ຟັງໃຫ້ຮອບດ້ານ ເບິ່ງໃຫ້ຮອບຄອບ ຮັບມືໃຫ້ທັນການ

18/11/2026 11:58
ຂປລ ຂປລ. ໃນຍຸກທີ່ຂໍ້ມູນຂ່າວສານເຄື່ອນໄຫວໄວກວ່າທີ່ເຮົາຄິດ, ພຽງແຕ່ກົດໜ້າຈໍໂທລະສັບບໍ່ເທົ່າໃດຄັ້ງ ຂ່າວສານເລື່ອງໃດໜຶ່ງກໍສາມາດແຜ່ກະຈາຍໄປທົ່ວສັງຄົມ
   ຂປລ. ໃນຍຸກທີ່ຂໍ້ມູນຂ່າວສານເຄື່ອນໄຫວໄວກວ່າທີ່ເຮົາຄິດ, ພຽງແຕ່ກົດໜ້າຈໍໂທລະສັບບໍ່ເທົ່າໃດຄັ້ງ ຂ່າວສານເລື່ອງໃດໜຶ່ງກໍສາມາດແຜ່ກະຈາຍໄປທົ່ວສັງຄົມ ແລະ ຂ້າມປະເທດໄດ້ພາຍໃນເວລາອັນສັ້ນ. ສຽງວິພາກວິຈານ, ການສະແດງຄວາມຄິດເຫັນຕໍ່ປະເດັນຕ່າງໆຈຶ່ງກາຍເປັນສິ່ງທີ່ພົບເຫັນໄດ້ ເປັນປົກກະຕິໃນສື່ສັງຄົມອອນລາຍ. ແຕ່ສິ່ງທີ່ໜ້າຄິດ ກໍຄື ເຮົາຄວນຮັບມືກັບສຽງເຫລົ່ານີ້ແນວໃດ? ຄວນປ່ອຍຜ່ານ, ຄວນຮັບຟັງ, ຄວນຊີ້ແຈງ ຫລື ຄວນລົງມືແກ້ໄຂ?. ກ່ຽວກັບບັນຫານີ້ ມີຫລາຍທັດສະນະແຕກຕ່າງກັນ. ບາງຄົນເຫັນວ່າບໍ່ຄວນໃສ່ໃຈກັບທຸກກະແສທີ່ເກີດຂຶ້ນ ເພາະບາງເລື່ອງເປັນພຽງການວິ ພາກວິຈານທົ່ວໄປ ຫລື ການສ້າງກະແສເພື່ອຄວາມສົນໃຈ. ບາງຄົນເຫັນວ່າຄວນຕິດຕາມຮັບຟັງ ເພື່ອຊອກຮູ້ບັນຫາແຕ່ຕ້ອງຮູ້ຈັກກັ່ນກອງບໍ່ເຊື່ອທຸກສິ່ງທີ່ອ່ານ ແລະ ບໍ່ຄວນສະຫລຸບຈາກຂໍ້ມູນພຽງດ້ານດຽວ. ຂະນະທີ່ອີກບາງຄົນເຫັນວ່າ ບັນຫາທີ່ມີມູນຄວາມຈິງ ແລະ ສົ່ງຜົນກະທົບຕໍ່ສັງຄົມ ຕ້ອງໄດ້ຮັບການຊີ້ແຈງ ແລະ ແກ້ໄຂຢ່າງທັນການ.
