ລາວ- ສປປ ເກົາຫລີ ສືບຕໍ່ຮ່ວມມືວຽກງານ ການຕ່າງປະເທດ

02/02/2015 15:38
Email Print 730
ຂປລ ຂປລ. ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ​ ໄດ້​ໃຫ້​ກຽດ​ຕ້ອນຮັບ​ ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ ທ່ານ ຣິ ຄລີ ຊອງ ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ ເກົາຫລີ

ຂປລ. ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ​ ໄດ້​ໃຫ້​ກຽດ​ຕ້ອນຮັບ​ ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ ທ່ານ ຣິ ຄລີ ຊອງ ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ ເກົາຫລີ ແລະ ຄະນະ ​ໃນ​ວັນ​ທີ 2 ກຸມພາ 2015 ນີ້ຢູ່​ກະຊວງ​ການ​ຕ່າງປະ​ເທດ ​ໃນ​ໂອກາດ​ທີ່​ທ່ານເດິນ​ທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 1-3 ກຸມພາ 2015 ນີ້.

​ໃນ​ໂອກາດ​ນີ້ ທ່ານ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ສະ​ແດງ​ຄວາມຍິນ​ດີ​ຕ້ອນຮັບ, ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່ ທ່ານ ຣິ ຄລີ ຊອງ ​ແລະ ຄະນະ ​ທີ່​ໄດ້​​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສປປ ລາວ​ໃນ​ຄັ້ງນີ້ ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ທີ່​ດີ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ ​ແລະ ສປປ ​ເກົາຫລີ ເວົ້າ​ລວມ, ​ເວົ້າ​ສະ​ເພາະ ​ແມ່ນ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ ສອງ​ກະຊວງ​ການ​ຕ່າງປະ​ເທດ ​ລາວ ​ແລະ ສປປ ​ເກົາຫລີ ໃຫ້​ນັບ​ມື້ນັບ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ ຣິ ຄລີ ຊອງ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ ທ່ານ ຮອງ​ນາຍົກລັດຖະມົນຕີ ທີ່​ໄດ້ສະຫລະ​​ເວລາ​ອັນ​ມີຄ່າໃຫ້ການ​ຕ້ອນຮັບຢ່າງ​ອົບ​ອຸ່ນ​ໃນ​ຄັ້ງນີ້​ ພ້ອມ​ທັງ​ແຈ້ງ​ຈຸດປະສົງ​ຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ​ ໃຫ້​ທ່ານ ຮອງ​ນາຍົກລັດຖະມົນຕີ​ໄດ້​ຮັບ​ຊາບ​ຕື່ມ​ອີກ.

ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນນີ້ ທ່ານ ຣິ ຄລີ ຊອງ ​ແລະ ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫລີ ກໍ​ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ ​ຄະນະ​ຜູ້​ແທນ​ກະຊວງ​ ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ນຳ​ໂດຍ ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ ​ເຊິ່ງສອງ​ຝ່າຍ​ໄດ້ສະ​ແດງ​ຄວາມ​ເພີງພໍ​ໃຈ​ຕໍ່​ຜົນ​ສຳ​ເລັດ​ຂອງ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ ສອງ​ປະ​ເທດ​ໃນ​ຊຸມ​ປີຜ່ານມາ​ເຫັນ​ວ່າການ​ພົວພັນ ​ຮ່ວມ​ມື​ສອງ​ຝ່າຍ​ໄດ້​ສືບຕໍ່​ຂະຫຍາຍຕົວຢ່າງ​ຕໍ່​ເນື່ອງ ຄະນະ​ຜູ້​ແທນ​ຂອງ​ພັກ, ລັດ ​ແລະ ຂັ້ນຕ່າງໆ​ຂອງ​ສອງ​ປະ​ເທດ​ ກໍ​ໄດ້​ມີ​ການ​ແລກປ່ຽນ​ຢ້ຽມຢາມກັນ​ຢ່າງ​ເປັນ​ປົກກະຕິ ພ້ອມ​ດຽວ​ກັນນີ້ ທັງສອງ​ຝ່າຍ​ຍັງ​ໄດ້​ເຫັນ​ດີ​ ຈະ​ສືບຕໍ່​ຮັກສາ​ການ​ແລກປ່ຽນ ການ​ຢ້ຽມຢາມ​ເຊິ່ງກັນ ແລະ ກັນ ລະຫວ່າງ ຄະນະ​ຜູ້​ແທນ​ຂັ້ນສູງ ​ແລະ ຂັ້ນຕ່າງໆ​ ໂດຍ​ສະ​ເພາະ​ ແມ່ນ​ການ​ປຶກສາ​ຫາລື​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ນຳ​ກັນ ລະຫວ່າງ ສອງ​ກະຊວງ​ການ​ຕ່າງປະ​ເທດ ລາວ ​ແລະ ສປປ ​ເກົາຫລີ ເພື່ອ​ຊອກ​ຫາຊ່ອງ​ທາງ​ຂຸດ​ຄົ້ນ​ທ່າ​ແຮງ​ບົ່ມ​ຊ້ອນ ແລະ ຄວາມ​ອາດ​ສາມາດ​ຕົວ​ຈິງ​ຂອງ​ແຕ່ລະ​ປະ​ເທດ ​ໃນ​ການ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ເສດຖະກິດ ​ແລະ ຂົງ​ເຂດ​ອື່ນໆ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ບົນ​ພື້ນຖານ​ສະ​ເໝີ​ພາບ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

        ​ໃນ​ໂອກາດ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫລີ ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ​ສະຖານ​ທີ່​ສຳຄັນ​ທາງ​ດ້ານ​ປະຫວັດສາດ ​ແລະ ການ​ຜະລິດ​ກະສິກຳ​ຢູ່ນະຄອນຫລວງ​ວຽງ​ຈັນ​ຕື່ມ​ອີກ./.
KPL

ຂ່າວອື່ນໆ

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

    • ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມ

      12/31/2025 5:31:46 PM

      ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ (Nguyen Thi Phuong Thao) ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”

ads
ads

Top