ຂປລ
ຖ້າຢາກຮັບຮູ້ພຶດຕິກຳຕົວຈິງແຫ່ງການບໍລິຫານປະເທດຂອງຈີນ, ເຮົາສາມາດເລີ່ມຈາກນິຍາມກ່ຽວກັບ “ພັກການເມືອງທີ່ຍຶດໝັ້ນພາລະກຳ”.

ຂປລ. ຖ້າຢາກຮັບຮູ້ພຶດຕິກຳຕົວຈິງແຫ່ງການບໍລິຫານປະເທດຂອງຈີນ, ເຮົາສາມາດເລີ່ມຈາກນິຍາມກ່ຽວກັບ “ພັກການເມືອງທີ່ຍຶດໝັ້ນພາລະກຳ”. ເວົ້າງ່າຍໆກໍຄື: ມັນຕ່າງກັນກັບພັກການເມືອງ ທີ່ຖືເອົາການໄດ້ຮັບໄຊຊະນະ ໃນການແຂ່ງຂັນເລືອກຕັ້ງເປັນເປົ້າໝາຍສຳຄັນອັນດັບໜຶ່ງ, ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ພັກກອມມູນິດຈີນ ກໍໄດ້ແບກຫາບພາລະກຳປະຫວັດສາດອັນຍິ່ງໃຫຍ່ ຊຶ່ງບໍ່ພຽງແຕ່ຖືເອົາການບໍລິຫານປະເທດ ໃນສະເພາະໜ້າເປັນເປົ້າໝາຍເທົ່ານັ້ນ, ຍັງຖືເອົາການບັນລຸຄວາມຜາສຸກ ຂອງມວນມະນຸດເປັນອຸດົມການສູງສຸດ, ຖືເອົາການສະແຫວງຫາຄວາມສຸກ ໃຫ້ກັບປະຊາຊົນ, ສະແຫວງຫາການຟື້ນຟູ ຄວາມຈະເລີນຮຸ່ງເຮືອງໃຫ້ກັບປະຊາຊາດ ແລະ ສະແຫວງຫາຄວມປອງດອງກົມກຽວທົ່ວໂລກ ເປັນເປົ້າໝາຍຖາວອນ, ພ້ອມທັງນຳໃຊ້ເປົ້າໝາຍອັນຍິ່ງໃຫຍ່ ທີ່ກວມເຖິງເປົ້າໝາຍໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພື່ອປະສານສົມທົບ ກັບການພັດທະນາປະເທດຊາດ. ເມື່ອມີແຮງຂັບເຄື່ອນຍືນຍົງ ທີ່ກ້າວຂ້າມຜົນໄດ້ຜົນເສຍໃນຊົ່ວໄລຍະໃດໜຶ່ງ ແລະ ບໍ່ຢ້ານກົວຕໍ່ສະພາບຫຍຸ້ງຍາກ ໃນສະເພາະໜ້າແບບນີ້ ຈຶ່ງເຮັດໃຫ້ການບໍລິຫານປະເທດຂອງຈີນ ສາມາດຮັກສາສະຖຽນລະພາບ ແລະ ຊຸກຍູ້ພາລະກິດຕ່າງໆ ທີ່ຕ້ອງສຸມຄວາມພະຍາຍາມແບບບໍ່ລົດລະຢ່າງຕໍ່ເນື່ອງ.
