ຂປລ
ກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງທີ 7 ຈະຈັດຂຶ້ນຢູ່ ນະຄອນຫລວງ ປັກກິ່ງຂອງ ສປ ຈີນ ໃນລະຫວ່າງ ວັນທີ 5 ຫາ 9 ພະຈິກນີ້. ຜູ້ຕາງໜ້າເກືອບ 500 ຄົນ ຈາກສື່ຫລັກ, ຄັງປັນຍາ, ພາກສ່ວນລັດຖະບານ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ເກືອບ 330 ແຫ່ງຈາກ 112 ປະເທດ ແລະ ເຂດແຄວ້ນ ທົ່ວໂລກ ຈະເຂົ້າຮ່ວມ ກອງປະຊຸມດັ່ງກ່າວ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງທີ 7 ຈະຈັດຂຶ້ນຢູ່ ນະຄອນຫລວງ ປັກກິ່ງຂອງ ສປ ຈີນ ໃນລະຫວ່າງ ວັນທີ 5 ຫາ 9 ພະຈິກນີ້. ຜູ້ຕາງໜ້າເກືອບ 500 ຄົນ ຈາກສື່ຫລັກ, ຄັງປັນຍາ, ພາກສ່ວນລັດຖະບານ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ເກືອບ 330 ແຫ່ງຈາກ 112 ປະເທດ ແລະ ເຂດແຄວ້ນ ທົ່ວໂລກ ຈະເຂົ້າ ຮ່ວມກອງປະຊຸມດັ່ງກ່າວ. ກອງປະຊຸມຄັ້ງນີ້ ຈະຈັດຂຶ້ນພາຍໃຕ້ຫົວຂໍ້ “ພາລະໜ້າທີ່ ແລະ ການຮ່ວມມື ຂອງສື່ມວນຊົນ ໃນທ່າມກາງການ ຫັນປ່ຽນໄປສູ່ ອັດສະລິຍະ”, ເຊິ່ງຈະບັນລຸໝາກຜົນ ຫລາຍຢ່າງ. ຜູ້ແທນຈີນ ແລະ ຕ່າງປະເທດ ຈະດຳເນີນການແລກປ່ຽນ ໂດຍປິ່ນອ້ອມ ຫົວຂໍ້ຕ່າງໆ ເຊັ່ນ: ການພັດທະນາ ປັນຍາປະດິດ ແບບນຳເອົາ ຜົນປະໂຫຍດ ມາໃຫ້ແກ່ ປະຊາຊົນທົ່ວໄປ, ການຫັນປ່ຽນຮູບແບບ ຂອງສື່ມວນຊົນ ທົ່ວໂລກ ແລະ ອື່ນໆ, ພ້ອມທັງ ຈະຢ້ຽມຢາມ ແຫ່ງຕ່າງໆ ໃນນະຄອນຫລວງ ປັກກິ່ງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL