ຂປລ
ສິ່ງສຳຄັນທີ່ສຸດໃນການກຳອຳນາດແມ່ນການໄດ້ຜູ້ມີຄວາມຮູ້ຄວາມສາມາດ; ຂໍກຸນແຈສຳຄັນໃນການບໍລິຫານປະເທດແມ່ນ ຕ້ອງຄັດເລືອກ ແລະ ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດ.

ຂປລ. ສິ່ງສຳຄັນທີ່ສຸດໃນການກຳອຳນາດແມ່ນການໄດ້ຜູ້ມີຄວາມຮູ້ຄວາມສາມາດ; ຂໍກຸນແຈສຳຄັນໃນການບໍລິຫານປະເທດ ແມ່ນຕ້ອງຄັດເລືອກ ແລະ ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດ. ການສ້າງຖັນແຖວພະນັກງານຄຸນນະພາບສູງ ທີ່ສາມາດແບກຫາບໜ້າທີ່ສຳຄັນໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ ຄືເນື້ອໃນສຳຄັນຕົ້ນຕໍ ຂອງແນວຄິດສີຈິ້ນຜິງ ກ່ຽວກັບການກໍ່ສ້າງພັກ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ພັກກອມມູນິດຈີນ ໄດ້ອີງໃສ່ການສ້າງສາຄວາມທັນສະໄໝ ແລະ ພາລະກຳການພັດທະນາໄລຍະຍາວ, ກຳນົດແຈ້ງໃຫ້ຖືເອົາ 3 ມາດຖານສຳຄັນ ຄື ຈົງຮັກພັກດີບໍລິສຸດຂາວສະອາດ ມີຄວາມຮັບຜິດຊອບ ເປັນມາດຖານຄຸນຄ່າພື້ນຖານ ທີ່ສອດຫ້ອຍເຂົ້າໃນທົ່ວທຸກຂັ້ນຕອນ ແຫ່ງການຄັດເລືອກ, ບຳລຸງກໍ່ສ້າງ, ນຳໃຊ້ແລະຄຸ້ມຄອງພະນັກງານ ຊຶ່ງໄດ້ສະໜອງຫລັກການອັນຊັດເຈນ ໃນການຄັດເລືອກ ແລະ ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດ ແລະ ເສີມສ້າງຖັນແຖວພະນັກງານຫລັກແຫລ່ງໃຫ້ເຂັ້ມແຂງໃນຍຸກໃໝ່.
ລະບົບມາດຖານຄັດເລືອກ ແລະ ນຳໃຊ້ພະນັກງານອັນຄົບຖ້ວນ ທີ່ມີວິທະຍາສາດແບບນີ້ບໍ່ໄດ້ປະດິດສ້າງຂຶ້ນແບບບໍ່ມີບ່ອນອີງ, ແຕ່ແມ່ນຝັງຮາກເລິກຢູ່ນຳພູມປັນຍາການບໍລິຫານປະເທດ ທີ່ມີມູນເຊື້ອອັນດີງາມຂອງຈີນ. ນັບແຕ່ສະໄໝບູຮານເປັນຕົ້ນມາ, ຄົນຈີນ ກໍໄດ້ສົ່ງເສີມແນວຄິດການບໍລິຫານປະເທດ ທີ່ເນັ້ນໃສ່ການຄັດເລືອກຜູ້ມີຄວາມຮູ້ຄວາມສາມາດ ມີຄຸນສົມບັດ ແລະ ຂໍກຸນແຈຂອງການບໍລິຫານປະເທດຂຶ້ນຢູ່ກັບຄົນ, ສືບທອດວິທີການເປັນເຈົ້ານາຍ ທີ່ມີມູນເຊື້ອເປັນເວລາພັນປີ ຄື: ຕອນບຸນແທນຄຸນປະເທດຊາດດ້ວຍຄວາມຈົງຮັກພັກດີ, ຍຶດໝັ້ນຮັກສາຄວາມສຸດຈະລິດຂາວສະອາດ, ເຂັ້ມງວດຕໍ່ຕົນເອງ ແລະ ບໍລິຫານປະເທດໃຫ້ມີຄວາມສະຫງົບປະຊາຊົນຮັ່ງມີສີສຸກ ຊຶ່ງໄດ້ສະສົມພື້ນຖານອັນໜັກແໜ້ນ ໃຫ້ແກ່ມາດຖານພະນັກງານໃນຍຸກໃໝ່ ແບບ “ຈົງຮັກພັກດີບໍລິສຸດຂາວສະອາດມີຄວາມຮັບຜິດຊອບ” ແລະ ໄດ້ບັນລຸການເຊື່ອມໂຍງແນວຄິດຄັດເລືອກຄົນຮູ້ຜູ້ດີ ເຂົ້າກັບຂໍ້ຮຽກຮ້ອງດ້ານການກໍ່ສ້າງພັກໃນຍຸກປັດຈຸບັນຢ່າງເລິກເຊິ່ງ.
