ຍອດການສົ່ງອອກ ສ.ເກົາຫລີ ເພີ່ມຂຶ້ນ

04/11/2026 18:35
ຂປລ ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ.ເກົາຫລີ ເປີດເຜີຍວ່າ: ຍອດການສົ່ງອອກ ຂອງປະເທດນີ້ ໃນເດືອນຕຸລາ 2026 ລວມມີ1,1528 ແສນລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 93,7%(ກວມເອົາອັດຕາສ່ວນ ປະມານເຄິ່ງໜຶ່ງ ຂອງເສດຖະກິດ ສ.ເກົາຫລີ

ຂປລ.ສຳນັກຂ່າວ ອິນໂຟເຄວສ: ກະຊວງການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນຂອງ ສ.ເກົາຫລີ ເປີດເຜີຍວ່າ: ຍອດການສົ່ງອອກ ຂອງປະເທດນີ້ ໃນເດືອນຕຸລາ 2026 ລວມມີ1,1528 ແສນລ້ານໂດລາ ສະຫະລັດ, ເພີ່ມຂຶ້ນ 93,7%(ກວມເອົາອັດຕາສ່ວນ ປະມານເຄິ່ງໜຶ່ງ ຂອງເສດຖະກິດ ສ.ເກົາຫລີ), ເນື່ອງຈາກໄດ້ຮັບ ແຮງຊຸກຍູ້ຈາກ ຄວາມ ຕ້ອງການຊິບ ປັນຍາປະດິດ (AI) ທີ່ເຕີບໂຕຢ່າງເຂັ້ມແຂງ.

ຕົວເລກດັ່ງກ່າວ ຖືເປັນມູນຄ່າການສົ່ງອອກ ລາຍເດືອນທີ່ສູງສຸດ ເປັນອັນດັບ 2 ຫລັງຈາກທີ່ເຄີຍ ເຮັດສະຖິຕິສູງສຸດ ເປັນປະຫວັດສາດໃນລະດັບ 1,211 ແສນລ້ານໂດລາ ສະຫະລັດ ເມື່ອເດືອນກັນຍາທີ່ຜ່ານມາ.

ໂດຍຍອດການສົ່ງອອກຊິບ ເຊມິຄອນດັກເຕີ ບັນລຸ5,644 ໝື່ນລ້ານໂດລາ ສະຫະລັດ,ເພີ່ມຂຶ້ນເຖິງ 259,4% ທ່າມກາງການ ຂະຫຍາຍການລົງທຶນ ໃນພື້ນຖານ ໂຄງລ່າງ ປັນຍາປະດິດ (AI) ຢ່າງຕໍ່ເນື່ອງ ເຊິ່ງສົ່ງຜົນໃຫ້ລາຄາຊິບ ໜ່ວຍຄວາມຈຳປັບຕົວສູງຂຶ້ນ.

ໃນຊ່ວງ 10 ເດືອນທຳອິດຂອງປີ 2026 ຍອດການສົ່ງອອກ ສະສົມຂອງ ສ.ເກົາຫລີ ລວມມີ9,3 ແສນລ້ານໂດລາສະຫະລັດ ສົ່ງຜົນໃຫ້ມີໂອກາດ ທີ່ຈະເຮັດສະຖິຕິ ສົ່ງອອກ ລາຍປີ ບັນລຸລະດັບ 1 ພັນຕື້ໂດລາ ສະຫະລັດເປັນປະຫວັດສາດ ໃຫ້ໄດ້ພາຍໃນເດືອນນີ້./

KPL

ຂ່າວອື່ນໆ

    • ໂອເປັກພລັສສືບຕໍ່ຮັກສານະໂຍບາຍການຜະລິດນ້ຳມັນຕິດຕໍ່ກັນເດືອນທີສາມຂ່າວຕ່າງປະເທດ

      ໂອເປັກພລັສສືບຕໍ່ຮັກສານະໂຍບາຍການຜະລິດນ້ຳມັນຕິດຕໍ່ກັນເດືອນທີສາມ

      11/4/2026 6:31:30 PM

      ກຸ່ມປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫລື ໂອເປັກພລັສ (OPEC+) ມີມະຕິສືບຕໍ່ຮັກສາ ນະໂຍບາຍ ການຜະລິດນ້ຳມັນ ສຳລັບເດືອນທັນວາ ເຊິ່ງເປັນການຮັກສາ ນະໂຍບາຍຕິດຕໍ່ກັນເປັນເດືອນທີສາມ ຊຶ່ງສອດຄ່ອງກັບ ຄາດການຂອງຕະຫລາດ.

