7415

vk-Po sk]n dkoIj ;,,n 0q 'g0f ;a fmtotme c]t 4tcs]'0j k; 7totz6 h cmo ra d xx ]k; g0Q kIj ;, dv'xt-5 ,.spj 0t[;odkogrnj vgl]u rk[0v'[a ofk-kf gxu f;k'ltcf'I6 [c8h , “,= ]tfq d;a fmtotme s;Pfok, c]t ]k; zj koly ]txtdkoc8h ,I6 [” 7;k,gxa o9y '0v'l6 o/b d c]t Ia [xtda odko[y o{ ;y mtpkw]dko[y o,y f8trk[ ]k;{9u o [h kogdy o /j kpxt-k-q o gvq k-tot /j kprtoa d'ko 9-8 xt86 .odkoc0j '0a o8u 7u [5 oot,a fltdkortmkfs];' xt9exu 2026 ]k;{s;Pfok, ln [8+ glu ,lh k'lkprq ;ra o Ij ;,,n Iv[fh ko c]t s5h olj ;op5 fmtlkf ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 25.11.2026 ປີທີ 25 ສະບັບທີ 6.569 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K dP,la '];,0= h ,6 o grnj vlqj 'glu ,dkolb dlk IPoIj ;,0v'oa dIPory dko F ອ່ານຕໍ່ໜ້າ 2 dkooera d{]a f c]t ,;o-q o Ij ;,.lj [kf .o[5 ortmkfs];';P'9a o xt9exu 2026 ທ່ານ ທອງສະຫວັນ ພົມວິຫານ ພ້ອມຄະນະ (ຊ້າຍ) ທ່ານນາງ ຄຳເພົາ ເອິນທະວັນ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 7 ]k; c]t ,kg]g-p gruj ,mt;u Ia fc|h odkorq ;ra oIj ;,,n lv'/j kp F ອ່ານຕໍ່ໜ້າ 3 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 3 ຂປລ.ການເຂົ້າຮ່ວມກອງປະຊຸມ ສຸດຍອດ CLM7 ຄັ້ງທີ 12, ກອງ F ອ່ານຕໍ່ໜ້າ 2 ທ່ານ ສະເຫລີມໄຊ ກົມມະສິດ (ປະທານ) ປະຊຸມສຸດຍອດ ACMECS ຄັ້ງທີ 11ແລະການຢ້ຽມຢາມສສຫວຽດ ນາມ ຢ່າງເປັນທາງການຂອງທ່ານ ນາຍົກລັດຖະມົນຕີ ສປປ ລາວ ນອກຈາກຈະເປັນການຢືນຢັນຄວາມ ໝັ້ນໝາຍຂອງລາວໃນການສົ່ງເສີມ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດ ທະສາດລາວ-ຫວຽດນາມແລ້ວ,ຍັງ ເປັນການຊຸກຍູ້ການຮ່ວມມືໃນອະ ນຸພາກພື້ນ ແລະ ປະຊາຄົມອາຊຽນ ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ ແທນພັກປປລາວນຳໂດຍສະຫາຍ ບຸນເຫລືອ ພັນດານຸວົງ ກຳມະການ ສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ເຂົ້້າ ຮ່ວມກອງປະຊຸມໃຫຍ່ ຄັ້ງທີ 2 ຂອງຂະບວນການ “ເພື່່ອເສລີພາບ ຂອງບັນດາຊາດ” ເພື່ອຕ້ານລັດທິ ລ່າເມືອງຂຶ້ນແບບໃໝ່ ໃນສະໄໝ ໃໝ່ ຢູ່ນະຄອນຫລວງມົດສະກູ, ສະຫະພັນຣັດເຊຍ ໂດຍການເປັນ ເຈົ້າພາບຂອງ ພັກລັດເຊຍເອກະ ພາບ, ມີຜູ້ແທນໃນລະດັບຕ່າງໆ ຈາກບັນດາພັກການເມືອງທີ່ມີແນວ ທາງກ້າວໜ້າ ຫລາຍກວ່າ 300 ຄົນ, ພ້ອມທັງຜູ້ຕາງໜ້າຈາກຂະ ບວນການ ແລະ ອົງການຈັດຕັ້ງສາ ຂປລ. ສະຖານເອກອັກຄະລັດຖະ ທູດຫວຽດນາມ ປະຈໍາລາວ ຮ່ວມ ກັບສູນວັດທະນະທໍາຫວຽດນາມ ປະຈໍາລາວ, ກອງທຶນສະໜັບສະ ໜູນການອະນຸລັກມໍລະດົກວັດທະ ຂປລ. ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບການສະໜັບສະ ໜູນ ຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ກຽມສັງ ລວມຂໍ້ມູນເພື່ອສົ່ງເສີມການສຶກສາ ຮຽນຮ່ວມຂອງນັກຮຽນພິການ ໂດຍການລົງຕິດຕາມເພື່ອສັງເກດ ການສອນກິດຈະກຳໃນຫ້ອງຮຽນ ແລະ ສຳພາດນັກຮຽນພິການ ກ່ຽວກັບປະສົບການຂອງເຂົາເຈົ້າ ຂປລ. ໃນວັນທີ 24 ພະຈິກ 2026 ນີ້, ກົງກັບມື້ຂຶ້ນ 15 ຄ່ຳ ເດືອນ 12, ເປັນມື້ສຸດທ້າຍຂອງບຸນ ນະມັດສະການພະທາດຫລວງວຽງ ຈັນບັນດາການນໍາພັກ,ລັດນຳໂດຍ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກ ຂປລ. ໂດຍຕອບສະໜອງຕາມຄໍາ ເຊື້ອເຊີນຂອງ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ມາເລເຊຍ ແລະພັນລະຍາ, ທ່ານທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງປະ ເທດແຫ່ງສປປລາວແລະພັນລະຍາ ລັດຖະມົນຕີ ແລະ ມວນຊົນຊາວນະ ຄອນຫລວງວຽງຈັນ ກໍຄື ພຸດທະ ສາສະນິກະຊົນລາວ ບັນດາເຜົ່າ ໄດ້ ພ້ອມພຽງກັນໃສ່ບາດຖວາຍສັງ ຄະທານ ແດ່ພະສົງສາມະເນນ ທີ່ ມາຈາກແຂວງຕ່າງໆ ໃນຂອບເຂດ ທົ່ວປະເທດ ຢູ່ດ້ານໃນກົມມະລຽນ ອ້ອມຮອບພະທາດຫລວງ ແລະ ບໍລິ ເວນເດີ່ນດ້ານນອກຂອງພະທາດ ຫລວງດ້ວຍບັນຍາກາດອັນຄຶກຄື້ນ, ຮັກສາໄດ້ວັດທະນະທຳ, ຮີດຄອງປະ ເພນີອັນດີງາມຂອງຊາດລາວເຮົາ. ການໃສ່ບາດຢາດນ້ຳ ໃນບຸນນະ ມັດສະການພະທາດຫລວງວຽງ ຈັນ ເປັນປະເພນີ ທີ່ໄດ້ສືບທອດກັນ ມາແຕ່ບູຮານນະການ ຊຶ່ງປະຊາຊົນ ລາວບັນດາເຜົ່າ ໄດ້ປະຕິບັດກັນມາ ໄດ້ນໍາພາຄະນະຢ້ຽມຢາມມາເລ ເຊຍ ຢ່າງເປັນທາງການ ແຕ່ວັນທີ 22-24 ພະຈິກ 2026 ເພື່ອສືບຕໍ່ ນະທໍາ ຫວຽດນາມ ແລະ ສະຖາ ບັນວິຈິດສິນແຫ່ງຊາດ ເປີດງານ ວາງສະແດງຮູບແຕ້ມ “ມໍລະດົກວັດ ທະນະທໍາ ຫວຽດນາມ ແລະ ລາວ ກົນຕ່າງໆ ຈາກ 70 ກວ່າປະເທດ ໃນທົ່ວໂລກເຂົ້າຮ່ວມ. ກອງປະຊຸມໃຫຍ່ຄັ້ງນີ້, ຜູ້ແທນ ໄດ້ຮ່ວມກັນແລກປ່ຽນທັດສະນະ ແລະ ຄຳຄິດຄຳເຫັນຢ່າງກົງໄປກົງ ມາ, ໂດຍຍົກໃຫ້ເຫັນເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງລັດທິລ່າ ເມືອງຂຶ້ນແບບໃໝ່ ຕໍ່ເສລີພາບ, ຄວາມເປັນເອກະລາດແຫ່ງຊາດ ແລະ ອະທິປະໄຕ ຂອງປະເທດ ຕ່າງໆ ທີ່ເກີດຂຶ້ນໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ກໍໄດ້ປຶກສາ ຫາລື, ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບຄວາມຈຳເປັນ ແລະ ວິທີ ການຕໍ່ຕ້ານ ແລະ ສະກັດກັ້ນການ ດຳເນີນລັດທິລ່າເມືອງຂຶ້ນແບບໃໝ່ F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2 ຂປລ. ບັນຍາກາດການແຂ່ງຂັນ ກິລາພື້ນເມືອງຕີຄີ ປະຈຳປີ 2026 ໃນບຸນນະມັດສະການພະທາດຫລວງ ວຽງຈັນດຳເນີນໄປຢ່າງຟົດຟື້ນມ່ວນ ຊື່ນ ແລະ ເຕັມໄປດ້ວຍສຽງເຊຍ ໂດຍຜົນການແຂ່ງຂັນປາກົດວ່າ ຝ່າຍປະຊາຊົນ ສາມາດເອົາຊະນະ ຝ່າຍພະນັກງານ 9 ຕໍ່ 8 ປະຕູ. ຂປລ. ບັນດາຜູ້ແທນຂົງເຂດ ວັດທະນະທຳ ແລະ ຖະແຫລງຂ່າວ ຈາກບັນດາປະເທດສະມາຊິກອາ ຊຽນ ແລະ ກອງເລຂາອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມກະກຽມ

@ 0j k; c]t gsfdko 25/11/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ການນຳພັກ-ລັດ... ຄະນະຜູ້ແທນ... ລາວ ແລະ ມາເລເຊຍ... ອາຊຽນ... ເປີດວາງສະແດງ... ໃນທຸກໆປີໃນມື້ສຸດທ້າຍຂອງງານ ເພື່ອ ອຸທິດສ່ວນບຸນສ່ວນກຸສົນ ໃຫ້ຜູ້ລ່ວງ ລັບໄປແລ້ວ ເພື່ອເປັນບຸນເປັນກຸສົນ. ທັງເປັນການເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າ ທີ່ມີຈິດໃຈ ເຫລື້ອມໃສສັດທາໃນພຸດທະສາສະໜາ ໄດ້ພ້ອມກັນເຮັດບຸນຖວາຍສັງຂະທານ ໃນບຸນໃຫຍ່ປະຈໍາຊາດລາວເຮົາ. ໃນຕອນບ່າຍຂອງວັນດຽວກັນຈະ ໄດ້ມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາ ພື້ນບ້ານຕີຄີ, ສ່ວນໃນຕອນແລງໄດ້ ມີພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟ ເພື່ອສັກກະລະບູຊາອົງພະທາດ ຫລວງວຽງຈັນ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ເສີມຂະຫຍາຍ ແລະ ຮັດແໜ້ນສາຍ ພົວພັນມິດຕະພາບແລະການຮ່ວມມື ອັນດີງາມ ລະຫວ່າງ ລາວ ແລະ ມາ ເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ໃນວັນທີ 23 ພະຈິກ 2026 ທີ່ ໂຮງແຮມແຊງກລີລາ, ກົວລາລໍາເປີ, ມາເລເຊຍ,ສອງຝ່າຍໄດ້ພົບປະຫາລື ແລະ ທົບທວນຄືນການພົວພັນຮ່ວມ ມື ລະຫວ່າງ ສອງປະເທດ ໃນໄລຍະ ຜ່ານມາ, ພ້ອມທັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອຊຸກ ຍູ້ ແລະ ສົ່ງເສີມການພົວພັນຮ່ວມມື ສອງຝ່າຍໃນດ້ານຕ່າງໆໃນຕໍ່ໜ້າ. ສອງຝ່າຍໄດ້ສະແດງຄວາມປິຕິຍິນ ດີທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີງາມຖານປະ ເທດເພື່ອນມິດອາຊຽນດ້ວຍກັນ ລະ ຫວ່າງລາວແລະມາເລເຊຍທີ່ໄດ້ຮັບ ການພັດທະນາຢ່າງຕໍ່ເນື່ອງຕະຫລອດ ໄລຍະ 6 ທົດສະວັດຜ່ານມາຊຶ່ງເຫັນ ໄດ້ຈາກມີການແລກປ່ຽນການຢ້ຽມ ຢາມຂອງການນໍາຂັ້ນສູງກໍຄື ການ ໄປມາຫາສູ່ກັນລະຫວ່າງປະຊາຊົນ ສອງປະເທດຢ່າງເປັນປົກກະຕິ. ສອງຝ່າຍໄດ້ຕີລາຄາສູງຕໍ່ການ ຮ່ວມມືອັນສໍາຄັນໃນດ້ານຕ່າງໆ ເປັນຕົ້ນແມ່ນທາງດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການ ຄ້າ, ການລົງທຶນ, ການສຶກສາ, ກະ ສິກໍາ, ພະລັງງານສະອາດ, ທະນາ ຄານ, ການເງິນ, ໂລຈິສຕິດ, ການ ກໍ່ສ້າງ, ໂຮງແຮມ, ການທ່ອງທ່ຽວ ແລະ ດ້ານອື່ນໆ ສືບຕໍ່ໄດ້ຮັບການ ເສີມຂະຫຍາຍເປັນກ້າວໆ ຊຶ່ງເປັນ ການສ້າງວຽກເຮັດງານທໍາຢ່າງ ຫລວງຫລາຍໃຫ້ແກ່ປະຊາຊົນແລະ ເປັນການປະກອບສ່ວນສໍາຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມຂອງທັງສອງປະເທດໃນຊຸມປີ ຜ່ານມາ, ພ້ອມທັງເຫັນດີເປັນເອກະ ພາບໃນການສືບຕໍ່ຊຸກຍູ້ ແລະ ສົ່ງ ເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍສະ ເພາະໃນຂະແໜງການບູລິມະສິດທີ່ ທັງສອງຝ່າຍມີທ່າແຮງ. ໃນໂອກາດນີ້, ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ໄດ້ສະແດງຄວາມ ຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາ ຄາສູງຕໍ່ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການໃນຄັ້ງນີ້ຂອງ ທ່ານ ທອງສະຫວັນ ພົມວິຫານ ຊຶ່ງ ເປັນຄັ້ງທໍາອິດ ພາຍຫລັງທີ່ທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ເປັນ ການປະກອບສ່ວນສໍາຄັນເຂົ້າໃນ ການຊຸກຍູ້ ແລະ ສົ່ງເສີມສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ອັນດີງາມ ລະຫວ່າງ ມາເລເຊຍ ແລະ ລາວ ທີ່ມີມາແຕ່ດົນນານໃຫ້ ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ຂະນະດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ເຊື້ອເຊີນ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນ ປະທານຮ່ວມກອງປະຊຸມຄະນະ ກຳມາທິການຮ່ວມ ວ່າດ້ວຍການ ຮ່ວມມືສອງຝ່າຍ (JCBC) ຄັ້ງ ທີ 4 ລະຫວ່າງ ລາວ-ມາເລເຊຍ ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2027 ຈະມາເຖິງ. ນອກຈາກນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນຄໍາ ຄິດຄໍາເຫັນກ່ຽວກັບສະພາບການ ພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ພາຍຫລັງສໍາເລັດການພົບປະ ສອງຝ່າຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ, ລັດຖະ ມົນຕີກະຊວງການຕ່າງປະເທດແຫ່ງ ມາເລເຊຍ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງ ໄດ້ເຂົ້າຮ່ວມພິທີແລກ ປ່ຽນບົດບັນທຶກຄວາມເຂົ້າໃຈ ວ່າ ດ້ວຍການຮ່ວມມືໃນວຽກງານການ ຝຶກອົບຮົມສຳລັບນັກການທູດ ລະ ຫວ່າງລັດຖະບານແຫ່ງສປປລາວ ແລະ ລັດຖະບານ ແຫ່ງ ມາເລເຊຍ. ໃນການຢ້ຽມຢາມຄັ້ງນີ້,ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ຢ້ຽມຢາມບໍລິສັດ ລົດໄຟແຫ່ງຊາດ (KTMB), ເຂົ້າ ຮ່ວມເປັນປະທານກ່າວເປີດກອງປະ ຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ມາເລເຊຍ 2026 ແລະ ເປັນ ປະທານພິທີເປີດບໍລິສັດພົງສະຫວັນ ຢູ່ມາເລເຊຍ ເພື່ອຊຸກຍູ້ແລະ ສົ່ງເສີມ ການຮ່ວມມືທາງດ້ານເສດຖະກິດ, ການຄ້າແລະການລົງທຶນລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆ ຂື້ນ. ການຢ້ຽມຢາມຄັ້ງນີ້ ໄດ້ປະສົບ ຜົນສຳເລັດຢ່າງຈົບງາມ ຊຶ່ງເປັນ ການປະກອບສ່ວນອັນສຳຄັນເຂົ້າ ໃນການຊຸກຍູ້ ແລະ ສົ່ງເສີມການພົວ ພັນຮ່ວມມືສອງຝ່າຍໃຫ້ໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງ. ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ ໃນສະໄໝໃໝ່ຂອງພວກຈັກກະພັດ ທີ່ກຳລັງສືບຕໍ່ດຳເນີນຢູ່ດ້ວຍຮູບ ການ ແລະ ວິທີການຕ່າງໆ ທີ່ເລິກ ແລບແນບນຽນກວ່າເກົ່າໃນປັດຈຸ ບັນ. ພ້ອມນີ້, ຄະນະຜູ້ແທນ ຍັງໄດ້ ຮັບຮອງເອົາຖະແຫລງການຮ່ວມ ກອງປະຊຸມ ເພື່ອເປັນບ່ອນອີງໃນ ການເຄື່ອນໄຫວຮ່ວມກັນໃນຕໍ່ໜ້າ. ໃນໂອກາດເຂົ້າຮ່ວມກອງປະຊຸມ ຄັ້ງນີ້, ສະຫາຍຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ຢໍ້າຄືນເຖິງຄວາມ ສຳຄັນຂອງເສລີພາບຊຶ່ງແມ່ນສິດທິ ອັນຊອບທຳແລະຄວາມປາດຖະໜາ ອັນສູງສົ່ງຂອງທຸກປະເທດ; ຍົກໃຫ້ ເຫັນຂະບວນການຕໍ່ສູ້ອັນຍືດເຍື້ອ ຍາວນານຂອງປະເທດຕ່າງໆ ເພື່ອ ຄວາມເປັນເອກະລາດແຫ່ງຊາດພາຍ ຜ່ານສິລະປະການແຕ້ມຮູບ” ໃນ ວັນທີ 23 ພະຈິກ 2026 ຢູ່ສູນວັດ ທະນະທໍາຫວຽດນາມປະຈໍາລາວ ໂດຍມີ ທ່ານ ບຸນເຫລືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ, ທ່ານ ຫວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ, ທ່ານ ສາຄອນ ພົມມະ ລາດ ຮອງຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ມີຮອງລັດຖະ ມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ຜູ້ອໍານວຍການ ສະຖາບັນວິຈິດສິນແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງຂອງລາວ ແລະ ຫວຽດນາມ ເຂົ້າຮ່ວມ. ທ່ານ ໂຕ ວັນ ດົງ ຮອງປະທານ ສະມາຄົມມໍລະດົກວັດທະນະທໍາ, ຜູ້ອໍານວຍການກອງທຶນສະໜັບ ສະໜູນການອະນຸລັກມໍລະດົກວັດ ທະນະທໍາຫວຽດນາມ ໄດ້ກ່າວວ່າ: ງານວາງສະແດງຮູບແຕ້ມໃນຄັ້ງ ນີ້, ແມ່ນຜົນງານຈາກການປະສານ ງານລະຫວ່າງສູນວັດທະນະທຳ ຫວຽດນາມປະຈຳລາວ, ສະຖານ ທູດຫວຽດນາມປະຈຳລາວ, ສະມາ ຄົມມໍລະດົກວັດທະນະທຳຫວຽດ ນາມ, ກອງທຶນສະໜັບສະໜູນການ ອະນຸລັກມໍລະດົກວັດທະນະທຳ ຫວຽດນາມ ແລະ ສະຖາບັນວິຈິດ ສິນແຫ່ງຊາດລາວ ໂດຍມີຜົນງານ ຈິດຕະກຳຈຳນວນ 50 ຜົນງານ ຂອງບັນດາຈິດຕະກອນຈາກສອງ ປະເທດ. ໃນນັ້ນ, ຜົນງານຂອງ ນັກແຕ້ມຮູບຫວຽດນາມ ຈຳນວນ 28 ຜົນງານ ທີ່ຖືກຄັດເລືອກຈາກ ຜົນງານທີ່ໄດ້ຮັບລາງວັນໃນການ ປະກວດ “ມໍລະດົກວັດທະນະທຳ ຫວຽດນາມຜ່ານຈິດຕະກຳ” ຄັ້ງ ທີ II ປີ 2025 ໂດຍຜ່ານສິລະປະ ເຕັກນິກ-ການຂັດສີ ແລະ ແພໄໝ, ສອງວັດສະດຸນີ້ທີ່ສ້າງເອກະລັກ ສະເພາະໃຫ້ແກ່ຈິດຕະກຳຫວຽດ ນາມ ຄຽງຄູ່ກັບສີນ້ຳມັນ, ສີອະຄຣີ ລິກ, ສີຝຸ່ນ, ສີນ້ຳ, ປາກກາເຫລັກ ແລະ ເຕັກນິກພິມພາບກຣາຟິກເຊັ່ນ: ການແກະສະຫລັກໄມ້, ການແກະ ພິມແຜ່ນພັສຕິກ, ການແກະພິມໂລ ຫະ ແລະ ການພິມພາບແບບຕົ້ນສະ ບັບພຽງຊຸດດຽວ. ເຖິງວ່າຈະໃຊ້ວັດ ສະດຸທີ່ແຕກຕ່າງກັນ, ແຕ່ທຸກຜົນ ງານລ້ວນຖ່າຍທອດເລື່ອງລາວດຽວ ກັນກ່ຽວກັບປະເທດຊາດ,ປະຊາຊົນ ແລະມໍລະດົກຂອງຫວຽດນາມ. ຜົນ ງານຂອງນັກແຕ້ມຮູບລາວມີ 22 ຜົນງານທີ່ແຕ້ມຜ່ານສີນ້ຳມັນ, ສີອະ ຄຣີລິກແລະສິລະປະພິມພາບກຣາບ ຟິກ ໂດຍບັນດາຈິດຕະກອນລາວໄດ້ ຖ່າຍທອດມໍລະດົກວັດທະນະທຳສິລະປະ, ຮີດຄອງປະເພນີ ແລະ ວິຖີ ຊີວິດຂອງປະຊາຊົນລາວ. ເມື່ອນຳຜົນງານທັງ 50 ຜົນ ງານມາຈັດວາງຄຽງຄູ່ກັນແລ້ວ, ຈຶ່ງ ເກີດເປັນການສົນທະນາລະຫວ່າງ ສິລະປະຈິດຕະກຳຂອງສອງປະ ເທດ ຊຶ່ງແຕ່ລະຝ່າຍມີພາສາສິລະ ປະທີ່ເປັນເອກະລັກຂອງຕົນ ແຕ່ມີ ຈຸດໝາຍດຽວກັນຄື: ການເຄົາລົບ ແລະ ຫວງແຫນມໍລະດົກ ແລະ ປະ ຊາຊົນໃນບ້ານເກີດເມືອງນອນຂອງ ຕົນ. ມໍລະດົກບາງຢ່າງຈຳເປັນຕ້ອງ ໄດ້ຮັກສາໄວ້ໃນພິພິທະພັນ, ແຕ່ກໍມີ ມໍລະດົກອີກຫລາຍຢ່າງທີ່ຈຳເປັນ ຕ້ອງດຳລົງຢູ່ໃນຈິດໃຈຂອງຄົນ ເຮົາ. ສິລະປະຈິດຕະກຳ ກໍແມ່ນໜຶ່ງ ໃນບັນດາວິທີການທີ່ງົດງາມທີ່ສຸດ ໃນການສືບສານມໍລະດົກໃຫ້ຍືນຍົງ. ທ່ານ ຫວຽນ ມິງ ເຕີມ ໄດ້ມີຄໍາ ເຫັນໃນພິທີວ່າ: ດ້ວຍຜົນງານສິລະ ປະການແຕ້ມຮູບຈຳນວນ 50 ຜົນ ງານທີ່ນໍາມາວາງສະແດງໃນມື້ນີ້ ເປັນການພົບປະທາງສິລະປະທີ່ອຸ ດົມໄປດ້ວຍອາລົມຄວາມຮູ້ສຶກ ລະ ຫວ່າງສອງວັດທະນະທຳ, ສອງ ຈິດວິນຍານຂອງຊາດທີ່ມີຫລາຍ ລັກສະນະຄ້າຍຄືກັນ, ແຕ່ກໍຍັງມີເອ ກະລັກສະເພາະທີ່ໂດດເດັ່ນຂອງ ແຕ່ລະຝ່າຍ. ໃນນັ້ນ ມີຜົນງານຈຳ ນວນ 28 ຜົນງານຂອງບັນດານັກ ແຕ້ມຮູບຫວຽດນາມ ທີ່ໄດ້ພາຜູ້ຊົມ ຫວນຄືນໄປສູ່ຄວາມງົດງາມອັນ ຄຸ້ນເຄີຍຂອງຊົນນະບົດ, ແມ່ນ້ຳລຳ ເຊ,ສາລາບ້ານ,ບັນດາມໍລະດົກທາງ ປະຫວັດສາດ ແລະ ປະເພນີອັນດີ ງາມໃນການມີນ້ຳໃຈເມດຕາ, ຄວາມ ຊື່ສັດ ແລະ ຄວາມຈົງຮັກພັກດີຂອງ ຊາດຫວຽດນາມ. ໃນຂະນະດຽວ ກັນ, ຜົນງານຈໍານວນ 22 ຜົນງານ ຂອງບັນດານັກແຕ້ມຮູບລາວ ໄດ້ ເປີດອອກເປັນພື້ນທີ່ວັດທະນະທຳ ທີ່ເຕັມໄປດ້ວຍເອກະລັກສະເພາະ ຂອງປະເທດລາວອັນສວຍງາມ, ດ້ວຍພາບຂອງວັດວາອາຮາມບູ ຮານ, ບຸນປະເພນີ, ຟ້ອນລຳວົງ, ສຽງແຄນ ແລະ ຮອຍຍິ້ມອັນອ່ອນ ໂຍນ ເປັນມິດ ແລະ ມີນ້ຳໃຈຕ້ອນ ຮັບແຂກຂອງປະຊາຊົນລາວ. ແຕ່ລະຜົນງານແມ່ນແຕ່ລະມຸມ ມອງ,ເລື່ອງລາວແລະຂໍ້ຄວາມທາງ ສິລະປະທີ່ມີລັກສະນະສະເພາະ ຂອງຕົນ, ແຕ່ສິ່ງທີ່ເກີນກວ່າຄວາມ ແຕກຕ່າງດ້ານຮູບແບບການສະ ແດງອອກແລະສີສັນທາງວັດທະນະ ທໍານັ້ນ ບັນດາຜົນງານລ້ວນແລ້ວ ແຕ່ມີຈຸດຮ່ວມກັນຢູ່ທີ່ຄວາມຮັກ ບ້ານເກີດເມືອງນອນ, ນ້ຳໃຈເມດ ຕາ, ຈິດໃຈສ່ວນລວມ, ການເຄົາລົບ ຮາກເຫງົ້າບັນພະບຸລຸດ ແລະ ຄວາມ ປາຖະໜາຢາກໄດ້ສັນຕິພາບ. ຄຸນ ຄ່າຮ່ວມເຫລົ່ານີ້, ໄດ້ສ້າງໃຫ້ເກີດ ຄວາມກົມກຽວລະຫວ່າງສອງວັດ ທະນະທຳ, ຊ່ວຍໃຫ້ຜູ້ຊົມບໍ່ພຽງ ແຕ່ສາມາດຮູ້ສຶກໄດ້ເຖິງຄວາມງົດ ງາມ ຂອງມໍລະດົກຂອງແຕ່ລະປະ ເທດຊາດ, ຫາກຍັງເຂົ້າໃຈຫລາຍ ຂຶ້ນກ່ຽວກັບປະຫວັດສາດ, ປະຊາ ຊົນ, ຈິດໃຈ ແລະ ຄຸນຄ່າທາງຈິດໃຈ ທີ່ປະຊາຊົນສອງປະເທດໄດ້ຮັກສາ. ຂອງອະນຸກຳມະການວັດທະນະທຳ (SCC) ແລະ ອະນຸກຳມະການ ຖະແຫລງຂ່າວ(SCI) ໃນວັນທີ 24 ພະຈິກ 2026 ຢູ່ເມືອງວັງວຽງ ແຂວງວຽງຈັນ ສປປ ລາວ ເພື່ອກະ ກຽມໃຫ້ແກ່ ກອງປະຊຸມຄະນະກຳ ມະການວັດທະນະທຳ ແລະ ຖະ ແຫລງຂ່າວອາຊຽນ (ASEAN Committee on Culture and Informat