ຫັນຈາກການປູກຝັງ-ລ້ຽງສັດ ແບບປະຖົມປະຖານສູ່ວິທະຍາສາດ ສາມາດສ້າງລາຍຮັບ 1,6 ຕື້ກວ່າກີບ

18/11/2026 12:06
ຂປລ ຂປລ. ການຫັນປ່ຽນແນວຄິດຈາກການຜະລິດແບບທຳມະຊາດແບບປະຖົມປະຖານສູ່ການປູກຝັງ ແລະ ລ້ຽງສັດແບບວິທະຍາສາດ ແລະ ເປັນສິນຄ້າ

   ຂປລ. ການຫັນປ່ຽນແນວຄິດຈາກການຜະລິດແບບທຳມະຊາດແບບປະຖົມປະຖານສູ່ການປູກຝັງ ແລະ ລ້ຽງສັດແບບວິທະຍາສາດ ແລະ ເປັນສິນຄ້າ ຖືເປັນເສັ້ນທາງສຳຄັນທີ່ຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫລຸດພົ້ນຄວາມທຸກຍາກ ແລະ ກ້າວໄປສູ່ຄວາມຮັ່ງມີທີ່ສາມາດສ້າງລາຍຮັບໄດ້ 1,6 ຕື້ກວ່າກີບຕໍ່ປີ ເໝືອນດັ່ງທ່ານ ລືໄຊ ສຸຂະວົງ ພ້ອມດ້ວຍຄອບຄົວທີ່ກ້າຄິດ, ກ້າຕັດສິນໃຈນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດກະສິກຳຈົນສາມາດສ້າງຄວາມໝັ້ນຄົງໃຫ້ແກ່ຄອບຄົວ. 
   ທ່ານ ລືໄຊ ສຸຂະວົງ ຄອບຄົວຕົວແບບຂອງກອງບັນຊາການທະຫານນະຄອນຫລວງ ໄດ້ເລົ່າສູ່ຟັງວ່າ: ກ່ອນໜ້ານີ້ ຄອບຄົວໄດ້ປູກຝັງ-ລ້ຽງສັດ ມາຫລາຍສິບປີແຕ່ຍັງບໍ່ທັນໄດ້ຜະລິດເປັນສິນຄ້າສົ່ງອອກ, ເຮັດຕາມທຳມະຊາດຕາມມີຕາມເກີດ ເພື່ອຂາຍຕາມທ້ອງຕະຫລາດທົ່ວໄປ ແຕ່ຜົນຜະລິດໄດ້ໜ້ອຍ, ລາຍຮັບບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງການໃຊ້ຈ່າຍພາຍໃນຄອບຄົວຍ້ອນວ່າພາຍໃນຄອບຄົວມີຫລາຍຄົນເຮັດໃຫ້ຄ່າໃຊ້ຈ່າຍນັບມື້ສູງຂຶ້ນ, ມາຮອດປີ 2024 ທັງຄອບຄົວຈຶ່ງໄດ້ປຶກສາ ແລະ ເປັນເອກະພາບກັນຕັດສິນໃຈຫັນເອົາການປູກຝັງ-ລ້ຽງສັດ ໃຫ້ກາຍເປັນສິນຄ້າສົ່ງອອກ ເພື່ອສ້າງລາຍຮັບໝູນໃຊ້ເຂົ້າໃນການແກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ນັບມື້ດີຂຶ້ນເທື່ອລະກ້າວ ໂດຍໄດ້ຖືເອົາການລ້ຽງ ສັດປີກເປັນຫລັກ ແລະ ລ້ຽງປາໃສ່ໜອງ ພ້ອມກັນນີ້, ກໍຍັງໄດ້ລ້ຽງງົວ ແລະ ລ້ຽງໝູຈຳນວນໜຶ່ງ ແຕ່ຍັງບໍ່ໄດ້ລ້ຽງເປັນສິນຄ້າ, ລ້ຽງພໍໄດ້ແກ້ໄຂຊີວິດການເປັນຢູ່ ຂອງຄອບຄົວແຕ່ກໍບໍ່ໄດ້ລະຖິ້ມການປູກຝັງ ເນື່ອງຈາກວ່າໄດ້ທຳການປູກຝັງມາດົນແລ້ວ. ການສ້າງເສດຖະກິດຄອບຄົວເບື້ອງຕົ້ນໃນປີ 2024 ໂດຍສະເພາະແມ່ນການລ້ຽງໄກ່, ຄອບຄົວໄດ້ໄປຖອດຖອນບົດຮຽນພຶດຕິກຳຕົວຈິງນຳຫລາຍພາກສ່ວນ, ສຶກສາຄວາມເປັນໄປໄດ້ກ່ຽວກັບສະຖານທີ່ລ້ຽງ, ສຶກສາວິທີການລ້ຽງໄກ່ຄັກແນ່, ວິທີການຕ້ານພະຍາດລະບາດ, ຄິດໄລ່ງົບປະມານໃນການສ້າງສະຖານທີ່ລ້ຽງ, ຊອກຫາແນວພັນໄກ່ທີ່ຈະນຳເອົາມາລ້ຽງ. ຈາກນັ້ນ, ກໍໄດ້ເອກະພາບກັນພາຍໃນຄອບຄົວ ແລະ ຕັດສິນໃຈນຳເອົາໄກ່ສາມສາຍພັນ ແລະ ໄກ່ລາດມາລ້ຽງ, ສ່ວນແຮງງານຕົ້ນຕໍແມ່ນຄົນໃນຄອບຄົວ ແລະ ຈ້າງກຳມະກອນຈຳນວນໜຶ່ງ. ຈາກນັ້ນ, ກໍໄດ້ເຊີນວິຊາການທີ່ກ່ຽວຂ້ອງເຂົ້າມາກວດກາສະ ຖານທີ່, ພາຍຫລັງກວດກາຜ່ານກໍໄດ້ເຮັດໜັງສືຂໍອະນຸມັດຕາມແຕ່ລະຂັ້ນຕອນ ແລະ ໄດ້ເລີ່ມລົງທຶນສ້າງຄອກໄກ່ຂະໜາດ 15 x 75 ແມັດ, ລົງທຶນຊື້ໄກ່ມາລ້ຽງງວດທຳອິດ 10.000 ໂຕ (ໄກ່ລາດ 5.000 ໂຕ ແລະ ໄກ່ສາມສາຍພັນ 5.000 ໂຕ) ມູນຄ່າທັງໝົດ 180 ລ້ານກີບ, ຊື້ຫົວອາຫານ 150 ລ້ານກີບ, ຊື້ແກບໃສ່ຄອກໄກ່ 20 ລ້ານກີບ, ຊື້ຢາປົວພະຍາດ-ຍາບຳລຸງ 50 ລ້ານກີບ ແລະ ຊື້ວັດຖຸອຸປະກອນຮັບໃຊ້ຕ່າງໆ ລວມລາຍຈ່າຍງວດທໍາ ອິດທັງໝົດ 800 ລ້ານກີບ, ລ້ຽງໄດ້ປະມານ 75 ວັນສາມາດຂາຍອອກ ໄດ້ເງິນ 600 ລ້ານກີບ. ຈາກນັ້ນ, ໄດ້ນຳໄກ່ເຂົ້າມາລ້ຽງຕື່ມອີກ 10.000 ໂຕ, ໂດຍໄດ້ລ້ຽງແບບໝູນວຽນ ປີ 1 ສາມາດລ້ຽງໄດ້ 4 ງວດ, ງວດລະ 10.000 ໂຕ, ລາຍຮັບພາຍຫລັງຫັກຕົ້ນທຶນ ໄດ້ 200-300 ລ້ານກີບຕໍ່ງວດ ໂດຍລວມແລ້ວດ້ານການລ້ຽງໄກ່ແມ່ນສ້າງລາຍຮັບໄດ້ 1 ຕື້ກວ່າກີບຕໍ່ປີ. ດ້ານການລ້ຽງປາ ງວດທຳອິດ ໄດ້ນຳເຂົ້າມາລ້ຽງ 60.000 ໂຕ, ແຕ່ຜົນໄດ້ຮັບແມ່ນຫລຸດຄາດໝາຍ ເນື່ອງຈາກວ່າ ນຳປາເຂົ້າມາລ້ຽງຫລາຍເກີນໄປເຮັດໃຫ້ປາບໍ່ຈະເລີນເຕີບໂຕເຕັມໄວ, ງວດຕໍ່ມາໄດ້ຂະຫຍາຍໜອງປາເພີ່ມຕື່ມຄາດຄະເນວ່າຊຸດນີ້ ຈະໄດ້ຮັບຜົນດີກວ່າເກົ່າ. ໃນຕົ້ນປີ 2026 ໄດ້ນໍາເອົາເປັດເຂົ້າມາລ້ຽງເພີ່ມຕື່ມ ຈໍານວນ 5.000 ໂຕ ມູນຄ່າ 175 ລ້ານກີບ ໂດຍໄດ້ລ້ຽງແບບໝູນວຽນຄືກັນກັບລ້ຽງໄກ່, ລ້ຽງໄດ້ 3 ເດືອນສາມາດຂາຍອອກໄດ້, ງວດທຳອິດໄດ້ກຳໄລ 100 ລ້ານກວ່າກີບ, ງວດທີ 2 ໄດ້ກໍາໄລ 80-100 ລ້ານກີບ, ດ້ານການປູກຝັງ ໄດ້ປູກເຂົ້າ+ສາລີ ໃນເນື້ອທີ່ 2,5 ເຮັກຕາ, ຂາຍເຂົ້າທີ່ເຫລືອກິນພາຍໃນຄອບຄົວ ໄດ້ 10-20 ລ້ານກີບຕໍ່ປີ, ຂາຍສາລີ ໄດ້ 20-30 ລ້ານກີບຕໍ່ປີ, ໄດ້ປູກໝາກແຕງ, ໝາກຖົ່ວ ແລະ ປູກຜັກຕາມລະດູການຕື່ມອີກ. ສຳລັບຕົ້ນທຶນໃນການສ້າງເສດຖະກິດຄອບຄົວເບື້ອງຕົົ້ນແມ່ນໄດ້ມາຈາກຂາຍຜົນຜະລິດຕ່າງໆພາຍໃນຄອບຄົວທີ່ໄດ້ເກັບທ້ອນມາກ່ອນໜ້ານີ້, ບວກກັບການປະຢັດອົດອອມເງິນເດືອນ, ສ່ວນເນື້ອທີ່ທຳການຜະລິດເປັນດິນເດີມຂອງພໍ່ແມ່ໃຫ້ມາລວມທັງໝົດມີ 3,5 ເຮັກຕາກວ່າ. ໃນນັ້ນ, ເນື້ອທີ່ລ້ຽງໄກ່ສະເພາະເຮືອນໄກ່ ແມ່ນ 15x75 ແມັດ, ໜອງລ້ຽງປາ 35x75 ແມັດ.  
   ທ່ານ ລືໄຊ ສຸຂະວົງ ໃຫ້ຮູ້ຕື່ມວ່າ: ການຈຳໜ່າຍຜົນຜະລິດລວມທັງການລ້ຽງສັດ ແລະ ປູກຝັງແມ່ນຍັງບໍ່ທັນໄດ້ເຊັນສັນຍາແນ່ນອນ ປັດຈຸບັນນີ້, ແມ່ນຍັງຈຳໜ່າຍແບບຂາຍສົ່ງ-ຂາຍຍ່ອຍໃຫ້ແມ່ຄ້າຊາວຂາຍທົ່ວໄປ, ສົ່ງໃຫ້ຕະຫລາດຕ່າງໆ ແລະ ຕ່າງແຂວງມາຮັບຊື້ເຖິງທີ່ ໂດຍສັງລວມແລ້ວນັບແຕ່ຄອບຄົວຕັດສິນໃຈຜະລິດເປັນສິນຄ້າແຕ່ປີ 2024 ເປັນຕົ້ນມາ ສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດໄດ້ທັງໝົດ 1,6 ຕື້ກວ່າກີບຕໍ່ປີ. ສຳລັບທິດທາງແຜນການໃນຕໍ່ໜ້ານີ້, ຈະສືບຕໍ່ປັບປຸງສະຖານທີ່ທຳການຜະລິດໃຫ້ແໜ້ນໜາຖາວອນ, ຂະຫຍາຍການປູກຝັງ-ລ້ຽງສັດເພີ່ມຕື່ມເປັນຕົ້ນແມ່ນຈະເພີ່ມການປູກພືດລົ້ມລຸກຕາມລະດູການ, ຂະຫຍາຍການລ້ຽງປາໃຫ້ຫລາຍຂຶ້ນໄປຄຽງຄູ່ກັບການລ້ຽງສັດປີກແບບໝູນວຽນ ເພື່ອສ້າງລາຍຮັບເຂົ້າຄອບຄົວໃຫ້ໄດ້ຫລາຍກວ່າເກົ່າ.

KPL

ຂ່າວອື່ນໆ

ads
ads

Top