ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນໍ້າມັນກາຊວນ

04/11/2026 18:31
ຂປລ ປະກາດຂະຫຍາຍເວລາ ຫ້າມສົ່ງອອກນ້ຳມັນກາຊວນ ຂອງຜູ້ຜະລິດພາຍໃນປະເທດ ອອກໄປຈົນເຖິງວັນທີ 31 ມັງກອນ 2027 ເພື່ອຮັກສາສະຖຽນລະພາບ ຕະຫລາດນ້ຳມັນເຊື້ອໄຟ ພາຍໃນປະເທດ ທ່າມກາງການກະ ກຽມ ກຳນົດຂໍ້ຍົກເວັ້ນການສົ່ງອອກ ໄປສູ່ຕະຫລາດໂລກ.

ຂປລ.ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້ ຣັດເຊຍ ປະກາດຂະຫຍາຍເວລາ ຫ້າມສົ່ງອອກນ້ຳມັນກາຊວນ ຂອງຜູ້ຜະລິດພາຍໃນປະເທດ ອອກໄປຈົນເຖິງວັນທີ 31 ມັງ ກອນ 2027 ເພື່ອຮັກສາສະຖຽນລະພາບ ຕະຫລາດນ້ຳມັນເຊື້ອໄຟ ພາຍໃນປະເທດ ທ່າມກາງການກະກຽມ ກຳນົດຂໍ້ຍົກເວັ້ນການສົ່ງອອກ ໄປສູ່ຕະຫລາດໂລກ.

ການປະກາດຜ່ານເວັບໄຊ ທາງການຂອງຣັດເຊຍລະບຸວ່າ: ການຂະຫຍາຍເວລາດັ່ງກ່າວ ລວມເຖິງນ້ຳມັນກາຊວນ, ນ້ຳມັນເຊື້ອໄຟ ແລ່ນກຳປັ່ນ ແລະ ນ້ຳມັນແກັສ (gas oils) ທີ່ສົ່ງອອກໂດຍກົງຈາກຜູ້ຜະລິດ.

ທ່ານ ອາເລັກຊານເດີ ໂນວັກ (Alexander Novak) ຮອງນາຍົກ ລັດຖະມົນຕີຣັດເຊຍ ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ລັດຖະບານ ພວມກະກຽມ ການຂະຫຍາຍເວລາ ຄຳສັ່ງຫ້າມ ສົ່ງອອກທົ່ວໄປ ພ້ອມທັງກຳນົດຂໍ້ຍົກເວັ້ນສຳລັບຜູ້ສົ່ງອອກຈໍານວນໜຶ່ງ ເພື່ອເປີດທາງໃຫ້ການສົ່ງອອກນ້ຳມັນກາຊວນໄປສູ່ຕະຫລາດລະຫວ່າງປະເທດ ເຊິ່ງຂໍ້ຍົກເວັ້ນໃນລັກສະນະຄ້າຍຄືກັນນີ້ ໄດ້ເລີ່ມໃຊ້ໃນເດືອນຕຸລາ ແລະ ມີກຳນົດໃຊ້ສຳລັບເດືອນພະຈິກ.

ການຂະຫຍາຍ ມາດຕະການດັ່ງກ່າວມີຂຶ້ນຫລັງຈາກ ປະທານາທິບໍດີ ວາລາດິເມຍ ປູຕິນ ຂອງຣັດເຊຍ ແລະ ປະທານາທິບໍດີ ໂດນັນ ທຣຳສ.ອາເມລິກາ ໄດ້ບັນລຸຂໍ້ຕົກລົງ ຮ່ວມກັນ ເມື່ອວັນທີ 9 ຕຸລາ ໃນການຈັດສົ່ງນ້ຳມັນກາຊວນຂອງຣັດເຊຍໄປຍັງຕະຫລາດຕ່າງປະເທດ./

KPL

ຂ່າວອື່ນໆ

    • ຍອດການສົ່ງອອກ ສ.ເກົາຫລີ ເພີ່ມຂຶ້ນຂ່າວຕ່າງປະເທດ

      ຍອດການສົ່ງອອກ ສ.ເກົາຫລີ ເພີ່ມຂຶ້ນ

      11/4/2026 6:35:54 PM

      ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ.ເກົາຫລີ ເປີດເຜີຍວ່າ: ຍອດການສົ່ງອອກ ຂອງປະເທດນີ້ ໃນເດືອນຕຸລາ 2026 ລວມມີ1,1528 ແສນລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 93,7%(ກວມເອົາອັດຕາສ່ວນ ປະມານເຄິ່ງໜຶ່ງ ຂອງເສດຖະກິດ ສ.ເກົາຫລີ

