7400

gzu pczj zq odkoxtg,u o c]t ;y g7ktltrk[dkomj v'mj P;0v']k; ;k]tlkovt]5 o.\j c]t ;k]tlko -y ;ln mq [m;odkoIj ;,,n lv'/j kp Iv'xtmkoxtgmf 8h voIa [ m6 fvq flt8ik]u g0Q k1h P,ve]k xtdkf7tot[= ]y sko'ko7totde,tdko 3vc],xy dcsj '-kf]k; -5 fmu IX ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 04.11.2026 ປີທີ 25 ສະບັບທີ 6.556ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K ສະຫາຍ ສອນໄຊ ສີພັນດອນ (ຊ້າຍ) F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ xtmkoltrkcsj '-kf 1h P,1k, ll s;Pfok, 1j k'gxa omk'dko le,tokdvo]k; c]dxj Po[q fIPoda [ |a 'ln ry , c]t ;y mtp5 {3m]trk[skp2v' gxu f,tstdelu ,n sa f4tde]k; 7A 'mu 25 sk]n glu ,0tspkpdkoIj ;,,n ]ts;j k' lxx ]k; c]t l 8a f9y dy flt4ko ທ່ານ ນາງ ວຽງທອງ ສີພັນດອນ (ຂວາ) ທ່ານ ສັນຕິພາບ ພົມວິຫານ (ຜູ້ທີ 5 ນັບຈາກຂວາຫາຊ້າຍ ແຖວໜ້າ) F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ບຸນຈັນ ສີວົງພັນ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໃນວັນທີ 3 ພະຈິກ 2026 ນີ້, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ເມແກນ ຈອນ ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົດສະຕຣາລີ ປະຈຳລາວ ໃນ ໂອກາດ ສຳເລັດການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ. ໂອກາດດັ່ງກ່າວ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນ ສຳເລັດໃນການປະຕິບັດໜ້າທີ່ການທູດ ຂອງ ທ່ານ ນາງ ເມແກນ ຈອນ ຊຶ່ງໄດ້ ປະກອບສ່ວນສຳຄັນເຂົ້າໃນການເສີມ ຂະຫຍາຍສາຍພົວພັນການທູດ ກໍຄື ສົ່ງເສີມການຮ່ວມມືທາງດ້ານຕ່າງໆ ຂປລ. ຕອນແລງວັນທີ 2 ພະຈິກ 2026, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມພັນລະ ຍາ ແລະ ຄະນະຜູ້ແທນຂັ້ນສູງສະພາ ແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເດີນ ຂປລ. ຄະນະໂຄສະນາອົບຮົມສູນ ກາງພັກ (ຄອສພ) ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ສະໄໝວິສາມັນຄັ້ງທີ1ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີXII ໃນ ຂປລ. ພິທີປະກາດ ຄະນະບໍລິຫານ ງານ ຄະນະກຳມະການໂອແລມປິກ ແຫ່ງຊາດລາວ ຊຸດທີ IX ຈັດຂຶ້ນໃນ ວັນທີ 30 ຕຸລາ 2026 ຜ່ານມາ, ຢູ່ ຂປລ. ພິທີພົບປະ ລະຫວ່າງ ວາລະ ສານອະລຸນໃໝ່ ຂອງພັກປະຊາຊົນປະ ຕິວັດລາວ ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະ ພັກຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າບັນນາທິການໃຫຍ່ວາລະສານ ອະລຸນໃໝ່ແລະວາລະສານຊິວສືຂອງ ສູນກາງພັກກອມມູນິດຈີນ ນຳໂດຍ ສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າ ບັນນາທິການໃຫຍ່ວາລະສານ ຊິວສື ຈັດຂຶ້ນໃນວັນທີ 2 ພະຈິກ 2026 ຢູ່ ນະຄອນຫລວງວຽງຈັນ. ການພົບປະຄັ້ງນີ້, ແມ່ນດຳເນີນຕາມ ແຜນການຮ່ວມມືລະຫວ່າງສອງຝ່າຍ ຊຶ່ງແຕ່ລະປີຈະຜັດປ່ຽນກັນເປັນເຈົ້າ ຂປລ. ພິທີເປີດມະຫະກຳສີມືຫັດ ຖະກຳລາວ ຄັ້ງທີ 25 ປະຈໍາປີ 2026 ຈັດຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ ສານສາຍໃຍພູມ ປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວ ສູ່ ຂປລ. ໃນວັນທີ 29 ຕຸລາ 2026 ຜ່ານມາ, ສໍາມະນາກອນລາວ ທີ່ເຂົ້າ ຮ່ວມຝຶກອົບຮົບວຽກງານພະນັກງານ ນໍາພາ-ຄຸ້ມຄອງສື່ມວນຊົນ ຢູ່ ສສ ຫວຽດນາມ ໄປທັດສະນະສຶກສາ ແລະ ພົບປະແລກປ່ຽນບົດຮຽນກັບໜັງສືພິມ ແລະ ວິທະຍຸ-ໂທລະພາບຫາຍຟອງ ນໍາໂດຍ ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄ ສະນາອົບຮົມສູນກາງພັກ. ໂອກາດນີ້, ທ່ານ ຫງວຽນກວີ້ຈອງ ຮອງຫົວໜ້າໜັງສືພິມ ແລະ ວິທະຍຸ- ໂທລະພາບຫາຍຟອງ ໄດ້ໃຫ້ຮູ້ວ່າ: ໜັງ ສືພິມ ແລະ ວິທະຍຸ-ໂທລະພາບຫາຍ ຟອງ ແມ່ນກະບອກສຽງທີ່ສຳຄັນຂອງ ນະຄອນຫາຍຟອງ ຫວຽດນາມ ໂດຍ ໄດ້ໂຮມບັນດາສື່ສິ່ງພິມ ແລະ ວິທະຍຸ- ຂປລ. ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບທະ ນາຄານໂລກປະຈໍາລາວ ຈັດກອງປະ ຊຸມເຜີຍແຜ່ ແລະ ວິເຄາະສະພາບການ ທ່ອງທ່ຽວຂອງລາວ ເພື່ອຊຸກຍູ້ການ ເຕີບໂຕທາງດ້ານເສດຖະກິດ ແລະ ມຸ່ງ ຫວັງສ້າງວຽກເຮັດງານທຳແບບຍືນ ຍົງ ໃນວັນທີ 3 ພະຈິກ 2026 ຢູ່ນະ ຄອນຫລວງວຽງຈັນ ໂດຍການເປັນ ປະທານຂອງ ທ່ານນາງ ດາລານີ ພົມ ມະວົງສາ ຮອງລັດຖະມົນຕີກະຊວງ ວທ ແລະ ທ່ານ ຄວິມາ ເອັນທາຣາ ຫົວໜ້າຫ້ອງການທະນາຄານໂລກປະ ຈຳລາວ, ມີຫົວໜ້າ-ຮອງຫົວໜ້າຫ້ອງ ການ, ຫົວໜ້າ-ຮອງຫົວໜ້າກົມ, ສະຖາ ຂປລ. ໃນວັນທີ 2 ພະຈິກ 2026, ທ່ານ ໄມທອງ ທຳມະວົງສາ ຮອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອີດີ ເບັກ ກາລັນດາ (Idibek Kalandar) ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ຕັດຈິ ກິດສະຖານ ພ້ອມດ້ວຍຄະນະ ໃນໂອ ກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 1-3 ພະຈິກ 2026 ເພື່ອປຶກສາຫາລື ກ່ຽວກັບການ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດສະຖານ. ໂອກາດນີ້, ທ່ານໄມທອງ ທຳມະ ວົງສາ ໄດ້ສະແດງຄວາມຍິນດີຕ້ອນ ຮັບຢ່າງອົບອຸ່ນຕໍ່ທ່ານອີດີເບັກກາລັນ ດາ ພ້ອມຄະນະ ທີ່ເດີນທາງມາຢ້ຽມ ຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງ gzu pczj ,t8y dv'xt-5 ,7q [7tot ltw\;y lk,a o 7A 'mu 1 0v'7tot [= ]y sko'kol6 odk'ra d ltw\mu XII ທາງເຖິງສະໜາມບິນສາກົນໂນ້ຍບາຍ ນະຄອນຫລວງຮ່າໂນ້ຍ ເພື່ອຢ້ຽມຢາມ ນີ້, ພ້ອມທັງໄດ້ຕີລາຄາສູງຕໍ່ຜົນການ ພົບປະລະຫວ່າງປະທານປະເທດແຫ່ງ ສປປ ລາວ ແລະ ປະທານາທິບໍດີ ແຫ່ງ ສ ຕັດຈິກິດສະຖານ ທີ່ອາແຊັກໄບຊານ ໃນເດືອນກັນຍາ 2026 ທີ່ຜ່ານມາ ຊຶ່ງ ເປັນຂີດໝາຍສໍາຄັນ ໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສປປລາວແລະ ສ ຕັດຈິກິດສະຖານ ໃຫ້ໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງ. ພ້ອມນັ້ນ, ທ່ານ ຍັງໄດ້ອວຍພອນໃຫ້ການຢ້ຽມຢາມ ເຮັດວຽກຂອງ ທ່ານ ອີດີເບັກ ກາລັນ ດາ ພ້ອມດ້ວຍຄະນະ ຢູ່ ສປປ ລາວ ໃນຄັ້ງນີ້ ມີຜົນສໍາເລັດຢ່າງຈົບງາມ. ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ຕັດຈິກິດ ສະຖານ ວັນທີ 3 ພະຈິກ 2026, ໃຫ້ກຽດເຜີຍ ແຜ່ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງ ພັກ, ຫົວໜ້າ ຄອສພ, ມີບັນດາຮອງ ຫົວໜ້າ ຄອສພ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ອ້ອມ ຂ້າງ ຄອສພ ເຂົ້າຮ່ວມ. ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ຍົກ ໃຫ້ເຫັນຜົນສຳເລັດຂອງກອງປະຊຸມ ຄົບຄະນະສະໄໝວິສາມັນຄັ້ງທີ1ຂອງ ຄະນະບໍລິຫານງານສູນກາງພັກ ສະ ໄໝທີ XII, ພ້ອມທັງຍົກໃຫ້ເຫັນບາງ ເນື້ອໃນສຳຄັນ ຂອງຮ່າງມະຕິວ່າດ້ວຍ ການສ້າງທ່າສະໜາມປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານຕິດພັນກັບການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ; ນະຄອນຫລວງວຽງຈັນ ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງສຶກ ສາທິການ ແລະ ກິລາ ໄດ້ຖືກແຕ່ງ ຕັ້ງເປັນປະທານຄະນະກຳມະການໂອ ແລມປິກແຫ່ງຊາດລາວ ຊຸດທີ IX ໂດຍ ມີອະດີດປະທານ, ຮອງປະທານຄະ ນະກຳມະການໂອແລມປິກແຫ່ງຊາດ ລາວ, ຄະນະບໍລິຫານງານ ຄະນະກຳ ມະການໂອແລມປິກແຫ່ງຊາດລາວ ເຂົ້າຮ່ວມ. ໂອກາດນີ້ ທ່ານ ທອງສະລິດ ມັງ ໜໍ່ເມກ ໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະ ບໍລິຫານງານ ຄະນະກຳມະການໂອ ແລມປິກແຫ່ງຊາດລາວ ຊຸດທີ່ຜ່ານມາ ໂທລະພາບຂອງນະຄອນຫາຍຟອງ ແລະ ແຂວງຫາຍເຢືອງ ໃນເດືອນກໍລະ ກົດປີ 2025, ເຮັດໃຫ້ກາຍເປັນສື່ມວນ ຊົນທີ່ທັນສະໄໝ ແລະ ຄົບວົງຈອນ. ສໍາລັບໂຄງສ້າງ ແລະ ການຈັດສັນບຸກ ຄະລາກອນຫລັງການໂຮມກັນມີບຸກ ຄະລາກອນທັງໝົດ 400 ກວ່າຄົນ ຊຶ່ງ ປະກອບມີນັກຂ່າວ, ບັນນາທິການ, ນັກ ເຕັກນິກ ແລະ ພະນັກງານທົ່ວໄປຢູ່ໃນ 15 ພະແນກວິຊາສະເພາະ ເປັນຕົ້ນ: ພະແນກຂ່າວປະຈຳວັນ, ພະແນກເຕັກ ໂນໂລຊີ-ເຕັກນິກ, ພະແນກເນື້ອໃນດີຈິ ຕອນ, ພະແນກໜັງສືພິມ ແລະ ອື່ນໆ. ໃນນັ້ນຊ່ອງໂທລະພາບ ປະກອບມີ 2 ຊ່ອງຫລັກຄື: THP ແລະ THP3. ສ່ວນຄື້ນວິທະຍຸ ແມ່ນອອກອາກາດ ລະຫວ່າງ ລັດຖະບານ ກໍຄື ປະຊາຊົນ ຂອງສອງປະເທດ ລາວ-ອົດສະຕຣາລີ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນ ແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ນາງ ວຽງທອງ ສີພັນດອນ ຍັງໄດ້ອວຍພອນ ພາບ ເພື່ອແລກປ່ຽນບົດຮຽນດ້ານການ ເຄື່ອນໄຫວວຽກງານວາລະສານ ລວມ ທັງບັນດາຫົວຂໍ້ສະເພາະກ່ຽວກັບການ ຈັດພິມວາລະສານ ຕາມຄວາມສົນໃຈ ຂອງແຕ່ລະຝ່າຍ. ໂອກາດນີ້, ສອງຝ່າຍ ໄດ້ແລກປ່ຽນບົດຮຽນ ແລະ ທົບທວນ ຄືນການພົວພັນຮ່ວມມືໃນໄລຍະຜ່ານ ມາ ໂດຍສຸມໃສ່ການແລກປ່ຽນບົດຮຽນ ໃນຫົວຂໍ້ສະເພາະ, ການແລກປ່ຽນຂໍ້ ມູນ-ຂ່າວສານ, ວິທີການສະໜອງບົດ ຄວາມລົງວາລະສານ, ການສ້າງເຄືອ ຂ່າຍເພື່ອນຮ່ວມງານ ຕະຫລອດຮອດ ການຊຸກຍູ້ ແລະ ສົ່ງເສີມການຄົ້ນຄວ້າ ສະໜອງບົດຄວາມດ້ານທິດສະດີ ແລະ ມໍລະດົກໂລກ” ພາຍໃນງານໄດ້ຮວບ ຮວມ ຮ້ານວາງສະແດງຫລາຍກວ່າ ບັນຈາກກະຊວງ ວທ, ກະຊວງອ້ອມ ຂ້າງ, ອົງການຈັດຕັ້ງສາກົນ, ພາກລັດ, ພາກທຸລະກິດ, ພະແນກ ວທ ນະຄອນ ຫລວງວຽງຈັນ ແລະ ບັນດາແຂວງທົ່ວ ປະເທດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ແບບອອນລາຍ. ທ່ານນາງ ດາລານີ ພົມມະວົງສາ ໄດ້ກ່າວວ່າ: ລາວເຮົາມີຈຸດເດັ່ນ ແລະ ຂໍ້ໄດ້ປຽບທາງດ້ານຊັບພະຍາກອນ ທຳມະຊາດ, ປະຫວັດສາດ ແລະ ວັດ ທະນະທຳ, ຮີດຄອງປະເພນີທີ່ເປັນ ເອກະລັກ ລັດຖະບານລາວ ຈຶ່ງຖືເອົາ ຂະແໜງການທ່ອງທ່ຽວເປັນຂະແໜງ ການບຸລິມາສິດ ທີ່ຊ່ວຍປະກອບສ່ວນ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ສະຫາຍ ຄຳພັນ ເຜີຍຍະວົງ ທ່ານ ທອງສະລິດ ມັງໜໍ່ເມກ

