ຂປລ
ລັດຖະບານ ຍີ່ປຸ່ນ ມີແຜນທີ່ຈະຈັດຕັ້ງ ສູນບັນຊາການ ເພື່ອຮັບມືກັບ ໄພພິບັດສຸກເສີນ ຢູ່ນອກເຂດ ມະຫານະຄອນ ໂຕກຽວ ເຊິ່ງ ອາດຈະເປັນນະຄອນຫລວງ ສຳຮອງ ໃນກໍລະນີ ທີ່ ເກີດເຫດ ແຜ່ນດິນໄຫວ ຄັ້ງໃຫຍ່ ຢູ່ໃຕ້ນະຄອນຫລວງໂຕກຽວ ໂດຍກົງ.
ຂປລ. ສຳນັກຂ່າວ ກຽວໂດ (Kyodo) ລາຍງານ ໂດຍອ້າງອີງ ແຫລ່ງຂ່າວວ່າ:
ລັດຖະບານ ຍີ່ປຸ່ນ ມີແຜນທີ່ຈະຈັດຕັ້ງ ສູນບັນຊາການ ເພື່ອຮັບມືກັບ ໄພພິບັດສຸກເສີນ ຢູ່ນອກເຂດ
ມະຫານະຄອນ ໂຕກຽວ ເຊິ່ງ ອາດຈະເປັນນະຄອນຫລວງ ສຳຮອງ ໃນກໍລະນີ ທີ່ ເກີດເຫດ ແຜ່ນດິນໄຫວ ຄັ້ງໃຫຍ່
ຢູ່ໃຕ້ນະຄອນຫລວງໂຕກຽວ ໂດຍກົງ.
ເຖິງແມ່ນວ່າ ຈະມີ ການຄາດການວ່າ
ກົນໄກ ການເຮັດວຽກ ຫລັກ ຂອງ ລັດຖະບານ ຈະບໍ່ຢຸດຈຶ້ງລົງຫລັງເກີດແຜ່ນດິນໄຫວ ດັ່ງກ່າວ
ແຕ່ລັດຖະບານ ເຊື່ອວ່າ ມີຄວາມຈຳເປັນ ຕ້ອງກຽມ ຄວາມພ້ອມ ເພື່ອຮັບມືກັບ ຄວາມເສຍຫາຍ ທີ່
ອາດຈະຮຸນແຮງຂຶ້ນ ເກີນການຄາດໝາຍ. ໂດຍແຜນການ ຢ່າງຕໍ່ເນື່ອງ ໃນການ ດຳເນີນງານ ຂອງລັດຖະບານ
ເຊິ່ງມີ ກຳນົດ ຈະໄດ້ຮັບ ການປັບປຸງ ແກ້ໄຂ ໃນໄວໆນີ້ ຄາດວ່າ ຈະຮຽກຮ້ອງ ໃຫ້ມີການສຶກສາ ສະຖານທີ່ຕັ້ງ
ທາງເລືອກອື່ນໆ ສຳລັບການຈັດຕັ້ງສູນ ບັນຊາການ ຮັບມືໄພພິບັດ./
KPL