃນລະດັບພາກພື້ນ ເນື່ອງຈາກວ່າເມືອງປາກເຊ ມີຊາຍແດນໃກ້ ກັບປະເທດ ໄທ, ກໍາປູເຈຍ ແລະ ຫວຽດນາມ.


ຕາມການບອກເລົ່າ ຂອງປະຊາຊົນ ຢູ່ເຂດເມືອງປາກເຊ ໄດ້ໃຫ້ຮູ້ວ່າ: ເມືອງປາກເຊ ເປັນເມືອງທີ່ມີເນື້ອທີ່ ກວ້າງໃຫຍ່ກວ່າໝູ່ ແລະ ມີຄວາມຈະເລີນກວ່າໝູ່ຖ້າທຽບ ໃສ່ເມືອງອື່ນໆ ພາຍໃນແຂວງຈໍາປາສັກ ແລະ ມີສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງ​ໂດ່ງ ດັງໃຫ້ທ່ຽວຊົມນັ້ນກໍຄືອະດີດ ພະລາຊະວັງເຈົ້າບຸນອູ້ມນະຈໍາປາສັກ ປັດຈຸບັນນີ້ໄດ້ ຫັນປ່ຽນມາເປັນ ໂຮງແຮມຈໍາປາສັກພາເລສ ທີ່ມີຂະ ໜາດກວ້າງ ແລະ ໃຫຍ່ກວ່າໂຮງແຮມອື່ນໆ ພາຍໃນເມືອງປາກເຊ. ສ່ວນສະຖານທີ່ ທ່ອງທ່ຽວທີ່ ຊາວເມືອງປາກ ເຊນິຍົມກັນໄປ ທີ່ສຸດກໍຄືຢູ່ບໍລິເວນແຄມຂອງເມືອງປາກເຊ ເຊິ່ງໃນທຸກໆຍາມແລງ ຕາເວັນຄ້ອຍຄໍ່າ ກໍຈະມີຜູ້ຄົນມັກ ມານັ່ງຊົມວີວກິນອາກາດ ແຄມຂອງພ້ອມທັງ ໄດ້ຊິມລົດຊາດແຊບໆຂອງອາຫານ ທີ່ມີຫລາກຫລາຍປະເພດ ແລະ ທັງເຄື່ອງດື່ມ ເຢັນໆໄວ້ຄອຍບໍລິການ ທຸກໆທ່ານທີ່ມາທ່ຽວຊົມສີສັນ ຂອງເມືອງປາກເຊເມື່ອຍາມ ລາຕີກໍຈະມີພາບ ຈາກໄຟແສງສີອັນໂດດເດັ່ນ ແລະ ສວຍສົດງົດງາມ ກາຍເປັນມົນສະເໜ່ ດຶງດູດໃຫ້ນັກທ່ອງທ່ຽວ ໄດ້ມາທ່ຽວຊົມນັບມື້ ຫລາຍຂຶ້ນ ເຊິ່ງແຕ່ລະປີກໍຈະ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມປະມານ 5-6 ພັນຄົນ/ປີ. ເມືອງປາກເຊ ເປັນຕົວເມືອງ ທີ່ມີດິນຟ້າອາກາດສົດຊື່ນແຈ່ມໃສດີ, ມີສະຖານທີ່ທ່ຽວຫລິ້ນ ຢູ່ຫລາຍແຫ່ງ, ເປັນເມືອງທີ່ອຸດົມສົມບູນ ທາງດ້ານທຸລະກິດການຄ້າ ເຊິ່ງໄດ້ມີນັກທຸລະກິດທັງພາຍ ໃນ ແລະ ຕ່າງປະເທດ​ຫລັ່ງໄຫລ ເຂົ້າມາລົງທຶນຄ້າຂາຍ ແລະ ການບໍ ລິການອື່ນໆຈຶ່ງ ເຮັດໃຫ້ຕົວເມືອງປາກເຊ ກາຍເປັນຈຸດເດັ່ນ ທາງດ້ານທຸລະກິດການຄ້າລະຫວ່າງປະເທດໃກ້ຄຽງເຊັ່ນ: ປະເທດໄທ, ກໍາປູເຈຍ ແລະ ຫວຽດນາມ. ຖ້າທ່ານໃດ ຫາກໄດ້ ໄປແຂວງຈໍາປາສັກ ກໍຢ່າລືມໄປແວ່ຊົມສີສັນ ເມືອງປາກເຊແດ່ເດີ! ແລ້ວທ່ານກໍ ຈະໄດ້ສໍາພັດ ກັບບັນຍາກາດ ໃນຍາມແລງ​ອາ​ທິດ​ອັດ​ສະ​ດົງ ໄປເຫັນແລ້ວ ໜ້າຊື່ນຊົມ ແທ້ໆໄດ໋ທ່ານເອີຍ!


ເໝືອນດັ່ງກາບກອນ ທີ່ໄດ້ບັນລະຍາຍໄວ້ວ່າ:

* ເມືອງປາກເຊດັງລືກ້ອງ         ລຽບລ່ອງຕາມແຄມຂອງ

ນໍ້າສອງສາຍທັງເຊໂດນ            ໄຫລຜ່ານເວີນວັງກວ້າງ

ລ່ວງຈາກດິນແດນກໍ້າ              ສາລະວັນນໍ້າໄຫລຜ່ານ

ສາຍທານໄຫລມາຈອດຈໍ້າ        ສອງແມ່ນໍ້າມາຈວບກັນ ວ່ານາ.

* ຈຶ່ງໄດ້ພາກັນເອີ້ນ                ບ່ອນຈວບກັນວ່າ ສົບເຊ

ເມືອງປາກເຊແສນງົດງາມ        ຍາມຕາເວັນລົງຄ້ອຍ

ໄປນັ່ງງອຍແຄມຂອງຫລິ້ນ       ກິນອາຫານຈານໃຫຍ່

ໄຟແສງສີສ່ອງສະທ້ອນອອນຊອນ   ແທ້ໄດ້ທ່ຽວຊົມແທ້ນາ.

KPL

ຂ່າວອື່ນໆ

ads
ads

Top