   ແທ້ຈິງແລ້ວການຮັບມືກັບກະ ແສຂອງສື່ອອນລາຍ ບໍ່ຄວນໃຊ້ວິທີດຽວກັບທຸກກໍລະນີ. ບາງເລື່ອງຄວນປ່ອຍໃຫ້ຜ່ານໄປ, ບາງເລື່ອງຄວນຕິດຕາມກວດສອບ, ບາງເລື່ອງຄວນຊີ້ແຈງໃຫ້ສັງຄົມເຂົ້າໃຈ ແລະ ບາງເລື່ອງຕ້ອງຮີບຮ້ອນແກ້ໄຂ ຫລື ຈັດການຕາມຂັ້ນຕອນກົດໝາຍ. ສິ່ງສຳຄັນຄື ຕ້ອງຮູ້ຈັກໄຈ້ແຍກວ່າ ສຽງໃດເປັນຄຳຕິຊົມທີ່ມີປະໂຫຍດ, ສຽງໃດເປັນຂ່າວລື ແລະ ສຽງໃດເປັນການບິດເບືອນຂໍ້ມູນ. ສຳລັບສັງຄົມລາວ ການໃຊ້ສື່ສັງຄົມອອນລາຍໄດ້ຂະຫຍາຍຕົວຢ່າງໄວວາໃນໄລຍະຫລາຍປີຜ່ານມາ. ຈາກໃນອະດີດທີ່ການເຂົ້າເຖິງອິນເຕີເນັດຍັງມີຂໍ້ຈຳກັດ ທັງດ້ານລາຄາ, ອຸປະກອນ ແລະ ເຄືອຂ່າຍ ມາຮອດປັດຈຸບັນການໃຊ້ງານກາຍເປັນສິ່ງໃກ້ຕົວຂອງຄົນທຸກເພດທຸກໄວ. ໂທລະສັບມືຖືມີລາຄາຫລາກຫລາຍ, ເຄືອຂ່າຍອິນເຕີເນັດທີ່ຄວບຄຸມກວ້າງຂຶ້ນ ແລະ ຄ່າໃຊ້ບໍລິການທີ່ມີທາງເລືອກ ລ້ວນເປັນປັດໄຈຊ່ວຍໃຫ້ປະຊາຊົນເຂົ້າເຖິງຂໍ້ມູນຂ່າວສານໄດ້ສະດວກຂຶ້ນ ຊຶ່ງກາຍເປັນຊ່ອງທາງສຳຄັນໃນການຮັບຂ່າວສານ, ຕິດຕາມສະຖານະການ ແລະ ສະແດງຄວາມຄິດເຫັນ. ບາງປະເດັນທີ່ກຳລັງເປັນກະແສໃນປະເທດເພື່ອນບ້ານກໍສາມາດແຜ່ເຂົ້າມາສູ່ສັງຄົມລາວ ໄດ້ຢ່າງວ່ອງໄວຍ້ອນມີພາສາ ແລະ ວັດທະນະທຳທີ່ໃກ້ຄຽງກັນ. ສິ່ງນີ້ສະທ້ອນໃຫ້ເຫັນວ່າ ກະແສຂ່າວສານໃນໂລກອອນລາຍບໍ່ໄດ້ຈຳກັດຢູ່ພຽງພາຍໃນປະເທດໃດໜຶ່ງແຕ່ສາມາດຂ້າມພົມແດນ ແລະ ສົ່ງຜົນຕໍ່ຄວາມຮັບຮູ້ຂອງຄົນໃນອີກສັງຄົມໜຶ່ງໄດ້. ສິ່ງທີ່ໜ້າເປັນຫ່ວງ ກໍຄື ຫລາຍປະເດັນທີ່ຖືກຍົກຂຶ້ນມາສ້າງກະແສ ບໍ່ທັນມີການກວດສອບຂໍ້ແທ້ຈິງຢ່າງຮອບດ້ານ ກໍມີຄົນເຂົ້າມາກົດມັກ, ແບ່ງປັນ ແລະ ສະແດງຄວາມເຫັນກັນຢ່າງຄຶກຄື້ນແລ້ວ. ບາງຂ່າວໃຊ້ຫົວຂໍ້ທີ່ຮຸນແຮງ ຫລື ຊວນໃຫ້ຕົກໃຈ ເພື່ອດຶງດູດຄວາມສົນໃຈ. ບາງເນື້ອໃນກໍນຳເອົາຄວາມຈິງພຽງສ່ວນໜຶ່ງມາຂະຫຍາຍເກີນຈິງ, ເພີ່ມສີສັນ ຫລື ຕັດຕໍ່ບາງສ່ວນໃຫ້ຜູ້ອ່ານເຂົ້າໃຈຜິດ. ທັງໝົດນີ້ມັກເກີດຂຶ້ນເພື່ອແລກກັບຍອດຜູ້ເຂົ້າຊົມ, ຍອດການແບ່ງປັນ ແລະ ລາຍຮັບຈາກການສ້າງເນື້ອໃນອອນລາຍ.
   ໃນປັດຈຸບັນຄວາມທ້າທາຍຍິ່ງມີຫລາຍຂຶ້ນເມື່ອມີການນຳພາບ ແລະ ວິດີໂອເກົ່າມາໃຊ້ປະກອບຂ່າວໃໝ່, ການຕັດຕໍ່ສຽງ, ການສ້າງບັນຊີປອມ ລວມທັງການນຳເອົາປັນຍາປະດິດ (AI) ມາສ້າງພາບ ຫລື ສຽງທີ່ຄ້າຍຄືຂອງຈິງ. ຖ້າຜູ້ຮັບຂ່າວສານຂາດວິຈາລະນະຍານກໍອາດຫລົງເຊື່ອ ແລະ ສົ່ງຕໍ່ຂໍ້ມູນທີ່ຜິດພາດໄປໂດຍບໍ່ຮູ້ຕົວ. ຈາກຂ່າວລືເລັກໆ ຈຶ່ງອາດກາຍເປັນປະເດັນໃຫຍ່ສ້າງຄວາມເຂົ້າໃຈຜິດ ແລະ ສົ່ງຜົນກະທົບຕໍ່ບຸກຄົນ ຫລື ສັງຄົມໂດຍລວມ. ຫາກພິຈາລະນາໃຫ້ດີ ກະແສໃນໂລກອອນລາຍ ກໍບໍ່ຕ່າງຈາກຂ່າວລືປາກຕໍ່ປາກໃນສະໄໝກ່ອນ. ບາງເລື່ອງເປັນພຽງຄຳເວົ້າຫລິ້ນ, ບາງເລື່ອງເປັນການຕີຄວາມຜິດພາດ, ບາງເລື່ອງມີມູນຄວາມຈິງພຽງເລັກນ້ອຍ ແຕ່ຖືກເລົ່າຕໍ່ເຕີມແຕ່ງຈົນກາຍເປັນອີກເລື່ອງໜຶ່ງ. ຍິ່ງມີຜູ້ສົ່ງຕໍ່ຫລາຍຄົນຂໍ້ມູນກໍອາດຖືກບິດເບືອນໄປຈາກຕົ້ນສະບັບ. ໃນອະດີດຂ່າວລືອາດໃຊ້ເວລາຫລາຍມື້ກວ່າຈະໄປຮອດອີກບ້ານໜຶ່ງ, ແຕ່ໃນຍຸກນີ້ ພຽງບໍ່ເທົ່າໃດວິນາທີ ຂໍ້ມູນກໍສາມາດແຜ່ກະຈາຍໄປໄດ້ທົ່ວໂລກ. ດັ່ງນັ້ນ, ຜູ້ໃຊ້ສື່ສັງຄົມຈຶ່ງຄວນມີວິຈາລະນະຍານໃນການຮັບຂ່າວສານ. ກ່ອນຈະເຊື່ອຄວນກວດສອບແຫລ່ງຂ່າວ; ກ່ອນຈະແບ່ງປັນຄວນຄິດເຖິງຜົນກະທົບ ແລະ ກ່ອນຈະສະແດງຄວາມເຫັນ ຄວນພິຈາລະນາຂໍ້ເທັດຈິງໃຫ້ຮອບດ້ານ. ບໍ່ຄວນໃຫ້ອາລົມ ຫລື ຄວາມເຊື່ອສ່ວນ ຕົວມາເປັນຕົວກຳນົດວ່າຂ່າວໃດຈິງ ຫລື ຂ່າວໃດປອມ.
   ໂດຍ: ໄໝຄໍາຍ້ອມສິນ
KPL

ຂ່າວອື່ນໆ

ads
ads

Top