ແນວຄວາມຄິດນີ້ແມ່ນຝັງຮາກເລິກຢູ່ໃນແນວຄິດບູຮານຈີນແຫ່ງການບໍລິຫານ, ຄືດັ່ງຄຳບູຮານຈີນທີ່ວ່າ “ໂລກເປັນຂອງທົ່ວປວງຊົນ ແລະ ປະຊາຊົນເປັນພື້ນຖານຂອງປະເທດຊາດ”, ສົ່ງເສີມໃຫ້ເຮັດທຸກສິ່ງຢ່າງ ຕ້ອງມີສາຍຕາເບິ່ງກວ້າງມອງໄກ, ເຮັດໃຫ້ຄວາມພະຍາຍາມ ໃນຍຸກປັດຈຸບັນສ້າງຜົນປະໂຫຍດ ໃຫ້ແກ່ຄົນຮຸ່ນຫລັງ. ຈີນໃນສະໄໝໃໝ່ຫລັງສົງຄາມຢາຝີ່ນເມື່ອປີ 1840, ປະເທດຊາດຖືກແບ່ງແຍກ, ເສດຖະກິດ-ສັງຄົມຊຸດໂຊມ, ປະຊາຊົນຕົກຢູ່ໃນຄວາມທຸກຍາກລຳບາກທີ່ສຸດ, ໃນເວລາທີ່ປະເທດຊາດ ຕົກຢູ່ໃນສະພາບອັນຄັບຂັນຂ້ຽວຂາດທີ່ສຸດ, ພັກກອມມູນິດຈີນ ໄດ້ກ້າວຂຶ້ນເວທີປະຫວັດສາດ. ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ພັກກອມມູນິດຈີນ ກໍໄດ້ຖືເອົາການບັນລຸເປົ້າໝາຍ ເຮັດໃຫ້ປະຊາຊົນຢູ່ດີມີສຸກ, ພັດທະນາປະເທດຊາດ ໃຫ້ຈະເລີນລວມເຖິງອຸດົມການອັນຍິ່ງໃຫຍ່ ທີ່ຫັນໜ້າສູ່ຄວາມກ້າວໜ້າຮ່ວມຂອງມວນມະນຸດ ຈັດເຂົ້າເປັນພາລະກຳຂອງຕົນ. ນີ້ບໍ່ແມ່ນຄຳໝັ້ນສັນຍາ ທີ່ສະເໜີເປັນການຊົ່ວຄາວພຽງ ເພື່ອຕອບສະໜອງການແຂ່ງຂັນເລືອກຕັ້ງເທື່ອໃດໜຶ່ງ, ບໍ່ແມ່ນພຽງເພື່ອຕອບຮັບສຽງຮຽກຮ້ອງ ຂອງປະຊາຊົນພາຍໃນປະເທດເທົ່ານັ້ນ, ເປົ້າໝາຍທີ່ຍິ່ງໃຫຍ່ກວ່າແບບນີ້ ຈຶ່ງແມ່ນຈຸດພື້ນຖານທີ່ສຸດທີ່ແຕກຕ່າງກັບພັກການເມືອງຈຳນວນຫລວງຫລາຍ.
ຫລາຍພັກການເມືອງໃນໂລກສ່ວນຫລາຍດຳເນີນງານຕາມຮອບວຽນຂອງການເລືອກຕັ້ງ ເພື່ອຍາດເອົາການສະໜັບສະໜູນ ຈາກຜູ້ມີສິດເລືອກຕັ້ງ, ຜູ້ກຳອຳນາດມັກຕອບສະໜອງ ບັນຫາຈຸດສຸມທີ່ໄດ້ຮັບຄວາມສົນໃຈທີ່ສຸດ ໃນປັດຈຸບັນເປັນບຸລິມະສິດ ແລະ ເລືອກໂຄງການທີ່ເກີດຜົນໄວ ແລະ ງ່າຍທີ່ຈະໄດ້ຮັບຄຳຍ້ອງຍໍ. ເມື່ອໃດອຳນາດການປົກຄອງສັບປ່ຽນແລ້ວ, ແຜນການໄລຍະຍາວ ທີ່ລັດຖະບານຊຸດຜ່ານມາ ໄດ້ເລີ່ມດຳເນີນອາດຈະຖືກໂຈະໄວ້, ຍິ່ງໄປກວ່ານັ້ນຈະຖືກປ່ຽນແທນໃໝ່ໂດຍກົງ. ການກໍ່ສ້າງທີ່ລົງທຶນມະຫານສານ ແລະ ໃຊ້ເວລາຍາວນານ, ແຕ່ມີຄວາມສຳຄັນທີ່ສຸດຕໍ່ອະນາຄົດຂອງປະເທດ, ພັດຕິດຄ້າງຢູ່ໃນການຕໍ່ສູ້ລະຫວ່າງພັກຝ່າຍ ແລະ ການແຊກແຊງຂອງນາຍທຶນເລື້ອຍໆ, ຍາກທີ່ຈະປະຕິບັດຈົນເຖິງທີ່ສຸດ. ນີ້ກໍແມ່ນສາເຫດສຳຄັນ ທີ່ເຮັດໃຫ້ນະໂຍບາຍຂອງຫລາຍປະເທດມີການປ່ຽນແປງເລື້ອຍໆ ແລະ ໂຄງການໃຫຍ່ທີ່ສຳຄັນ ໄລຍະຍາວຍາກທີ່ຈະໄດ້ຮັບການປະຕິບັດໃຫ້ເປັນຮູບປະທຳ.
ເມື່ອທຽບໃສ່ຫລາຍພັກການເມືອງດັ່ງກ່າວ, ໃນຖານະເປັນພັກການເມືອງທີ່ຍຶດໝັ້ນພາລະກຳ, ພັກຄອມມູນິດຈີນ ຕ້ອງແກ້ໄຂຄວາມຫຍຸ້ງຍາກ ທີ່ປະຊາຊົນຜະເຊີນໜ້າໃນປັດຈຸບັນຢ່າງທັນເວລາ, ແກ້ໄຂຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ດ້ານຊີວິດການເປັນຢູ່ຂອງປະຊາຊົນໃນສະເພາະໜ້າ ແລະ ຈະບໍ່ຖືກຄວບຄຸມຈາກຜົນປະໂຫຍດໄລຍະສັ້ນ ຫລື ຜົນປະໂຫຍດຂອງພາກສ່ວນໃດໜຶ່ງ. ການຈັດວາງທັງໝົດລ້ວນ ແຕ່ຮັບໃຊ້ສາຍຫລັກອັນດຽວ ທີ່ກ້າວຈາກປັດຈຸບັນໄປສູ່ໄລຍະຍາວ ແລະ ນຳໄປສູ່ອຸດົມການອັນສູງສົ່ງກວ່າເກົ່າ ຄື: ບາງເປົ້າໝາຍຕ້ອງຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທຳພາຍໃນເວລາບໍ່ເທົ່າໃດປີ, ບາງເປົ້າໝາຍຕ້ອງຜ່ານການຊຸກຍູ້ປະຕິບັດ ຢ່າງຕໍ່ເນື່ອງເປັນເວລາຫລາຍສິບປີ, ສ່ວນບາງເປົ້າໝາຍຕ້ອງການໃຫ້ຫລາຍລຸ້ນຄົນ ໃຊ້ເວລາຮ້ອຍປີຂຶ້ນໄປ ມຸ່ງໝັ້ນສູ້ຊົນຢ່າງຕໍ່ເນື່ອງ ເພື່ອບັນລຸຜົນເປັນຈິງ. ອາໄສເປົ້າໝາຍທີ່ໝັ້ນຄົງ ແລະ ການຈັດຕັ້ງວາງແຜນປະຕິບັດຢ່າງຕໍ່ເນື່ອງ, ຄະນະນຳແຕ່ລະສະໄໝ ໄດ້ສືບຕໍ່ຊຸກຍູ້ແຜນການອັນດຽວກັນ, ເຮັດຢ່າງຕໍ່ເນື່ອງຊຸດຕໍ່ຊຸດ, ຈຶ່ງເຮັດໃຫ້ແຜນວາດການພັດທະນາ ທີ່ກຳນົດໄວ້ສາມາດຈັດຕັ້ງປະຕິບັດໄປຢ່າງຕໍ່ເນື່ອງ. ເຖິງຈະພົບກັບຄວາມຫຍຸ້ງຍາກລຳບາກ ແລະ ອຸປະສັກຕ່າງໆນານາ ກໍຈະບໍ່ປ່ຽນແປງທິດທາງຢ່າງງ່າຍດາຍ.
ຈຸດພິເສດດັ່ງກ່າວ, ສະແດງໃຫ້ເຫັນຢ່າງຊັດເຈນທີ່ສຸດ ໃນບັນດາໂຄງການໃຫຍ່ໆທີ່ຂ້າມເວລາຫລາຍປີ ແລະ ຜ່ານຄະນະນຳຫລາຍສະໄໝ ຈຶ່ງຄ່ອງໆຈໍ່ຕົວຂຶ້ນເທື່ອລະກ້າວ. ການປົກປັກຮັກສາແມ່ນ້ຳຢາງຊີກ້ຽງຢ່າງຂະໜາດໃຫຍ່ ກໍແມ່ນການເຄື່ອນໄຫວໄລຍະຍາວ ເພື່ອປົກປັກຮັກສາບ້ານເມືອງໃຫ້ຄົນຮຸ່ນຫລັງ. ແມ່ນ້ຳຢາງຊີກ້ຽງໄຫຼລຜ່ານ 10 ກວ່າແຂວງ ແລະ ກຳແພງນະຄອນ, ໄດ້ຫລໍ່ລ້ຽງປະຊາກອນຈີນຫລາຍຮ້ອຍລ້ານຄົນ ແລະ ຮັກສາຄວາມໝັ້ນຄົງດ້ານນິເວດ ຂອງເຂດແດນອັນກວ້າງຂວາງ. ການປິດ ແລະ ເຊົາການຜະລິດຂອງວິສາຫະກິດທີ່ລະບາຍມົນລະພິດ, ການປັບປຸງຝັ່ງແມ່ນ້ຳ, ການຟື້ນຟູດິນບໍລິເວນນ້ຳ, ການປົກປັກຮັກສາສັດນ້ຳທີ່ຫາຍາກ, ຍັງຕ້ອງນຳພາໃຫ້ເຂດແຄມແມ່ນ້ຳ ປັບປຸງໂຄງປະກອບອຸດສາຫະກຳ, ຂະບວນການທັງໝົດ ຕ້ອງໃຊ້ເວລາຫລາຍສິບປີ ແລະ ລົງທຶນຈຳນວນຫລວງຫລາຍ, ຍາກທີ່ຈະສ້າງຜົນງານທີ່ປະຈັກຕາ ໄດ້ພາຍໃນອາຍຸການດຳລົງຕຳແໜ່ງພຽງສະໄໝດຽວ. ນັບແຕ່ໄດ້ກຳນົດທິດທາງ “ຮ່ວມກັນປົກປັກຮັກສາຂະໜາດໃຫຍ່, ບໍ່ດຳເນີນການພັດທະນາຂະໜາດໃຫຍ່” ແລ້ວ, ຄະນະນຳຫລາຍຊຸດ ລ້ວນແຕ່ປະຕິບັດຕາມແນວຄວາມຄິດດຽວກັນຢ່າງໝັ້ນທ່ຽງ, ສືບຕໍ່ດຳເນີນການລາດຕະເວນກວດກາ, ປັບປຸງ ແລະ ບູລະນະຟື້ນຟູລະບົບນິເວດ, ຈະບໍ່ປ່ຽນທິດທາງຕາມລຳພັງ ຍ້ອນປ່ຽນແປງຜູ້ຮັບຜິດຊອບ ແລະ ຈະບໍ່ຜ່ອນຜັນໃນການຍຶດໝັ້ນ ຕາມເສັ້ນແດງຂອງການປົກປັກຮັກສາສິ່ງແວດລ້ອມທຳມະຊາດ ເພື່ອຜົນປະໂຫຍດໄລຍະສັ້ນ, ໂດຍມີຈຸດປະສົງເພື່ອຮັກສາແມ່ນ້ຳໃຫຍ່ສາຍນີ້ໄວ້ ແລະ ມອບສິ່ງແວດລ້ອມ ທີ່ຢູ່ອາໄສທີ່ດີກວ່າເກົ່າໃຫ້ແກ່ຄົນຮຸ່ນຫລັງ.
