ການຄ້າມະນຸດເປັນໄພຄຸກຄາມຂ້າມຊາດ ຕ້ອງພ້ອມກັນເຝົ້າລະວັງ

18/11/2026 11:53
ຂປລ ຂປລ. ການຄ້າມະນຸດເປັນບັນຫາອາຊະຍາກຳຂ້າມຊາດທີ່ຍັງສືບຕໍ່ເກີດຂຶ້ນໃນຫລາຍປະເທດທົ່ວໂລກ ແລະ ພາກພື້ນ
   ຂປລ. ການຄ້າມະນຸດເປັນບັນຫາອາຊະຍາກຳຂ້າມຊາດທີ່ຍັງສືບຕໍ່ເກີດຂຶ້ນໃນຫລາຍປະເທດທົ່ວໂລກ ແລະ ພາກພື້ນ ໂດຍມີຮູບແບບ ແລະ ວິທີການທີ່ຊັບຊ້ອນຫລາຍຂຶ້ນ. ອາຊະຍາກຳດັ່ງກ່າວຖືເປັນການລະເມີດສິດທິມະນຸດຢ່າງຮ້າຍແຮງ ແລະ ມີລັກສະນະຄ້າຍຄືການເປັນທາດໃນຍຸກໃໝ່ (Modern Slavery). ໂດຍກຸ່ມຄົນຮ້າຍສວຍໃຊ້ກຳລັງ, ການຫລອກລວງ ຫລື ການບັງຄັບຂົ່ມຂູ່ ເພື່ອສະແຫວງຫາຜົນປະໂຫຍດຈາກຜູ້ເຄາະຮ້າຍ. ນີ້ແມ່ນໜຶ່ງໃນອາຊະຍາກຳທີ່ຂະຫຍາຍຕົວໄວທີ່ສຸດໃນໂລກ ຊຶ່ງສາມາດສ້າງລາຍຮັບແບບຜິດກົດໝາຍໄດ້ປະມານ 236 ຕື້ໂດລາສະຫະລັດຕໍ່ປີ (ອີງຕາມບົດລາຍງານຂອງອົງການແຮງງານສາກົນ ຫລື ILO ປີ 2024).
   ການຄ້າມະນຸດແມ່ນການລະເມີດສິດທິມະນຸດຢ່າງຮ້າຍແຮງ ຊຶ່ງສົ່ງຜົນກະທົບຕໍ່ປະຊາກອນຫລາຍລ້ານຄົນທົ່ວໂລກ. ອັດຕາການພົບເຫັນຜູ້ເຄາະຮ້າຍຈາກການຄ້າມະນຸດໄດ້ເພີ່ມຂຶ້ນຢ່າງໜ້າເປັນຫ່ວງນັບຕັ້ງແຕ່ໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ໂດຍຈຳນວນຜູ້ເຄາະຮ້າຍທີ່ຖືກຄົ້ນພົບໃນຊ່ວງປີ 2019-2021ເພີ່ມຂຶ້ນເຖິງ 25%. ສະພາບການດັ່ງກ່າວສະທ້ອນໃຫ້ເຫັນເຖິງຄວາມສ່ຽງທີ່ສູງຂຶ້ນຂອງກຸ່ມປະຊາກອນທີ່ມີຄວາມບອບບາງ ໂດຍສະເພາະແມ່ນແມ່ຍິງ, ເດັກນ້ອຍ ແລະ ຜູ້ອົບພະຍົບຖິ່ນຖານ ຊຶ່ງມັກຈະຕົກເປັນເປົ້າໝາຍຂອງເຄືອຂ່າຍອາຊະຍາກຳທີ່ມີການຈັດຕັ້ງຢ່າງເປັນລະບົບ. ໃນນັ້ນ, ການຄ້າມະນຸດທີ່ກະທົບຕໍ່ເດັກຍິ່ງເປັນບັນຫາທີ່ໜ້າທີ່ເປັນຫ່ວງທີ່ສຸດ ໂດຍສະເພາະສັດສ່ວນຂອງເດັກຍິງຕົກເປັນຜູ້ເຄາະຮ້າຍເພີ່ມຂຶ້ນຈາກ 31% ມາເປັນ 38%. ທ່າອ່ຽງດັ່ງກ່າວປະກົດໃຫ້ເຫັນຢ່າງຊັດເຈນໃນພາກພື້ນອາເມລິກາ ແລະ ເອີຣົບ ໂດຍເດັກຍິງສ່ວນຫລາຍມັກຈະຕົກເປັນເປົ້າໝາຍຂອງການສະແຫວງຫາຜົນປະໂຫຍດທາງເພດ, ໃນຂະນະທີ່ເດັກຊາຍມັກຈະຖືກນໍາໄປບັງຄັບໃຊ້ແຮງງານ, ບັງຄັບໃຫ້ກະທຳຜິດກົດໝາຍ ແລະ ການບັງຄັບໃຫ້ຂໍທານ.
