ຂປລ
ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄຂຂຶ້ນຢ່າງເປັນທາງການ
ໃນວັນທີ 25 ພະຈິກ 2026 ທີ່ເມືອງວັງວຽງ, ແຂວງວຽງຈັນ ສປປ ລາວ ເພື່ອເປັນການຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ຖະແຫຼງຂ່າວໃນພາກພື້ນອາຊຽນ ໂດຍມີ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີຫົວໜ້າຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວ ຈາກປະເທດສະມາຊິກອາຊຽນ (ASEAN-COCI), ຫົວໜ້າອະນຸກຳມະການວັດທະນະທຳ (SCC), ຫົວໜ້າອະນຸກຳມະການຖະແຫຼງຂ່າວ (SCI), ຫົວໜ້າຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ຜູ້ຕາງໜ້າກອງເລຂາອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ພະຂັນໄຊ ສີຄັນໄຊ ໄດ້ຍົກໃຫ້ເຫັນບົດບາດສຳຄັນຂອງຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1978 ເພື່ອສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຄວາມສາມັກຄີ ແລະ ເອກະລັກຮ່ວມຂອງອາຊຽນ. ພ້ອມນີ້, ທ່ານຍັງໄດ້ເນັ້ນອີກວ່າ: ໃນຂະນະທີ່ອາຊຽນກຳລັງກ້າວເຂົ້າສູ່ການຈັດຕັ້ງປະຕິບັດແຜນງານອາຊຽນດ້ານຂ່າວສານ ແລະ ສື່ມວນຊົນ 2026-2035 ແລະ ແຜນງານອາຊຽນດ້ານວັດທະນະທຳ ແລະ ສິລະປະ 2026-2035, ບັນດາປະເທດສະມາຊິກຕ້ອງຮ່ວມມືກັນຜັນຂະຫຍາຍບຸລິມະສິດເຫຼົ່ານີ້ໃຫ້ເປັນໂຄງການຮ່ວມມືຕົວຈິງ ແລະ ເກີດໝາກຜົນຢ່າງເປັນຮູບປະທຳ. ການພັດທະນາຂອງປັນຍາປະດິດ (AI), ສື່ດີຈິຕອນ ແລະ ພຶດຕິກຳການບໍລິໂພກຂໍ້ມູນຂ່າວສານທີ່ປ່ຽນແປງໄປ ໄດ້ສ້າງໂອກາດໃໝ່ໃນການເຜີຍແຜ່ຄວາມຫຼາກຫຼາຍທາງວັດທະນະທຳອາຊຽນ, ແຕ່ໃນຂະນະດຽວກັນ ກໍຕ້ອງໄດ້ຮ່ວມກັນແກ້ໄຂບັນຫາຂ່າວປອມ, ຂ່າວບິດເບືອນຄວາມຈິງ, ປົກປັກຮັກສາມໍລະດົກວັດທະນະທຳ ແລະ ຮັບປະກັນໃຫ້ທຸກຊຸມຊົນໄດ້ຮັບຜົນປະໂຫຍດຈາກການຫັນເປັນດີຈິຕອນ. ພ້ອມນີ້, ທ່ານໄດ້ຮຽກຮ້ອງໃຫ້ຄະນະຜູ້ແທນພິຈາລະນາໂຄງການຕ່າງໆ ທີ່ຜ່ານການປຶກສາຫາລືໃນກອງປະຊຸມອະນຸກຳມະການວັດທະນະທຳ ແລະ ຖະແຫຼງຂ່າວ ໂດຍຄຳນຶງເຖິງຄວາມສອດຄ່ອງ, ຄວາມເປັນໄປໄດ້, ຜົນປະໂຫຍດຂອງພາກພື້ນ ແລະ ຄວາມຍືນຍົງ.
ທ່ານ ສີວຽງໄຊ ອໍລະບູນ ກໍໄດ້ກ່າວຕ້ອນຮັບຄະນະຜູ້ແທນຢ່າງອົບອຸ່ນ ພ້ອມສະແດງຄວາມພາກພູມໃຈທີ່ແຂວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລະດັບພາກພື້ນອີກຄັ້ງ ຫຼັງຈາກເຄີຍເປັນເຈົ້າພາບກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນດ້ານວັດທະນະທຳ ແລະ ສິລະປະ ຄັ້ງທີ 19 (19th SOMCA) ໃນປີ 2023. ພ້ອມທັງໄດ້ນຳສະເໜີຈຸດເດັ່ນ ແລະ ຈຸດພິເສດຂອງແຂວງວຽງຈັນ ຊຶ່ງເປັນແຂວງທີ່ມີຄວາມສວຍສົດງົດງາມທາງທຳມະຊາດ ແລະ ມໍລະດົກວັດທະນະທຳທີ່ໜ້າສົນໃຈ ໂດຍສະເພາະສິລະປະການສະແດງ “ຟ້ອນລາຍງ້າວ” ທີ່ເປັນເອກະລັກຂອງແຂວງ ແລະ ອື່ນໆ.
ໃນກອງປະຊຸມ, ບັນດາຜູ້ແທນໄດ້ພິຈາລະນາ ແລະ ຮັບຮອງເອົາບັນດາຂໍ້ລິເລີ່ມ ແລະ ໂຄງການທີ່ໄດ້ຜ່ານການຄົ້ນຄວ້າ ແລະ ຮັບຮອງໃນກອງປະຊຸມອະນຸກຳມະການວັດທະນະທຳ ແລະ ອະນຸກຳມະການຖະແຫຼງຂ່າວອາຊຽນ ບົນພື້ນຖານຄວາມສຳຄັນ, ຄວາມເປັນໄປໄດ້, ເປັນປະໂຫຍດຕໍ່ປະເທດສະມາຊິກອາຊຽນ ແລະ ມີຄວາມຍືນຍົງ ເພື່ອຮັບປະກັນໃຫ້ບັນດາໂຄງການດັ່ງກ່າວສອດຄ່ອງກັບບຸລິມະສິດຂອງອາຊຽນ ແລະ ສ້າງຜົນປະໂຫຍດໃຫ້ກັບປະຊາຊົນອາຊຽນຢ່າງແທ້ຈິງ.
KPL