ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

26/11/2026 11:10
Email Print 178
ຂປລ ການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ບໍ່ແມ່ນພຽງຄຳເວົ້າທາງການ ທູດທີ່ເປັນນາມມະທຳ ແລະ ຍິ່ງບໍ່ແມ່ນການຖ່າຍທອດຮູບແບບ ການພັດທະນາຈາກຝ່າຍໜຶ່ງໄປສູ່ອີກຝ່າຍໜຶ່ງ ແຕ່ພຽງຝ່າຍດຽວ.


     ຂປລ. ການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ບໍ່ແມ່ນພຽງຄຳເວົ້າທາງການທູດທີ່ເປັນນາມມະທຳ ແລະ ຍິ່ງບໍ່ແມ່ນການຖ່າຍທອດຮູບແບບ ການພັດທະນາຈາກຝ່າຍໜຶ່ງໄປສູ່ອີກຝ່າຍໜຶ່ງ ແຕ່ພຽງຝ່າຍດຽວ. ໃນທີ່ນີ້ ຈຳເປັນຕ້ອງຊີ້ແຈງ ຄວາມເຂົ້າໃຈໜຶ່ງໃຫ້ຈະແຈ້ງວ່າ: ການຮ່ວມມືທີ່ເປັນຮູບປະທຳ ລະຫວ່າງ ລາວ ແລະ ຈີນ ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ຍາມໃດກໍມີຈຸດເລີ່ມຕົ້ນຈາກແຜນພັດທະນາ ແລະ ຄວາມຕ້ອງການຕົວຈິງ ຂອງປະຊາຊົນຢູ່ຂັ້ນຮາກຖານຂອງລາວ, ທຸກໂຄງການຮ່ວມມື ລ້ວນແຕ່ຜ່ານການປຶກສາຫາລື ຢ່າງສະເໝີພາບ, ຮ່ວມກັນວາງແຜນ ແລະ ຊຸກຍູ້ການປະຕິບັດໂດຍສອງຝ່າຍ, ບົນພື້ນຖານການເຄົາລົບສິດທິຂອງລາວ ໃນການກຳນົດການພັດທະນາຂອງຕົນເອງຢ່າງເຕັມສ່ວນ.