ion-ASEAN ຫລື COCI) ຄັ້ງທີ 61 ທີ່ຈະໄຂຂຶ້ນໃນ ວັນທີ 25 ພະຈິກ 2026 ນີ້. ສອງກອງປະຊຸມດັ່ງກ່າວ ດຳ ເນີນໄປພາຍໃຕ້ການເປັນປະທານ ຂອງ ສປປ ລາວ ແລະ ມາເລເຊຍ ເຂົ້າຮ່ວມໃນນາມຮອງປະທານ ໂດຍໄດ້ສຸມໃສ່ຊຸກຍູ້ການຮ່ວມມື ໃນພາກພື້ນ ພາຍໃຕ້ແຜນງານສຳ ລັບຂະແໜງຖະແຫລງຂ່າວ ແລະ ສື່ ມວນຊົນອາຊຽນ ປີ 2026-2035 ແລະ ແຜນຍຸດທະສາດປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ (ASCC). ພ້ອມນີ້, ຜູ້ແທນໄດ້ທົບ ທວນຄືນບັນດາຂໍ້ລິເລີ່ມທີ່ກຳລັງ ດຳເນີນຢູ່ໃນປັດຈຸບັນ, ການຮ່ວມມື ກັບຄູ່ຮ່ວມມືພາຍນອກ ແລະ ຂໍ້ສະ ເໜີໂຄງການສຳລັບງົບປະມານສົກ ປີ 2027 ພາຍໃຕ້ກອງທຶນວັດທະ ນະທໍາອາຊຽນ (ACF) ເພື່ອນຳ ສະເໜີແລະຮັບຮອງໃນກອງປະຊຸມ ASEAN-COCI ຄັ້ງທີ 61. ໃນກອງປະຊຸມ SCC ທ່ານນາງ ວັນເພັງ ແກ້ວປັນຍາ ຜູ້ອໍານວຍ ການຫໍພິພິທະພັນແຫ່ງຊາດລາວ ໃນນາມປະທານກອງປະຊຸມ ໄດ້ ຕີລາຄາບັນດາໂຄງການດ້ານວັດ ທະນະທຳຮ່ວມກັບຄູ່ຮ່ວມມືພາຍ ນອກ ແລະ ພິຈາລະນາ 4 ໂຄງການ ສໍາລັບປີ 2027 ຊຶ່ງປະກອບມີ: ກອງປະຊຸມ SCC ຄັ້ງທີ 28 ທີ່ຕີມໍ ແລັດສະເຕ, ງານມະຫະກໍາສິລະປະ ການສະແດງອາຊຽນ 2027 ຂອງ ສິງກະໂປ, ໂຄງການວັດທະນະທຳ ກາເຟອາຊຽນລະຫວ່າງມາເລເຊຍຕີມໍແລັດສະເຕ ແລະ ໂຄງການປຶ້ມ ເອເລັກໂຕຣນິກອາຊຽນ ໄລຍະ II (ASEAN E-Book Phase II) ຂອງອິນໂດເນເຊຍ. ພ້ອມນີ້, ຜູ້ເຂົ້າ ຮ່ວມຍັງໄດ້ຮັບຟັງການລາຍງານ ຄວາມຄືບໜ້າ ກ່ຽວກັບສູນວັດທະ ນະທຳອາຊຽນ ປະຈຳບາງກອກ ແລະ ມະນີລາ, ຄັງເກັບມ້ຽນມໍລະ ດົກວັດທະນະທຳອາຊຽນແບບດີຈິ ຕອນ (ACHDA), ບັນຊີມໍລະດົກ ວັດທະນະທຳອາຊຽນ (ACHL) ແລະ ແຜນກິດຈະກຳດ້ານວັດທະ ນະທຳ ສຳລັບການເປັນປະທານ ອາຊຽນ ປີ 2027 ຂອງສິງກະໂປ. ກອງປະຊຸມອະນຸກຳມະການ ຖະແຫລງຂ່າວ (SCI) ດໍາເນີນໄປ ພາຍໃຕ້ການເປັນປະທານຂອງ ທ່ານນາງ ມາໄລວຽງ ວົງຈັນດີ ຮອງຜູ້ອຳນວຍການໃຫຍ່ໂທລະ ພາບແຫ່ງຊາດລາວ, ຄະນະໂຄສະ ນາອົບຮົມສູນກາງພັກ (ຄອສພ) ໄດ້ທົບທວນຄືນການຮ່ວມມືດ້ານ ວຽກຖະແຫລງຂ່າວກັບຄູ່ຮ່ວມມື ພາຍນອກ, ຄຽງຄູ່ກັບບັນດາຂໍ້ລິ ເລີ່ມທີ່ກໍາລັງດໍາເນີນຢູ່ຊຶ່ງກວມເອົາ ການເຂົ້າເຖິງຂໍ້ມູນຂ່າວສານຂອງ ປະຊາຊົນ, ປັນຍາປະດິດ (AI) ແລະ ການຫັນເປັນດີຈິຕອນ. ພ້ອມ ນີ້, ຜູ້ແທນກອງປະຊຸມຍັງໄດ້ພິຈາ ລະນາ 4 ຂໍ້ສະເໜີ ສຳລັບປີ 2027 ຄື: ກອງປະຊຸມ SCI ຄັ້ງທີ 28 ທີ່ ມາເລເຊຍ, ການຝຶກອົບຮົມຊາວ ໜຸ່ມອາຊຽນດີເດັ່ນດ້ານສື່ດີຈິຕອນ (ASEAN Youth Digi tal Media Champion) ຂອງມຽນ ມາ, ກອງປະຊຸມ-ສຳມະນາອາຊຽນ ວ່າດ້ວຍຈັນຍາບັນ ແລະ ຄວາມຮັບ ຜິດຊອບຂອງສື່ມວນຊົນ ຂອງກຳປູ ເຈຍແລະໂຄງການສຳມະນາຄວາມ ຮູ້ກ່ຽວກັບການບໍລິໂພກຂ່າວສານ ຜ່ານອິນເຕີເນັດ ແລະ ຄວາມປອດ ໄພດ້ານສື່ສຳລັບຜູ້ປະກາດຂ່າວຮຸ່ນ ໃໝ່ ຂອງ ສປປ ລາວ. ໃນຕອນທ້າຍກອງປະຊຸມທັງ ສອງອະນຸກໍາມະການໄດ້ພິຈາລະນາ ຮ່າງບົດລາຍງານຂອງຕົນ ຊຶ່ງຈະ ເປັນຂໍ້ມູນສຳຄັນໃຫ້ແກ່ກອງປະຊຸມ ASEAN-COCI ຄັ້ງທີ 61 ເພື່ອ ພິຈາລະນາ ແລະ ຮັບຮອງຢ່າງເປັນ ທາງການຕໍ່ບັນດາຂໍ້ລິເລີ່ມ ແລະ ໂຄງການຕ່າງໆ ທີ່ຜ່ານການພິຈາ ລະນາໃນລະດັບ SCC ແລະ SCI. ຫລັງສົງຄາມໂລກຄັ້ງທີສອງເປັນຕົ້ນ ມາ, ລວມທັງການຕໍ່ສູ້ອັນອົງອາດກ້າ ຫານຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປປລາວ ຈົນສາມາດປົດປ່ອຍປະເທດຊາດ ແລະສະຖາປະນາສປປລາວໃນວັນ ທີ 2 ທັນວາ 1975. ພ້ອມທັງຢືນຢັນ ແນວທາງນະໂຍບາຍການຕ່າງປະ ເທດອັນສະເໝີຕົ້ນສະເໝີປາຍຂອງ ພັກປປລາວບົນພື້ນຖານຢຶດໝັ້ນກົດ ໝາຍສາກົນແລະກົດບັດຂອງອົງການ ສະຫະປະຊາຊາດ; ຢືນຢັນການສືບຕໍ່ ໃຫ້ການສະໜັບສະໜູນ ແລະ ຮ່ວມມື ຢ່າງໃກ້ຊິດກັບພັກລັດເຊຍເອກະພາບ ກໍຄື ພັກການເມືອງເພື່ອນມິດຕ່າງໆ ເພື່ອພ້ອມກັນບັນລຸວັດຖຸປະສົງຂອງ ຂະບວນການ “ເພື່ອເສລີພາບຂອງ ບັນດາຊາດ” ທີ່ຕັ້ງໄວ້ເທື່ອລະກ້າວ. ການເຄື່ອນໄຫວຂອງຄະນະຜູ້ ແທນພັກ ປປ ລາວ ໃນຄັ້ງນີ້ ໄດ້ຮັບ ຜົນສຳເລັດຢ່າງຈົບງາມ ຊຶ່ງນອກ ຈາກຈະເປັນການຊຸກຍູ້ຂະບວນ ການຂອງຂອບການເຄື່ອນໄຫວດັ່ງ ກ່າວແລ້ວ, ຍັງເປັນການເສີມຂະ ຫຍາຍການພົວພັນຮ່ວມມືລະຫວ່າງ ສປປ ລາວ-ສ ລັດເຊຍ ເວົ້າສະເພາະ ກໍຄືການຮັດແໜ້ນສາຍພົວພັນລະ ຫວ່າງພັກປປລາວກັບພັກລັດເຊຍ ເອກະພາບ ໃຫ້ເລິກເຊິ່ງກວ່າເກົ່າ.