@ 0j k; c]t gsfdko j 04/11/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ປະທານສະພາ... ເຜີຍແຜ່ມະຕິ...ີ່ິ ໃຫ້ທ່ານທູດ ຈົ່ງກັບຄືນປະເທດດ້ວຍ ຄວາມສະຫວັດດີພາບ ແລະ ປະສົບຜົນ ສຳເລັດໃນການປະຕິບັດໜ້າທີ່ໃໝ່ ອັນ ມີກຽດຂອງທ່ານ. ທ່ານນາງ ເມແກນ ຈອນ ກໍໄດ້ສະ ແດງຄວາມຂອບໃຈຕໍ່ ທ່ານນາງ ວຽງ ທອງ ສີພັນດອນ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງສະ ແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ບັນດາການນຳພັກ, ລັດຂອງ ສປປ ລາວ, ຕະຫລອດຮອດປະຊາຊົນລາວ ບັນດາເຜົ່າ ແລະ ທຸກພາກສ່ວນກ່ຽວ ຂ້ອງທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບ ສະໜູນ ແລະ ອຳນວຍຄວາມສະດວກ ທຸກຢ່າງຕະຫລອດໄລຍະການປະຕິບັດ ໜ້າທີ່ການທູດຂອງຕົນຈົນໄດ້ຮັບຜົນ ສຳເລັດຢ່າງຈົບງາມ. ສປປ ລາວ ແລະ ອົດສະຕຣາລີ ສ້າງສາຍພົວພັນທາງການທູດນຳກັນ ໃນວັນທີ 15 ມັງກອນ 1952. ຂ່າວ-ພາບ: ທະນູທອງ ສສ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງສະຫາຍ ເຈິນ ແທັງ ເໝິນ ກຳມະການກົມການເມືອງສູນ ກາງພັກກອມມູນິດຫວຽດນາມ ປະ ທານສະພາແຫ່ງຊາດ ແຫ່ງ ສສຫວຽດ ນາມ ແຕ່ວັນທີ 2-5 ພະຈິກ 2026. ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການຂອງຄະນະຜູ້ແທນ ຂັ້ນສູງສະພາແຫ່ງຊາດລາວຄັ້ງນີ້ ເພື່ອ ປະກອບສ່ວນຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມ ມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດລາວ-ຫວຽດນາມກໍຄື ລະຫວ່າງສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ ທີ່ໄດ້ສ້າງຜົນງານຢ່າງຫລວງຫລາຍ ປະກອບສ່ວນໃຫ້ແກ່ປະເທດຊາດ ໂດຍ ສະເພາະແມ່ນການພັດທະນາກິລາລາວ ກ້າວສູ່ອະນຸພາກພື້ນແລະສາກົນ. ພ້ອມ ທັງຢືນຍັນວ່າ ຈະພ້ອມກັບໝູ່ຄະນະສືບ ຕໍ່ຍົກລະດັບ ແລະ ພັດທະນາວົງການ ກິລາລາວ ໃຫ້ກ້າວໜ້າ, ສາມາດເຂົ້າ ຮ່ວມແຂ່ງຂັນໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ພ້ອມທັງສ້າງ ຊື່ສຽງ ແລະ ກຽດສັກສີໃຫ້ແກ່ປະເທດ ຊາດ, ສຸມທຸກຄວາມສາມາດ, ເຫື່ອ ແຮງ, ສະຕິປັນຍາ ເພື່ອປະຕິບັດໜ້າທີ່, ພາລະກິດຂອງຂະບວນການກິລາໂອ ແລມປິກ ຕາມທຳມະນູນ, ແຜນການ ແລະ ເປົ້າໝາຍທີ່ວາງໄວ້ຮອດປີ2030, ພ້ອມທັງຈະສືບຕໍ່ປະຕິບັດໜ້າທີ່ ເປັນ ຄະນະບໍລິຫານງານຄະນະກຳມະການ ໂອແລມປິກແຫ່ງຊາດລາວ ຊຸດທີ IX ທີ່ດີ, ພ້ອມກັນສູ້ຊົນ ແລະ ຜ່ານຜ່າ ບັນ ດາອຸປະສັກ, ສິ່ງທ້າທາຍ ແລະ ສິ່ງກີດ ຂວາງຕ່າງໆໃນປັດຈຸບັນ ເພື່ອສ້າງຜົນ ງານໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້. ຄະນະກຳມະການໂອແລມປິກແຫ່ງ ຊາດລາວ ເປັນອົງການກິລາທີ່ມີບົດ ບາດສໍາຄັນ ໃນການປະສານງານ, ສົ່ງ ເສີມ ແລະ ເຜີຍແຜ່ອຸດົມການໂອແລມ ປິກ, ສ້າງໂອກາດໃຫ້ນັກກິລາລາວ ໄດ້ພັດທະນາຄວາມສາມາດ ແລະ ມີ ໂອກາດເຂົ້າຮ່ວມການແຂ່ງຂັນໃນລະ ດັບອະນຸພາກພື້ນ, ພາກພື້ນ ແລະ ສາ ກົນ, ພ້ອມທັງປະກອບສ່ວນຍົກສູງບົດ ບາດ ແລະ ຊື່ສຽງຂອງປະເທດລາວ ໃນເວທີສາກົນ. ຂ່າວ: ທະນູທອງ; ພາບ: ໜັງສືພິມປະຊາຊົນ ນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນ ທາງການທູດ ໃນວັນທີ 10 ຕຸລາ 1997 ເປັນຕົ້ນມາ. ພ້ອມທັງໄດ້ປຶກສາ ຫາລືກ່ຽວກັບການສົ່ງເສີມການພົວພັນ ຮ່ວມມືໃນຂົງເຂດຕ່າງໆ ທີ່ສອງຝ່າຍ ມີທ່າແຮງ ແລະ ມີຄວາມສົນໃຈຮ່ວມ ກັນ ເປັນຕົ້ນ ໃນຂົງເຂດການຄ້າ-ການ ລົງທຶນ, ກະສິກໍາ, ການສຶກສາ, ເຕັກໂນ ໂລຊີີ ແລະ ອື່ນໆ. ສອງຝ່າຍເຫັນດີຊຸກ ຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງເຮັດວຽກ ຮ່ວມກັນຢ່າງໃກ້ຊິດ ໃນການສົ່ງເສີມ ການພົວພັນຮ່ວມມື ລະຫວ່າງ ສອງ ປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍ ຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງ ສຸດມາສູ່ປະຊາຊົນສອງຊາດ. ໃນໂອກາດດຽວກັນນີ້, ທ່ານ ອີດີ ເບັກ ກາລັນດາ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມໝາຍໝັ້ນທີ່ຈະສືບ ຕໍ່ຮ່ວມມືຢ່າງໃກ້ຊິດກັບຝ່າຍລາວ ໃນ ການຊຸກຍູ້ສົ່ງເສີມສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງສອງ ປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍ ຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ. ຮ່າງມະຕິວ່າດ້ວຍການຊຸກຍູ້, ສົ່ງເສີມ ແລະ ພັດທະນາບັນດາພາກສ່ວນເສດ ຖະກິດ ຕາມທິດສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງ ແລະ ຮ່າງມະຕິ ວ່າດ້ວຍການພັດທະນາຊັບພະຍາກອນ ມະນຸດທີ່ມີຄຸນນະພາບ ຕອບສະໜອງ ການພັດທະນາໃນເງື່ອນໄຂໃໝ່. ໃນ ນັ້ນ, ຮ່າງມະຕິວ່າດ້ວຍການສ້າງທ່າສະ ໜາມປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບກອງປະຊຸມເນັ້ນວ່າ ການສ້າງ ທ່າສະໜາມປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບດ້ານ ຕ້ອງຕິດພັນກັບການພັດທະນາຊົນນະ ບົດ ແລະ ການແກ້ໄຂຄວາມທຸກຍາກ, ຖືປະຊາຊົນເປັນກົກ ແລະ ຖືການພັດ ທະນາເປັນພື້ນຖານຄ້ຳປະກັນຄວາມ ໝັ້ນຄົງ. ພ້ອມກັນນັ້ນ, ໃຫ້ເສີມສ້າງ ກຳລັງ ປກຊ-ປກສ ໃຫ້ເຂັ້ມແຂງ, ພັດ ທະນາຊົນນະບົດ, ຫລຸດຜ່ອນຄວາມ ແຕກໂຕນລະຫວ່າງຕົວເມືອງກັບຊົນ ນະບົດ ແລະ ປຸກລະດົມປະຊາຊົນໃຫ້ ເຂົ້າຮ່ວມສ້າງຄວາມສະຫງົບ ແລະ ຄວາມໝັ້ນຄົງຈາກຮາກຖານ. ສ່ວນ ຮ່າງມະຕິວ່າດ້ວຍການຊຸກຍູ້, ສົ່ງເສີມ ແລະ ພັດທະນາບັນດາພາກສ່ວນເສດ ຖະກິດ ໄດ້ຕີລາຄາວ່າບັນດາພາກສ່ວນ ເສດຖະກິດເປັນອົງປະກອບສຳຄັນ ຂອງເສດຖະກິດແຫ່ງຊາດ, ແຕ່ຍັງຈຳ ເປັນຕ້ອງປັບປຸງການຄຸ້ມຄອງ, ສົ່ງ ເສີມ ແລະ ພັດທະນາຫົວໜ່ວຍທຸລະກິດ ໃຫ້ມີປະສິດທິຜົນ, ໂປ່ງໃສ, ຖືກຕ້ອງ ຕາມກົດໝາຍ ແລະ ສາມາດແຂ່ງຂັນ ໄດ້. ເປົ້າໝາຍແມ່ນສ້າງພື້ນຖານເສດ ຖະກິດໃຫ້ສາມາດເພິ່ງຕົນເອງ, ຢືນ ໄດ້ດ້ວຍລຳແຂ່ງຂອງຕົນ ແລະ ເຊື່ອມ ໂຍງກັບເສດຖະກິດພາກພື້ນ-ສາກົນ ຢ່າງເປັນເຈົ້າການ. ສຳລັບຮ່າງມະຕິ ວ່າດ້ວຍການພັດທະນາຊັບພະຍາກອນ ມະນຸດ ກອງປະຊຸມໄດ້ໃຫ້ທິດຊີ້ນໍາ ເພື່ອ ກຳນົດທິດທາງ ແລະ ວຽກງານຈຸດ ສຸມ ໃນຕໍ່ໜ້າ ໃຫ້ຈະແຈ້ງຂຶ້ນຕື່ມ ໂດຍ ເລັ່ງໃສ່ພັດທະນາຊັບພະຍາກອນມະ ນຸດທັງຢູ່ພາຍໃນແລະຕ່າງປະເທດໃຫ້ ມີລະດັບການສຶກສາ, ມີຄຸນສົມບັດສິນ ທໍາປະຕິວັດ, ຄວາມຮູ້ຄວາມສາມາດ, ສີມືແຮງງານ ແລະ ວິຊາສະເພາະ ທີ່ມີ ຄວາມສາມາດແຂ່ງຂັນສູງ, ຮັບປະກັນ ຄຸນນະພາບແລະປະລິມານໃຫ້ດຸນດ່ຽງ ກັບຄວາມຮຽກຮ້ອງຕ້ອງການຂອງ ການພັດທະນາ; ສ້າງຄວາມເຂັ້ມແຂງ ໃຫ້ຄົນລາວ ທາງດ້ານຮ່າງກາຍ, ຈິດ ໃຈແລະ ສະຕິປັນຍາ, ມີຄວາມເປັນເຈົ້າ ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ; ເສີມຂະຫຍາຍ, ຕໍ່ຍອດພູມປັນ ຍາ,ວັດທະນະທໍາທີ່ເປັນເອກະລັກ, ເປັນ ມູນເຊື້ອ ແລະ ກ້າວໜ້າຂອງຄົນລາວ ໃຫ້ຍືນຍົງ ແລະ ຊົງຄຸນຄ່າຄຽງຄູກັບ ຍຸກສະໄໝ. ການຈັດຕັ້ງເຜີຍແຜ່ໃນຄັ້ງນີ້, ແນ ໃສ່ໃຫ້ບັນດາຜູ້ເຂົ້າຮ່ວມຮັບຮູ້, ເຂົ້າໃຈ ເລິກເຊິ່ງເນື້ອໃນສຳຄັນຂອງມະຕິ, ກຳ ແໜ້ນເປົ້າໝາຍ, ໜ້າທີ່ ແລະ ທິດທາງ ການຜັນຂະຫຍາຍ, ພ້ອມທັງນຳໄປ ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດໃນ ພາກສ່ວນຂອງຕົນໃຫ້ເກີດຜົນເປັນ ຮູບປະທຳ. ໃນໂອກາດດຽວກັນນີ້, ຍັງໄດ້ປະ ຮອງປະທານປະເທດ... ປະກາດຄະນະ... ຫາລືເສີມຂະຫຍາຍ...ືີ ກາດການຈັດຕັ້ງຂັ້ນຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ ໂດຍໄດ້ ແຕ່ງຕັ້ງ ທ່ານ ຄຳກອງ ທຳມະເທວາ ເປັນຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ. ຂ່າວ-ພາບ: ທະນູທອງ 200 ຮ້ານ, ລວມທັງສາທິດສີມືຫັດຖະ ກຳຈາກ 18 ພາກສ່ວນ(17 ແຂວງ ແລະ ນະຄອນຫລວງ). ພິທີເປີດງານ ຢ່າງເປັນທາງການຈັດຂຶ້ນໃນຕອນບ່າຍ ວັນທີ 2 ພະຈິກ 2026 ຢູ່ສູນການຄ້າ ລາວ-ໄອເຕັກ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ພ້ອມດ້ວຍບັນດາຜູ້ ແທນຈາກພາກລັດ,ທູຕານຸທູດແລະຊ່າງ ຫັດຖະກຳຈາກທົ່ວປະເທດເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳ ລາວ ໄດ້ກ່າວວ່າ: ງານມະຫະກຳສີມື ຫັດຖະກຳລາວ ແມ່ນບຸນປາງໃຫຍ່ ຂອງຊາວຊ່າງຫັດຖະກຳລາວ, ສະ ເພາະປີນີ້ແມ່ນເປັນປີທີ່ພິເສດ ເພາະ ເປັນການການສະເຫລີມສະຫລອງ ເປີດມະຫະກຳ...ີ ຄົບຮອບ25ປີຂອງງານມະຫະກຳສີມື ຫັດຖະກໍາລາວ. ພາຍໃນງານ ໄດ້ຮວບ ຮວມບັນດາເຄື່ອງຫັດຖະກຳ ແຜ່ນແພ (ຜ້າໄໝ, ຜ້າຝ້າຍ); ເຄື່ອງປະດັບ (ເງິນ, ຄໍາ, ແກ້ວປະເສີດ); ເຄື່ອງຈັກ ສານ (ຫວາຍ-ໄມ້ປ່ອງ); ຜະລິດຕະ ພັນວັດທະນະທໍາ (ເຄື່ອງປັ້ນດິນເຜົາ, ໄມ້ແກະສະຫລັກ, ເຄື່ອງດົນຕີພື້ນເມືອງ; ອາຫານພື້ນເມືອງ, ສະໝຸນໄພ ແລະ ອື່ນໆ. ພິເສດ ຍັງມີຮ້ານວາງສະແດງ ຜະລິດຕະພັນຫັດຖະກຳຕ່າງປະເທດ ເຊັ່ນ: ສສ ຫວຽດນາມ, ມຽນມາ, ລາ ຊະອານາຈັກໄທ ແລະ ຍີ່ປຸ່ນ ເຂົ້າຮ່ວມ. ນອກຈາກນີ້, ຜູ້ຊົມ ກໍຄື ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຈະໄດ້ ສຳຜັດກັບການຕໍ່າຫູກ, ສາວໄໝ, ເຂັນ ຝ້າຍ,ຕີເງິນ,ຈັກສານ,ປັ້ນດິນເຜົາແລະ ແກະສະຫລັກ ແລະ ກິດຈະກຳອື່ນໆ. ການຈັດງານດັ່ງກ່າວ, ນອກຈາກ ຈະເປັນໂອກາດໃຫ້ຊ່າງຫັດຖະກຳ ລາວ ໄດ້ນຳສະເໜີຜົນງານ ແລະ ຈຳ ໜ່າຍສິນຄ້າແລ້ວ ຍັງເປັນການສົ່ງເສີມ ການອະນຸລັກ ແລະ ສືບທອດພູມປັນຍາ ພື້ນບ້ານ, ພ້ອມທັງເຜີຍແຜ່ຄຸນຄ່າ ແລະ ເອກະລັກຂອງສີມືຫັດຖະກຳລາວ ໃຫ້ເປັນທີ່ຮູ້ຈັກກວ້າງຂວາງຍິ່ງຂຶ້ນ. ວາລະສານອະລຸນໃໝ່...ຸ່ ສຳຄັນເຂົ້າໃນພັດທະນາເສດຖະກິດສັງຄົມຂອງປະເທດ ເນື່ອງຈາກການ ທ່ອງທ່ຽວສາມາດສ້າງລາຍຮັບເປັນ ເງິນຕາຕ່າງປະເທດ, ຊຸກຍູ້ຂະແໜງ ການທີ່ກ່ຽວຂ້ອງໂດຍທາງກົງ ແລະ ທາງອ້ອມ ເປັນຕົ້ນ ການຄ້າ, ການລົງ ທຶນ, ການພັດທະນາພື້ນຖານໂຄງລ່າງ, ການຜະລິດສິນຄ້າ, ສ້າງວຽກເຮັດງານ ທໍາໃຫ້ສັງຄົມ. ຂະແໜງການທ່ອງທ່ຽວ ນອກຈາກເປັນຂະແໜງການທີ່ສົ່ງອອກ ກັບທີ່ ແລະ ເຮັດໃຫ້ມີການສະສົມໝູນ ວຽນຂອງເງິນຕາພາຍໃນປະເທດ, ການກະຈາຍລາຍໄດ້ໄປສູ່ຊຸມຊົນທ້ອງ ຖິ່ນແລ້ວ ຍັງໄດ້ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການອະນຸລັກ ແລະ ປົກປັກ ຮັກສາສະພາບແວດລ້ອມທາງທໍາມະ ຊາດ, ຊຸກຍູ້ສົ່ງເສີມການພັດທະນາ ແບບຍືນຍົງ ແລະ ສີຂຽວ ເພື່ອໃຫ້ບັນລຸ ຕາມເປົ້າໝາຍຂອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດທີ່ວາງ ໄວ້. ອີງຕາມການລາຍງານປີ 2024 