ສານຊົມເຊີຍພາລະກິດ ການບິນຮ່ວມກັນລະຫວ່າງ ນັກບິນອະວະກາດຈີນ-ປາກິດສະຖານ

26/11/2026 15:00
ຂປລ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ອາຊິຟ ອາລີ ຊາດາຣີ ປະທານາທິບໍດີ ປາກິດສະຖານ ໄດ້ສົ່ງສານ ເຖິງກັນ ແລະ ກັນເພື່ອ ຊົມເຊີຍ ພາລະກິດການບິນ ຮ່ວມກັນລະຫວ່າງ ນັກບິນອະວະກາດ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 25 ພະຈິກນີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ອາຊິຟ ອາລີ ຊາດາຣີ ປະທານາທິບໍດີ ປາກິດສະຖານ ໄດ້ສົ່ງສານເຖິງກັນ ແລະ ກັນເພື່ອ ຊົມເຊີຍ ພາລະກິດການບິນ ຮ່ວມກັນລະຫວ່າງ ນັກບິນອະວະກາດ. ເນື້ອໃນສານຂອງ ທ່ານ ສີ ຈິ້ນຜິງ ລະບຸວ່າ: ສປ ຈີນ ແລະ ປາກິດສະຖານ ແມ່ນຄູ່ຮ່ວມມື ຍຸດທະສາດໃນທຸກສະພາບການ. ນັບແຕ່ສ້າງຕັ້ງສາຍພົວພັນ ທາງການທູດ 75 ປີມານີ້, ມິດຕະພາບ ລະຫວ່າງ ສປ ຈີນ ແລະ ປາກິດສະຖານ ໝັ້ນແກ່ນຄືຫີນແຂງ ຢ່າງສະເໝີຕົ້ນ ສະເໝີປາຍ.ນັກບິນອະວະກາດ ສອງປະເທດ ເກາະ ແຂນກັນ ບິນສູ່ອະວະກາດ ໄດ້ສະແດງໃຫ້ເຫັນເຖິງ ມິດຕະພາບ ອັນເລິກເຊິ່ງ ລະຫວ່າງ ສປ ຈີນ ແລະ ປາກິດສະຖານ ຢ່າງມີຊີວິດຊີວາ,ທັງແມ່ນໝາກຜົນໃໝ່ ທີ່ສຳຄັນຂອງການຮ່ວມມື ລະຫວ່າງ ສອງປະເທດ.ສປ ຈີນ ຍິນດີຮ່ວມກັບ ປະເທດຕ່າງໆ ເຊິ່ງລວມທັງ ປາກິດສະຖານ ເພື່ອລົງເລິກການຮ່ວມມືສາກົນ ໃນດ້ານການບິນອະວະກາດ, ປັບປຸງການບໍລິຫານອະວະກາດທົ່ວໂລກ ແລະ ເຮັດ ໃຫ້ຜົນງານການສຳຫລວດອະວະກາດ ສ້າງຄວາມສຸກໃຫ້ແກ່ ມວນມະນຸດໃຫ້ດີກວ່າເກົ່າ. ເນື້ອໃນສານຂອງ ທ່ານ ອາຊິຟ ອາລີ ຊາດາຣີ ລະບຸວ່າ: ເນື່ອງໃນໂອກາດ ການສ້າງຕັ້ງສາຍພົວພັນ ທາງການ ທູດລະຫວ່າງ ປາກິດສະຖານ ແລະ ສປ ຈີນ ຄົບຮອບ 75 ປີນີ້,ສອງປະເທດ ໄດ້ດຳເນີນການຮ່ວມມື ໃນດ້ານອະວະກາດ ທີ່ເປັນປະຫວັດສາດ,ນັກບິນອະວະກາດຜູ້ທຳອິດ ຂອງປາກິດສະ ຖານ ໄດ້ເຂົ້າສູ່ສະຖານີ ອະວະກາດຂອງ ສປ ຈີນ.ຂ້າພະເຈົ້າ ຂໍຕາງໜ້າລັດຖະບານ ແລະ ປະຊາຊົນປາກິດສະຖານ ສະແດງຄວາມຂອບອົກຂອບໃຈ ຢ່າງຈິງໃຈຕໍ່ລັດຖະບານຈີນ ແລະ ປະຊາຊົນຈີນ. ການ ຮ່ວມມືໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງ ຫລັກໝັ້ນທີ່ໝັ້ນໜຽວຂອງ ສປ ຈີນ ທີ່ສຸມໃສ່ ນຳໃຊ້ອະວະກາດຢ່າງສັນຕິ, ສະແດງໃຫ້ເຫັນເຖິງ ຄວາມໝາຍສຳຄັນ ຂອງປະຊາຄົມ ຮ່ວມຊາຕາກຳຂອງ ມວນ ມະນຸດ,ຍ່ອມຈະເຮັດໃຫ້ມິດຕະພາບ ລະຫວ່າງ ປາກິດສະຖານ ແລະ ສປ ຈີນ ໝັ້ນຄົງກວ່າເກົ່າ ແລະ ຊຸກຍູ້ການພົົວພັນ ຄູ່ຮ່ວມມືຍຸດທະສາດ ໃນທຸກສະພາບການ ລະຫວ່າງ ສອງປະເທດ ໃຫ້ຂະ ຫຍາຍໄປສູ່ ລະດັບສູງກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top