ຂປລ
ກອງປະຊຸມອະນຸກຳມະການວັດທະນະທຳອາຊຽນ (SCC) ພິຈາລະນາ 4 ຂໍ້ສະເໜີໂຄງການໃໝ່ ສຳລັບສົກງົບປະມານ 2027 ເພື່ອນຳສະເໜີຕໍ່ ASEAN-COCI ຄັ້ງທີ 61
ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມອະນຸກຳມະການວັດທະນະທຳອາຊຽນ (SCC) ພາຍໃຕ້ກອງປະຊຸມ ASEAN-COCI ຄັ້ງທີ 61 ໃນວັນທີ 24 ພະຈິກ 2026 ນີ້, ທ່ານ ນາງ ວັນເພັງ ແກ້ວປັນຍາ ຜູ້ອຳນວຍການຫໍພິພິທະພັນແຫ່ງຊາດລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ກອງປະຊຸມ SCC ຈັດຂຶ້ນເພື່ອຕິດຕາມ ແລະ ແລກປ່ຽນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາໂຄງການດ້ານວັດທະນະທຳ ແລະ ສິລະປະຂອງອາຊຽນ, ພ້ອມທັງທົບທວນ ແລະ ພິຈາລະນາບັນດາຂໍ້ສະເໜີໂຄງການໃໝ່ ສຳລັບສົກງົບປະມານ 2027 ພາຍໃຕ້ກອງທຶນວັດທະນະທຳອາຊຽນ (ACF) ເພື່ອນຳສະເໜີຕໍ່ກອງປະຊຸມໃຫຍ່ ASEAN-COCI ຄັ້ງທີ 61 ພິຈາລະນາຮັບຮອງ. ນອກຈາກນີ້, ຍັງເປັນການລາຍງານຄວາມຄືບໜ້າຂອງກິດຈະກຳຕ່າງໆ ທີ່ໄດ້ຮັບການສະໜັບສະໜູນຈາກບັນດາປະເທດຄູ່ເຈລະຈາ ແລະ ຄູ່ຮ່ວມພັດທະນາພາຍນອກ.
ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການຕິດຕາມສະຖານະ ແລະ ຄວາມຄືບໜ້າຂອງໂຄງການຮ່ວມກັບປະເທດຄູ່ເຈລະຈາ ເຊັ່ນ: ສປ ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອາຊຽນ+3, ອິນເດຍ, ອັງກິດ, ຝຣັ່ງ, ສະຫະລັດອາຣັບ, ລວມທັງອົງການຈັດຕັ້ງສາກົນອື່ນໆ; ທົບທວນໂຄງການທີ່ກຳລັງດຳເນີນການ ແລະ ໂຄງການທີ່ຈັດຕັ້ງປະຕິບັດສຳເລັດແລ້ວ ເພື່ອຕິດຕາມການສົ່ງບົດລາຍງານຜົນສຳເລັດ ແລະ ການສະຫຼຸບງົບປະມານ; ປຶກສາຫາລື 4 ໂຄງການສຳຄັນ ຄື: ການເປັນເຈົ້າພາບກອງປະຊຸມ SCC ຄັ້ງທີ 28 ຂອງຕີມໍແລັດສະເຕ, ງານມະຫະກຳສິລະປະການສະແດງອາຊຽນ 2027 ຂອງສິງກະໂປ, ໂຄງການວັດທະນະທຳກາເຟອາຊຽນ (ການຮ່ວມມືລະຫວ່າງມາເລເຊຍ ແລະ ຕີມໍແລັດສະເຕ) ແລະ ໂຄງການປຶ້ມເອເລັກໂຕຣນິກອາຊຽນ ໄລຍະ 2 ຂອງອິນໂດເນເຊຍ; ປຶກສາຫາລືກ່ຽວກັບການເຄື່ອນໄຫວຂອງສູນວັດທະນະທຳອາຊຽນ (ຢູ່ບາງກອກ ແລະ ມະນີລາ), ໂຄງການຈັດເກັບຂໍ້ມູນມໍລະດົກວັດທະນະທຳດີຈິຕອນອາຊຽນ (ACHDA) ແລະ ການກະກຽມສ້າງບັນຊີລາຍຊື່ມໍລະດົກວັດທະນະທຳອາຊຽນ (ACHL).
ທ່ານ ນາງ ວັນເພັງ ແກ້ວປັນຍາ ຍັງໃຫ້ຮູ້ອີກວ່າ: ກອງປະຊຸມຄັ້ງນີ້ ໄດ້ຮ່ວມກັນຊຸກຍູ້ການຮ່ວມມືດ້ານວັດທະນະທຳ ແລະ ສິລະປະ ໃຫ້ສອດຄ່ອງກັບແຜນງານວັດທະນະທຳອາຊຽນ 2020-2035 ແລະ ແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ (ASCC) ເພື່ອສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ ແລະ ມີສ່ວນຮ່ວມ; ສືບຕໍ່ສະໜັບສະໜູນໂຄງການທີ່ເນັ້ນການແລກປ່ຽນຂອງຊາວໜຸ່ມ, ສິລະປິນ, ການພັດທະນາເສດຖະກິດ, ວິສາຫະກິດວັດທະນະທຳ ແລະ ການອະນຸລັກມໍລະດົກວັດທະນະທຳໃນຍຸກດີຈິຕອນ; ຍູ້ແຮງ 4 ຂໍ້ສະເໜີໂຄງການໃໝ່ ເພື່ອນຳສະເໜີຕໍ່ກອງປະຊຸມໃຫຍ່ ASEAN-COCI ຮັບຮອງ, ພ້ອມທັງປະສານສົມທົບກັນກະກຽມກິດຈະກຳດ້ານວັດທະນະທຳ ສຳລັບການເປັນປະທານອາຊຽນຂອງສິງກະໂປ ໃນປີ 2027.
KPL