ການທ່ອງທ່ຽວປະກອບສ່ວນປະມານ 2% ຂອງ GDP ແລະ ສ້າງວຽກເຮັດ ງານທຳປະມານ 335.300 ຕໍາແໜ່ງ ເທົ່າກັບ 16,9% ຂອງການຈ້າງງານ ທັງໝົດ ໂດຍແມ່ຍິງກວມປະມານ 39% ຂອງແຮງງານໃນຂະແໜງ ການທ່ອງທ່ຽວ ປີ 2025 ພວກເຮົາ ຕ້ອນຮັບນັກທ່ອງທ່ຽວສາກົນ 4,6 ລ້ານເທື່ອຄົນ, ໄລຍະເດືອນມັງກອນ ຫາເດືອນສິງຫາ 2026 ລາວເຮົາໄດ້ ຕ້ອນຮັບນັກທ່ອງທ່ຽວສາກົນທັງໝົດ 3.279.241 ເທື່ອຄົນ, ເພີ່ມຂຶ້ນ 7% ທຽບໃສ່ໄລຍະດຽວກັນຂອງປີ 2025. ຢ່າງໃດກໍຕາມ, ເຖິງວ່າຈຳນວນ ນັກທ່ອງທ່ຽວມີທາງອ່ຽງຂະຫຍາຍ ຕົວ, ແຕ່ເມື່ອມີການສໍາຫລວດມູນຄ່າ ທາງເສດຖະກິດທີ່ໄດ້ຮັບຈາກການ ທ່ອງທ່ຽວ ເຫັນວ່າຍັງຢູ່ໃນລະດັບທີ່ຕໍ່າ ເມື່ອທຽບໃສ່ທ່າແຮງບົ່ມຊ້ອນຂອງ ປະເທດເຮົາ ແລະ ເມື່ອທຽບກັບບັນດາ ປະເທດໃນອະນຸພາກພື້ນ ມູນຄ່າການ ໃຊ້ຈ່າຍສະເລ່ຍ ແລະ ໄລຍະເວລາການ ທ່ຽວຂອງນັກທ່ອງທ່ຽວຍັງສັ້ນ ແລະ ຕ່ຳກວ່າ ເມື່ອທຽບໃສ່ຈຸດໝາຍປາຍ ທາງການທ່ອງທ່ຽວຂອງປະເທດອ້ອມ ຂ້າງ. ດັ່ງນັ້ນ, ກອງປະຊຸມຄັ້ງນີ້ ພວກ ເຮົາຈະໄດ້ຮັບຮູ້ແລະ ເຂົ້າໃຈຫລາຍຂຶ້ນ ກ່ຽວກັບສະພາບການທ່ອງທ່ຽວຂອງ ລາວ ຜ່ານການຮັບຟັງການນໍາສະເໜີ ຜົນການປະເມີນ ແລະ ການວິເຄາະ ສະພາບການທ່ອງທ່ຽວຂອງລາວ ຈາກທີມງານຊ່ຽວຊານ, ພ້ອມທັງເປັນ ໂອກາດດີທີ່ພວກເຮົາຈະໄດ້ຊ່ວຍກັນ ປະກອບຄໍາຄິດຄໍາເຫັນ ແລະ ຊອກຫາ ວິທີກາານ ແລະ ກົນໄກ ເພື່ອເພີ່ມມູນ ຄ່າທາງເສດຖະກິດ, ສ້າງວຽກເຮັດ ງານທໍາທີ່ມີຄຸນນະພາບ, ປັບປຸງຂໍ້ຄົງ ຄ້າງ, ຊ່ວຍກັນອໍານວຍຄວາມສະດວກ ໃຫ້ແກ່ການທ່ອງທ່ຽວ ຕິດພັນກັບການ ປົກປັກຮັກສາຊັບພະຍາກອນທຳມະ ຊາດ ແລະ ວັດທະນະທຳຂອງພວກ ເຮົາຢ່າງຍືນຍົງ. ນອກນີ້, ກອງປະຊຸມ ນອກຈາກຈະໄດ້ຮັບຟັງການນໍາສະເໜີ ກ່ຽວກັບສະພາບການທ່ອງທ່ຽວຂອງ ລາວແລ້ວ, ຍັງມີໂອກາດຮັບຟັງການ ສົນທະນາຫົວຂໍ້ກ່ຽວກັບການທ່ອງ ທ່ຽວ ໃນຖານະເປັນກຳລັງຂັບເຄື່ອນ ສຳລັບການເຕີບໂຕ ແລະ ການສ້າງ ວຽກເຮັດງານທຳຂອງລາວ ຊຶ່ງເປັນ ຫົວຂໍ້ທີ່ໜ້າສົນໃຈ ແລະ ມີຄວາມເຊື່ອ ໝັ້ນວ່າ ຜ່ານການຮັບຟັງສົນທະນາ, ປະກອບຄຳຄິດເຫັນ ແລະ ປຶກສາຫາລື ຢ່າງກົງໄປກົງມາໃນກອງປະຊຸມຄັ້ງ ນີ້ ຈະຊ່ວຍໃຫ້ພວກເຮົາເຂົ້າໃຈຢ່າງ ເລິກເຊິ່ງຕໍ່ກັບສະພາບການທ່ອງທ່ຽວ ຂອງລາວ ຊຶ່ງຈະເປັນຂໍ້ມູນທີ່ສໍາຄັນ ໃນການກໍານົດແຜນຈັດຕັ້ງປະຕິບັດ ແຜນງົບປະມານຢ່າງຖືກຕ້ອງ ແລະ ຊັດເຈນໃນຕໍ່ໜ້າ, ພ້ອມທັງຈະສາມາດ ຊ່ວຍພວກເຮົາບັນລຸທິດທາງ ແລະ ຈຸດໝາຍລວມທີ່ກໍານົດໄວ້ຕາມແຜນ ພັດທະນາການທ່ອງທ່ຽວຂອງລາວປີ 2026-2030. ຂ່າວ: ສົມສະຫວັນ ພຶດຕິກຳ. ພ້ອມກັນນັ້ນ,ສອງຝ່າຍຍັງ ໄດ້ປຶກສາຫາລືກ່ຽວກັບແຜນການ ຈັດຕັ້ງປະຕິບັດການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການສ້າງເງື່ອນໄຂ ແລະ ຄວາມເປັນໄປໄດ້ໃນການສ້າງບົດ ບັນທຶກການຮ່ວມມືໃນຊຸມປີຕໍ່ໜ້າ. ໃນໂອກາດດັ່ງກ່າວ, ວາລະສານ ຊິວສື ໄດ້ມອບອຸປະກອນຮັບໃຊ້ວຽກ ໃນ 3 ຄື້ນຄວາມຖີ່ຄື FM 93,7 MHz, 102,2 MHz ແລະ 104,5 MHz. ເນື້ອໃນຫລັກໃນການນຳສະເໜີແມ່ນ ຂ່າວສານບ້ານເມືອງ, ເສດຖະກິດ, ວັດ ທະນະທຳ-ສັງຄົມ, ລາຍການບັນເທີງ ແລະ ການພັດທະນາຂອງນະຄອນ ຫາຍຟອງ. ສໍາລັບໜັງສືພິມ ແລະ ສື່ ມີເດຍອອນລາຍປະກອບມີ: ເວັບໄຊ ຢ່າງເປັນທາງການ, ທ່ານສາມາດ ຕິດຕາມອ່ານຂ່າວສານທັງຮູບແບບ ໜັງສືພິມອອນລາຍ, ຟັງພອດແຄສ (Podcast) ແລະ ເບິ່ງລາຍການ ຍ້ອນຫລັງໄດ້ທີ່ເວັບໄຊ THP ຫາຍ ຟອງ. ພ້ອມນີ້, ຊ່ອງທາງໂຊຊຽວ ມີເດຍ ແມ່ນຕິດຕາມຜ່ານເຟສບຸກ Facebook THP | Hai Phong, ຮັບຊົມວິດີໂອຂ່າວສານ 24/7 ໄດ້ ທີ່ YouTube Đài Phát thanh và Truyền hình Hải Phòng. ອົງກອນສື່ແຫ່ງນີ້ຖືເປັນກະບອກສຽງ ທີ່ສຳຄັນ ແລະ ມີການຫັນປ່ຽນໄປ ແລະ ເປັນຫໍພິພິທະພັນຄົ້ນຄວ້າທ້ອງ ຖິ່ນແຫ່ງທຳອິດ ຂອງຫວຽດນາມ ຊຶ່ງ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການ ໃນວັນທີ 20 ທັນວາ 1959. ປັດຈຸບັນ, ເປັນບ່ອນເກັບຮັກສາເອກະສານ ແລະ ວັດຖຸບູຮານຫລາຍກວ່າ 50.000 ຊິ້ນ ໂດຍມີຫ້ອງຈັດສະແດງຫລັກ 17 ຫ້ອງ, ແບ່ງອອກເປັນ 3 ສ່ວນໃຫຍ່ຄື: ປະຫວັດສາດຍຸກບູຮານຈັດສະແດງ ວັດຖຸບູຮານຍຸກກ່ອນປະຫວັດສາດ ເຊັ່ນ: ວັດທະນະທຳກາຍແບ້ວ ແລະ ຈາງແກ້ງ ທີ່ມີອາຍຸກວ່າ 7.000 ປີ ແລະ ເຄື່ອງປັ້ນດິນເຜົາສະໄໝລາຊະ ວົງຫລີ, ເຈີນ, ເລ, ມາກ; ໄລຍະການຕໍ່ສູ້ ກູ້ຊາດເຊັ່ນ: ເອກະສານ ແລະ ອາວຸດ ໃນສະໄໝສົງຄາມຕໍ່ຕ້ານຝຣັ່ງ ແລະ ອາເມລິກາ ຊຶ່ງມີຈຸດເດັ່ນຄື ຊິ້ນສ່ວນ ຂອງປະຫາກາແຟງ ລອງເຈົາ ທີ່ລອດ ພົ້ນຈາກການຖິ້ມລະເບີດ ແລະ ຍຸກພັດ ທະນາ ແລະ ເສດຖະກິດ; ຫ້ອງສະແດງ ສະເພາະກ່ຽວກັບວັດທະນະທຳເລ, ເສດຖະກິດການເດີນເຮືອ ແລະ ອະທິ ປະໄຕຂອງໝູ່ເກາະ. ຂ່າວ-ພາບ: ຂັນໄຊ ງານຫ້ອງການ ໃຫ້ແກ່ວາລະສານອະ ລຸນໃໝ່ ລວມມູນຄ່າ 100 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການພັດທະນາວຽກ ງານຂອງວາລະສານອະລຸນໃໝ່ ໃຫ້ມີ ປະສິດທິພາບຍິ່ງຂຶ້ນ, ພ້ອມທັງປະກອບ ສ່ວນໃນການສ້າງ ແລະ ຍົກລະດັບ ບຸກຄະລາກອນຂອງວາລະສານອະລຸນ ໃໝ່ ຕື່ມອີກ. ຂໍ້ມູນ-ພາບ: ວາລະສານອະລຸນໃໝ່ ເຜີຍແຜ່ຜົນການປະເມີນ...ີ່ົີ ສຳມະນາກອນລາວ... ສູ່ລະບົບດີຈິຕອນຢ່າງເຕັມຮູບແບບ ເພື່ອໃຫ້ເຂົ້າເຖິງຜູ້ຊົມ ແລະ ຜູ້ອ່ານໄດ້ ທຸກບ່ອນທຸກເວລາ. ໃນໂອກາດດຽວກັນນີ້, ຄະນະ ສື່ມວນຊົນລາວ ຍັງໄດ້ໄປຢ້ຽມຊົມ ເກາະກັກບາ (Cát Bà)) ເກາະທີ່ ໃຫຍ່ທີ່ສຸດ ຕັ້ງຢູ່ທາງພາກເໜືອຂອງ ປະເທດຫວຽດນາມ ໃນເຂດອ່າວຮ່າ ລອງ ແລະ ອ່າວລານຮ້າ ຂຶ້ນກັບນະ ຄອນຫາຍຟອງ. ເກາະແຫ່ງນີ້, ໄດ້ຮັບ ການຂຶ້ນທະບຽນເປັນເຂດສະຫງວນ ຊີວະນາໆພັນໂລກໂດຍອົງການອຸຍ ແນັສໂກ (UNESCO) ແລະ ເປັນ ໜຶ່ງໃນສະຖານທີ່ທ່ອງທ່ຽວທາງທໍາ ມະຊາດທີ່ມີຊື່ສຽງ ແລະ ສວຍງາມ ທີ່ສຸດ. ພ້ອມນີ້, ຍັງໄດ້ໄປທັດສະນະ ຫໍພິພິຕະພັນນະຄອນຫາຍຟອງ ເປັນ ໜຶ່ງໃນສະຖາປັດຕະຍະກຳອັນເກົ່າແກ່

