ຂປລ
ທ່ານ ຫວາງຢີ້ ກຳມະການ ກົມການເມືອງ ສູນກາງພັກກອມມູນິດຈີນ ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ພົບປະກັບ ທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດໄທ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ອອງຢໍໂຮ ລັດຖະມົນຕີ ກະຊວງແຜນການແຫ່ງຊາດ, ການລົງທຶນ ແລະ ການພົວພັນເສດຖະກິດຕ່າງປະເທດມຽນມາ ທີ່ມາເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດ ພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 11 ຢູ່ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 3 ພະຈິກນີ້, ທີ່ນະຄອນຫລວງປັກກິ່ງຂອງ ສປ ຈີນ, ທ່ານ ຫວາງຢີ້ ກຳມະການ ກົມການເມືອງ ສູນກາງພັກກອມມູນິດຈີນ ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ພົບປະກັບ ທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດໄທ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ອອງຢໍໂຮ ລັດຖະມົນຕີ ກະຊວງແຜນການແຫ່ງຊາດ, ການລົງທຶນ ແລະ ການພົວພັນເສດຖະກິດຕ່າງປະເທດມຽນມາ ທີ່ມາເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດ ພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 11 ຢູ່ ສປ ຈີນ. ໃນການພົບປະກັບ ທ່ານ ສີຫະສັກ ພວງເກດແກ້ວ, ທ່ານ ຫວາງຢີ້ ສະແດງຄວາມຍິນດີ ຈະເພີ່ມທະວີ ການຕິດຕໍ່ພົວພັນທາງຍຸດທະສາດກັບໄທ, ລົງເລິກການຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ໄທ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ ຢ່າງບໍ່ຢຸດຢັ້ງ. ທ່ານ ສີຫະສັກ ພວງເກດແກ້ວ ກ່າວວ່າ: ໄທ ຍິນດີຮ່ວມກັບສປ ຈີນ ຈັດຕັ້ງປະຕິບັດ ຄວາມຮັບຮູ້ ທີ່ເປັນເອກະພາບກັນ ລະຫວ່າງ ຜູ້ນຳສອງຝ່າຍໃຫ້ດີ ແລະ ຊຸກຍູ້ການຂະຫຍາຍການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ລະຫວ່າງ ໄທ-ຈີນ. ໃນການພົບປະກັບ ທ່ານ ທອງສະຫວັນ ພົມວິຫານ, ທ່ານ ຫວາງຢີ້ ກ່າວວ່າ: ສປ ຈີນ ຍິນດີຮ່ວມກັບ ສປປ ລາວ ຈັດຕັ້ງປະຕິບັດຄວາມຮັບຮູ້ ທີ່ເປັນເອກະພາບກັນອັນສຳຄັນ ລະຫວ່າງ ຜູ້ນຳສູງສຸດຂອງສອງພັກສອງລັດ ໃຫ້ດີ,ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ຢ່າງໜັກແໜ້ນ ແລະ ຮ່ວມກັນປົກປັກຮັກສາ ສັນຕິພາບ ແລະ ຄວາມສະຫງົບສຸກຂອງພາກພື້ນ. ທ່ານ ທອງສະຫວັນ ພົມວິຫານ ສະແດງຄວາມຍິນດີ ທີ່ຈະຊຸກຍູ້ການສ້າງ ຄູ່ຮ່ວມຊາຕາກຳລາວ-ຈີນຢ່າງໝັ້ນໜຽວ ບໍ່ປ່ຽນແປງ ໂດຍອີງຕາມຄວາມຮັບຮູ້ ທີ່ເປັນເອກະພາບກັນ ລະຫວ່າງ ຜູ້ນຳສູງສຸດຂອງສອງພັກສອງລັດ. ໃນການພົບປະກັບ ທ່ານ ອອງຢໍໂຮ, ທ່ານ ຫວາງຢີ້ ກ່າວວ່າ: ສປ ຈີນ ສະໜັບສະໜູນມຽນມາ ບັນລຸຄວາມປອງດອງທາງດ້ານການເມືອງ, ຍິນດີສຸມຄວາມພະຍາຍາມຮ່ວມກັບມຽນມາ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ມຽນມາ ໃຫ້ລົງສູ່ລວງເລິກ ແລະ ເປັນຮູບປະທຳ. ທ່ານ ອອງຢໍໂຮ ກ່າວວ່າ: ມຽນມາ ຍິນດີຍົກລະດັບການຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ລະຫວ່າງ ສອງປະເທດໃຫ້ສູງຂຶ້ນ ຢ່າງບໍ່ຢຸດຢັ້ງ ແລະ ຍິນດີຕ້ອນຮັບວິສາຫະກິດຈີນ ເຂົ້າໄປລົງທຶນຢູ່ ມຽນມາ ໃຫ້ຫລາຍກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL