ສປ ຈີນ-ອາຊຽນ ມີມູນຄ່າການຄ້າ ບັນລຸ 1,120 ຕື້ໂດລາ ໃນ 10 ເດືອນປີນີ້

13/11/2026 18:04
ຂປລ ໃນ 10 ເດືອນຂອງປີ 2026, ມູນຄ່າ ການຄ້າ ລະຫວ່າງ ສປ ຈີນ ກັບ ອາຊຽນ ບັນລຸ 7.680 ຕື້ຢວນ, ເພີ່ມຂຶ້ນ 24,2% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025, ກວມເອົາ 17,1% ຂອງ ຍອດມູນຄ່າ ການຄ້າຕ່າງ ປະເທດ ທັງໝົດຂອງ ສປ ຈີນ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຕົວເລກຂໍ້ມູນຈາກ ອົງການພາສີ ແຫ່ງຊາດຈີນ ສະແດງໃຫ້ເຫັນວ່າ: ໃນ 10 ເດືອນຂອງປີ 2026, ມູນຄ່າ ການຄ້າ ລະຫວ່າງ ສປ ຈີນ ກັບ ອາຊຽນ ບັນລຸ 7.680 ຕື້ຢວນ, ເພີ່ມຂຶ້ນ 24,2% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025, ກວມເອົາ 17,1% ຂອງ ຍອດມູນຄ່າ ການຄ້າຕ່າງ ປະເທດ ທັງໝົດຂອງ ສປ ຈີນ, ໃນນັ້ນ ການສົ່ງ ອອກສິນຄ້າ ໄປຍັງ ອາຊຽນ ບັນລຸ 4.850 ຕື້ຢວນ, ເພີ່ມຂຶ້ນ 25%; ການນຳ ເຂົ້າ ຈາກອາຊຽນ ບັນລຸ 2.830 ຕື້ ຢວນ, ເພີ່ມຂຶ້ນ 22,7%. ຖ້າຄິດໄລ່ເປັນ ເງິນໂດລາສະຫະລັດ, ມູນຄ່າການຄ້າ ລະຫວ່າງ ສປ ຈີນ ກັບ ອາຊຽນ ບັນລຸ 1,120 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 29,6%, ໃນນັ້ນ, ການສົ່ງອອກ 705 ຕື້ 860 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 30,5%, ການນຳເຂົ້າ 412 ຕື້ກວ່າ ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 28,1%. ອາຊຽນ ສືບຕໍ່ ຮັກສາຖານະ ເປັນຄູ່ການ ຄ້າໃຫຍ່ ອັນດັບ 1 ຂອງ ສປ ຈີນ. ໃນບັນດາປະເທດ ສະມາຊິກອາຊຽນ, ປະ ເທດຄູ່ການຄ້າໃຫຍ່ ອັນດັບ 1 ຂອງ ສປ ຈີນ ແມ່ນ ສສ ຫວຽດນາມ, ຮອງ ມາແມ່ນ ມາເລເຊຍ, ແລະ ອິນໂດເນເຊຍ ຕາມລຳດັບ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top