25/11/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ອ່ານຕໍ່ສະ—ັ—ໜ້າ ຕໍ່າກໜ້າ 7;k,gxa o9y '0v'l6 o/b d c]t Ia [xtda odko[y o{;y mtpkw]dko[y o,y f8trk[ ]k;{9u o [h kogdy o —ົດສະເໜີ ໃຫ້ມີຄວາມເຂັ້ມແຂງ, ສະໜັບສະ ໜູນການເຊື່ອມໂຍງ, ຫລຸດຜ່ອນ ຊ່ອງຫວ່າງການພັດທະນາ ແລະ ສ້າງຜົນປະໂຫຍດຮ່ວມກັນ. ທ່ານນາງ ຄຳເພົາ ເອິນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໃຫ້ສຳພາດ ວ່າ: ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງໃຫ້ເຫັນເຖິງຫລັກໝັ້ນ ຂອງລາວ ໃນການເພີ່ມທະວີການ ພົວພັນລະຫວ່າງ ສອງປະເທດ ແລະ ຊຸກຍູ້ການພົວພັນຮ່ວມມືສາກົນ ຊຶ່ງ ຄວາມໝາຍດ້ານການເມືອງ ແລະ ພາກປະຕິບັດຢ່າງແໜ້ນແຟ້ນ ໃນ 3 ດ້ານຄື: ສຳລັບການພົວພັນ ລາວຫວຽດນາມ ແມ່ນການຢືນຢັນເຖິງ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ ລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງປະເທດ ເຮົາ. ການຢ້ຽມຢາມທາງການຂັ້ນ ຂປລ. ສະໜາມບິນບ້ານເກິນ ເປັນໜຶ່ງໃນສະໜາມບິນທີ່ເກົ່າແກ່, ຖືກສ້າງຂຶ້ນໃນໄລຍະສົງຄາມລັບ ຢູ່ລາວຊຸມປີ 1960 ໂດຍກອງທັບ ສະຫະລັດອາເມລິກາ ຮ່ວມກັບກອງ ທັບລາຊະອານາຈັກລາວ ເພື່ອເປັນ ຖານສະໜັບສະໜູນການບິນໄປທຳ ລາຍຖານເຂດທີ່ໝັ້ນຂອງກຳລັງ ແນວລາວຮັກຊາດ. ພາຍຫລັງປະ ເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສປປ ລາວ ໃນປີ 1975 ສະໜາມບິນດັ່ງກ່າວ ໄດ້ຢຸດ ຕິການເຄື່ອນໄຫວແຕ່ຍັງຖືກຮັກສາ ໄວ້ເປັນສະໜາມບິນການທະຫານ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງ ກົມທະຫານອາກາດໃນເມື່ອກ່ອນ ກໍຄື ກອງບັນຊາການທະຫານອາ ກາດໃນປັດຈຸບັນ. ເຫລົ່າຮົບທະຫານ ອາກາດແມ່ນໜຶ່ງໃນບັນດາເຫລົ່າ ຮົບຂອງກອງທັບປະຊາຊົນລາວ ເຮັດໜ້າທີ່ໃນການອົບຮົມ-ຫັດ ແອບ, ກຽມພ້ອມສູ້ຮົບປົກປ້ອງນ່ານ ]k;{s;Pfok, ln [8glu ,lh k'lkprq ;ra oIj ;,,n Iv[fh ko c]t s5 h olj ;op5 fmtlkf + ຟ້າ, ອະທິປະໄຕຂອງ ສປປ ລາວ ຮັບປະກັນໃຫ້ແກ່ການນຳພັກ-ລັດ ແລະ ຊ່ວຍເຫລືອບັນເທົາໄພພິບັດ ນັບວ່າເປັນເຫລົ່າຮົບໜຶ່ງທີ່ສຳຄັນ, ແຕ່ບໍ່ໄດ້ຮັບການປັບປຸງໃຫ້ດີເທົ່າທີ່ ຄວນ ອັນເນື່ອງມາຈາກຄວາມຈຳ ກັດທາງດ້ານງົບປະມານຂອງກອງ ທັບກໍຄືລັດຖະບານ.ສຳລັບສະໜາມ ບິນຫລັກຂອງກອງທັບໃນໄລຍະ ຜ່ານມາແມ່ນນຳໃຊ້ສະໜາມບິນ ວັດໄຕນະຄອນຫລວງວຽງຈັນ ແລະ ສະໜາມບິນທົ່ງໄຫຫີນ ແຂວງ ຊຽງຂວາງ ຊຶ່ງສະໜາມບິນດັ່ງ ກ່າວ ເປັນການນຳໃຊ້ຮ່ວມກັບກົມ ການບິນພົນລະເຮືອນຮັບໃຊ້ການ ຄົມມະນາຄົມຂົນສົ່ງໂດຍສານທົ່ວ ໄປຈຶ່ງບໍ່ສະດວກໃນການອົບຮົມ ຝຶກແອບການບິນ ແລະ ປະຕິບັດ ໜ້າທີ່ທາງການທະຫານ. ກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ຈຶ່ງໄດ້ຄົ້ນຄວ້າວາງແຜນຍຸດທະ ສາດໃນການສ້າງ ແລະ ພັດທະນາ ສະໜາມບິນສະເພາະໃນການຝຶກ ແອບການບິນຂອງກອງທັບ. ໂຄງ ການປັບປຸງ ແລະ ກໍ່ສ້າງສູນຝຶກ ການບິນ-ສະໜາມບິນ ບ້ານເກິນ ແມ່ນໂຄງການໜຶ່ງທີ່ນອນໃນແຜນ ການປັບປຸງກໍ່ສ້າງກຳລັງກະຊວງ ປ້ອງກັນປະເທດ ໃຫ້ແກ່ເຫລົ່າຮົບ ທະຫານອາກາດກອງທັບປະຊາ ຊົນລາວ. ຍ້ອນການສ້າງສູນຝຶກການ ບິນຕ້ອງການເຕັກນິກການອອກ ແບບ, ການກໍ່ສ້າງທີ່ມີຄວາມລະ ອຽດ ແລະ ທີ່ສຳຄັນແມ່ນຕ້ອງໃຊ້ ທຶນມະຫາສານ ໂດຍອີງໃສ່ແນວ ທາງການຕ່າງປະເທດຂອງພັກ, ການພົວພັນຮ່ວມມືພາກພື້ນ ແລະ ສາກົນ ກັບບັນດາປະເທດເພື່ອນ ມິດຍຸດທະສາດ ໂດຍສະເພາະແມ່ນ ກັບກອງທັບປົດປ່ອຍປະຊາຊົນ ຈີນ ທີ່ມີມູນເຊື້ອມາຢ່າງຍາວນານ. ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຈຶ່ງໄດ້ປຶກສາຫາລືນຳ ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ໃນການສຶກສາຄວາມ ເປັນໄປໄດ້ໃນການກໍ່ສ້າງສູນຝຶກ ການບິນໃຫ້ເຫລົ່າຮົບທະຫານອາ ກາດກອງທັບປະຊາຊົນລາວ ຊຶ່ງ ຈຸດປະສົງຫລັກຂອງໂຄງການນີ້ ແມ່ນເພື່ອຊ່ວຍຍົກລະດັບຂີດຄວາມ ສາມາດວຽກງານການບິນຂອງ ກຳລັງທະຫານອາກາດກອງທັບ ປະຊາຊົນລາວ, ສົ່ງເສີມ, ເພີ່ມທະ ວີການບຳລຸງກໍ່ສ້າງ ແລະ ອົບຮົມ ຝຶກແອບໃຫ້ນັກບິນທະຫານອາກາດ ກອງທັບປະຊາຊົນລາວ, ພັດທະນາ ບຸກຄະລາກອນ, ການຊ່ວຍເຫລືອ ດ້ານມະນຸດສະທຳ ແລະ ເຮັດໜ້າທີ່ ເປັນສະໜາມບິນສຳຮອງໃຫ້ການ ບິນພົນລະເຮືອນ. ໂຄງການດັ່ງ ກ່າວ ຍັງເປັນການຜັນຂະຫຍາຍ ການພົວພັນຮ່ວມມືທີ່ມີມູນເຊື້ອ ລາວ-ຈີນ ຕາມທິດ 4 ດີ (ບ້ານ ໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ), ເປັນການຜັນຂະຫຍາຍແຜນດຳເນີນ ງານຄູ່ຮ່ວມຊາຕາກຳ ລາວ-ຈີນ 2024-2028 ເພື່ອການຮ່ວມມື ແລະ ການແລກປ່ຽນລະຫວ່າງທະ ຫານອາກາດ ລາວ-ຈີນ, ຈີນ-ລາວ ບົນພື້ນຖານຄວາມເຄົາລົບ ແລະ ປະສານງານຮ່ວມມືແບບສະເໝີ ພາບ ຊຶ່ງສອດຄ່ອງກັບກົດໝາຍ ພາຍໃນຂອງສອງປະເທດ ແລະ ກົດໝາຍສາກົນທີ່ກ່ຽວຂ້ອງ. ໂຄງ ການກໍ່ສ້າງ ແລະ ການເປີດນຳໃຊ້ ສູນຝຶກດັ່ງກ່າວ ມີເປົ້າໝາຍເພື່ອ ຊ່ວຍທະຫານອາກາດກອງທັບປະ ຊາຊົນລາວໃນພາກປະຕິບັດຕົວຈິງ, ບໍ່ມີຈຸດປະສົງແນໃສ່ຝ່າຍທີ 3, ບໍ່ມີ ຈຸດປະສົງທີ່ຈະເປັນໄພຂົ່ມຂູ່ຕໍ່ປະ ເທດໃດໆໃນພາກພື້ນ. ພາຍຫລັງການເປີດນຳໃຊ້ສູນ ຝຶກການບິນ ແລະ ວິທະຍາໄລການ ບິນມິດຕະພາບ ລາວ-ຈີນ ຢ່າງເປັນ ທາງການ ເມື່ອວັນທີ 29 ກັນຍາ ຜ່ານມາ ກໍເກີດມີກະແສຂ່າວຕ່າງໆ ນານາຜ່ານສື່ສັງຄົມອອນລາຍທີ່ມີ ທາງບວກແລະທາງລົບຕໍ່ໂຄງການ ສະໜາມບິນບ້ານເກິນລວມທັງພາບ ພົດການຮ່ວມມືທີ່ດີລະຫວ່າງ ສປປ ລາວ ກັບ ສປ ຈີນ. ສປປ ລາວ ປັບປຸງກໍ່ສ້າງກອງທັບປະຊາຊົນ ລາວ ຕາມນະໂຍບາຍປ້ອງກັນ ຊາດ-ປ້ອງກັນຕົວ, ການຮ່ວມມືກັບ ກອງທັບປົດປ່ອຍປະຊາຊົນຈີນ ບໍ່ມີ ຈຸດປະສົງໃດໆທີ່ຈະເປັນໄພຂົ່ມຂູ່ຕໍ່ ອຳນາດອະທິປະໄຕຂອງປະເທດ ອື່ນ. ສປປ ລາວ ຮັບຮູ້ດີຕໍ່ຄວາມ ໂຫດຮ້າຍຂອງສົງຄາມອິນດູຈີນ ເວົ້າລວມ, ເວົ້າສະເພາະແມ່ນສົງ ຄາມທຳລາຍທາງອາກາດຕໍ່ຜືນ ແຜ່ນດິນລາວ ໃນຊຸມປີ 19601970 ທີ່ຜ່ານມາແລ້ວ 50 ກວ່າປີ, ລູກໂບມ, ລູກລະເບີດທີ່ເສດເຫລືອ ໃນປາງສົງຄາມນັ້ນ ໄດ້ກາຍເປັນ ມໍລະດົກທີ່ບໍ່ເພິ່ງປາດຖະໜາ, ຍັງ ສົ່ງກະທົບຕໍ່ການດຳລົງຊີວິດຂອງ ປະຊາຊົນລາວ ແລະ ການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ມາຮອດປັດຈຸບັນ. ສປປ ລາວ, ກອງທັບປະຊາຊົນລາວ ມີຄວາມ ຈຳເປັນຕ້ອງປັບປຸງກໍ່ສ້າງກຳລັງ ຂອງຕົນ ເພື່ອສ້າງຂີດຄວາມສາ ມາດປ້ອງກັນບໍ່ໃຫ້ປະຫວັດສາດ ກັບມາຊ້ຳຮອຍໄປພ້ອມກັບການ ສົ່ງເສີມການພົວພັນຮ່ວມມືທີ່ດີກັບ ບັນດາປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ ບົນພື້ນຖານເພື່ອສັນຕິ ພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນ ປະໂຫຍດບົນຫລັກການເຄົາລົບອະ ທິປະໄຕຂອງກັນ ແລະ ກັນ. ໃນນາມກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ຂໍຢືນຢັນວ່າ ການເປີດນຳໃຊ້ໂຄງການກໍ່ສ້າງ ສູນຝຶກ ແລະ ຮັບປະກັນການບິນ ຮ່ວມສະໜາມບິນບ້ານເກິນ ຫລື ວິທະຍາໄລການບິນມິດຕະພາບ ລາວ-ຈີນ ແມ່ນສິດທິອັນຊອບທຳ ໃນການປັບປຸງກໍ່ສ້າງເຫລົ່າຮົບ ທະຫານອາກາດຂອງຕົນໃຫ້ເຂັ້ມ ແຂງຂຶ້ນ, ທັນສະໄໝຂຶ້ນສາມາດ ປົກປັກຮັກສາອຳນາດອະທິປະໄຕ ຂອງຊາດໄວ້ໃຫ້ໝັ້ນຄົງ ແລະ ທັງ ແມ່ນໂຄງການຮ່ວມມືສອງຝ່າຍ ລາວ-ຈີນ ໃນການຊ່ວຍຍົກລະດັບ ຂີດຄວາມສາມາດກຳລັງທະຫານ ອາກາດກອງທັບປະຊາຊົນລາວ ເທົ່ານັ້ນ. ສູງໃນຮູບແບບນີ້ ເປັນການທົບທວນ ຄວາມຄືບໜ້າ, ຢັ້ງຢືນຄວາມໄວ້ ເນື້ອເຊື່ອໃຈດ້ານການເມືອງ, ການ ວາງທິດທາງທີ່ຈະແຈ້ງໃຫ້ແກ່ການ ຮ່ວມມືໃນໄລຍະຕໍ່ໄປ, ທັງເປັນການ ສ້າງກຳລັງແຮງໃຫ້ແກ່ການເຊື່ອມ ໂຍງເຂົ້າກັບການຮ່ວມມືລະຫວ່າງ ສອງປະເທດ ກໍຄື ບັນດາວາລະອະນຸ ພາກພື້ນຮ່ວມຂອງພວກເຮົາ. ສອງ,ສຳລັບອະນຸພາກພື້ນແມ່ນ້ຳ ຂອງ, ລາວ ແລະ ຫວຽດນາມ ແມ່ນ ສະມາຊິກທີ່ຕັ້ງໜ້າຂອງ CLM7 ແລະ ACMECS. ການຢ້ຽມຢາມ ແມ່ນໂອກາດເພື່ອຮັດແໜ້ນການ ຮ່ວມ ມືລະຫວ່າງສອງປະເທດກັບ ບັນດາບູລິມະສິດຂອງສອງກົນໄກ ດັ່ງກ່າວ. ພິເສດແມ່ນການເຊື່ອມ ໂຍງ, ການອຳນວຍຄວາມສະດວກ ດ້ານການຄ້າ, ການພັດທະນາຊັບພະ ຍາກອນມະນຸດ, ການຮ່ວມມືດ້ານດີ ຈິຕອນ ແລະ ການພັດທະນາແບບຍືນ ຍົງ. ພ້ອມທັງເປັນການຍົກບົດ ບາດຂອງລາວໃນຖານະ ເປັນ ຜູ້ປະສານງານ CLM7 ດ້ານ ຄົມມະນາຄົມ ແລະ ເປັນປະເທດຈຸດ ສຸ ມ ພ າ ຍ ໃ ຕ້ ເ ສົ າ ຄ້ ຳ ຂ ອ ງ ACMECS, ພ້ອມທັງເຮັດວຽກ ຢ່າງໃກ້ຊິດກັບຫວຽດນາມ ຊຶ່ງເປັນ ຜູ້ປະສານງານໃນຂົງເຂດ CLM7 ເຊັ່ນ: ICT, ການຄ້າ ແລະ ການ ລົງທຶນ ແລະ ພັດທະນາຊັບພະຍາ ກອນມະນຸດ. ສາມ, ເພື່ອສ້າງປະຊາຄົມອາ ຊຽນ,ການຢ້ຽມຢາມສະແດງໃຫ້ເຫັນ ວ່າການຮ່ວມມືລະຫວ່າງສອງປະ ເທດ ແລະ ອະນຸພາກພື້ນໄດ້ເພີ່ມທະ ວີການຮ່ວມມື. ການຮ່ວມມື ລາວຫວຽດນາມ ທີ່ເຂັ້ມແຂງກວ່າເກົ່າຈະ ປະກອບສ່ວນຮັດແຄບຊ່ອງຫວ່າງ ການພັດທະນາ, ເພີ່ມທະວີການ ເຊື່ອມໂຍງດ້ານເສດຖະກິດ, ການ ຮັກສາການເປັນສູນກາງອາຊຽນ. ຝ່າຍລາວ ຄາດວ່າການຢ້ຽມ ຢາມຈະໄດ້ຮັບໝາກຜົນອັນພົ້ນ ເດັ່ນຄື: ຄວາມໄວ້ເນື້ອເຊື່ອໃຈທາງ ດ້ານການເມືອງຢ່າງເລິກເຊິ່ງ, ການຮ່ວມມືຢ່າງແທດຈິງ ແລະ ການສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງສອງປະເທດ ແລະ ການ ຮ່ວມມື CLM7 ACMECS. ທ່ານເອກອັກຄະລັດຖະທູດຕີ ລາຄາບົດບາດ, ຄວາມຮັບຜິດຊອບ ແລະ ຄວາມເຊື່ອໝັ້ນຂອງຫວຽດ ນາມ ຢູ່ໃນບັນດາກົນໄກການຮ່ວມມື ພາກພື້ນແນວໃດ, ໂດຍສະເພາະ ຂອບການຮ່ວມມືອະນຸພາກພື້ນແມ່ ນໍ້າຂອງ ຄວາມຄາດຫວັງຂອງ ລາວກ່ຽວກັບບົດບາດ ແລະ ການ ປະກອບສ່ວນຂອງຫວຽດນາມ ໃນການເສີມສ້າງຄວາມສາມັກຄີ ລະຫວ່າງບັນດາປະເທດອະນຸພາກ ພື້ນແມ່ນຫຍັງ ກ່ອນອື່ນໝົດ, ຂ້າພະເຈົ້າເຫັນວ່າໃນຂອບການ ພົວພັນຮ່ວມມືພາກພື້ນ ແລະ ສາກົນ ນັ້ນ ຫວຽດນາມ ໄດ້ເຄື່ອນໄຫວ ຢ່າງຫ້າວຫັນ ແລະ ຈິງຈັງ ຊຶ່ງ ເຮັດໃຫ້ພວກເຮົາເຫັນຈະແຈ້ງວ່າ ຫວຽດນາມ ເປັນສະມາ ຊິກທີ່ ມີຄວາມຮັບຜິດຊອບ ແລະ ນັບ ມື້ນັບໄດ້ຮັບຄວາມເຊື່ອໝັ້ນຈາກ ບັນດາປະເທດໃນພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການ ຮ່ວມມືໃນຂອບອະນຸພາກພື້ນແມ່ນໍ້າ ຂອງ. ສິ່ງນີ້ຊີ້ໃຫ້ເຫັນພາຍໃນ ຂອງຫວຽດນາມ ໂດຍສະເພາະທີ່ ຕັ້ງທາງພູມສາດ, ທ່າແຮງທາງ ເສດຖະກິດ, ປະສົບການການພັດ ທະນາທີ່ນັບມື້ນັບຂະຫຍາຍຕົວເຂັ້ມ ແຂງ ແລະ ການຕ່າງປະເທດທີ່ຕັ້ງ ໜ້າທີ່ສົ່ງເສີມການພົວພັນຮ່ວມມື ເພື່ອການພັດທະນາເຊິ່ງກັນ ແລະ ກັນ ຂອງບັນດາປະເທດໃນໂລກ. ພ້ອມກັນນັ້ນ, ກໍເນັ້ນໜັກເຖິງຄວາມ ຮັບຜິດຊອບຕໍ່ສັນຕິພາບ, ສະຖຽນ ລະພາບ ແລະ ການພັດທະນາໂດຍ ລວມຂອງພາກພື້ນ ແລະ ສາກົນ. ພາຍໃນຂອບການຮ່ວມມື ກຳປູ ເຈຍ-ລາວ-ມຽນມາ-ຫວຽດນາມ (CLM7), ທັງ 4ປະເທດ ມີເປົ້າ ໝາຍຮ່ວມກັນໃນການສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມ, ຫລຸດຜ່ອນຊ່ອງຫວ່າງການພັດທະ ນາ, ເສີມສ້າງການເຊື່ອມຕໍ່ ແລະ ເພີ່ມທະວີການເຊື່ອມໂຍງກັບປະ ຊາຄົມອາຊຽນ. ໃນກອງປະຊຸມສຸດ ຍອດ CLM7 ຄັ້ງທີ 11 ໃນເດືອນ ພະຈິກ 2024, ຜູ້ນຳໄດ້ຮັບຮອງ ເອົາຖະແຫລງການຮ່ວມ, ຢືນຢັນ ຄວາມຕັ້ງໃຈຮ່ວມກັນ ທີ່ຈະເສີມ ສ້າງການຮ່ວມມື, ນຳໃຊ້ທ່າແຮງ ຂອງເສດຖະກິດ, ສົ່ງເສີມການ ພັດທະນາແບບຍືນຍົງ ແລະ ເສີມ ຂະຫຍາຍຄວາມສາມາດໃນການ ແຂ່ງຂັນຂອງພາກພື້ນ. ກ່ອນໜ້ານີ້, ກອງປະຊຸມລັດຖະມົນຕີເສດຖະກິດ CLM7 ຄັ້ງທີ 16, ທີ່ຈັດຂຶ້ນທີ່ ນະຄອນຫລວງວຽງຈັນ ໃນເດືອນ ກັນຍາ 2024, ໄດ້ຮັບຮອງເອົາ ແຜນປະຕິບັດງານ CLM7 ສຳລັບ ໄລຍະ 2025-2026. ຜົນໄດ້ຮັບ ເຫລົ່ານີ້ສະແດງໃຫ້ເຫັນເຖິງຄວາມ ເຫັນດີເປັນເອກະພາບ ແລະ ຄວາມ ຕັ້ງໃຈຂອງບັນດາປະເທດທີ່ຈະເຮັດ ໃຫ້ການຮ່ວມມືCLM7 ມີເນື້ອໃນທີ່ ສຳຄັນຍິ່ງຂຶ້ນ. ກ່ຽວກັບຍຸດທະສາດການຮ່ວມ ມືເສດຖະກິດອີຍະວະດີ-ເຈົ້າພະຍາແມ່ນໍ້າຂອງ(ACMECS),ຫວຽດ ນາມ ແມ່ນໜຶ່ງໃນ 5 ປະເທດສະ ມາຊິກທີ່ມີບົດບາດສໍາຄັນໃນການ ສົ່ງເສີມການເຊື່ອມໂຍງດ້ານເສດຖະ ກິດ, ການຄ້າ, ການລົງທຶນ, ການ ຂົນສົ່ງ, ກະສິກໍາ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນ ມະນຸດ, ພະລັງງານ ແລະ ການ ປົກປ້ອງສິ່ງແວດລ້ອມ. ກົນໄກ ACMECS ມີຈຸດປະສົງເພື່ອນໍາ ໃຊ້ຈຸດແຂງຂອງບັນດາປະເທດ, ເສີມຂະຫຍາຍການເຊື່ອມຕໍ່ ແລະ ສົ່ງເສີມການພັດທະນາທີ່ສົມດຸນໃນ ອະນຸພາກພື້ນ. ໃນກອງປະຊຸມສຸດ ຍອດ ACMECS ຄັ້ງທີ 10 ໃນປີ 2024, ໂດຍມີລາວເປັນປະທານ, ຜູ້ນໍາໄດ້ຮັບຮອງເອົາຖະແຫລງ ການວຽງຈັນ ແລະ ສົ່ງເສີມການ ຮ່ວມມືກ່ຽວກັບການຄຸ້ມຄອງຊັບ ພະຍາກອນນໍ້າໃນອ່າງແມ່ນໍ້າຂອງ. ເຫລົ່ານີ້ແມ່ນເນື້ອໃນທີ່ເປັນປະ ໂຫຍດທີ່ມີຜົນສະທ້ອນທີ່ສໍາຄັນຕໍ່ ການພັດທະນາໄລຍະຍາວຂອງບັນ ດາປະເທດໃນພາກພື້ນ. ຂ້າພະເຈົ້າຂໍຊົມເຊີຍຢ່າງສູງຕໍ່ ການເຂົ້າຮ່ວມ ແລະ ການປະກອບ ສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ໃນການຮັກສາການສົນທະນາ, ການສົ່ງເສີມຄວາມເຫັນດີເປັນ ເອກະພາບ ແລະ ເສີມສ້າງການ ປະສານງານລະຫວ່າງບັນດາປະ ເທດສະມາຊິກ. ຫວຽດນາມ ຍັງມີ ຂໍ້ໄດ້ປຽບທີ່ສໍາຄັນໃນຖານະເປັນທັງ ເສດຖະກິດທີ່ເຕີບໂຕ ດ້ວຍກໍາລັງ ການຜະລິດທີ່ເພີ່ມຂຶ້ນ ແລະ ລະບົບ ທ່າເຮືອ ແລະ ປະຕູການຄ້າສາກົນ. ໃນຂະນະດຽວກັນ, ປະເທດລາວ ຕັ້ງຢູ່ໃຈກາງຂອງອະນຸພາກພື້ນແມ່ ນ້ຳຂອງ ແລະ ມີທ່າແຮງທີ່ຈະກາຍ ເປັນສູນກາງການຂົນສົ່ງ ແລະ ໂລ ຈິສຕິກ ທີ່ເຊື່ອມຕໍ່ບັນດາປະເທດໃນ ພາກພື້ນ. ດັ່ງນັ້ນ, ການເຊື່ອມໂຍງ ເສັ້ນທາງທີ່ສະດວກຂອງລາວ ກັບ ລະບົບທ່າເຮືອຂອງຫວຽດນາມ ສາມາດສ້າງເສັ້ນທາງເສດຖະກິດ ທີ່ສຳຄັນ, ບໍ່ພຽງແຕ່ຮັບໃຊ້ຜົນປະ ໂຫຍດຂອງທັງສອງປະເທດເທົ່າ ນັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນ ການເຊື່ອມຕໍ່ອະນຸພາກພື້ນທັງໝົດ ກັບຕະຫລາດສາກົນ.

RkJQdWJsaXNoZXIy MTc3MTYxMQ==