“ຈົງຮັກພັກດີບໍລິສຸດຂາວສະອາດມີຄວາມຮັບຜິດຊອບ” ຊຶ່ງມາດຖານ3 ຂໍ້ນີ້ໄດ້ຊ່ວຍຊຸກຍູ້, ຕໍ່ເຕີມເສີມສ້າງແກ່ກັນ ແລະ ຂາດອັນໃດກໍບໍ່ໄດ້, ໂດຍສາມາດກຳນົດມາດຕະຖານ ຢ່າງຖືກຕ້ອງກ່ຽວກັບພະນັກງານຜູ້ດີໃນຍຸກໃໝ່.
“ຈົງຮັກພັກດີ” ໝາຍເຖິງການມີຄວາມເຊື່ອໝັ້ນອັນໜັກແໜ້ນ, ອຸດດົມການແຕ່ຫົວທີອັນຜ່ອງໃສ, ຍຶດໝັ້ນພາລະກຳຂອງພັກກອມມູນິດຈີນ ທີ່ສະແຫວງຫາຄວາມສຸກໃຫ້ກັບປະຊາຊົນ, ສະແຫວງຫາການຟື້ນຟູ ຄວາມຈະເລີນຮຸ່ງເຮືອງໃຫ້ກັບປະຊາຊາດຢ່າງສະເໝີຕົ້ນສະເໝີປາຍ, ມີຫລັກໝັ້ນການເມືອງທີ່ໝັ້ນຄົງ, ບໍ່ເປັນ “ນົກສອງຫົວ” ທີ່ເວົ້າແນວໜຶ່ງແຕ່ພັດເຮັດແນວໜຶ່ງ ແລະ ຖືເອົາຜົນປະໂຫຍດພື້ນຖານຂອງພັກ ແລະ ປະຊາຊົນ ໄວ້ຢູ່ໃນຖານະອັນດັບໜຶ່ງຢ່າງສະເໝີຕົ້ນສະເໝີປາຍ.
“ບໍລິສຸດຂາວສະອາດ” ໝາຍເຖິງການຈຳແນກສ່ວນລວມກັບສ່ວນຕົວຢ່າງຈະແຈ້ງ, ປະຕິບັດຕາມລະບຽບວິໄນຂອງພັກຢ່າງເຂັ້ມງວດ, ຕື່ນຕົວຕໍ່ຕ້ານການຫລອກລໍ້ ຈາກຜົນປະໂຫຍດປະເພດຕ່າງໆ, ບໍ່ຫລິ້ນເສັ້ນຫລິ້ນສາຍ ແລະ ບໍ່ສະແຫວງຫາຜົນປະໂຫຍດສ່ວນຕົວ, ເວລາໃດກໍຍຶດໝັ້ນ ການໃຊ້ອຳນາດຢ່າງຍຸດຕິທຳ ແລະ ປະຕິບັດໜ້າທີ່ຢ່າງປອດໃສ ຂາວສະອາດ, ນີ້ແມ່ນເສັ້ນພື້ນຖານຂອງການເປັນເຈົ້າໜ້າທີ່ພະນັກງານປົກຄອງຢູ່ຈີນ.
“ມີຄວາມຮັບຜິດຊອບ” ໝາຍເຖິງການເຮັດວຽກຢ່າງດຸໝັ່ນ ແລະ ຕິດແທດຕົວຈິງ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ, ເມື່ອຜະເຊີນກັບບັນຫາຫຍຸ້ງຍາກ ໃນການປະຕິຮູບ, ບັນຫາຄົງຄ້າງ ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ ແລະ ໜ້າທີ່ບຸກບືນຂອດຫຍຸ້ງຍາກ, ບໍ່ຖິ້ມຄວາມຮັບຜິດຊອບໃຫ້ກັນ ແລະ ບໍ່ທໍ້ຖອຍ, ກ້າແກ້ໄຂບັນຫາຫຍຸ້ງຍາກ ແລະ ໃຊ້ການກະທຳຕົວຈິງ ເພື່ອແກ້ໄຂຄວາມຫຍຸ້ງຍາກອັນຮີບດ່ວນຂອງປະຊາຊົນ ແລະ ຊຸກຍູ້ການພັດທະນາພາລະກິດຢ່າງຈິງຈັງ.
