ສປ ຈີນ ຍິງສົ່ງດາວທຽມວົງໂຄຈອນຕ່ຳ ກຸ່ມທີ 29 ຂຶ້ນສູ່ ອະວະກາດສຳເລັດ

10/11/2026 07:17
ຂປລ ສປ ຈີນ​ ໄດ້​ຍິງ​ສົ່ງ​ດາວ​ທຽມ ວົງ​ໂຄ​ຈອນ​ຕ່ຳ​​ ສຳ​ລັບ ອິນ​ເຕີ​​ເນັດ ກຸ່ມ​ທີ 29 ດ້ວຍຈະຫລວດ ສົ່ງຍານ CZ-12. ​ດາວ​ທຽມ​ ໄດ້ເຂົ້າສູ່ວົງໂຄຈອນ ທີ່​ກຳ​ນົດ​ໄວ້ ຢ່າງ​ສະ​ດວກ ເຮັດ​ໃຫ້​ພາ​ລະ​ກິດ​ການ​ຍິງ​ສົ່ງ​ຄັ້ງ​ນີ້ ປະ​ສົບ​ຜົນ ​ສຳ​ເລັດ ​ຢ່າງ​ຈົບ​ງາມ.

    ຂປລ.ວິທະຍຸ ໂທລະພາບສູນກາງຈີນ,ວັນ​ທີ 9 ພ​ະ​ຈິກ​ນີ້, ຢູ່​ສະ​ໜາມ​ຍິງ​ສົ່ງ​ການ​ບິນ​ອະ​ວະ​ກາດ​ ທາງ​ການ​ຄ້າ​ໄຫຫລຳ,ສປ ຈີນ​ ໄດ້​ຍິງ​ສົ່ງ​ດາວ​ທຽມ ວົງ​ໂຄ​ຈອນ​ຕ່ຳ​​ ສຳ​ລັບ ອິນ​ເຕີ​​ເນັດ ກຸ່ມ​ທີ 29 ດ້ວຍຈະຫລວດ ສົ່ງຍານ CZ-12. ​ດາວ​ທຽມ​ ໄດ້ເຂົ້າສູ່ວົງໂຄຈອນ ທີ່​ກຳ​ນົດ​ໄວ້ ຢ່າງ​ສະ​ດວກ ເຮັດ​ໃຫ້​ພາ​ລະ​ກິດ​ການ​ຍິງ​ສົ່ງ​ຄັ້ງ​ນີ້ ປະ​ສົບ​ຜົນ ​ສຳ​ເລັດ ​ຢ່າງ​ຈົບ​ງາມ. ດາວ​ທຽມ​ດັ່ງ​ກ່າວ ​​ໄດ້​ຮັບ​ຄວາມ​ຮັບ​ຜິດ​ຊອບ​ລວມ ​ໃນການ​ຄົ້ນ​ຄວ້າ ແລະ ຜະ​ລິດ​ໂດຍ​ ສະ​ຖາ​ບັນ ​ເລກ​ທີ 5 ຂອງ​ກຸ່ມ​ບໍ​ລິ​ສັດ ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ການ​ບິນ​ ອະ​ວະ​ກາດ​ຈີນ. ຈະ​ຫລວດ​ສົ່ງ​ຍານ CZ-12 ໄດ້​ຮັບ​ຄວາມ​ຮັບ​ຜິດ​ຊອບ​ລວມ ​ໃນ​ການຄົ້ນ​ຄວ້າ ແລະ ​ການຜະ​ລິດ​ ໂດຍ​​​ບໍ​ລິ​ສັດ​ຈະຫລວດ​ ທາງ​ການ​ຄ້າ​ທີ່​ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ການ​ບິນ​ອະ​ວະ​ກາດ​ຈີນ, ​ຄົ້ນ​ຄວ້າ ແລະ ​ຜະ​ລິດ​ໂດຍ​ສະ​ຖາ​ບັນ​ເລກ​ທີ 8, ມີ​ຄວາມ​ຍາວ​ ປະ​ມານ 62 ແມັດ, ແມ່ນ​ຈະຫລວດ ​ສົ່ງ​ຍານ​ລຳ​ທຳ​ອິດ​ຂອງ​ ສປ ຈີນ ​ທີ່ມີ​ເສັ້ນຜ່ານ​ສູນ​ກາງ​ຂັ້ນ 4 ແມັດ ແລະ ​ແບບ​ແກນດຽວ. ​ນີ້​ແມ່ນການ​ປະ​ຕິ​ບັດ​ພາ​ລະ​ກິດ ​ຍິງ​ສົ່ງ​ຄັ້ງ​ທີ 676 ຂອງຈະຫລວດສົ່ງຍານລະ​ບົບ CZ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top