04/11/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າາົ່ຕົ່ງ່ງ ໂດຍ: ຊິບບປະໄຊິ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ *ເພື່ອປະຕິບັດຕາມຈຸດປະສົງ ແລະ ອຸດົມການຂອງພັກ ທີ່ຍຶດໝັ້ນ ແນວທາງມະຫາຊົນມາແຕ່ມື້ກໍ່ຕັ້ງ, ພັກເຮົາຖືເອົາວຽກງານກໍ່ສ້າງ ຮາກຖານການເມືອງ ຕິດພັນກັບ ວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກ ງານ 3 ສ້າງ ເປັນນະໂຍບາຍ ແລະ ມາດຕະການຍຸດທະສາດທັງສະ ເພາະໜ້າ ແລະ ຍາວນານ, ສ່ອງ ແສງທາດແທ້ຂອງພັກທີ່ມາຈາກ ປະຊາຊົນ, ເປັນຂອງປະຊາຊົນ ແລະ ເຮັດເພື່ອຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນບັນດາເຜົ່າ. ໃນໄລຍະຜ່ານມາ ຄະນະປະ ຈໍາພັກແຂວງອັດຕະປື ໄດ້ຫັນແນວ ທາງ, ນະໂຍບາຍລວມຂອງພັກ ອອກເປັນມະຕິ, ຄໍາສັ່ງ, ຄໍາແນະ ນໍາ ແລະ ນິຕິກໍາສະເພາະໃນ 3 ວຽກນີ້ ໂດຍມອບໃຫ້ 3 ພາກສ່ວນ ຮັບຜິດຊອບພ້ອມນໍາພາ-ຊີ້ນໍາ, ຕິດຕາມ, ກວດກາ, ເຮັດໃຫ້ການ ຈັດຕັ້ງໃນລະບົບການເມືອງຢູ່ຮາກ ຖານສໍານັກງານ-ອົງການ, ກໍາ ລັງປະກອບອາວຸດ ແລະ ຫົວໜ່ວຍ ວິສາຫະກິດເຂັ້ມແຂງ ແລະ ໜັກ ແໜ້ນຂຶ້ນ; ຄວາມທຸກຍາກຫລຸດລົງ ຢ່າງຕໍ່ເນື່ອງ, ບ້ານພັດທະນາ ແລະ ບ້ານໃຫຍ່ຄ້າຍຕົວເມືອງນ້ອຍເພີ່ມ ຂຶ້ນ; ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາ ເຜົ່າດີຂຶ້ນເທື່ອລະກ້າວ; ການຕັ້ງ ຖິ່ນຖານທໍາມາຫາກິນແບບກະແຈກ ກະຈາຍ ແລະ ເລື່ອນລອຍໄດ້ຮັບ ຂປລ. ການສົ່ງເສີມການຜະລິດ ພາຍໃນ ເພື່ອທົດແທນການນຳເຂົ້າ ເປັນເສົາຄ້ຳທີ່ສຳຄັນຂອງການສ້າງ ເສດຖະກິດເອກະລາດ ເປັນເຈົ້າ ຕົນເອງ. ໃນໄລຍະຜ່ານມາ, ປະເທດ ເຮົາຕ້ອງຜະເຊີນກັບການຂາດດຸນ ການຄ້າ, ການໄຫລອອກຂອງ ເງິນຕາຕ່າງປະເທດ ແລະ ອັດຕາ ແລກປ່ຽນຜັນແປງ ຊຶ່ງສ່ວນໃຫຍ່ ເກີດຈາກການນຳເຂົ້າສິນຄ້າອຸປະ ໂພກ-ບໍລິໂພກ, ຝຸ່ນ, ອາຫານສັດ ແລະ ວັດຖຸດິບທີ່ເຮົາສາມາດຜະລິດ ເອງໄດ້. ການຫັນມາສຸມໃສ່“ສ້າງຄວາມ ເຂັ້ມແຂງພາຍໃນ” ໂດຍການຜະ ລິດເພື່ອຊົມໃຊ້ ແລະ ເປັນສິນຄ້າ ສົ່ງອອກ ຈຶ່ງແມ່ນທາງອອກທີ່ຍືນ ຍົງ ເພື່ອຫລຸດຜ່ອນການເພິ່ງພາພາຍ ນອກ. ການຍົກລະດັບການຜະລິດ ກະສິກຳ ແລະ ສະບຽງອາຫານ ແມ່ນຮັບປະກັນຄວາມໝັ້ນຄົງດ້ານ ອາຫານ ໂດຍເລັ່ງໃສ່ການຜະລິດ ເຂົ້າ, ຜັກ, ໝາກໄມ້, ໄຂ່ ແລະ ຊີ້ນ ສັດ ໃຫ້ພຽງພໍກັບຄວາມຕ້ອງການ ພາຍໃນ ເພື່ອຫລຸດຜ່ອນການນຳເຂົ້າ ຈາກຕ່າງປະເທດ; ຜະລິດຝຸ່ນ ແລະ ອາຫານສັດພາຍໃນ ເພື່ອສົ່ງເສີມ ການສ້າງໂຮງງານຜະລິດຝຸ່ນອິນຊີ, ຝຸ່ນຊີວະພາບ ແລະ ໂຮງງານປຸງ ແຕ່ງອາຫານສັດ ໂດຍນຳໃຊ້ວັດຖຸ ດິບທີ່ມີໃນປະເທດເຊັ່ນ: ມັນຕົ້ນ, ສາລີ ແລະ ອື່ນໆ ເພື່ອຫລຸດຕົ້ນທຶນ ໃຫ້ແກ່ຊາວກະສິກອນ; ສ້າງເຂດ ຜະລິດເປັນສິນຄ້າຈັດແບ່ງເຂດການ ຜະລິດໃຫ້ຈະແຈ້ງເຊັ່ນ: ເຂດປູກຜັກ ປອດສານພິດ, ເຂດລ້ຽງສັດ ເພື່ອໃຫ້ ງ່າຍຕໍ່ການສະໜັບສະໜູນເຕັກນິກ ແລະ ການຕະຫລາດ. ການແປຮູບ ແລະ ສ້າງມູນຄ່າ ເພີ່ມແມ່ນຫັນຈາກການຂາຍວັດຖຸ ດິບເປັນຜະລິດຕະພັນແປຮູບ ເພື່ອ ຫລຸດຜ່ອນການສົ່ງອອກຜົນຜະລິດ ກະສິກຳ ຫລື ແຮ່ທາດແບບດິບ ແລ້ວສົ່ງເສີມການຕັ້ງໂຮງງານແປ ຮູບພາຍໃນ ເພື່ອເພີ່ມມູນຄ່າສິນຄ້າ ແລະ ສ້າງວຽກເຮັດງານທຳໃຫ້ ປະຊາຊົນ; ພັດທະນາຜະລິດຕະພັນ OCOP / ODOP ໂດຍການ ສົ່ງເສີມ 1 ເມືອງ 1 ຜະລິດຕະພັນ ໃຫ້ມີມາດຕະຖານ, ມີກາສບັນຈຸທີ່ ທັນສະໄໝ ແລະ ໄດ້ມາດຕະຖານ ສາກົນ. ການເຂົ້າເຖິງແຫລ່ງທຶນສະ ໜອງສິນເຊື່ອດອກເບ້ຍຕໍ່າຜ່ານ ທະນາຄານທຸລະກິດ ແລະ ກອງທຶນ ສົ່ງເສີມ SMEs ໃຫ້ແກ່ຜູ້ປະກອບ ການທີ່ຜະລິດສິນຄ້າທົດແທນການ ນຳເຂົ້າ; ຫລຸດຜ່ອນອາກອນ ຫລື ຍົກເວັ້ນພາສີນຳເຂົ້າເຄື່ອງຈັກ, ເຕັກ ໂນໂລຊີ ແລະ ແນວພັນທີ່ນຳມາໃຊ້ ເຂົ້າໃນການຜະລິດພາຍໃນ. ຈຳກັດການນຳເຂົ້າສິນຄ້າທີ່ ພາຍໃນຜະລິດໄດ້ ໂດຍນຳໃຊ້ນະໂຍ ບາຍໂຄຕາ ຫລື ມາດຕະການທາງ ດ້ານເຕັກນິກ ເພື່ອປ້ອງກັນສິນຄ້າ ໄຫລເຂົ້າມາທັບຖົມສິນຄ້າພາຍໃນ; ສົ່ງເສີມ “ລາວທ່ຽວລາວ” ແລະ “ລາວໃຊ້ຂອງລາວ” ໂດຍການ ເປີດຕະຫລາດນັດ, ສູນຈຳໜ່າຍສິນ ຄ້າລາວ ແລະ ເຊື່ອມໂຍງເຂົ້າກັບ ລະບົບຊຸບເປີມາກເກັດ. ນອກຈາກ ນີ້, ນຳໃຊ້ເຕັກໂນໂລຊີກະສິກຳທັນ ສະໄໝ, ເຮືອນຮົ່ມ ແລະ ລະບົບປະ ຢັດນ້ຳ ເພື່ອໃຫ້ສາມາດຜະລິດໄດ້ ຕະຫລອດປີ (ບໍ່ວ່າຈະແມ່ນນອກ ລະດູ); ຍົກລະດັບມາດຕະຖານ ຄວາມປອດໄພຂອງສິນຄ້າ ເພື່ອໃຫ້ ຜູ້ບໍລິໂພກພາຍໃນມີຄວາມເຊື່ອໝັ້ນ. ຜົນປະໂຫຍດທີ່ຈະໄດ້ຮັບແມ່ນ ຫລຸດຜ່ອນການຮົ່ວໄຫລຂອງເງິນ ຕາຕ່າງປະເທດ ແລະ ຫລຸດການນຳ ເຂົ້າຈະຊ່ວຍຫລຸດຄວາມຕ້ອງການ ເງິນຕາຕ່າງປະເທດ, ຮັກສາສະ ຖຽນລະພາບອັດຕາແລກປ່ຽນ ແລະ gru j ,mt;u dkooerk0v'ra d8;Pd'kod+ lh k'Ikd4kodkog,n v'.ow]pt.\j + ການແກ້ໄຂ, ເຂດຈຸດສຸມທີ່ເຄີຍເປັນ ເຂດເກາະຫ້ອຍຂອງຄົນບໍ່ດີໄດ້ຮັບ ການປັບປຸງໃຫ້ໜັກແໜ້ນ. ພ້ອມ ນັ້ນ, ພະແນກການ-ອົງການຂັ້ນ ແຂວງໄດ້ມອບຄວາມຮັບຜິດຊອບ ໃຫ້ເມືອງ, ຊຸມຊົນບ້ານຫລາຍຂຶ້ນ, ເຮັດໃຫ້ແນວທາງນະໂຍບາຍຂອງ ພັກ, ກົດໝາຍຂອງລັດ ຈັດຕັ້ງປະ ຕິບັດໄດ້ຕົວຈິງຢູ່ຮາກຖານ ແລະ ເຂດຈຸດສຸມ. ເຖິງຢ່າງໃດກໍຕາມ, ຢູ່ຮາກຖານ ຈໍານວນໜຶ່ງ ໂດຍສະເພາະຕາແສງ ແລະ ຊຸມຊົນບ້ານຢູ່ເຂດຊົນນະບົດ ຫ່າງໄກສອກຫລີກລະບົບການ ຈັດຕັ້ງການເມືອງຍັງບໍ່ທັນເຂັ້ມ ແຂງ ແລະ ໜັກແໜ້ນ, ບໍ່ທັນປະຕິບັດ ພາລະບົດບາດ, ສິດ-ໜ້າທີ່ຂອງຕົນ ໄດ້ຢ່າງເຕັມສ່ວນ, ບໍ່ທັນເປັນບ່ອນ ບໍລິການຮັບໃຊ້ປະຊາຊົນໄດ້ຢ່າງ ແທດເຖິງ; ຄວາມສາມາດໃນການ ຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ບັງຄັບໃຊ້ກົດໝາຍຍັງຕໍ່າ, ບາງ ບ່ອນມີສະພາບໃຊ້ອໍານາດເກີນ ຂອບເຂດ, ລ່ວງລະເມີດສິດເປັນ ເຈົ້າຂອງປະຊາຊົນ ການສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ ຫລາຍບ່ອນໄດ້ແຕ່ປະລິມານ, ຍັງບໍ່ຮັບປະກັນຄຸນນະພາບ, ບໍ່ທັນ ຕິດພັນກັບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ; ການ ຂະຫຍາຍຮາກຖານການເມືອງຢູ່ ໂຄງການລົງທຶນຂະໜາດໃຫຍ່, ພາກເອກະຊົນ ແລະ ການຈັດຕັ້ງ ສັງຄົມອື່ນໆ ຍັງເຮັດໄດ້ໜ້ອຍ, ບໍ່ ຕໍ່ເນື່ອງ; ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ຍັງມີບັນຫາ ທ້າທາຍເປັນຕົ້ນ: ຄວາມແຕກໂຕນ ລະຫວ່າງຕົວເມືອງ-ຊົນນະບົດ ຍັງຫລາຍ, ໂຄງປະກອບອາຊີບ ຂອງປະຊາຊົນຍັງບໍ່ທັນຫັນປ່ຽນ ຢ່າງແຂງແຮງ, ພື້ນຖານໂຄງລ່າງ ແລະ ພື້ນຖານການຜະລິດຍັງບໍ່ໄດ້ ມາດຕະຖານ, ປະຊາຊົນບາງຈຸດ ສຸມຍັງມີຄວາມເຊື່ອຖືງົມງວາຍ, ຊັບພະຍາກອນທໍາມະຊາດຍັງ ຄຸ້ມຄອງບໍ່ມີປະສິດທິຜົນ, ຄວາມ ເປັນເຈົ້າການຂອງປະຊາຊົນບາງ ເຂດຍັງບໍ່ສູງ ຈຶ່ງຖືກກຸ່ມຄົນບໍ່ດີສວຍ ໃຊ້ລັກລອບຊັບພະຍາກອນທໍາມະ ຊາດ. ອີກບັນຫາໜຶ່ງການແບ່ງຂັ້ນ ຄຸ້ມຄອງລະຫວ່າງແຂວງ-ເມືອງຕາແສງ ແລະ ຊຸມຊົນບ້ານເຮັດໄດ້ ໜ້ອຍ, ຊັກຊ້າເມື່ອທຽບໃສ່ຄວາມ ຮຽກຮ້ອງຕ້ອງການຕົວຈິງ ແລະ ຍັງບໍ່ຕິດພັນກັບການແບ່ງປັນຜົນ ປະໂຫຍດ ແລະ ມາດຕະການກະຕຸກ ຊຸກຍູ້ທີ່ເໝາະສົມ ຈຶ່ງເຮັດໃຫ້ເມືອງ, ຕາແສງ ແລະ ຊຸມຊົນບ້ານຂາດ ແຮງຈູງໃຈ, ບໍ່ເປັນເຈົ້າການ; ການ ສ້າງບ້ານເປັນຫົວໜ່ວຍພັດທະນາ, ບ້ານໃຫຍ່ຄ້າຍຕົວເມືອງນ້ອຍ ແລະ ບ້ານນາມມະຍົດດ້ານຕ່າງໆສ່ວນ ຫລາຍໄດ້ແຕ່ປະລິມານ, ຄຸນນະພາບ ຍັງຕໍ່າ. ເພື່ອຕອບສະໜອງຄວາມເລັ່ງ ທວງໃນເງື່ອນໄຂໃໝ່, ພັກເຮົາ ຖືເອົາວຽກງານກໍ່ສ້າງຮາກຖານ ການເມືອງຕິດພັນກັບວຽກງານພັດ ທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ເປັນພາລະກໍາປະຫວັດສາດແຫ່ງ ການນໍາພາຂອງພັກໃນໄລຍະໃໝ່, ຈັດຕັ້ງປະຕິບັດເປັນເອກະພາບໃນ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບ ອາວຸດ ແລະ ທົ່ວປວງຊົນທົ່ວແຂວງ ອັດຕະປື ແລະ ກໍານົດທິດທາງດັ່ງນີ້: ໜຶ່ງ: ສ້າງທ່າບຸກໃນການລົງ ກໍ່ສ້າງຮາກຖານການເມືອງປັບປຸງ ເນື້ອໃນ, ນະໂຍບາຍ, ຮູບແບບ ວິທີການຄືນໃໝ່, ຕ້ານການລົງ ຮາກຖານແບບທຽວຂຶ້ນທຽວລົງ ໜັກໄປທາງຮູບການ, ລ່ວງລະເມີດ ສິດເປັນເຈົ້າຂອງຮາກຖານ; ເຮັດ ໃຫ້ການນໍາພາຂອງພັກຢັ່ງຮາກ ເລິກໃນທົ່ວສັງຄົມ ແລະ ທົ່ວເຖິງ ທຸກຫົວໜ່ວຍຮາກຖານລວມທັງ ຫົວໜ່ວຍວິສາຫະກິດ ແລະ ການ ຈັດຕັ້ງສັງຄົມ; ສ້າງໃຫ້ປະຊາຊົນ ເຊື່ອໝັ້ນ, ໄວ້ວາງໃຈຕໍ່ການນໍາ ພາຂອງພັກ, ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ເສີມຂະຫຍາຍສິດເປັນເຈົ້າໃນ ການສ້າງສາພັດທະນາທ້ອງຖິ່ນຮາກຖານ ແລະ ປະເທດຊາດ; ສອງ: ຄະນະພັກຮາກຖານອ້ອມ ຂ້າງແຂວງ, ຄະນະພັກເມືອງ, ຕາ ແສງ ແລະ ບ້ານ ຕ້ອງເປັນເຈົ້າການ ປຸກລະດົມ ແລະ ສ້າງເງື່ອນໄຂໃຫ້ ທຸກພາກສ່ວນໃນສັງຄົມປະກອບ ສ່ວນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສ້າງ ເປັນແຜນວຽກ, ແຜນຄົນ, ແຜນ ງົບປະມານ, ກິດຈະກໍາລະອຽດ ແລະ ລະບອບລະບຽບຊຸກຍູ້ຈູງໃຈ ເພື່ອສ້າງການຫັນປ່ຽນຢ່າງເລິກ ເຊິ່ງຢູ່ຮາກຖານທົ່ວແຂວງ. ພ້ອມ ນັ້ນ, ໃຫ້ຄະນະພັກເມືອງສ້າງຕັ້ງ ກອງກໍ່ສ້າງ-ພັດທະນາຊົນນະບົດ ເຄື່ອນທີ່ຂັ້ນເມືອງ ປະກອບດ້ວຍ ພະນັກງານແຂວງ ແລະ ເມືອງ ລົງ ຊ່ວຍຕາແສງ ປະຕິບັດ 5 ແຜນງານ ໃນໄລຍະຕົ້ນ (6 ເດືອນ ຫລື 1 ປີຕໍ່ ຕາແສງ) ກ່ຽວກັບວຽກງານການ ເມືອງ-ແນວຄິດ, ວັດທະນະທໍາ ແລະ ການພັດທະນາເສດຖະກິດ-ສັງຄົມຢູ່ ຊຸມຊົນບ້ານ; ສາມ: ສືບຕໍ່ຈັດຕັ້ງ ປະຕິບັດ 3 ວຽກງານນີ້ ໃຫ້ເປັນ ເອກະພາບ ແລະ ຄຽງຄູ່ກັນ ໂດຍ ມອບສິດຕັດສິນໃຈ ແລະ ຄຸ້ມຄອງ ຊັບພະຍາກອນທີ່ສົມຄູ່ໃຫ້ເມືອງ-ຕາ ແສງຫຼາຍຂຶ້ນ; ສ້າງເມືອງໃຫ້ເຂັ້ມ ແຂງຮອບດ້ານ ເປັນຜູ້ນໍາພາ-ຊີ້ນໍາ, ບັນຊາ-ຄຸ້ມຄອງໂດຍກົງ, ສ້າງຕາ ແສງເປັນຫົວໜ່ວຍຈັດຕັ້ງປະຕິບັດ ວຽກງານນີ້ຢູ່ຂັ້ນຊຸມຊົນບ້ານ; ເສີມ ຂະຫຍາຍປະຊາທິປະໄຕ ໂດຍສ້າງ ເງື່ອນໄຂໃຫ້ປະຊາຊົນເຂົ້າຮ່ວມ ປຶກສາຫາລື ແລະ ຕົກລົງບັນຫາ ຫລາຍຂຶ້ນ; ດຶງດູດນັກວິຊາການ ໜຸ່ມທີ່ມີຄວາມສາມາດ ລົງຝຶກຝົນ ຫລໍ່ຫລອມຢູ່ຕາແສງ ເພື່ອສ້າງ ພະນັກງານສືບທອດ;ສີ່: ເພີ່ມທະ ວີປຸກລະດົມຂົນຂວາຍວຽກງານ ລົງກໍ່ສ້າງຮາກຖານການເມືອງ ຢູ່ ຫົວໜ່ວຍວິສາຫະກິດ ກໍຄື ໂຄງການ ລົງທຶນຂອງພາກເອກະຊົນພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງ ສັງຄົມ, ມອບໃຫ້ອົງການຈັດຕັ້ງ ມະຫາຊົນຂັ້ນແຂວງ, ເມືອງ, ຕາ ແສງປຸກລະດົມ ເພື່ອໃຫ້ທຸກໂຄງ ການພັດທະນາເສດຖະກິດ-ສັງຄົມ, ໂຮງງານ ທັງຢູ່ຊຸມຊົນ-ຊົນນະບົດ, ຕົວເມືອງ ກໍຄື ຕາແສງ, ເທສະບານ ແຂວງ ແລະ ທີ່ຕັ້ງສໍານັກງານ ເມືອງ 5 ຕົວເມືອງ ຕິດພັນກັບ ການກໍ່ສ້າງຮາກຖານການເມືອງ ແລະ ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ເພື່ອໃຫ້ຜົນ ໄດ້ຮັບຈາກໂຄງການຢືນຍົງ; ຫ້າ: ມອບໃຫ້ພາກສ່ວນກ່ຽວຂ້ອງສ້າງ ແຜນດໍາເນີນງານລະອຽດກ່ຽວກັບ ວາລະແຫ່ງຊາດວ່າດ້ວຍການພັດ ທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ ໂດຍຖືເອົາວຽກງານກໍ່ ສ້າງຮາກຖານການເມືອງ ແລະ ວຽກງານ 3 ສ້າງ ເປັນມາດຕະການ ຍຸດທະສາດ ບົນພື້ນຖານການຈັດຕັ້ງ ປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງຂອງສາກົນ; ສ້າງ ຍຸດທະສາດພັດທະນາຊົນນະບົດແກ້ໄຂຄວາມທຸກຍາກພ້ອມດ້ວຍ ຄາດໝາຍສູ້ຊົນ, ມາດຕະຖານ, ຕົວຊີ້ບອກ ແລະ ຈຸດສຸມເປົ້າໝາຍ ບູລິມະສິດໃຫ້ເປັນເອກະພາບທົ່ວ ແຂວງສອດຄ່ອງກັບສະພາບຈຸດ ພິເສດຂອງແຂວງ ແລະ ຫຍັບໃກ້ ເຂົ້າຫາມາດຕະຖານແຫ່ງຊາດ ກໍຄື ສາກົນ ເພື່ອເປັນບ່ອນອີງໃຫ້ ຂະແໜງການ, ອົງການປົກຄອງ ເມືອງ ແລະ ອົງການຈັດຕັ້ງຕ່າງໆ ນໍາໄປຜັນຂະຫຍາຍເປັນແຜນງານ, ໂຄງການລະອຽດ; ຫົກ: ຄະນະ ຈັດຕັ້ງແຂວງ, ຄະນະໂຄສະນາ ອົບຮົມແຂວງ ຮີບຮ້ອນຄົ້ນຄວ້າ ປັບປຸງກົງຈັກຮັບຜິດຊອບ ແລະ ຍົກສູງປະສິດທິຜົນການສັງລວມ, ວິເຄາະ-ວິໄຈຫາງສຽງສັງຄົມ, ການຄຸ້ມຄອງເນື້ອໃນສື່ອອນລາຍ ເພື່ອໃຫ້ສື່ສາທາລະນະທາງອອນ ລາຍເປັນກະບອກສຽງໂຄສະນາ ເຜີຍແຜ່ແນວທາງອັນຖືກຕ້ອງ, ຜົນງານການພັດທະນາແຂວງ, ເມືອງ, ຕາແສງ, ເຕົ້າໂຮມຄວາມ ສາມັກຄີຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ ແລະ ສາສະໜາພາຍໃນ ແຂວງ; ເຈັດ: ເພີ່ມທະວີການສ້າງ ທ່ວງທ່າໃໝ່ໃຫ້ວຽກງານຊວນເຊື່ອ ວຽກງານການເມືອງ-ແນວຄິດ ວັດທະນະທໍາຂອງພັກ ຮັບປະກັນ ຄວາມເປັນເຈົ້ານໍາໜ້າໃນການນໍາ ພາແນວຄິດທົ່ວສັງຄົມຜ່ານສື່ສັງຄົມ ອອນລາຍ, ດຶງດູດນັກຄົ້ນຄວ້າ, ນັກ ວິທະຍາສາດ, ນັກຂຽນ, ປັນຍາຊົນ, ນັກບວດ ທັງພາຍໃນ ແລະ ຕ່າງ ປະເທດ ເຂົ້າຮ່ວມສ້າງກະແສແນວ ຄິດວັດທະນະທໍາ ແລະ ຄ່ານິຍົມອັນ ຖືກຕ້ອງດີງາມໃຫ້ສັງຄົມແຂວງ ອັດຕະປື; ແປດ: ຄະນະຈັດຕັ້ງແຂວງ ເພີ່ມທະວີການຄົ້ນຄວ້າ ແລະ ລົງ ຊຸກຍູ້, ຕິດຕາມວຽກງານແຂ່ງຂັນ ຍ້ອງຍໍ ຍູ້ແຮງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ສ້າງ ໃຫ້ໄດ້ຫົວໜ່ວຍຮາກຖານດີເດັ່ນ, ບຸກຄົນດີເດັ່ນເປັນຕົ້ນ: ວິລະຊົນ ແຫ່ງຊາດ, ວິລະຊົນແຮງງານ, ນັກຮົບແຂ່ງຂັນ, ນັກພັດທະນາ ດີເດັ່ນ, ສິລະປິນແຫ່ງຊາດ, ຄູ ແຫ່ງຊາດ, ແພດແຫ່ງຊາດ ພ້ອມ ດ້ວຍຄອບຄົວຕົວແບບ ໃຫ້ໄດ້ທັງ ປະລິມານ ແລະ ຄຸນນະພາບຢູ່ ແຕ່ລະເມືອງ, ຕາແສງ, ຊຸມຊົນ ບ້ານ, ເສີມຂະຫຍາຍບົດບາດຂອງ ກົມກອງ-ຫົວໜ່ວຍລວມໝູ່ ແລະ ບຸກຄົນດີເດັ່ນເຂົ້າໃນການກໍ່ສ້າງ ຮາກຖານການເມືອງ ຕິດພັນກັບ ການພັດທະນາຊົນນະບົດ-ແກ້ໄຂ ຄວາມທຸກຍາກ; ເກົ້າ: ຄົ້ນຄວ້າສ້າງ ເນື້ອໃນວຽກງານກໍ່ສ້າງຮາກຖານ ການເມືອງ, ນໍາເອົາຫລັກສູດໄປສິດ ສອນຢູ່ໂຮງຮຽນການເມືອງ-ການ ປົກຄອງແຂວງ, ຈັດຝຶກອົບຮົມ ພາກບັງຄັບໃຫ້ພະນັກງານຂັ້ນນໍາ ພາ, ບໍລິຫານຂອງລັດ, ວິສາຫະກິດ, ຜູ້ປະກອບການ ແລະ ອົງການ ຈັດຕັ້ງສັງຄົມທີ່ມີໂຄງການໃນ ແຂວງ; ຕັ້ງໜ້າສົ່ງເສີມນັກຄົ້ນ ຄວ້າວຽກງານນີ້ ໂດຍມອບໃຫ້ ຄະນະຈັດຕັ້ງແຂວງສ້າງກຸ່ມນັກ ຄົ້ນຄວ້າທີ່ມີຜູ້ຈົບປະລິນຍາເອກ ຫລື ປະລິນຍາໂທ ເປັນຜູ້ນໍາພາ ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດຕົວ ຈິງ; ສິບ: ເພີ່ມທະວີການແລກປ່ຽນ ບົດຮຽນວຽກງານກໍ່ສ້າງຮາກຖານ ການເມືອງ ຕິດພັນກັບວຽກງານ ພັດທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ກັບບັນດາແຂວງພາຍໃນປະເທດ, ບັນດາແຂວງຂອງປະເທດເພື່ອນມິດ ແລະ ປະເທດໃກ້ຄຽງ. lq j 'glu ,dkozt]y frkp.omq fcmodkooeg0Q k lh k'7;k,g0A ,c0'.sh glf4tdy fgvdt]kfgxa og9Q k8q ogv' ຄ່າເງິນກີບ; ສ້າງວຽກເຮັດງານ ທຳ ເພື່ອລາຍຮັບໃຫ້ແກ່ປະຊາຊົນ ແລະ ທຸລະກິດພາຍໃນມີລາຍຮັບ ເພີ່ມຂຶ້ນ, ຫລຸດຜ່ອນການເຄື່ອນຍ້າຍ ແຮງງານໄປຕ່າງປະເທດ; ສ້າງ ຄວາມທົນທານທາງເສດຖະກິດ ເມື່ອເກີດວິກິດການໂລກ ຫລື ບັນຫາ ການຂົນສົ່ງລະຫວ່າງປະເທດ, ປະເທດເຮົາກໍຈະມີສະບຽງອາຫານ ແລະ ສິນຄ້າຈຳເປັນພຽງພໍໂດຍບໍ່ ຕົກຢູ່ໃນຄວາມສ່ຽງ.

RkJQdWJsaXNoZXIy MTc3MTYxMQ==