ຂປລ
ໂຮງແຮມພົມສຸວັນ ໄດ້ເປີດໃຫ້ບໍລິການຢ່າງເປັນທາງ ໃນວັນທີ 14 ພະຈິກ 2026 ຜ່ານມາ ໂດຍທ່ານນາງ ນາລີທອງ ຈັນທະບູລີ ຄະນະບໍລິ ຫານໂຮງແຮມ ໄດ້ໃຫ້ຮູ້ວ່າ: ໂຮງແຮມພົມສຸວັນ ຕັ້ງຢູ່ບ້ານທາດຫລວງກາງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.
ຂປລ. ທາງທິດຕາເວັນອອກຫ່າງຈາກພະທາດຫລວງພຽງ 200 ແມັດ, ໂຮງແຮມພົມສຸວັນ ເປັນອີກໜຶ່ງທາງເລືອກທີ່ເໝາະສົມສຳລັບຜູ້ທີ່ກຳລັງຊອກຫາບ່ອນພັກທີ່ສະດວກສະບາຍ ມີຄວາມໂດດເດັ່ນ ດ້ວຍຫ້ອງພັກທີ່ອອກແບບທັນສະໄໝ, ສະອາດ ແລະ ເປັນລະບຽບພ້ອມຕອບສະໜອງທຸກຄວາມຕ້ອງການຂອງຜູ້ມາໃຊ້ບໍລິການ, ມີຫ້ອງພັກໃຫ້ເລືອກທັງປະເພດຕຽງດ່ຽວ ແລະ ຕຽງຄູ່ ຕາມຄວາມເໝາະສົມ ແລະ ຄວາມຕ້ອງການຂອງລູກຄ້າ. ການເປີດໃຫ້ບໍລິການຂອງໂຮງແຮມ ແມ່ນຈັດຂຶ້ນໃນໄລຍະທີ່ກໍາລັງກະກຽມຈັດບຸນພະທາດຫລວງວຽງຈັນ ຊຶ່ງເປັນບຸນປະເພນີອັນດີງາມທີ່ສຳຄັນ ແລະ ຍິ່ງໃຫຍ່ຂອງຊາດລາວ ທີ່ມີປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງມາຮ່ວມງານບຸນເປັນຈຳນວນຫລາຍ. ສະນັ້ນ, ໂຮງແຮມພົມສຸວັນ ກໍເປັນອີກໜຶ່ງທາງເລືອກໃໝ່ໃນການພັກເຊົາສຳລັບຜູ້ມາຢ້ຽມຢາມ ແລະ ນັກທ່ອງທ່ຽວ ທີ່ຕ້ອງການຄວາມສະດວກສະບາຍໃນໄລຍະເທສະການບຸນພະທາດຫລວງ ແລະ ໂອກາດສໍາຄັນຕ່າງໆ.
ນອກຈາກການບໍລິການຫ້ອງພັກແລ້ວ, ທາງໂຮງແຮມຍັງມີຮ້ານຄາເຟ່ ພ້ອມໃຫ້ບໍລິການກາເຟ, ຊາ, ນ້ຳປັ່ນ ແລະ ນ້ຳສະກັດຈາກໝາກໄມ້ສົດເພື່ອສຸຂະພາບ, ມີເຄັກ ແລະ ເຂົ້າໜົມຫວານຫລາກຫລາຍຊະນິດ ໃຫ້ລູກຄ້າໄດ້ເລືອກຮັບປະທານຕາມຄວາມມັກ, ພ້ອມນີ້ຍັງມີບໍລິການອາຫານເຊ້ົາ, ສວາຍ ແລະ ອາຫານແລງ ໂດຍມີເມນູອາຫານຫລາກຫລາຍ ເຊັ່ນ: ເຂົ້າລາດໜ້າ, ເຂົ້າຜັດ, ເຂົ້າປຽກ, ໝີ່ ແລະ ອາຫານອື່ນໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ມາໃຊ້ບໍລິການ.
ໂຮງແຮມພົມສຸວັນ ພ້ອມຕ້ອນຮັບທຸກທ່ານດ້ວຍຄວາມອົບອຸ່ນ ແລະ ມິດຕະພາບມຸ່ງໝັ້ນມອບການ ໃຫ້ບໍລິການທີ່ດີແກ່ທຸກທ່ານມາພັກເຊົາ ເຕັມໄປດ້ວຍຄວາມສະດວກສະບາຍ ແລະ ປະທັບໃຈ.
KPL