ມາດຖານ3 ຂໍ້ດັ່ງກ່າວຕ່າງຜູກມັດ ແລະ ຄ້ຳຊູເຊິ່ງກັນ ແລະ ກັນ, ປະກອບເປັນລະບົບປະເມີນ ການຄັດເລືອກພະນັກງານທີ່ຮັດກຸມ: ຖ້າປັດສະຈາກຄວາມຈົງຮັກພັກດີ, ການມີຄວາມຮັບຜິດຊອບ ກໍຈະກາຍເປັນເຄື່ອງມືໃນການສະແຫວງຫາຜົນປະໂຫຍດສ່ວນຕົວ ແລະ ພັກພວກຢ່າງງ່າຍດາຍ; ຖ້າສູນເສຍຄວາມບໍລິສຸດຂາວສະອາດ, ການມີຄວາມຮັບຜິດຊອບກໍຈະປ່ຽນເປັນພາຫະນະໃນການສວຍໃຊ້ອຳນາດ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ, ຖ້າເວົ້າແຕ່ຄວາມຈົງຮັກພັກດີ ແລະ ຄວາມບໍລິສຸດຂາວສະອາດແຕ່ບໍ່ເຮັດແທ້ທຳຈິງ ໃນການປະຕິບັດໜ້າທີ່ຂອງຕົນ, ນັ້ນກໍຄື ກໍລະນີອັນພົ້ນເດັ່ນກ່ຽວກັບການເມີນເສີຍເລິນເລີ້ໃນການປະຕິບັດໜ້າທີ່. ທິດນຳໃນການຄັດເລືອກ ແລະ ນຳໃຊ້ພະນັກງານຂອງພັກກອມມູນິດຈີນ ແມ່ນຈະແຈ້ງຫລາຍ ແລະ ມີມາດຕະຖານຢ່າງເຂັ້ມງວດ: ຖ້າບໍ່ມີຄວາມຈົງຮັກພັກດີ, ເຖິງຈະມີຄວາມສາມາດສູງພຽງໃດກໍບໍ່ອາດຈະນຳໃຊ້ໄດ້; ຖ້າຄວາມບໍລິສຸດຂາວສະອາດມີຂໍ້ບົກຜ່ອງຢ່າງໜັກ, ກໍຈະຖືກປະຕິເສດທັງໝົດ; ຖ້າມີແຕ່ເອົາຕົວລອດເປັນຍອດດີ ບໍ່ມີຜົນງານຫຍັງ, ກໍບໍ່ສາມາດແບກຫາບໜ້າທີ່ສຳຄັນໃນການບໍລິຫານແບບທັນສະໄໝໄດ້ເຊັ່ນກັນ.
ພາຍຫລັງໄດ້ກຳນົດມາດຖານອັນເດັດຂາດທີ່ເປັນເອກະພາບແລ້ວ, ພັກກອມມູນິດຈີນ ໄດ້ປະດິດສ້າງເສັ້ນທາງປະຕິບັດຕົວຈິງໃນການຄັດເລືອກ ແລະ ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດຕື່ມອີກ. ມັນຕ່າງກັນກັບຮູບແບບດັ້ງເດີມໃນການເລືອກຄົນແບບ “ໂປເລີ້ເລືອກມ້າ” ທີ່ອີງໃສ່ປະສົບການສ່ວນຕົວ, ພັກກອມມູນິດຈີນ ໄດ້ປະຕິບັດກົນໄກການຄັດເລືອກພະນັກງານແບບຝຶກຝົນຕົວຈິງຄື: “ເລືອກເຟັ້ນມ້າພັນລີ້ຈາກສະໜາມແຂ່ງມ້າ”. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ພາຍໃຕ້ການຊີ້ນຳຈາກແນວທາງການຈັດຕັ້ງຂອງພັກໃນຍຸກໃໝ່, ການທີ່ “ປ່ຽນຮູບແບບ ‘ໂປເລີ້ເລືອກມ້າ’ ເປັນການເລືອກມ້າຈາກສະໜາມແຂ່ງ” ໄດ້ກາຍເປັນແນວຄິດແກນກາງຂອງການຄັດເລືອກພະນັກງານ, ໂດຍຖືເອົາແນວໜ້າຂັ້ນຮາກຖານ, ຖານທີ່ໝັ້ນການພັດທະນາຊົນນະບົດໃຫ້ຈະເລີນ ແລະ ຕຳແໜ່ງງານທີ່ເກີດຂຶ້ນຢ່າງສຸກເສີນ, ມີຄວາມຫຍຸ້ງຍາກຫລາຍ, ມີຄວາມສ່ຽງສູງ ແລະ ມີໜ້າທີ່ອັນໜັກໜ່ວງເປັນ “ສະໜາມແຂ່ງມ້າ” ໃນການທົດສອບພະນັກງານ, ໃຫ້ພະນັກງານແຂ່ງຂັນສ້າງຜົນງານຕົວຈິງ, ຝຶກຝົນຄວາມສາມາດຈາກການຫລໍ່ຫລອມຕົວຈິງ, ແນວຄິດການເລືອກພະນັກງານແບບນີ້ ກໍພັດທະນາກາຍເປັນກົນໄກ ການໃຊ້ຄົນທີ່ເຂັ້ມງວດ ແລະ ຫັນເປັນລະບຽບການ ແລະ ເປັນລະບຽບແບບແຜນໃນການບໍລິຫານປະເທດ.
