ສ.ອາເມລິກາ ກຽມຈັດວາງອັດຕາພາສີນຳເຂົ້າໃໝ່ຕໍ່ກັບ ສປ ຈີນ-ອີຢູ-14 ພື້ນຖານເສດຖະກິດ

26/11/2026 15:00
ຂປລ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ພວມກະກຽມ ຈັດວາງ ອັດຕາພາສີ ນຳເຂົ້າໃໝ່ ໃນວົງກວ້າງຕໍ່ກັບ ສປ ຈີນ, ສະຫະພາບ ເອີລົບ (ອີຢູ) ແລະ 14 ພື້ນຖານເສດຖະກິດ ອື່ນອີກ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ພວມກະກຽມ ຈັດວາງ ອັດຕາພາສີ ນຳເຂົ້າໃໝ່ ໃນວົງກວ້າງຕໍ່ກັບ ສປ ຈີນ, ສະຫະພາບ ເອີລົບ (ອີຢູ) ແລະ 14 ພື້ນຖານເສດຖະກິດ ອື່ນອີກ. ຄາດ​ວ່າ ທ່ານ ແຈມີສັນ ກຣີ(Jamieson Greer), ຫົ​ວໜ້າຜູ້ຕາງໜ້າ​ ດ້ານການຄ້າ ອາ​ເມ​ລິ​ກາ ຈະ​ປະ​ກາດ ໃນ​ອາ​ທິດ​ນີ້ ​ຜົນ​ການ​ສືບ​ສວນ ທີ່​ແກ່​ຍາວ​ເປັນເວລາ ຫລາຍເດືອນ​ ກ່ຽວ​ກັບ​ ສະ​ພາບ​ກຳລັງການຜະລິດ ອຸດສາຫະກຳ ​ເຫລື​ອ​ເກີນ ແລະ ບັນດາບ້ວງ​ເງິນອຸດໜູນ ຂອງລັດ​ຖະ​ບານ​​ ຢູ່​ບັນ​ດາ​ພື້ນ​ຖານເສດຖະກິດ ທີ່​ຖືກພິຈາລະນາ. ເວລາປະກາດ ອາດຈະມີ ການປ່ຽນແປງ. ຕາມ​ບັນ​ດາ​ຂໍ້​ມູນ ​ທີ່​ສື່ມວນຊົນຄັດ​ສະ​ເໜີ​ຄືນ, ​ອີ​ຢູ, ຍີ່ປຸ່ນ ແລະ ​ສ.ເກົາຫລີ ມີ​ຄວາມ​ສ່ຽງຈະ​ຜະ​ເຊີນ​ໜ້າກັບ​ອັດ​ຕາພາສີ 15% ຫລື ຕ່ຳກວ່າ. ຂະນະທີ່ ສປ ຈີນ ແລະ ອິນເດຍ ມີ​ຄວາມ​ສ່ຽງ ​ທີ່​ຈະ​ຜະເຊີນໜ້າກັບ ອັດ​ຕາພາສີທີ່ສູງກວ່າ. ອັດຕາພາສີ​ສຸດ​ທ້າຍ, ຂອບເຂດຂອງສິນຄ້າ​ ທີ່​ຖືກ​ຈັ​ດ​ວາງ ແລະ ຈຸດເວລາ​ຜັນ​ຂະ​ຫຍາຍ ປະຕິບັດນັ້ນ ປັດຈຸບັນ ຍັງບໍ່ທັນໄດ້ປະກາດ ຢ່າງເປັນທາງການ ເທື່ອ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top