ທາດແທ້ຂອງການຮ່ວມມືແມ່ນການແລກປ່ຽນຮຽນຮູ້ປະສົບການເຊິ່ງກັນ ແລະ ກັນ ແລະ ນຳໃຊ້ຈຸດແຂງເພື່ອສົ່ງເສີມເຊິ່ງກັນ ແລະ ກັນ ລະຫວ່າງປະເທດສັງຄົມນິຍົມບ້ານໃກ້ເຮືອນຄຽງ, ຮ່ວມແບ່ງປັນຜົນປະໂຫຍດ ຈາກການພັດທະນາໃນຂະບວນການປະຕິບັດ ຮ່ວມກັນ; ນີ້ແມ່ນການທີ່ສອງຝ່າຍຮ່ວມອອກແຮງ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ, ຊຶ່ງບໍ່ແມ່ນການໃຫ້ຝ່າຍດຽວ. ສິ່ງທີ່ລ້ຳຄ່າຍິ່ງກວ່ານັ້ນແມ່ນ, ການຮ່ວມມື ລາວ-ຈີນ ບໍ່ນິຍົມເວົ້າແບບລອຍໆ, ບໍ່ແລ່ນຕາມຊື່ສຽງທີ່ປາສະຈາກຕົວຈິງ, ໂດຍຍຶດໝັ້ນທິດທາງ “ນ້ອຍ ແຕ່ ສວຍງາມ, ໃກ້ຊິດກັບຊີວິດຕົວຈິງແລະ ຍືນຍົງ” ຢ່າງສະເໝີມາ. ໂຄງການຮ່ວມມືຈຳນວນຫລາຍເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ບໍ່ໄດ້ເນັ້ນຂະໜາດການກໍ່ສ້າງທີ່ໃຫຍ່ໂຕເພື່ອສ້າງຄວາມຮືຮາ, ແຕ່ໃຫ້ຄວາມສຳຄັນກັບການແກ້ໄຂບັນຫາຮີບດ່ວນ, ຄວາມ ຫຍຸ້ງຍາກ, ຄວາມກັງວົນ ແລະ ສິ່ງທີ່ປະຊາຊົນຢູ່ຂັ້ນຮາກຖານມຸ່ງຫວັງ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າເຖິງຜົນປະໂຫຍດຈາກການຮ່ວມມື ອັນເປັນມິດໄດ້ຢ່າງແທ້ຈິງ. ໃນຂົງເຂດກະສິກຳ, ນັກວິຊາການຂອງສອງປະເທດ ໄດ້ລົງປະຈຳຢູ່ຕາມທົ່ງທົດລອງໃນຊົນນະບົດ, ອີງໃສ່ສະພາບ ອາກາດ, ດິນ, ນ້ຳ ແລະ ວິຖີການປູກຝັງແບບດັ້ງເດີມ ຂອງທ້ອງຖິ່ນ, ເພື່ອຄົ້ນຫາແນວທາງການປູກຝັງ ທີ່ເປັນມິດຕໍ່ລະບົບນິເວດ ໃຫ້ເໝາະສົມກັບເງື່ອນໄຂ ຂອງແຕ່ລະພື້ນທີ່, ໂດຍບໍ່ນຳເອົາຮູບແບບຈາກພາຍນອກ ມາໃຊ້ແບບຕາຍຕົວ; ໂດຍອາໄສເສັ້ນທາງລົດໄຟ ລາວ–ຈີນ ທີ່ເປັນເສັ້ນທາງຫລັກ ແຫ່ງການເປີດກວ້າງສູ່ພາຍນອກ, ຜະລິດຕະພັນກະສິກຳ ທີ່ເປັນມິດຕໍ່ລະບົບນິເວດຂອງລາວ ໄດ້ເຂົ້າສູ່ຕະຫລາດຜູ້ບໍລິໂພກຈີນຢ່າງເປັນລະບົບ, ພຽງແຕ່ 8 ເດືອນຕົ້ນປີ 2026, ມູນຄ່າໝາກໄມ້ເຂດຮ້ອນທີ່ຈີນ ນຳເຂົ້າຜ່ານເສັ້ນທາງລົດໄຟ ລາວ-ຈີນ ກໍ ບັນລຸ 5,26 ຕື້ຢວນ, ເພີ່ມຂຶ້ນ 12,3% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ. ການຊີ້ນຳໃນທາງບວກ ຈາກຄວາມຕ້ອງການຂອງຕະຫລາດ ຍັງຊຸກຍູ້ໃຫ້ກະສິກຳ ທີ່ມີເອກະລັກສະເພາະຂອງລາວ ໃຫ້ຫັນໄປສູ່ການຜະລິດ ທີ່ໄດ້ມາດຕະຖານ ແລະ ການສ້າງຍີ່ຫໍ້. ໃນຂົງ ເຂດການບໍລິການສາທາລະນະ, ບັນດາໂຄງການດ້ານຄວາມປອດໄພຂອງນ້ຳດື່ມ, ສາທາລະນະສຸກຊຸມຊົນ, ການປ້ອງກັນ ແລະ ຫລຸດຜ່ອນໄພພິບັດ, ການບໍລິຫານຄຸ້ມຄອງຂັ້ນຮາກຖານ ແລະ ອື່ນໆ ລ້ວນແຕ່ເກີດຈາກຄວາມຕ້ອງ ການຂອງຂັ້ນຮາກຖານໃນລາວ; ບັນດາອົງ ການ ແລະ ປະຊາຊົນພາຍໃນທ້ອງຖິ່ນ ມີສ່ວນຮ່ວມຕະຫລອດຂະບວນການ ຕັ້ງແຕ່ການສຶກສາພິຈາລະນາ ຄວາມເໝາະສົມຂອງໂຄງການ, ການກໍ່ສ້າງຈົນເຖິງການດຳເນີນງານ ແລະ ບຳລຸງຮັກສາ; ຈຸດສໍາຄັນບໍ່ໄດ້ຢູ່ທີ່ການສົ່ງມອບ ສິ່ງອໍານວຍຄວາມສະດວກ ໃນໄລຍະສັ້ນ, ແຕ່ແມ່ນການບໍາລຸງສ້າງ ຄວາມອາດສາມາດພາຍໃນທ້ອງຖິ່ນ. ຕັ້ງແຕ່ການນຳໂຄງການນ້ຳດື່ມປອດໄພ ໃນຊົນນະບົດໄປປະຕິບັດຕົວຈິງ ຈົນເຖິງການຝຶກອົບຮົມທັກສະ ໃຫ້ແກ່ພະນັກງານການແພດ ແລະ ພະຍາບານຢູ່ຂັ້ນຮາກຖານ, ການຮ່ວມມືໄດ້ເລັ່ງໃສ່ຄວາມຕ້ອງການຕົວ ຈິງທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນລາວ ໂດຍຕະຫລອດມາ. ໃນຂົງເຂດຊັບພະຍາກອນມະນຸດ, ສອງປະເທດໄດ້ສືບຕໍ່ຂະຫຍາຍຂະໜາດ ການສົ່ງນັກສຶກສາໄປຮຽນຕໍ່ ແລະ ການຝຶກອົບຮົມດ້ານວິຊາການເຊິ່ງກັນ ແລະ ກັນ, ຊາວໜຸ່ມລາວຫລາຍລຸ້ນ ໄດ້ໄປຮຽນ ຢູ່ຈີນ ແລະ ກັບຄືນປະເທດພາຍຫລັງຮຽນຈົບ, ນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາຮັບໃຊ້ການກໍ່ສ້າງສາປະເທດ ເພື່ອ “ຫັນປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດໃນພາກພື້ນ”ຊຶ່ງເປັນການສະສົມຮາກຖານ ທາງດ້ານການພົວພັນຂອງປະ ຊາຊົນ ແລະ ການແລກປ່ຽນວັດທະນະທໍາ ໃນໄລຍະຍາວຂອງສອງປະເທດ.

ສິ່ງທີ່ສະທ້ອນໃຫ້ເຫັນຢູ່ນີ້, ກໍແມ່ນຫລັກວິທີການຮ່ວມມື ລາວ-ຈີນ, ທີ່ຖືເອົາການພັດທະນາດ້ວຍຕົນເອງເປັນເງື່ອນໄຂພື້ນຖານ, ຖືເອົາຄວາມຕ້ອງການດ້ານຊີວິດການເປັນຢູ່ ຂອງປະຊາຊົນເປັນທິດທາງຊີ້ນຳ ແລະ ຖືເອົາການເສີມສ້າງຂີດຄວາມສາມາດ ເປັນເປົ້າໝາຍປາຍ ທາງ. ການຮ່ວມມືແບບນີ້, ໄດ້ຍົກລະດັບຈາກ “ການໃຫ້ປາ” ຂຶ້ນເປັນ “ການສອນວິທີຫາປາ” ແລະ ຂະຫຍາຍຈາກ “ການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງ” ໄປສູ່ “ການເຊື່ອມຕໍ່ດ້ານຂີດຄວາມສາມາດ”. ໂດຍຄຸນຄ່າອັນເລິກເຊິ່ງຂອງການຮ່ວມມືນີ້ ຈຶ່ງກ້າວໄກເກີນກວ່າຜົນສຳເລັດ ຂອງໂຄງການສະເພາະໃນເວລາໃດໜຶ່ງ ຫລື ພື້ນທີ່ໃດໜຶ່ງ ຊຶ່ງກໍແມ່ນທິດທາງທີ່ເນັ້ນຜົນຕົວຈິງແບບນີ້ເອງ, ທີ່ເຮັດໃຫ້ການຮ່ວມມື ລາວ-ຈີນ ຝັງຮາກຢູ່ໃນຜົນປະໂຫຍດທີ່ເປັນຈິງທີ່ສຸດ ແລະ ໃກ້ຊິດໂດຍກົງກັບຊີວິດຂອງປະຊາຊົນ ສອງປະເທດມາໂດຍຕະຫລອດ, ຫລີກ ລ່ຽງ ການກາຍເປັນພຽງຄຳຂວັນທີ່ເລື່ອນລອຍ ແລະ ການເຮັດແບບເປັນພຽງຮູບແບບ.

ໂດຍ: ຫຼີ ເຈິ້ງ(Lǐ Zhèng)— ສາດສະດາຈານ ແລະ ອາຈານທີ່ປຶກສານັກສຶກສາປະລິນຍາເອກ, ຄະນະພູມສາດ, ມະຫາວິທະຍາໄລສ້າງຄູຢຸນນານ.
ຫຼຸຍ ສົງເໝີຍ (Lǚ Qióngméi)— ນັກສຶກສາປະລິນຍາເອກ, ຄະນະພູມສາດ, ມະຫາວິທະຍາໄລສ້າງຄູຢຸນນານ

KPL

ຂ່າວອື່ນໆ

ads
ads

Top