ບັ້ນລຶບລ້າງຄວາມທຸກຍາກ ແມ່ນຕົວຢ່າງພາກປະຕິບັດຕົວຈິງທີ່ມີຊີວິດຊີວາທີ່ສຸດ ຂອງຫລັກການເລືອກເຟັ້ນພະນັກງານດັ່ງກ່າວ. ພະນັກງານປະຈຳບ້ານເປັນພັນເປັນໝື່ນຄົນ ໄດ້ຕັ້ງຫລັກປັກຖານຢູ່ຊົນນະບົດຫ່າງໄກສອກຫລີກ, ມຸ່ງໝັ້ນສູ້ຊົນຢ່າງບໍ່ລົດລະ, ຊ່ວຍເຫລືອປະຊາຊົນ ແລະ ສຸມໃສ່ພາລະກິດການລຶບລ້າງຄວາມທຸກຍາກ ຊຶ່ງເປັນການສະແດງ ໃຫ້ເຫັນເຖິງຄວາມຈົງຮັກພັກດີ ຕໍ່ອຸດົມການແຕ່ຫົວທີຂອງພັກທີ່ວ່າ “ເຮັດທຸກສິ່ງຢ່າງເພື່ອປະຊາຊົນ”: ພວກເຂົາໄດ້ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ນຳໃຊ້ຊັບພະຍາກອນຊ່ວຍເຫລືອຄວາມທຸກຍາກຢ່າງຖືກຕ້ອງ, ຮັກສາຄວາມບໍລິສຸດຜຸດຜ່ອງ ແລະ ປະຕິບັດໜ້າທີ່ຢ່າງປອດໃສຂາວສະອາດ ຊຶ່ງສະແດງໃຫ້ເຫັນເຖິງ ແບບແຜນວິທີເຮັດວຽກທີ່ບໍລິສຸດ; ພວກເຂົາໄດ້ຜະເຊີນໜ້າໂດຍກົງ ກັບພະຍາດຊຳເຮື້ອຂອງຄວາມທຸກຍາກ, ໄດ້ລົງເລິກພັດທະນາອຸດສາຫະກຳຢູ່ຊົນນະບົດ, ແກ້ໄຂຈຸດອ່ອນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ບຸກບືນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອນຳພາປະຊາຊົນເພີ່ມລາຍຮັບ ແລະ ສ້າງຄວາມຮັ່ງມີ ຊຶ່ງສະແດງໃຫ້ເຫັນຢ່າງເຕັມສ່ວນ ເຖິງຄວາມຮັບຜິດຊອບທີ່ຕິດແທດຕົວຈິງ. ພະນັກງານຫລາຍຈົນນັບບໍ່ຖ້ວນ ໄດ້ຜ່ານການຝຶກຝົນຫລໍ່ຫລອມຢູ່ຂັ້ນຮາກຖານ ແລະ ປະກົດຕົວອອກຢ່າງໂດດເດັ່ນ, ເຕີບໃຫຍ່ຂຶ້ນເປັນກຳລັງຫລັກແຫລ່ງ ໃນການບໍລິຫານປະເທດ ທີ່ສາມາດແບກຫາບໜ້າທີ່ສຳຄັນແຫ່ງການຟື້ນຟູ ຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ.
