ຂປລ
ທ່ານ ລີ ແຈ ມະ ຢອງ (Lee Jae-myung) ປະທານາທິບໍດີ ສ.ເກົາຫລີ ປະກາດແຜນງົບປະມານປີ 2027 ດ້ວຍວົງເງິນລະດັບ 820,9 ພັນຕື້ວອນ (ປະມານ 6,1 ແສນລ້ານໂດລາສະຫະລັດ) ເພີ່ມຂຶ້ນ 12,8% ເມື່ອທຽບໃສ່ປີກາຍ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້ ທ່ານ ລີ ແຈ ມະ ຢອງ (Lee Jae-myung) ປະທານາທິບໍດີ ສ.ເກົາຫລີ ປະກາດແຜນງົບປະມານປີ 2027 ດ້ວຍວົງເງິນລະດັບ 820,9 ພັນຕື້ວອນ (ປະມານ 6,1 ແສນລ້ານໂດລາສະຫະລັດ) ເພີ່ມຂຶ້ນ 12,8% ເມື່ອທຽບໃສ່ປີກາຍ, ເປັນຕົວເລກສູງສຸດເປັນປະຫວັດສາດ ເພື່ອລົງທຶນເຂົ້າໃນເຕັກໂນໂລຊີປັນຍາປະດິດ (AI) ແລະ ອຸດສາຫະກຳແຫ່ງອະນາຄົດ ແນໃສ່ຍົກລະດັບ ຂີດຄວາມສາມາດ ໃນການແຂ່ງຂັນຂອງປະເທດ.
ໂດຍລັດຖະບານ ສ.ເກົາຫລີ ຈະຈັດສັນງົບປະມານ 21,3 ພັນຕື້ວອນ ສຳລັບອຸດສາຫະກຳ ເຊມິຄອນດັກເຕີ (Semiconductor), ເຕັກໂນໂລຊີ Physical AI ແລະ ສູນຂໍ້ມູນ AI ເພີ່ມຂຶ້ນເກືອບເທົ່າຕົວຈາກປີ 2026 ພ້ອມທັງຈັດສັນ ເພີ່ມຕື່ມອີກ 4,7 ພັນຕື້ວອນ ເພື່ອພັດທະນາໂມເດວ AI ຂອງສ.ເກົາຫລີ, ໂດຍຕັ້ງເປົ້າໝາຍ ໃຫ້ມີປະສິດທິພາບສູງທີ່ສຸດໃນໂລກ.
ນອກຈາກນີ້, ລັດຖະບານຍັງກຽມລົງທຶນພັດທະນາ ບຸກຄະລາກອນດ້ານເຕັກໂນໂລຊີ ເພື່ອຝຶກອົບຮົມຜູ້ຊ່ຽວຊານ 2.000 ຄົນ ແລະ ຮອງຮັບການອອກແບບຊິບ ແລະ ການພັດທະນາ ອຸດສາຫະກຳ ເຊມິຄອນດັກເຕີ ພ້ອມທັງຂະຫຍາຍ ການຮຽນການສອນເອໄອ ໂດຍສະເພາະນັກຮຽນ, ຜູ້ຊອກຫາວຽກເຮັດງານທຳ ແລະ ແຮງງານໃນຕະຫລາດ.
ແຜນງົບປະມານ ໃນຄັ້ງນີ້ມີຂຶ້ນໃນໄລຍະ ທີ່ເສດຖະກິດ ສ.ເກົາຫລີ ມີທ່າອຽງເຕີບໂຕຢ່າງແຂງແຮງ ໂດຍກອງທຶນການເງິນ ລະຫວ່າງປະເທດ (IMF) ຄາດວ່າ ເສດຖະກິດ ຂອງປະເທດນີ້ ຈະຂະຫຍາຍຕົວ 3,3% ໃນປີ 2026 ເຊິ່ງເປັນອັດຕາສູງສຸດ ນັບຕັ້ງແຕ່ການຟື້ນຕົວ ພາຍຫລັງໂຄວິດ-19 ໃນປີ 2021./
KPL