ຮອງລັດຖະມົນຕີ ວທ ເຂົ້າຮ່ວມງານສັບປະດາ ອາຊຽນ-ຈີນ ທີ່ ສປ ຈີນ

26/11/2026 12:16
Email Print 116
ຂປລ ໃນລະຫວ່າງວັນທີ 22-24 ພະຈິກ 2026, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມງານສັບປະດາ ອາຊຽນ-ຈີນ (ASEAN-China Week) ທີ່ຈັດຂຶ້ນຢ່າງເປັນທາງການ ຢູ່ນະຄອນຊົງຊິງ ສປ ຈີນ.

ການເຂົ້າຮ່ວມງານຄັ້ງນີ້ ຈຸດປະສົງເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໂດຍສະເພາະການຊຸກຍູ້ການແລກປ່ຽນດ້ານວັດທະນະທຳ, ສິລະປະ, ການທ່ອງທ່ຽວ ແລະ ການໄປ-ມາຫາສູ່ກັນລະຫວ່າງປະຊາຊົນສອງຝ່າຍ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ເຂົ້າຮ່ວມພິທີເປີດງານຢ່າງເປັນທາງການ, ເວທີປຶກສາຫາລື ເພື່ອສະເຫຼີມສະຫຼອງຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ຈີນ ແລະ ຄົບຮອບ 15 ປີ ແຫ່ງການສ້າງຕັ້ງສູນ ອາຊຽນ-ຈີນ, ພ້ອມທັງຂຶ້ນມີຄຳເຫັນຕໍ່ກັບກອງປະຊຸມຂອງຜູ້ປະກອບການທຸລະກິດທ່ອງທ່ຽວອາຊຽນ. ພ້ອມນີ້, ຍັງໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງ ສປ ຈີນ ແລະ ບັນດານັກຂ່າວຂອງບັນດາປະເທດອາຊຽນ ກ່ຽວກັບການສົ່ງເສີມວຽກງານການທ່ອງທ່ຽວລະຫວ່າງບັນດາປະເທດອາຊຽນ ກໍຄື ສປປ ລາວ ແລະ ນະຄອນຊົງຊິງ ສປ ຈີນ ແນໃສ່ຊຸກຍູ້ການໂຄສະນາເຜີຍແຜ່ຄວາມງົດງາມທາງດ້ານວັດທະນະທຳ ແລະ ແຫຼ່ງທ່ອງທ່ຽວທີ່ໂດດເດັ່ນຂອງທັງສອງຝ່າຍ.

KPL

ຂ່າວອື່ນໆ

ads
ads

Top