ໂດຍອີງໃສ່ພື້ນຖານການກໍ່ສ້າງຖັນແຖວພະນັກງານ, ພັກກອມມູນິດຈີນ ຈັດຕັ້ງປະຕິບັດຍຸດທະສາດສ້າງສາປະເທດ ໃຫ້ເຂັ້ມແຂງດ້ວຍຜູ້ມີຄວາມຮູ້ຄວາມສາມາດ, ລົງເລິກການປະຕິຮູບໂຄງປະກອບ ແລະ ກົນໄກການພັດທະນາ ຜູ້ມີຄວາມຮູ້ຄວາມສາມາດຢ່າງຕໍ່ເນື່ອງ, ທັບມ້າງກຳແພງທາງຂະແໜງອາຊີບ ແລະ ຖານະ, ຮັບເອົາຜູ້ມີຄວາມຮູ້ຄວາມສາມາດປະເພດຕ່າງໆ ຢ່າງກວ້າງຂວາງ ເຊັ່ນ: ນັກວິທະຍາສາດ, ຊ່າງເຕັກນິກ ແລະ ຜູ້ມີຄວາມຮູ້ຄວາມສາມາດດີເດັ່ນ ຢູ່ຊົນນະບົດ ເປັນຕົ້ນ, ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ ທີ່ດີເດັ່ນຈຳນວນຫລວງຫລາຍ ທີ່ມຸ່ງໝັ້ນອຸທິຕົນເພື່ອປະເທດຊາດ ແລະ ກ້າປະດິດສ້າງ, ເພື່ອເຕົ້າໂຮມຊັບພະຍາກອນທາງປັນຍາໃນທຸກຂົງເຂດ ເພື່ອການສ້າງສາຄວາມທັນສະໄໝແບບຈີນ.
ມາດຖານການຄັດເລືອກ ແລະ ນຳໃຊ້ພະນັກງານທີ່ຈົງຮັກພັກດີ, ບໍລິສຸດຂາວສະອາດ ແລະ ມີຄວາມຮັບຜິດຊອບບໍ່ພຽງແຕ່ໄດ້ສ້າງລະບົບກໍ່ສ້າງພະນັກງານ ແລະ ຜູ້ມີຄວາມຮູ້ຄວາມສາມາດ ທີ່ມີສີສັນພິເສດຂອງຈີນເທົ່ານັ້ນ, ຍັງໄດ້ສະໜອງແຜນການແບບປະເທດຕາເວັນອອກ ໃຫ້ແກ່ການຄຸ້ມຄອງຖັນແຖວພັກກຳອຳນາດ ຂອງປະເທດຕ່າງໆໃນທົ່ວໂລກອີກດ້ວຍ. ໃນຂະນະທີ່ຫລາຍປະເທດຕົກຢູ່ໃນສະພາບ ການແຂ່ງຂັນລະຫວ່າງພັກການເມືອງ ໃນໄລຍະສັ້ນ ແລະ ການຕໍ່ສູ້ພາຍໃນທາງການເມືອງ ທີ່ບໍ່ສ້າງຜົນປະໂຫຍດ, ຈີນຍຶດໝັ້ນສ້າງຖັນແຖວກຳອຳນາດ ທີ່ເຂັ້ມແຂງດ້ວຍວິໄສທັດໄລຍະຍາວມາໂດຍຕະຫລອດ, ເຮັດໃຫ້ພະນັກງານທຸກລຸ້ນຄົນກ້າຮັບຜິດຊອບ, ຮູ້ຈັກວິທີເຮັດວຽກ ແລະ ສາມາດສ້າງຜົນສຳເລັດໄດ້ ເພື່ອແບກຫາບໜ້າທີ່ສຳຄັນແຫ່ງຍຸກສະໄໝ ໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຢ່າງໜັກແໜ້ນ.
ຈາກການຍຶດໝັ້ນ 3 ມາດຖານຫລັກ ຮອດການຈຳແນກຜູ້ມີຄວາມຮູ້ຄວາມສາມາດ ທີ່ດີເດັ່ນຜ່ານການປະຕິບັດຕົວຈິງ, ຕະຫລອດຮອດການເຕົ້າໂຮມ ຜູ້ມີຄວາມຮູ້ຄວາມສາມາດໃນທຸກຂົງເຂດ, ລະບົບການເລືອກເຟັ້ນ ແລະ ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ ທີ່ຝັງຮາກຢູ່ໃນມູນເຊື້ອວັດທະນະທຳຈີນ ແລະ ສອດຄ່ອງກັບຄວາມຕ້ອງການຂອງຍຸກສະໄໝ ໄດ້ສືບຕໍ່ຝຶກຝົນຫລໍ່ຫລອມ ກຳລັງຫລັກແຫລ່ງແຫ່ງການກຳອຳນາດ ທີ່ມີຄຸນນະພາບສູງ ຊຶ່ງຈະເປັນການຄ້ຳຊູ ດ້ານຜູ້ມີຄວາມຮູ້ຄວາມສາມາດ ທີ່ໜັກແໜ້ນໃຫ້ແກ່ການສ້າງສາຄວາມທັນສະໄໝແບບຈີນ ແລະ ພາລະກິດອັນຍິ່ງໃຫຍ່ ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ.
KPL