ຂປລ
ຍ້ອນຝົນຕົກໜັກ ຢ່າງຕໍ່ເນື່ອງ, ຢູ່ເຂດພິເສດອາເຈະ ໄດ້ເຮັດໃຫ້ເກີດໄພນ້ຳຖ້ວມ, ສົ່ງຜົນກະທົບ ຕໍ່ປະຊາຊົນຫລາຍ ກວ່າ 14.000 ຄົນ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 25 ພະຈິກນີ້, ອົງການ ຕ້ານໄພພິບັດແຫ່ງຊາດ ອິນໂດເນເຊຍ ແຈ້ງໃຫ້ຮູ້ວ່າ: ຍ້ອນຝົນຕົກໜັກ ຢ່າງຕໍ່ເນື່ອງ, ຢູ່ເຂດພິເສດອາເຈະ ໄດ້ເຮັດໃຫ້ເກີດໄພນ້ຳຖ້ວມ, ສົ່ງຜົນກະທົບ ຕໍ່ປະຊາຊົນຫລາຍກວ່າ 14.000 ຄົນ. ປັດຈຸບັນ ສະພາບນ້ຳຖ້ວມ ຢ່າງບາງພື້ນທີ່ ໄດ້ຄ່ອຍໆຫລຸດລົງ, ແຕ່ຍັງມີເຮືອນຂອງປະຊາຊົນ ໃນທ້ອງຖິ່ນຖືກນ້ຳຖ້ວມ,ພື້ນຖານໂຄງລ່າງຕ່າງໆ ເຊັ່ນ:ຂົວ,ຖະໜົນທາງ ແລະ ລະບົບລະບາຍນ້ຳ ຖືກທຳລາຍເສຍຫາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL