ຂປລ
ກຸ່ມປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫລື ໂອເປັກພລັສ (OPEC+) ມີມະຕິສືບຕໍ່ຮັກສາ ນະໂຍບາຍ ການຜະລິດນ້ຳມັນ ສຳລັບເດືອນທັນວາ ເຊິ່ງເປັນການຮັກສາ ນະໂຍບາຍຕິດຕໍ່ກັນເປັນເດືອນທີສາມ ຊຶ່ງສອດຄ່ອງກັບ ຄາດການຂອງຕະຫລາດ.
ຂປລ.ສຳນັກຂ່າວ ອິນໂຟເຄວສ: ກຸ່ມປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫລື ໂອເປັກພລັສ (OPEC+) ມີມະຕິສືບຕໍ່ຮັກສາ ນະໂຍບາຍ ການຜະລິດນ້ຳມັນ ສຳລັບ ເດືອນທັນວາ ເຊິ່ງເປັນການຮັກສາ ນະໂຍບາຍຕິດຕໍ່ກັນເປັນເດືອນທີສາມ ຊຶ່ງສອດຄ່ອງກັບ ຄາດການຂອງຕະຫລາດ.
ໂດຍສະເພາະ 7 ປະເທດສະມາຊິກ ກຸ່ມໂອເປັກພລັສ ເຊິ່ງປະກອບດ້ວຍ ອາຣັບບີ ຊາອຸດິດ; ຣັດເຊຍ;ອີຣັກ; ກູເວດ, ກາຊັກສະຖານ;ອານເຊຣີ; ແລະ ໂອມານ ໄດ້ປະກາດ ການຕັດສິນໃຈດັ່ງກ່າວ ໃນກອງປະຊຸມ ຜ່ານວິດີໂອຄອນເຟີເຣນ (Video Conference) ເມື່ອວັນທີ່1 ພະຈິກ ຜ່ານມາ, ເພື່ອທົບທວນພາວະ ແລະ ທ່າອຽງຕະຫລາດນ້ຳມັນໂລກ.
ຖະແຫລງການ ຂອງໂອເປັກພລັສ ລະບຸວ່າ ສະມາຊິກທັງ 7 ປະເທດ ທີ່ເຂົ້າຮ່ວມກອງປະຊຸມໄດ້ຕັດສິນໃຈຮັກສາລະດັບ ການຜະລິດນ້ຳມັນ ປະຈຳເດືອນທັນວາ ໄວ້ໃນລະ ດັບດຽວກັນ ຕາມທີ່ກຳນົດໄວ້ ໃນເດືອນກັນຍາ 2026 ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ທັງ 7 ປະເທດຈະຮັກສາ ລະດັບການຜະລິດ ທີ່ກຳນົດໄວ້ລວມກັນ ທີ່ປະມານ 31,01 ລ້ານຖັງຕໍ່ວັນ ໃນເດືອນທັນວາ ໂດຍລະດັບການຜະລິດ ທີ່ກຳນົດຂອງ ອາຣັບບີີ ຊາອຸດິດ ຈະຍັງຄົງຢູ່ທີ່ 10,48 ລ້ານຖັງຕໍ່ວັນ, ຖັດມາ ຣັດເຊຍ9,95 ລ້ານຖັງຕໍ່ວັນ ແລະ ອີຣັກ4,43 ລ້ານຖັງຕໍ່ວັນ. ນອກຈາກນີ້, ໂອເປັກພລັສ ຍັງລະບຸວ່າ ສະມາຊິກທັງ 7 ປະເທດຈະຈັດກອງປະຊຸມ ໃນຄັ້ງຕໍ່ໄປໃນວັນທີ 29 ພະຈິກ ເພື່ອທົບທວນ ພາວະຕະຫລາດອີກຄັ້ງ./
KPL