    • ສ.ເກົາຫລີ ລົງທຶນດ້ານເອໄອ-ຊິບສູງສຸດເປັນປະຫວັດສາດໃນປີ2027ຂ່າວຕ່າງປະເທດ

      ສ.ເກົາຫລີ ລົງທຶນດ້ານເອໄອ-ຊິບສູງສຸດເປັນປະຫວັດສາດໃນປີ2027

      11/4/2026 6:31:27 PM

      ທ່ານ ລີ ແຈ ມະ ຢອງ (Lee Jae-myung) ປະທານາທິບໍດີ ສ.ເກົາຫລີ ປະກາດແຜນງົບປະມານປີ 2027 ດ້ວຍວົງເງິນລະດັບ 820,9 ພັນຕື້ວອນ (ປະມານ 6,1 ແສນລ້ານໂດລາສະຫະລັດ) ເພີ່ມຂຶ້ນ 12,8% ເມື່ອທຽບໃສ່ປີກາຍ

    • ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນໍ້າມັນກາຊວນຂ່າວຕ່າງປະເທດ

      ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນໍ້າມັນກາຊວນ

      11/4/2026 6:31:25 PM

      ປະກາດຂະຫຍາຍເວລາ ຫ້າມສົ່ງອອກນ້ຳມັນກາຊວນ ຂອງຜູ້ຜະລິດພາຍໃນປະເທດ ອອກໄປຈົນເຖິງວັນທີ 31 ມັງກອນ 2027 ເພື່ອຮັກສາສະຖຽນລະພາບ ຕະຫລາດນ້ຳມັນເຊື້ອໄຟ ພາຍໃນປະເທດ ທ່າມກາງການກະ ກຽມ ກຳນົດຂໍ້ຍົກເວັ້ນການສົ່ງອອກ ໄປສູ່ຕະຫລາດໂລກ.

    • ສປ ຈີນ ຈະຈັດກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງທີ 7 ຂ່າວຕ່າງປະເທດ

      ສປ ຈີນ ຈະຈັດກອງປະຊຸມສຸດຍອດ ສື່ມວນຊົນໂລກ ຄັ້ງທີ 7

      11/4/2026 5:04:42 PM

      ກອງ​ປະ​ຊຸມ​ສຸດຍອດ ​ສື່ມວນ​ຊົນ​ໂລກ ​ຄັ້ງ​ທີ 7 ຈະ​ຈັດ​ຂຶ້ນ​ຢູ່ ​ນະ​ຄອນ​ຫລວງ ​ປັກ​ກິ່ງຂອງ​ ສປ ຈີນ ໃນ​ລະ​ຫວ່າງ ວັນ​ທີ 5 ຫາ 9 ພະ​ຈິກ​ນີ້. ຜູ້​ຕາງ​ໜ້າ​ເກືອບ 500 ຄົນ​ ຈາກ​ສື່ຫລັກ, ຄັງ​ປັນ​ຍາ, ພາ​ກ​ສ່ວນ​ລັດ​ຖະ​ບານ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ແລະ ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ ເກືອບ 330 ແຫ່ງ​​ຈາກ 112 ປະ​ເທດ​ ແລະ ​ເຂດ​ແຄວ້ນ ​ທົ່ວ​ໂລກ ຈະ​ເຂົ້າຮ່​ວມ ກອງປະ​ຊຸມ​ດັ່ງ​ກ່າວ.

    • ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 11 ຂ່າວຕ່າງປະເທດ

      ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ພາຍໃຕ້ ຂອບການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 11

      11/4/2026 5:04:26 PM

      ທ່ານ ຫວາງ​ຢີ້ ກຳ​ມະ​ການ​ ກົມ​ການ​ເມືອງ​ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ ໄດ້​ພົບ​ປະ​ກັບ​ ທ່ານ ​ສີ​ຫະ​ສັກ ພວງ​ເກດ​ແກ້ວ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ, ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທັງ​ເປັນ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ແລະ ທ່ານ ອອງ​ຢໍ​ໂຮ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ແຜນ​ການ​ແຫ່ງ​ຊາດ, ການ​ລົງ​ທຶນ ​ແລະ​ ການ​ພົວ​ພັນ​ເສດ​ຖະ​ກິດ​ຕ່າງ​ປະ​ເທດ​ມຽນ​ມາ​ ທີ່​ມາ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ ຕ່າງ​ປະ​ເທດ ​ພາຍ​ໃຕ້ ​ຂອບການ​ຮ່ວມ​ມື ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ​ຄັ້ງ​ທີ 11 ຢູ່ ສປ ​​ຈີນ.

ads
ads

Top