   ສຳລັບສະຖິຕິພົບວ່າ ມີປະຊາ ກອນປະມານ 49,6 ລ້ານຄົນທົ່ວໂລກກໍາລັງດຳລົງຊີວິດຢູ່ໃນສະພາບການເປັນທາດຍຸກໃໝ່, ໃນນັ້ນ ປະມານ 27,6 ລ້ານຄົນ ຖືກ ບັງຄັບໃຊ້ແຮງງານ ຫລື ຖືກສະ ແຫວງຫາຜົນປະໂຫຍດທາງເພດເພື່ອການຄ້າ ແລະ ອີກປະມານ 22 ລ້ານຄົນ ຖືກບັງຄັບໃຫ້ແຕ່ງດອງ. ໃນຈຳນວນຜູ້ເຄາະຮ້າຍທັງໝົດແມ່ນກຸ່ມແມ່ຍິງ ແລະ ເດັກຍິງ ກວມເອົາ 61%, ຂະນະທີ່ເດັກນ້ອຍຍັງກວມເອົາປະມານ 1 ໃນ 3 ຂອງຈຳນວນຜູ້ເຄາະຮ້າຍທີ່ຖືກກວດພົບ. ຂໍ້ມູນດັ່ງກ່າວສະແດງໃຫ້ເຫັນເຖິງການເພີ່ມຂຶ້ນຢ່າງກ້າວກະໂດດຂອງການຄ້າເດັກໃນຊຸມປີມໍ່ໆມານີ້ (ຂໍ້ມູນອ້າງອີງ: ບົດລາຍງານຂອງອົງການສະຫະປະຊາຊາດວ່າດ້ວຍການຄ້າມະນຸດ).
   ນອກຈາກນີ້, ການຄ້າມະນຸດຍັງມີລັກສະນະການຄ້າຂ້າມຊາດຫລາຍຂຶ້ນໂດຍຜູ້ເຄາະຮ້າຍຈາກທະວີບອາຟຣິກາຈຳນວນຫລາຍຖືກລັກລອບສົ່ງຕົວໄປຍັງທະວີບເອີຣົບ ແລະ ຕາເວັນອອກກາງ. ປັດໄຈສຳຄັນທີ່ຊຸກຍູ້ໃຫ້ບັນຫາດັ່ງກ່າວຮຸນແຮງຂຶ້ນ ເກີດຈາກຂໍ້ຂັດແຍ່ງທາງອາວຸດ, ການອົບພະຍົບ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ ຊຶ່ງເຮັດໃຫ້ປະຊາກອນຈຳນວນໜຶ່ງຂາດຄວາມໝັ້ນຄົງໃນການດຳລົງຊີວິດ ແລະ ຕົກເປັນເປົ້າໝາຍຂອງຂະບວນການຄ້າມະນຸດ.