    • ໂອເປັກພລັສສືບຕໍ່ຮັກສານະໂຍບາຍການຜະລິດນ້ຳມັນຕິດຕໍ່ກັນເດືອນທີສາມຂ່າວຕ່າງປະເທດ

      ໂອເປັກພລັສສືບຕໍ່ຮັກສານະໂຍບາຍການຜະລິດນ້ຳມັນຕິດຕໍ່ກັນເດືອນທີສາມ

      11/4/2026 6:31:30 PM

      ກຸ່ມປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫລື ໂອເປັກພລັສ (OPEC+) ມີມະຕິສືບຕໍ່ຮັກສາ ນະໂຍບາຍ ການຜະລິດນ້ຳມັນ ສຳລັບເດືອນທັນວາ ເຊິ່ງເປັນການຮັກສາ ນະໂຍບາຍຕິດຕໍ່ກັນເປັນເດືອນທີສາມ ຊຶ່ງສອດຄ່ອງກັບ ຄາດການຂອງຕະຫລາດ.

    • ສ.ເກົາຫລີ ລົງທຶນດ້ານເອໄອ-ຊິບສູງສຸດເປັນປະຫວັດສາດໃນປີ2027ຂ່າວຕ່າງປະເທດ

      ສ.ເກົາຫລີ ລົງທຶນດ້ານເອໄອ-ຊິບສູງສຸດເປັນປະຫວັດສາດໃນປີ2027

      11/4/2026 6:31:27 PM

      ທ່ານ ລີ ແຈ ມະ ຢອງ (Lee Jae-myung) ປະທານາທິບໍດີ ສ.ເກົາຫລີ ປະກາດແຜນງົບປະມານປີ 2027 ດ້ວຍວົງເງິນລະດັບ 820,9 ພັນຕື້ວອນ (ປະມານ 6,1 ແສນລ້ານໂດລາສະຫະລັດ) ເພີ່ມຂຶ້ນ 12,8% ເມື່ອທຽບໃສ່ປີກາຍ

    • ສປ ຈີນ ຈະຈັດກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງທີ 7 ຂ່າວຕ່າງປະເທດ

      ສປ ຈີນ ຈະຈັດກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງທີ 7

      11/4/2026 5:04:42 PM

      ກອງ​ປະ​ຊຸມ​ສຸດຍອດ ​ສື່ມວນ​ຊົນ​ໂລກ ​ຄັ້ງ​ທີ 7 ຈະ​ຈັດ​ຂຶ້ນ​ຢູ່ ​ນະ​ຄອນ​ຫລວງ ​ປັກ​ກິ່ງຂອງ​ ສປ ຈີນ ໃນ​ລະ​ຫວ່າງ ວັນ​ທີ 5 ຫາ 9 ພະ​ຈິກ​ນີ້. ຜູ້​ຕາງ​ໜ້າ​ເກືອບ 500 ຄົນ​ ຈາກ​ສື່ຫລັກ, ຄັງ​ປັນ​ຍາ, ພາ​ກ​ສ່ວນ​ລັດ​ຖະ​ບານ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ແລະ ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ ເກືອບ 330 ແຫ່ງ​​ຈາກ 112 ປະ​ເທດ​ ແລະ ​ເຂດ​ແຄວ້ນ ​ທົ່ວ​ໂລກ ຈະ​ເຂົ້າຮ່​ວມ ກອງປະ​ຊຸມ​ດັ່ງ​ກ່າວ.

    • ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 11 ຂ່າວຕ່າງປະເທດ

      ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 11

      11/4/2026 5:04:26 PM

      ທ່ານ ຫວາງ​ຢີ້ ກຳ​ມະ​ການ​ ກົມ​ການ​ເມືອງ​ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ ໄດ້​ພົບ​ປະ​ກັບ​ ທ່ານ ​ສີ​ຫະ​ສັກ ພວງ​ເກດ​ແກ້ວ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ, ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທັງ​ເປັນ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ແລະ ທ່ານ ອອງ​ຢໍ​ໂຮ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ແຜນ​ການ​ແຫ່ງ​ຊາດ, ການ​ລົງ​ທຶນ ​ແລະ​ ການ​ພົວ​ພັນ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ​ມຽນ​ມາ​ ທີ່​ມາ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ ຕ່າງ​ປະ​ເທດ ​ພາຍ​ໃຕ້ ​ຂອບການ​ຮ່ວມ​ມື ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ​ຄັ້ງ​ທີ 11 ຢູ່ ສປ ​​ຈີນ.

ads
ads

Top