ການກໍ່ສ້າງເຂດໃໝ່ສົງອ່ານ ແມ່ນການວາງແຜນລ່ວງໜ້າເພື່ອອະນາຄົດທີ່ຍາວໄກກວ່າ. ໂຄງການທີ່ຖືກເອີ້ນວ່າ “ແຜນການພັນປີ, ກິດຈະການສຳຄັນຂອງຊາດ” ນີ້, ນັບແຕ່ການເລີ່ມຕົ້ນ ກໍບໍ່ໄດ້ສະແຫວງຫາຄວາມວ່ອງໄວ ແລະ ໄດ້ປະຖິ້ມແນວຄິດທີ່ຢາກໄດ້ຜົນສຳເລັດໄວ ແລະ ການພັດທະນາແບບການນຳໃຊ້ ຊັບພະຍາກອນຢ່າງຫລວງຫລາຍ ແຕ່ມີປະສິດທິພາບຕ່ຳ. ບໍ່ວ່າຈະເປັນການວາງແຜນຜັງເມືອງໂດຍລວມ, ໂຄງການປິ່ນອ້ອມດ້ານສິ່ງແວດລ້ອມທຳມະຊາດ ຫລື ການນຳເຂົ້າອຸດສາຫະກຳ ແລະ ການຈັດວາງການບໍລິການສາທາລະນະ, ລ້ວນແຕ່ຄຳນຶງເຖິງວິທີການເຕີບໃຫຍ່ ຂອງຕົວເມືອງແຫ່ງນີ້ໃນອີກຫລາຍສິບປີ ກໍຄື ຮ້ອຍປີຂ້າງໜ້າ. ຈາກການເລີ່ມຕົ້ນຢູ່ເທິງພື້ນທີ່ຮາບພຽງແຫ່ງໜຶ່ງ, ການວາງແຜນ ແລະ ກໍ່ສ້າງເທື່ອລະກ້າວ, ຜູ້ກໍ່ສ້າງຊຸດແລ້ວຊຸດເລົ່າ ໄດ້ບາກບັ່ນສູ້ຊົນຢ່າງຕໍ່ເນື່ອງ ໂດຍບໍ່ສະແຫວງຫາການດຶງດູດ ຄວາມສົນໃຈພຽງໄລຍະໃດໜຶ່ງ, ເພື່ອສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາໄລຍະຍາວຂອງປະເທດຊາດ.
ໜຶ່ງ, ແມ່ນການເຝົ້າຮັກສາບ້ານເມືອງທີ່ມີຢູ່ແລ້ວ, ອີກອັນໜຶ່ງແມ່ນການພັດທະນາພື້ນທີ່ໃໝ່ໃຫ້ແກ່ອະນາຄົດ. ສອງ, ຕົວຢ່າງນີ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາວ່າ: ການບໍລິຫານແບບນີ້ ຈະບໍ່ຖືກຜູກມັດດ້ວຍອາຍຸການດຳລົງຕຳແໜ່ງ, ຈະບໍ່ປ່ຽນແປງໄປຕາມຄະແນນສຽງເລືອກຕັ້ງ ແລະ ຈະບໍ່ຖືກປະຖິ້ມຢູ່ເຄິ່ງທາງ ຍ້ອນການປ່ຽນແປງເຈົ້າໜ້າທີ່ຮັບຜິດຊອບ. ສິ່ງທີ່ຄ້ຳຊູທັງໝົດນີ້ ກໍຄື ຄວາມຮັບຜິດຊອບຕໍ່ພາລະກຳ ທີ່ບໍ່ຢຸດບາດກ້າວໃນປັດຈຸບັນ, ແຕ່ມອງເບິ່ງອະນາຄົດທີ່ຍິ່ງໃຫຍ່ ແລະ ຍາວໄກກວ່າ.
ເພື່ອຈະຍຶດໝັ້ນພາລະກຳອັນຍາວນານນີ້, ພັກການເມືອງກໍຈຳເປັນຕ້ອງມີຄວາມສາມາດໃນການປັບປຸງຕົນເອງ. ນີ້ກໍຄືເຫດຜົນ ໃນຕົວທີ່ພັກກອມມູນິດຈີນ ຊຸກຍູ້ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານແບບຕໍ່ເນື່ອງ ແລະ ຍຶດໝັ້ນການປະຕິວັດໂດຍຕົນເອງ. ຢູ່ຕາມເສັ້ນທາງການກຳອຳນາດໄລຍະຍາວ, ຍາມໃດກໍຈະພົບກັບການທົດສອບຕ່າງໆ ແລະ ອາດຈະເກີດຄວາມຂີ້ຄ້ານມັກງ່າຍ ແລະ ຫ່າງເຫີນຈາກປະຊາຊົນ ຈົນເຖິງຄວາມສ່ຽງດ້ານການສໍ້ລາດບັງຫລວງ. ຖ້າປ່ອຍປະໃຫ້ບັນຫາເຫລົ່ານີ້ ສະສົມໄວ້ດົນ, ກໍຈະຜິດເຂວຈາກທິດທາງທີ່ກຳນົດໄວ້. ມີແຕ່ ກວດກາຕົນເອງຢ່າງເປັນເຈົ້າການ, ດັດແປງຄວາມຜິດພາດຢ່າງທັນການ ແລະ ສະສາງລ້າງສວ່າຍຖັນແຖວຢ່າງຕໍ່ເນື່ອງ, ຈິ່ງຈະສາມາດຍຶດໝັ້ນທິດທາງໄລຍະຍາວ ທີ່ຈາກການບັນລຸເປົ້າໝາຍ ໄປສູ່ການບັນລຸອຸດົມການອັນຍິ່ງໃຫຍ່ ຢ່າງສະເໝີຕົ້ນສະເໝີປາຍ ແລະ ຈະບໍ່ຢຸດບາດກ້າວເດີນໄປຂ້າງໜ້າ ເຖິງຈະຢູ່ໃນສະພາບທີ່ຫຍຸ້ງຍາກກໍຕາມ.
ໃນທີ່ສຸດ, ພາລະກຳນີ້ ກໍມີຜົນປະໂຫຍດລວມ ແລະ ຜົນປະໂຫຍດໄລຍະຍາວຂອງປະຊາຊົນ ຢ່າງກວ້າງຂວາງເປັນພື້ນຖານ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງໄປສູ່ອຸດົມການອັນຍິ່ງໃຫຍ່ກວ່າເກົ່າ ຄື: ຈະເຮັດໃຫ້ປະຊາຊົນຈີນຮຸ່ນນີ້ ມີຊີວິດການເປັນຢູ່ທີ່ດີກວ່າເກົ່າ ແລະ ບັນລຸການຟື້ນຟູ ຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ, ທັງຫວັງຢາກປະກອບສ່ວນເຂົ້າ ໃນການພັດທະນາຮ່ວມກັນຂອງມວນມະນຸດ. ຄວາມມຸ່ງໝັ້ນທີ່ຍືນຍົງນີ້ ໄດ້ປະກອບເປັນຈຸດພິເສດທີ່ໂດດເດັ່ນ ທີ່ສຸດຂອງການບໍລິຫານປະເທດແບບຈີນ. ເມື່ອເຂົ້າໃຈລັກສະນະພິເສດແບບ “ຍຶດໝັ້ນພາລະກຳ” ຂອງພັກກອມມູນິດຈີນແລ້ວ, ກໍຈະສາມາດຮັບຮູ້ເຄັດລັບຂອງບັນຫາທີ່ວ່າ “ຍ້ອນຫຍັງພັກກອມມູນິດຈີນຈິ່ງເຮັດສຳເລັດໄດ້”.
KPL