   ສຳລັບຮູບແບບການຄ້າມະນຸດໃນປັດຈຸບັນມີຫລາຍລັກສະນະໂດຍການບັງຄັບໃຊ້ແຮງງານກວມເອົາ 42% ຜູ້ເຄາະຮ້າຍຖືກບັງຄັບໃຫ້ເຮັດວຽກໃນຂະແໜງການຕ່າງໆ ເຊັ່ນ: ກະສິກຳ, ການກໍ່ສ້າງ, ການປະມົງ, ໂຮງງານອຸດສາຫະກຳ ແລະ ການຮັບໃຊ້ໃນຄົວເຮືອນ ໂດຍໄດ້ຮັບຄ່າຈ້າງໜ້ອຍທີ່ສຸດ ຫລື ບໍ່ໄດ້ຮັບຄ່າຈ້າງເລີຍ. ຂະນະທີ່ການສະແຫວງຫາຜົນປະໂຫຍດທາງເພດກວມເອົາ 36% ໂດຍສ່ວນໃຫຍ່ແມ່ນສົ່ງຜົນກະທົບຕໍ່ແມ່ຍິງ ແລະ ເດັກຍິງ ຊຶ່ງຈະແອບແຝງຢູ່ໃນຮູບແບບການບໍລິການນວດ, ໂຮງແຮມ ຫລື ຜ່ານແພລດຟອມອອນລາຍຕ່າງໆ. ສ່ວນອີກຮູບແບບໜຶ່ງທີ່ພວມມີທ່າອ່ຽງເພີ່ມຂຶ້ນແມ່ນການບັງຄັບໃຫ້ຜູ້ເຄາະຮ້າຍເຂົ້າຮ່ວມການກະທໍາຜິດທາງກົດໝາຍ ເຊັ່ນ: ການຄ້າຂາຍຢາເສບຕິດ, ການລັກຊັບ ຫລື ການຫລອກລວງທາງອິນເຕີເນັດ ຫລື  ແກ້ງຄໍເຊັນເຕີ.
   ສປປ ລາວ ກໍເປັນໜຶ່ງໃນປະເທດທີ່ໄດ້ຮັບຜົນກະທົບຈາກບັນຫາການຄ້າມະນຸດ ໂດຍມີສາເຫດປັດໄຈສ່ຽງຫລາຍດ້ານທັງຄວາມທຸກຍາກ, ຄ່ານິຍົມຂອງສັງຄົມ, ການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ການຂາດສະຕິລະວັງຕົວ, ຄວາມບໍ່ເຂົ້າໃຈຕໍ່ລະບຽບກົດໝາຍ, ຄວາມຮັບຮູ້ຕໍ່ສະພາບການຄ້າມະນຸດຂອງປະຊາຊົນຍັງຈຳກັດ. ໃນໄລຍະຜ່ານມາຮູບແບບການຄ້າມະນຸດໃນ ສປປ ລາວ ມີຄວາມຫລາກຫລາຍຂຶ້ນໂດຍສະເພາະການຫລອກລວງໄປເຮັດວຽກ ແລະ ການບັງຄັບໃຊ້ແຮງງານ. ຜູ້ກໍ່ເຫດມັກໃຊ້ສື່ສັງຄົມອອນລາຍໂຄສະນາຮັບສະໝັກວຽກໂດຍສະເໜີຕຳແໜ່ງວຽກທີ່ດີ, ລາຍຮັບສູງ ແລະ ສະຫວັດດີການທີ່ໜ້າສົນໃຈ ຫລື ໃຊ້ວິທີການບອກຕໍ່ແບບປາກຕໍ່ປາກ. ເມື່ອຜູ້ຖືກຫລອກລວງເດີນທາງໄປເຖິງບ່ອນເຮັດວຽກອາດຖືກຄວບຄຸມ, ຖືກຢຶດເອກະສານສ່ວນຕົວ; ການກັກຂັງຢູ່ໃນສູນສໍ້ໂກງຊັບທາງໂທລະຄົມ (scam compound), ໜີ້ສິນປອມທີ່ຖືກສ້າງຂຶ້ນ, ການຂົມຂູ່, ການໃຊ້ຄວາມຮຸນແຮງ. ນອກນັ້ນ, ຍັງພົບເຫັນທ່າອ່ຽງການເຄື່ອນຍ້າຍແຮງງານຈາກປະເທດມຽນມາ ເຂົ້າມາເຮັດວຽກໃນຂະແໜງການຂຸດຄົ້ນບໍ່ແຮ່ ແລະ ຕັດຫຍິບຢູ່ ສປປ ລາວ. ອີກຮູບແບບໜຶ່ງທີ່ຄວນລະວັງແມ່ນການແຕ່ງດອງທີ່ບໍ່ຖືກຕ້ອງ (ແອບແຝງ) ແລະ ການແຕ່ງດອງໃນໄວເດັກ, ມີການຈ່າຍເງິນຄ່າດອງໃຫ້ຄອບຄົວໄດ້ເພິ່ນຂຶ້ນເປັນ 50-150 ລ້ານກີບ, ການແຕ່ງດອງໃນໄວເດັກ ແລະ ການບັງຄັບແຕ່ງດອງແມ່ນປະສານງານໂດຍນາຍໜ້າຄົນລາວ ແລະ ຄົນຕ່າງປະເທດ. ອີກທາງເລືອກໜຶ່ງແມ່ນຜູ້ຊາຍຕ່າງປະເທດເດີນທາງມາ ສປປ ລາວ ເພື່ອຊອກຫາເຈົ້າສາວດ້ວຍຕົນເອງ. ປັດຈຸບັນແມ່ນເອົາແມ່ຍິງລາວ ໄປເບິ່ງໂຕຢູ່ຕ່າງປະເທດ; ບາງກໍລະນີແມ່ນມີການຊັກຊວກຜ່ານສື່ສັງຄົມອອນລາຍ. ທີ່ໜ້າກັງວົນຍິ່ງຂຶ້ນແມ່ນບາງກໍລະນີແມ່ນມີການປອມແປງເອກະສານສ່ວນຕົວ ເພື່ອປັບອາຍຸເດັກນ້ອຍໃຫ້ສູງກວ່າອາຍຸແທ້ ເພື່ອອຳນວຍຄວາມສະດວກໃນການແຕ່ງດອງ. ເມື່ອເດີນທາງໄປຮອດຕ່າງປະເທດ ແມ່ຍິງ ແລະ ເດັກຍິງບາງຄົນອາດຖືກປະຕິບັດບໍ່ເປັນທຳ ແລະ ຖືກຂູດຮີດແຮງງານຄືກັບທາດໃນເຮືອນ. ທ່າອ່ຽງໃໝ່ທີ່ພົບເຫັນອີກຢ່າງໜຶ່ງແມ່ນຜູ້ຖືກເຄາະຮ້າຍມີອາຍຸນ້ອຍລົງກວ່າແຕ່ກ່ອນ ໂດຍພົບເຫັນເດັກຍິງອາຍຸປະມານ 13-14 ປີ ແລະ ຈຳນວນຜູ້ຖືກເຄາະຮ້າຍຈາກພາກໃຕ້ຂອງ ສປປ ລາວ ມີຈຳນວນເພີ່ມຂຶ້ນ. ນອກຈາກນັ້ນ, ຍັງມີບັນຫາການໃຫ້ຖືພາແທນທີ່ບໍ່ຖືກຕ້ອງຕາມກົດໝາຍໃນ ສປປ ລາວ. ແມ່ຍິງ ແລະ ເດັກຍິງຕ່າງປະເທດຈາກກຳປູເຈຍ, ໄທ, ຫວຽດນາມ ແລະ ປະເທດອື່ນໆ ທີ່ເຂົ້າຮັບການປະຕິສົນທິໃນຫລອດແກ້ວ (IVF) ໃນປະເທດຂອງພວກເຂົາ ຫລື ປະເທດອື່ນໆແລ້ວເດີນທາງມາ ສປປ ລາວ ຫລື ຮັບການປະຕິສົນທິໃນຫລອດແກ້ວຢູ່ໃນ ສປປ ລາວ ເພື່ອຖືພາ ແລະ ເກີດລູກແມ່ນມີຈຳນວນເພີ່ມຂຶ້ນ. ນີ້ແມ່ນບັນຫາທີ່ເພີ່ມຂຶ້ນໃນອາຊີຕາເວັນອອກສ່ຽງໃຕ້; ການຈ່າຍເງິນໃຫ້ແມ່ຍິງຖືພາແທນສູງເຖິງ 5.000 ໂດລາສະຫະລັດ. ຢ່າງໃດກໍຕາມ, ການຖືພາແທນຈະເຂົ້າຂ່າຍການຄ້າມະນຸດເມື່ອມີການຫລອກລວງ ແລະ ຖືກບັງຄັບ. 
   ສ່ວນການສະແຫວງຫາຜົນປະໂຫຍດທາງເພດ, ການສະແດງເຕັ້ນໂຊແບບໄລສົດ (live) ທີ່ມີເດັກຍິງໄວໜຸ່ມອາຍຸປະມານ 11-12 ປີ. ການເຕັ້ນໂຊທີ່ຈັດຂຶ້ນຢູ່ບ່ອນພັກສ່ວນຕົວ, ເດັກຍິງຖືກຕິດເລກໝາຍໃສ່ລູກຄ້າອອນລາຍສາມາດສະແຫວງຫາຜົນປະໂຫຍດທາງເພດຈາກເດັກນ້ອຍໄດ້ໃນພາຍຫລັງ, ມີນາຍໜ້າເປັນຄົນລາວ ແລະ ຄົນຕ່າງປະເທດ, ນັກທ່ອງທ່ຽວ ແລະ ນັກທຸລະກິດຄົນອາຊີຕາເວັນອອກໄປທ່ຽວຢູ່ຮ້ານນວດທີ່ມີການສະ ແຫວງຫາຜົນປະໂຫຍດທາງເພດຈາກເດັກນ້ອຍລາວ, ການຄ້າມະນຸດທີ່ເປັນຊົນເຜົ່າແມ່ນມີຈຳນວນເພີ່ມຂຶ້ນ. ນອກນັ້ນ, ຍັງມີບັນຫາການຄ້າຂາຍໂສເພນີຕາມຮ້ານບັນເທີງຕ່າງໆຍັງເກີດຂຶ້ນຫລາຍ.
   ຈາກສະພາບການດັ່ງກ່າວເຫັນໄດ້ວ່າການຄ້າມະນຸດບໍ່ແມ່ນບັນຫາຂອງບຸກຄົນ ຫລື ປະເທດໃດໜຶ່ງເທົ່ານັ້ນ, ແຕ່ເປັນບັນຫາທີ່ຕ້ອງອາໄສຄວາມຮ່ວມມືຈາກທຸກພາກສ່ວນ ໂດຍສະເພາະການເພີ່ມທະວີການເຜີຍແຜ່ຂໍ້ມູນໃຫ້ປະຊາຊົນ, ການລະມັດລະວັງຕໍ່ການຮັບສະໝັກວຽກທີ່ບໍ່ໜ້າເຊື່ອຖື, ການສຶກສາຂໍ້ມູນກ່ອນເດີນທາງໄປເຮັດວຽກຢູ່ຕ່າງປະເທດ ລວມທັງການປົກປ້ອງເດັກນ້ອຍ ແລະ ກຸ່ມຄົນທີ່ມີຄວາມສ່ຽງ. ພ້ອມນີ້ ຕ້ອງເພ່ີມທະວີການກວດກາ, ປ້ອງກັນ ແລະ ປາບປາມຂະບວນການຄ້າມະນຸດຢ່າງເຂັ້ມງວດ ເພື່ອຈຳກັດຊ່ອງທາງການກໍ່ເຫດ, ນຳຜູ້ກະທຳຜິດມາລົງໂທດຕາມກົດໝາຍ ແລະ ຄຸ້ມຄອງຊ່ວຍເຫລືອຜູ້ເຄາະຮ້າຍໃຫ້ສາມາດກັບຄືນສູ່ສັງຄົມໄດ້ຢ່າງປອດໄພ.
     ໂດຍ: ແສງສະຫວັນ
KPL

ຂ່າວອື່ນໆ

ads
ads

Top